YouVersion Logo
Search Icon

ເຊຟານິຢາ 2

2
ຢູດາ ແລະ ເຢຣູຊາເລັມ​ຖືກ​ພິພາກສາ​ພ້ອມ​ດ້ວຍ​ຊົນຊາດ​ທັງຫລາຍ
ຢູດາ​ຖືກ​ເອີ້ນ​ໃຫ້​ກັບໃຈ​ໃໝ່
1ຈົ່ງ​ເຕົ້າໂຮມ​ກັນ, ຈົ່ງ​ຮວມ​ຕົວ​ກັນ,
ຊົນຊາດ​ທີ່​ໜ້າ​ອັບອາຍ,
2ກ່ອນ​ທີ່​ດຳລັດ​ຈະ​ມີ​ຜົນ​ບັງຄັບ​ໃຊ້
ແລະ ວັນ​ນັ້ນ​ກໍ​ຜ່ານ​ໄປ​ເໝືອນ​ດັ່ງ​ແກບ​ທີ່​ລົມ​ພັດ,
ກ່ອນ​ທີ່​ຄວາມ​ໃຈຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະເຈົ້າ​ຢາເວ
ຈະ​ມາ​ເຖິງ​ເຈົ້າ,
ກ່ອນ​ວັນ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ຢາເວ
ຈະ​ລົງ​ມາ​ເໜືອ​ເຈົ້າ
3ຈົ່ງ​ສະແຫວງ​ຫາ​ພຣະເຈົ້າ​ຢາເວ, ບັນດາ​ຜູ້​ຖ່ອມ​ໃຈ​ໃນ​ແຜ່ນດິນ,
ເຈົ້າ​ຜູ້​ເຮັດ​ຕາມ​ຄຳສັ່ງ​ຂອງ​ພຣະອົງ.
ຈົ່ງ​ສະແຫວງ​ຫາ​ຄວາມ​ຊອບທຳ, ສະແຫວງ​ຫາ​ຄວາມ​ຖ່ອມ​ຕົວ
ເພື່ອ​ວ່າ​ບາງ​ເທື່ອ​ເຈົ້າ​ຈະ​ໄດ້​ບ່ອນ​ກຳບັງ
ໃນ​ວັນ​ແຫ່ງ​ຄວາມ​ໃຈຮ້າຍ​ຂອງ​ພຣະເຈົ້າ​ຢາເວ.
ຟີລິດສະຕິນ
4ກາຊາ​ຈະ​ຖືກ​ປະ​ໃຫ້​ຮົກຮ້າງ
ແລະ ອາຊະເກໂລນ​ຈະ​ຖືກ​ປ່ອຍ​ໃຫ້​ຫັກພັງ.
ໃນ​ເວລາ​ຕອນ​ທ່ຽງ ອາຊະໂດດ​ຈະ​ຖືກ​ເຮັດ​ໃຫ້​ຫວ່າງເປົ່າ
ແລະ ເອັກໂຣນ​ຖືກ​ຖອນ​ຮາກ.
5ວິບັດ​ແກ່​ເຈົ້າ ຜູ້​ທີ່​ອາໄສ​ຢູ່​ແຄມ​ທະເລ,
ຄົນ​ຊາວ​ເຄເຣທີ;
ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ໂທດ​ເຈົ້າ,
ການາອານ​ດິນແດນ​ແຫ່ງ​ຊາວ​ຟີລິດສະຕິນ.
ພຣະອົງ​ກ່າວ​ວ່າ, “ເຮົາ​ຈະ​ທຳລາຍ​ເຈົ້າ,
ແລະ ຈະ​ບໍ່​ໃຫ້​ເຫລືອ​ແມ່ນ​ແຕ່​ຄົນ​ດຽວ”.
6ດິນແດນ​ແຄມ​ທະເລ​ຈະ​ກາຍ​ເປັນ​ທົ່ງຫຍ້າ
ມີ​ນ້ຳສ້າງ​ສຳລັບ​ບັນດາ​ຄົນລ້ຽງສັດ
ແລະ ມີ​ຄອກ​ສຳລັບ​ຝູງ​ສັດ.
7ດິນແດນ​ນັ້ນ​ຈະ​ເປັນ
ຂອງ​ຄົນ​ຢູດາຍ​ທີ່​ເຫລືອ​ຢູ່;
ພວກເຂົາ​ຈະ​ພົບ​ທົ່ງຫຍ້າ​ຢູ່​ບ່ອນ​ນັ້ນ.
ພວກເຂົາ​ຈະ​ນອນ​ລົງ​ໃນ​ເວລາ​ຄ່ຳ
ໃນ​ເຮືອນ​ຂອງ​ອາຊະເກໂລນ.
ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ຈະ​ເບິ່ງແຍງ​ພວກເຂົາ
ພຣະອົງ​ຈະ​ເຮັດ​ໃຫ້​ພວກເຂົາ​ຄືນ​ສູ່​ສະພາບ​ເດີມ.#2:7 ຫລື ຈະ​ນຳ​ຊະເລີຍ​ຂອງ​ພວກເຂົາ​ກັບ​ຄືນ​ມາ
ໂມອາບ ແລະ ອຳໂມນ
8“ເຮົາ​ໄດ້​ຍິນ​ຄຳ​ໝິ່ນປະໝາດ​ຂອງ​ໂມອາບ
ແລະ ຄຳ​ເຢາະເຢີ້ຍ​ຂອງ​ຊາວ​ອຳໂມນ,
ພວກເຂົາ​ໝິ່ນປະໝາດ​ປະຊາຊົນ​ຂອງ​ເຮົາ
ແລະ ຂົ່ມຂູ່​ເອົາ​ດິນແດນ​ຂອງ​ພວກເຂົາ”.
9ເຫດສະນັ້ນ, ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ນອນ​ສັນໃດ,
ພຣະເຈົ້າຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່,
ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ໄດ້​ປະກາດ​ວ່າ,
“ໂມອາບ​ຈະ​ເປັນ​ເໝືອນ​ກັບ​ໂຊໂດມ,
ແລະ ຊາວ​ອຳໂມນ​ກໍ​ຈະ​ເປັນ​ເໝືອນ​ກັບ​ໂກໂມຣາ​ຢ່າງ​ແນ່ນອນ​ສັນນັ້ນ
ຄື​ເປັນ​ແຫລ່ງ​ພືດ ແລະ ບໍ່ເກືອ,
ເປັນ​ດິນແດນ​ທີ່​ຮົກຮ້າງ​ຕະຫລອດ​ໄປ.
ປະຊາຊົນ​ຂອງ​ເຮົາ​ທີ່​ເຫລືອ​ຢູ່​ຈະ​ປຸ້ນ​ພວກເຂົາ;
ຊົນຊາດ​ຂອງ​ເຮົາ​ທີ່​ລອດ​ຊີວິດ​ຈະ​ຄອບຄອງ​ດິນແດນ​ຂອງ​ພວກເຂົາ”.
10ນີ້​ເປັນ​ຜົນ​ຕອບແທນ​ທີ່​ພວກເຂົາ​ຈະ​ໄດ້​ຮັບ​ຈາກ​ຄວາມ​ຍິ່ງ​ຈອງຫອງ​ຂອງ​ພວກເຂົາ,
ສຳລັບ​ການ​ດູຖູກ ແລະ ເຢາະເຢີ້ຍ
ປະຊາຊົນ​ຂອງ​ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່.
11ພຣະເຈົ້າ​ຢາເວ​ຈະ​ເປັນ​ທີ່​ໜ້າ​ຢ້ານກົວ​ສຳລັບ​ພວກເຂົາ
ເມື່ອ​ພຣະອົງ​ທຳລາຍ​ພະ​ທັງປວງ​ຂອງ​ແຜ່ນດິນ​ນັ້ນ.
ປະຊາຊາດ​ທັງຫລາຍ​ທີ່​ຢູ່​ຫ່າງ​ໄກ​ຈະ​ກົ້ມກາບ​ຕໍ່​ພຣະອົງ,
ທຸກ​ຄົນ​ໃນ​ດິນແດນ​ຂອງ​ຕົນ.
ກ່າວ​ໂທດ​ກູເຊ
12“ຊາວ​ກູເຊ,#2:12 ຄື ຄົນ​ທັງຫລາຍ​ຈາກ​ຝາກ​ເທິງ​ຂອງ​ລຸ່ມ​ແມ່ນ້ຳ​ນິນ ເຈົ້າ​ກໍ​ເໝືອນ​ກັນ,
ຈະ​ຖືກ​ປະຫານ​ດ້ວຍ​ດາບ​ຂອງ​ເຮົາ”.
ກ່າວ​ໂທດ​ອັດຊີເຣຍ
13ພຣະອົງ​ຈະ​ຢຽດ​ມື​ຂອງ​ພຣະອົງ​ອອກ​ໄປ​ທາງ​ເໜືອ
ແລະ ທຳລາຍ​ອັດຊີເຣຍ,
ຖິ້ມ​ເມືອງ​ນີເນເວ​ໄວ້​ໃຫ້​ໂດດດ່ຽວ,
ແລະ ແຫ້ງແລ້ງ​ຄື​ກັບ​ຖິ່ນແຫ້ງແລ້ງກັນດານ.
14ຝູງ​ແບ້, ຝູງ​ແກະ ແລະ ຝູງ​ງົວ​ຈະ​ນອນ​ຢູ່​ທີ່​ນັ້ນ
ສິ່ງ​ມີ​ຊີວິດ​ທຸກ​ຊະນິດ.
ນົກເຄົ້າ​ທະເລຊາຍ ແລະ ນົກເຄົ້າ​ແມວ
ຈະ​ເກາະ​ຢູ່​ທີ່​ຊາກ​ເສົາ​ຂອງ​ເມືອງ​ນັ້ນ.
ສຽງ​ຮ້ອງ​ຂອງ​ພວກມັນ​ຈະ​ດັງ​ກ້ອງ​ຜ່ານ​ປ່ອງຢ້ຽມ,
ຊາກ​ຫັກພັງ​ຈະ​ເຕັມ​ປະຕູ
ຄານ​ໄມ້ແປກ​ກໍ​ຈະ​ຖືກ​ຖິ້ມ​ໄວ້​ກາງແຈ້ງ.
15ນີ້​ແມ່ນ​ເມືອງ​ແຫ່ງ​ຄວາມ​ສະໜຸກສະໜານ
ເຊິ່ງ​ອາໄສ​ຢູ່​ຢ່າງ​ປອດໄພ.
ມັນ​ເວົ້າ​ກັບ​ຕົນ​ເອງ​ວ່າ,
“ຂ້ອຍ​ນີ້​ແຫລະ! ແລະ ບໍ່​ມີ​ຜູ້ໃດ​ນອກຈາກ​ຂ້ອຍ”.
ມັນ​ກາຍ​ເປັນ​ຊາກ​ຫັກພັງ,
ເປັນ​ບ່ອນ​ອາໄສ​ຂອງ​ສັດປ່າ!
ທຸກຄົນ​ທີ່​ຜ່ານ​ໄປ​ມາ​ກໍ​ເຢາະເຢີ້ຍ​ມັນ
ແລະ ສັ່ນ​ກຳປັ້ນ​ຂອງ​ຕົນ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in