ເຊຟານິຢາ 1
1
1ຖ້ອຍຄຳຂອງພຣະເຈົ້າຢາເວ ທີ່ມາເຖິງເຊຟານີຢາ ລູກຊາຍຂອງກູຊີ, ຜູ້ເປັນລູກຊາຍຂອງເກດາລິຢາ, ຜູ້ເປັນລູກຊາຍຂອງອາມາຣີຢາ, ຜູ້ເປັນລູກຊາຍຂອງເຮເຊກີຢາ, ໃນຊ່ວງເວລາຂອງການປົກຄອງຂອງໂຢຊີຢາ ລູກຊາຍຂອງອາໂມນ ກະສັດແຫ່ງຢູດາຍມີດັ່ງນີ້:
ການຕັດສິນທົ່ວໂລກໃນວັນຂອງພຣະເຈົ້າຢາເວ
2“ເຮົາຈະກວາດລ້າງທຸກສິ່ງ
ອອກໄປຈາກໜ້າແຜ່ນດິນໂລກ”,
ພຣະເຈົ້າຢາເວໄດ້ປະກາດດັ່ງນັ້ນ.
3“ເຮົາຈະກວາດລ້າງທັງຄົນ ແລະ ສັດອອກໄປ;
ເຮົາຈະກວດລ້າງນົກໃນອາກາດ
ແລະ ປາໃນທະເລ
ແລະ ຮູບເຄົາລົບທັງຫລາຍທີ່ເຮັດໃຫ້ຄົນຊົ່ວຮ້າຍສະດຸດນັ້ນອອກໄປ”.#1:3 ໃນພາສາເຮັບເຣີວັກນີ້ ມີຄວາມຫມາຍບໍ່ຊັດເຈນ
“ເມື່ອເຮົາທຳລາຍມະນຸດທຸກຄົນ
ທີ່ຢູ່ເທິງໜ້າແຜ່ນດິນໂລກ”,
ພຣະເຈົ້າຢາເວໄດ້ປະກາດດັ່ງນັ້ນ,
ກ່າວໂທດຢູດາຍ
4“ເຮົາຈະຢຽດມືຂອງເຮົາອອກຕໍ່ສູ້ຢູດາຍ
ແລະ ຕໍ່ສູ້ທຸກຄົນທີ່ຢູ່ໃນເຢຣູຊາເລັມ.
ເຮົາຈະທຳລາຍທຸກການບູຊາພະບາອານທີ່ເຫລືອຢູ່ໃຫ້ໝົດໄປຈາກບ່ອນນີ້,
ແລະ ບັນດາຊື່ຂອງບັນດາປະໂລຫິດທີ່ບູຊາຮູບເຄົາລົບນັ້ນ
5ຄືບັນດາຄົນທີ່ກົ້ມຂາບຢູ່ເທິງດາດຟ້າ
ເພື່ອນະມັດສະການດາວຕ່າງໆ,
ບັນດາຜູ້ກົ້ມຂາບລົງ ແລະ ສາບານໂດຍອ້າງພຣະເຈົ້າຢາເວ
ແລະ ອ້າງພະໂມລົກ,#1:5 ພາສາເຮັບເຣີວ່າ ມັນຄຳ ນັ້ນຄື ມິນໂກນ
6ບັນດາຜູ້ເຊົາຕິດຕາມພຣະເຈົ້າຢາເວ
ບໍ່ໄດ້ສະແຫວງຫາພຣະເຈົ້າຢາເວ ຫລື ຖາມພຣະອົງ”.
7ຈົ່ງສະຫງົບຢູ່ຕໍ່ໜ້າພຣະເຈົ້າຢາເວ ອົງເຈົ້ານາຍ,
ເພາະມື້ແຫ່ງພຣະເຈົ້າຢາເວນັ້ນໃກ້ເຂົ້າມາແລ້ວ.
ພຣະເຈົ້າຢາເວໄດ້ຈັດຕຽມເຄື່ອງບູຊາ;
ພຣະອົງໄດ້ຊຳລະບັນດາຜູ້ທີ່ພຣະອົງເຊີນມານັ້ນໃຫ້ບໍລິສຸດ.
8ໃນມື້ຖວາຍເຄື່ອງບູຊາຂອງພຣະເຈົ້າຢາເວນັ້ນ
ເຮົາຈະລົງໂທດບັນດາເຈົ້າໜ້າທີ່
ແລະ ລູກຊາຍຂອງກະສັດ
ແລະ ລົງໂທດຄົນທັງປວງ
ທີ່ປະຕິບັດຕາມທຳນຽມຂອງຄົນຕ່າງຊາດ.
9ໃນມື້ນັ້ນເຮົາຈະລົງໂທດ
ທຸກຄົນທີ່ບໍ່ຢຽບຂອບປະຕູເຮືອນ,#1:9 1ຊມອ 5:5
ຜູ້ທີ່ເຮັດໃຫ້ວິຫານຂອງບັນດາພະຂອງຕົນ
ເຕັມໄປດ້ວຍຄວາມຮຸນແຮງ ແລະ ການຫລອກລວງ.
10“ໃນມື້ນັ້ນ,”
ພຣະເຈົ້າຢາເວໄດ້ປະກາດໄວ້ວ່າ,
“ຈະມີສຽງຮ້ອງດັງຂຶ້ນມາຈາກປະຕູປາ,
ມີສຽງຮ້ອງໄຫ້ຈາກເຂດທີ່ສ້າງໃໝ່ຂອງຕົວເມືອງ,
ແລະ ມີສຽງກະແທກດັງມາຈາກເນີນພູຕ່າງໆ.
11ຈົ່ງຮ້ອງໄຫ້, ເຈົ້າຜູ້ທີ່ອາໄສຢູ່ໃນເຂດຕະຫລາດ;
ພໍ່ຄ້າທັງໝົດຂອງເຈົ້າຈະຖືກກວາດລ້າງໄປ,
ບັນດາພໍ່ຄ້າເຄື່ອງເງິນກໍຈະຖືກທຳລາຍ.
12ໃນເວລານັ້ນ ເຮົາຈະຖືຕະກຽງສ່ອງຫາເຢຣູຊາເລັມ
ແລະ ລົງໂທດບັນດາຄົນທີ່ອິ່ມໃຈ,
ຜູ້ທີ່ເປັນຄືເຫລົ້າອະງຸ່ນທີ່ເຫລືອຢູ່ໃນກາກຂອງມັນ,
ຜູ້ທີ່ຄິດວ່າ, ‘ພຣະເຈົ້າຢາເວຈະບໍ່ເຮັດຫຍັງ,
ບໍ່ວ່າດີ ຫລື ຮ້າຍ’.
13ຊັບສົມບັດຂອງພວກເຂົາຈະຖືກປຸ້ນ,
ເຮືອນຂອງພວກເຂົາຈະຖືກພັງລົງ,
ເຖິງວ່າພວກເຂົາຈະສ້າງເຮືອນ,
ແຕ່ພວກເຂົາກໍບໍ່ໄດ້ອາໄສຢູ່ໃນນັ້ນ;
ເຖິງວ່າພວກເຂົາຈະປູກສວນອະງຸ່ນ
ແຕ່ພວກເຂົາກໍຈະບໍ່ໄດ້ດື່ມເຫລົ້າອະງຸ່ນ.
ວັນຍິ່ງໃຫຍ່ຂອງພຣະເຈົ້າຢາເວ
14“ວັນຍິ່ງໃຫຍ່ຂອງພຣະເຈົ້າຢາເວນັ້ນມາໃກ້ແລ້ວ
ມາໃກ້ ແລະ ຈະມາເຖິງໃນໄວໆນີ້.
ສຽງຮ້ອງໃນວັນຂອງພຣະເຈົ້າຢາເວກໍຂົມຂື່ນ;
ນັກຮົບຜູ້ຍິ່ງໃຫຍ່ຈະສົ່ງສຽງຮ້ອງຕໍ່ສູ້.
15ວັນນັ້ນຈະເປັນວັນແຫ່ງຄວາມໂກດຮ້າຍ
ວັນແຫ່ງຄວາມທຸກຍາກ ແລະ ທຸກທໍລະມານ,
ວັນແຫ່ງຄວາມຫຍຸ້ງຍາກ ແລະ ພິນາດ,
ວັນແຫ່ງຄວາມມືດມິດ ແລະ ເສົ້າໝອງ
ວັນທີ່ມີເມກ ແລະ ຄວາມມືດມິດ
16ວັນແຫ່ງສຽງແກ ແລະ ສຽງໂຫ່ຮ້ອງ
ສູ້ຮົບກັບບັນດາເມືອງທີ່ມີປ້ອມປ້ອງກັນ
ແລະ ສູ້ຮົບກັບຫໍຄອຍທຸກມຸມຂອງເມືອງ.
17“ເຮົາຈະນຳຄວາມທຸກຍາກມາສູ່ປະຊາຊົນທັງໝົດ
ເພື່ອວ່າພວກເຂົາຈະງົມທາວໄປມາເໝືອນດັ່ງຄົນຕາບອດ,
ເພາະພວກເຂົາໄດ້ເຮັດບາບຕໍ່ພຣະເຈົ້າຢາເວ.
ເລືອດຂອງພວກເຂົາຈະໄຫລອອກມາເໝືອນກັບຂີ້ຝຸ່ນ
ແລະ ອະໄວຍະວະພາຍໃນຂອງພວກເຂົາກໍເປັນເໝືອນຂີ້ສັດ
18ບໍ່ວ່າຈະເປັນເງິນ ແລະ ຄຳຂອງພວກເຂົາ
ກໍບໍ່ສາມາດຊ່ວຍພວກເຂົາໄດ້
ໃນວັນແຫ່ງຄວາມໂກດຮ້າຍຂອງພຣະເຈົ້າຢາເວ”.
ດ້ວຍໄຟແຫ່ງຄວາມຫຶງຫວງຂອງພຣະອົງ
ໂລກທັງໝົດຈະຖືກເຜົາໄໝ້,
ເພາະພຣະອົງຈະເຮັດໃຫ້ສິ່ງມີຊີວິດທຸກຢ່າງໃນໂລກນີ້
ເຖິງຈຸດຈົບຢ່າງວ່ອງໄວທີ່ສຸດ.
Currently Selected:
ເຊຟານິຢາ 1: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: