ເຊກາຣີຢາ 5
5
ໜັງສືມ້ວນບິນໄດ້
1ຂ້າພະເຈົ້າເບິ່ງອີກຄັ້ງ, ກໍເຫັນໜັງສືມ້ວນບິນໄປ.
2ເທວະດາຕົນນັ້ນຖາມຂ້າພະເຈົ້າວ່າ, “ເຈົ້າເຫັນຫຍັງ?”
ຂ້າພະເຈົ້າຕອບວ່າ, “ຂ້າພະເຈົ້າເຫັນໜັງສືມ້ວນບິນຢູ່, ຍາວ 20 ສອກ ແລະ ກວ້າງ 10 ສອກ#5:2 ຄື ຍາວປະມານ 9 ແມັດ ແລະ ກວ້າງປະມານ 4,5 ແມັດ”.
3ແລ້ວເທວະດານັ້ນບອກຂ້າພະເຈົ້າວ່າ, “ນີ້ແມ່ນຄຳສາບແຊ່ງທີ່ໄປທົ່ວທັງດິນແດນ; ຕາມທີ່ມີຂໍ້ຄວາມກ່າວໄວ້ດ້ານໜຶ່ງວ່າ, ຄົນຂີ້ລັກທຸກຄົນຈະຖືກຂັບໄລ່ອອກໄປ, ແລະ ອີກດ້ານໜຶ່ງກ່າວວ່າທຸກຄົນທີ່ສາບານປອມຈະຖືກຂັບໄລ່ອອກໄປດ້ວຍ. 4ພຣະເຈົ້າຢາເວຜູ້ມີອໍານາດຍິ່ງໃຫຍ່ປະກາດວ່າ, ‘ເຮົາຈະສົ່ງຄຳສາບແຊ່ງນີ້ອອກໄປ, ແລະ ມັນຈະເຂົ້າໄປໃນບ້ານຂອງຄົນຂີ້ລັກ ແລະ ຄົນທີ່ສາບານປອມໃນນາມຂອງເຮົາ. ຄຳສາບແຊ່ງນີ້ຈະຢູ່ເໜືອບ້ານຂອງຄົນເຫລົ່ານັ້ນ ແລະ ທຳລາຍບ້ານນັ້ນລົງທັງໄມ້ ແລະ ຫີນ’ ”.
ແມ່ຍິງໃນກະຕ່າ
5ຈາກນັ້ນເທວະດາທີ່ສົນທະນາກັບຂ້າພະເຈົ້ານັ້ນອອກມາທາງໜ້າແລະເວົ້າກັບຂ້າພະເຈົ້າວ່າ, “ຈົ່ງເບິ່ງ ແລະ ສັງເກດວ່າແມ່ນຫຍັງກຳລັງຈະເກີດຂຶ້ນ”.
6ຂ້າພະເຈົ້າຖາມວ່າ, “ນັ້ນແມ່ນຫຍັງ?”
ເທວະດານັ້ນຕອບວ່າ, “ມັນຄືກະຕ່າ#5:6 ພາສາເຮັບເຣີວ່າ ໜຶ່ງເອຟາ ເຊັ່ນດຽວກັບຂໍ້ 7-11”. ແລະ ເພິ່ນກ່າວຕໍ່ໄປວ່າ, “ກະຕ່ານີ້ບັນຈຸຄວາມຊົ່ວຊ້າ#5:6 ຫລື ຮູບຮ່າງລັກສະນະ ຂອງປະຊາຊົນທົ່ວທັງແຜ່ນດິນ”.
7ແລ້ວຝາອັດກະຕ່າທີ່ເຮັດດ້ວຍຕະກົ່ວກໍຖືກຍົກຂຶ້ນ, ແລະ ໃນຖັງນັ້ນມີແມ່ຍິງຄົນໜຶ່ງນັ່ງຢູ່! 8ເທວະດານັ້ນກ່າວວ່າ, “ນີ້ຄືຄວາມຊົ່ວຮ້າຍ” ແລ້ວກໍຍູ້ຍິງນັ້ນລົງໄປໃນກະຕ່າຄືເກົ່າ ແລະ ດັນຝາກົ່ວປິດປາກກະຕ່າ.
9ຈາກນັ້ນຂ້າພະເຈົ້າເງີຍໜ້າຂຶ້ນ ແລະ ເຫັນແມ່ຍິງສອງຄົນ, ມີປີກຢູ່ແຂນຂອງພວກເຂົາ! ພວກເຂົາມີປິກຄືນົກຍາງ, ແລະ ພວກເຂົາຍົກກະຕ່ານັ້ນບິນຂຶ້ນໄປໃນອາກາດ.
10ຂ້າພະເຈົ້າຖາມເທວະດາທີ່ສົນທະນາກັບຂ້າພະເຈົ້າວ່າ “ຍິງທັງສອງຈະເອົາກະຕ່າໄປໃສ?”
11ເທວະດາຕອບວ່າ, “ໄປຍັງດິນແດນບາບີໂລນ#5:11 ພາສາເຮັບເຣີວ່າ ຊີນາ ເພື່ອສ້າງບ້ານຫລັງໜຶ່ງໃຫ້ມັນ. ເມື່ອສ້າງສຳເລັດແລ້ວ, ກະຕ່າກໍຈະຖືກເກັບໄວ້ໃນບ່ອນຂອງມັນ”.
Currently Selected:
ເຊກາຣີຢາ 5: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: