YouVersion Logo
Search Icon

ເຊກາຣີຢາ 6

6
ລົດຮົບ​ສີ່​ຄັນ
1ຂ້າພະເຈົ້າ​ເງີຍ​ໜ້າຂື້ນ, ແລະ ຕໍ່ໜ້າ​ຂອງ​ຂ້າພຣະເຈົ້າ​ແມ່ນ​ລົດມ້າ​ສີ່​ຄັນ​ກໍາລັງ​ແລ່ນ​ອອກ​ມາ​ຈາກ​ລະຫວ່າງ​ກາງ​ພູ​ທອງສຳລິດ​ສອງ​ໜ່ວຍ. 2ລົດມ້າ​ຄັນ​ທຳອິດ​ທຽມ​ມ້າ​ແດງ, ຄັນ​ທີ​ສອງ​ທຽມ​ມ້າ​ດຳ, 3ຄັນ​ທີ​ສາມ​ທຽມ​ມ້າ​ຂາວ ແລະ ຄັນ​ທີ​ສີ່​ທຽມ​ມ້າ​ດ່າງ ມ້າທັງ​ສີ່​ມີ​ອໍານາດ​ຫລາຍ. 4ຂ້າພະເຈົ້າ​ຖາມ​ເທວະດາ​ທີ່​ສົນທະນາ​ກັບ​ຂ້າພະເຈົ້າ​ວ່າ, “ພຣະອົງເຈົ້າ, ສິ່ງ​ເຫລົ່ານີ້​ແມ່ນຫຍັງ?”
5ເທວະດາ​ນັ້ນ​ຕອບ​ວ່າ, “ສິ່ງເຫລົ່ານີ້​ຄື​ວິນ​ຍານ#6:5 ຫລື ລົມ ທັງ​ສີ່​ແຫ່ງ​ຟ້າ​ສະຫວັນ, ເຊິ່ງ​ອອກ​ມາ​ຈາກ​ພະພັກ​ຂອງ​ອົງພຣະຜູ້ເປັນເຈົ້າ​ແຫ່ງ​ໂລກນີ້. 6ຄັນ​ທີ່​ທຽມ​ມ້າ​ດຳ​ຈະ​ໄປ​ຍັງ​ດິນແດນ​ພາກ​ເໜືອ, ຄັນ​ທີ່​ທຽມ​ມ້າ​ຂາວ​ໄປ​ທາງ​ຕາເວັນ​ຕົກ,#6:6 ຫລື ມ້າ​ທັງຫລາຍ​ທີ່​ຕາມ​ມາ ແລະ​ຄັນ​ທີ່​ທຽມ​ມ້າ​ດ່າງ​ໄປ​ທາງ​ໃຕ້”.
7ເມື່ອ​ມ້າ​ທີ່​ມີ​ຣິດອໍານາດ​ເຫລົ່ານັ້ນ​ອອກ​ມາ, ພວກ​ມັນ​ກະ​ຕື​ລື​ລົ້ນ​ຢາກ​ຈະ​ໄປ​ທົ່ວ​ໂລກ. ແລະ ເທວະດາ​ກ່າວວ່າ, “ຈົ່ງ​ໄປ​ທົ່ວ​ໂລກ!” ແລ້ວ​ພວກ​ມັນ​ກໍ​ອອກ​ໄປ​ທົ່ວ​ໂລກ.
8ແລ້ວ​ເທວະດາ​ນັ້ນ​ຮ້ອງ​ບອກ​ຂ້າພະເຈົ້າ​ວ່າ, “ຈົ່ງເບິ່ງ, ພວກ​ທີ່​ໄປ​ຍັງ​ດິນແດນ​ພາກ​ເໜືອ​ນັ້ນ​ເຮັດ​ໃຫ້​ພະວິນຍານ​ຂອງ​ເຮົາ#6:8 ຫລື ວິນ​ຍານ​ຂອງ​ເຮົາ ສະຫງົບ​ນິ້ງ​ໃນ​ດິນແດນ​ພາກ​ເໜືອ”.
ມົງ​ກຸດ​ສຳລັບ​ໂຢຊວຍ
9ຖ້ອຍຄໍາ​ຂອງ​ພຣະເຈົ້າ​ຢາເວ​ມາ​ເຖິງ​ຂ້າພະເຈົ້າ​ວ່າ, 10“ຈົ່ງ​ຮັບ​ເງິນ ແລະ ຄຳ​ຈາກ​ເຮນດາອີ, ໂຕບີຢາ ແລະ ເຢດາອີຢາ​ຊະເລີຍ​ຈາກ​ບາບີໂລນ​ທີ່​ຫາກໍ່​ມາ​ເຖິງ​ນັ້ນ. ຈົ່ງ​ໄປ​ຍັງ​ເຮືອນ​ຂອງ​ໂຢຊີຢາ​ລູກຊາຍ​ຂອງ​ເຊຟານີຢາ​ໃນ​ມື້ນີ້. 11ຈົ່ງ​ເອົາ​ເງິນ ແລະ ຄຳ​ນັ້ນ​ໄປ​ເຮັດ​ມົງກຸດ ແລະ ໃສ່​ໃຫ້​ມະຫາ​ປະໂລຫິດ​ໂຢຊວຍ​ລູກຊາຍ​ຂອງ​ເຢໂຮຊາດັກ. 12ຈົ່ງ​ບອກ​ລາວ​ວ່າ​ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ຜູ້​ມີ​ອຳນາດ​ຍິ່ງໃຫຍ່​ອໍານາດ​ກ່າວ​ວ່າ: ‘ນີ້​ຄື​ຜູ້​ທີ່​ໄດ້​ຊື່​ວ່າ “ກິ່ງ”, ແລະ ລາວ​ຈະ​ແຕກ​ກິ່ງ​ກ້ານ​ສາຂາ​ຈາກ​ບ່ອນ​ຂອງ​ມັນ ແລະ ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ. 13ລາວ​ຄື​ຜູ້​ທີ່​ຈະ​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ, ແລະ ລາວ​ຈະ​ນຸ່ງ​ເຄື່ອງ​ຂອງ​ກະສັດ ແລະ ຈະ​ນັ່ງ​ເທິງ​ບັນລັງ ແລະ ນັ່ງ​ເທິງ​ບັນລັງ​ເຮັດ​ໜ້າທີ່​ປົກຄອງ ແລະ ລາວ​ຈະ​ເປັນ​ທັງ​ກະສັດ ແລະ ປະໂລຫິດ​ຢ່າງ​ສັນຕິ’. 14ໃຫ້​ເກັບ​ມົງກຸດ​ນັ້ນ​ໄວ້​ໃນ​ວິຫານ​ຂອງ​ພຣະເຈົ້າ​ຢາເວ ເພື່ອ​ເປັນ​ການ​ລະນຶກ​ເຖິງ​ເຮນດາອີ,#6:14 ພາສາ​ເຮັບເຣີ​ວ່າ ເຮເລມ ໂຕບີຢາ, ເຢດາອີຢາ ແລະ ເຮັນ#6:14 ພາສາ​ເຮັບເຣີ​ວ່າ ເຮນ ລູກຊາຍ​ຂອງ​ເຊຟານີຢາ. 15ບັນດາ​ຜູ້​ທີ່​ຢູ່​ໄກ​ຈະ​ມາ​ຊ່ວຍ​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ ແລະ ພວກເຈົ້າ​ຈະ​ຮູ້​ວ່າ​ພຣະເຈົ້າ​ຢາເວ​ຜູ້​ມີ​ອຳນາດ​ຍິ່ງໃຫຍ່​ໄດ້​ໃຊ້​ເຮົາ​ມາ​ຫາ​ພວກເຈົ້າ. ສິ່ງ​ນີ້​ຈະ​ເກີດ​ຂຶ້ນ​ຖ້າ​ພວກເຈົ້າ​ມຸ່ງໝັ້ນ​ເຊື່ອຟັງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ”.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in