Skip to content

ນາງຣຸດ 3

3
ນາງ​ຣຸດ ແລະ ໂບອາດ​ທີ່​ລານ​ຟາດ​ເຂົ້າ
1ມື້​ໜຶ່ງ​ນາງ​ນາໂອມີ​ຜູ້​ເປັນ​ແມ່ຍ່າ​ຂອງ​ນາງ​ຣຸດ ກໍ​ໄດ້​ເວົ້າ​ກັບ​ນາງ​ຣຸດ​ວ່າ, “ລູກ​ຂອງ​ແມ່, ແມ່​ຈະ​ຕ້ອງ​ຫາ​ເຮືອນ​ໃຫ້​ລູກ, ຄື​ບ່ອນ​ທີ່​ລູກ​ຈະ​ໄດ້​ຮັບ​ການ​ລ້ຽງດູ​ເປັນ​ຢ່າງ​ດີ. 2ບັດນີ້ ໂບອາດ, ຄົນ​ທີ່​ລູກ​ໄດ້​ໄປ​ເຮັດ​ວຽກ​ກັບ​ຄົນ​ງານ​ແມ່ຍິງ​ຂອງ​ເພິ່ນ​ນັ້ນ ເປັນ​ຍາດ​ພີ່ນ້ອງ​ຂອງ​ພວກເຮົາ. ຄືນ​ນີ້​ເພິ່ນ​ຈະ​ມາ​ຟາດ​ເຂົ້າບາເລ​ຢູ່​ທີ່​ລານ​ຟາດ​ເຂົ້າ. 3ຈົ່ງ​ອາບ​ນ້ຳ, ທາ​ນ້ຳຫອມ ແລະ ນຸ່ງ​ເຄື່ອງ​ໂຕ​ທີ່​ດີ​ທີ່ສຸດ. ຫລັງຈາກນັ້ນ​ກໍ​ໄປ​ທີ່​ລານ​ຟາດ​ເຂົ້າ, ແຕ່​ຢ່າ​ໃຫ້​ເພິ່ນ​ຮູ້​ວ່າ​ລູກ​ຢູ່​ທີ່​ນັ້ນ​ຈົນ​ກວ່າ​ເພິ່ນ​ຈະ​ກິນ ແລະ ດື່ມ​ແລ້ວ. 4ເມື່ອ​ເພິ່ນ​ນອນ​ລົງ, ຈົ່ງ​ສັງເກດ​ເບິ່ງ​ວ່າ​ເພິ່ນ​ນອນ​ຢູ່​ບ່ອນ​ໃດ. ແລ້ວ​ຈົ່ງ​ໄປ ແລະ ເປີດ​ຜ້າຫົ່ມ​ທີ່​ຕີນ​ຂອງ​ເພິ່ນ​ຂຶ້ນ ແລະ ນອນ​ລົງ​ຢູ່​ທີ່​ນັ້ນ. ເພິ່ນ​ຈະ​ບອກ​ລູກ​ວ່າ​ຈະ​ໃຫ້​ເຮັດ​ຫຍັງ”.
5ນາງ​ຣຸດ​ໄດ້​ຕອບ​ວ່າ, “ລູກ​ຈະ​ເຮັດ​ທຸກ​ສິ່ງ​ຕາມ​ທີ່​ແມ່​ບອກ”. 6ດັ່ງນັ້ນ ນາງ​ຣຸດ​ຈຶ່ງ​ໄດ້​ລົງ​ໄປ​ທີ່​ລານ​ຟາດ​ເຂົ້າ ແລະ ໄດ້​ເຮັດ​ຕາມ​ທີ່​ແມ່ຍ່າ​ບອກ​ຕົນ​ທຸກ​ສິ່ງ.
7ເມື່ອ​ໂບອາດ​ໄດ້​ກິນ ແລະ ດື່ມ​ຈົນ​ອິ່ມ​ໜຳ​ສຳລານ​ແລ້ວ ເພິ່ນ​ຈຶ່ງ​ໄປ​ນອນ​ລົງ​ຢູ່​ຂ້າງ​ກອງ​ເຂົ້າ, ນາງ​ຣຸດ​ຈຶ່ງ​ຄ່ອຍ​ຢ່ອງ​ເຂົ້າ​ໄປ​ຢ່າງ​ງຽບໆ, ເປີດ​ຜ້າຫົ່ມ​ທີ່​ຕີນ​ຂອງ​ໂບອາດ​ຂຶ້ນ ແລະ ນອນ​ລົງ​ຢູ່​ທີ່​ນັ້ນ. 8ໃນ​ຕອນ​ທ່ຽງ​ຄືນ​ມີ​ບາງ​ຢ່າງ​ເຮັດ​ໃຫ້​ຊາຍ​ຄົນ​ນັ້ນ​ຕົກ​ໃຈ; ເພິ່ນ​ໄດ້​ຫລຽວ​ເບິ່ງ ແລະ ມີ​ແມ່ຍິງ​ກຳລັງ​ນອນ​ຢູ່​ທີ່​ຕີນ​ຂອງ​ຕົນ!
9ເພິ່ນ​ໄດ້​ຖາມ​ວ່າ, “ເຈົ້າ​ແມ່ນ​ຜູ້ໃດ?”
ນາງ​ຣຸດ​ຕອບ​ວ່າ, “ຂ້ານ້ອຍ​ແມ່ນ​ຣຸດ​ຜູ້ຮັບໃຊ້​ຂອງ​ທ່ານ. ຂໍ​ໂຜດ​ພື​ເສື້ອ​ຂອງ​ທ່ານ​ຄຸມ​ໂຕ​ຂອງ​ຂ້ານ້ອຍ​ດ້ວຍ, ເພາະ​ທ່ານ​ເປັນ​ຍາດ​ພີ່ນ້ອງ​ໃກ້ຊິດ ເຊິ່ງ​ຈະ​ຊ່ວຍ​ໄຖ່​ຖອນ​ພວກຂ້ານ້ອຍ​ໄດ້”.
10ໂບອາດ​ໄດ້​ຕອບ​ວ່າ, “ລູກ​ສາວ, ຂໍ​ພຣະເຈົ້າ​ຢາເວ​ອວຍພອນ​ເຈົ້າ”. “ຄັ້ງ​ນີ້​ເຈົ້າ​ໄດ້​ສະແດງ​ນ້ຳ​ໃຈ​ຕໍ່​ນາໂອມີ​ຫລາຍ​ກວ່າ​ຄັ້ງ​ກ່ອນ ຄື​ເຈົ້າ​ບໍ່​ໄດ້​ເລືອກ​ຊາຍ​ໜຸ່ມ, ບໍ່​ວ່າ​ຈະ​ຮັ່ງມີ ຫລື ທຸກຍາກ. 11ແລະ ບັດນີ້, ລູກ​ສາວ, ຢ່າ​ຢ້ານ​ເລີຍ, ຂ້ອຍ​ຈະ​ເຮັດ​ຕາມ​ທີ່​ເຈົ້າ​ຂໍ​ທຸກ​ຢ່າງ. ພີ່ນ້ອງ​ຊາວ​ເມືອງ​ທຸກຄົນ​ຕ່າງ​ກໍ​ຮູ້​ວ່າ​ເຈົ້າ​ເປັນ​ຍິງ​ທີ່​ມີ​ຈິດ​ໃຈ​ງາມ. 12ເຖິງ​ແມ່ນ​ວ່າ​ຂ້ອຍ​ເປັນ​ຜູ້​ທີ່​ຊ່ວຍ​ໄຖ່​ຖອນ​ຄອບຄົວ​ຂອງ​ເຈົ້າ​ໄດ້​ກໍ​ຈິງ ແຕ່​ກໍ​ມີ​ອີກ​ຄົນ​ໜຶ່ງ​ທີ່​ເປັນ​ຍາດ​ພີ່ນ້ອງ​ໃກ້ຊິດ​ຫລາຍ​ກວ່າ​ຂ້ອຍ. 13ຈົ່ງ​ນອນ​ຢູ່​ທີ່​ນີ້​ຄືນ​ນີ້ ແລະ ໃນ​ຕອນ​ເຊົ້າ ຖ້າ​ລາວ​ຢາກ​ເຮັດ​ໜ້າທີ່​ຂອງ​ລາວ​ໃນ​ການ​ໄຖ່​ຖອນ​ຂອງ​ເຈົ້າ, ກໍ​ດີ​ແລ້ວ; ໃຫ້​ລາວ​ໄຖ່​ຖອນ​ເອົາ​ເຈົ້າ. ແຕ່​ຖ້າ​ລາວ​ບໍ່​ເຕັມ​ໃຈ, ຕາບ​ໃດ​ທີ່​ພຣະເຈົ້າ​ຢາເວ​ດຳລົງ​ຢູ່ ຂ້ອຍ​ກໍ​ຈະ​ເຮັດ​ໜ້າທີ່​ນີ້​ຢ່າງ​ແນ່ນອນ. ຈົ່ງ​ນອນ​ຢູ່​ທີ່​ນີ້​ຈົນ​ກວ່າ​ຈະ​ເຖິງ​ເຊົ້າ”.
14ດັ່ງນັ້ນ ນາງ​ຈຶ່ງ​ນອນ​ຢູ່​ທີ່​ຕີນ​ຂອງ​ເພິ່ນ​ຈົນ​ເຖິງ​ເຊົ້າ, ແຕ່​ໄດ້​ຕື່ນ​ຂຶ້ນ​ກ່ອນ​ທີ່​ຈະ​ມີ​ຄົນ​ສັງເກດ​ເຫັນ ແລະ ໂບອາດ​ໄດ້​ເວົ້າ​ວ່າ, “ຢ່າ​ໃຫ້​ຜູ້ໃດ​ຮູ້​ວ່າ​ມີ​ຍິງ​ຄົນ​ໜຶ່ງ​ໄດ້​ມາ​ທີ່​ລານ​ຟາດ​ເຂົ້າ​ນີ້”.
15ເພິ່ນ​ຍັງ​ໄດ້​ເວົ້າ​ອີກ​ວ່າ, “ຈົ່ງ​ເອົາ​ຜ້າ​ທີ່​ເຈົ້າ​ຄຸມ​ບ່າ​ຢູ່​ນັ້ນ​ມາ​ໃຫ້​ຂ້ອຍ ແລະ ພື​ຜ້າ​ນັ້ນ​ອອກ”. ເມື່ອ​ນາງ​ເຮັດ​ຕາມ, ເພິ່ນ​ກໍ​ໄດ້​ຖອກ​ເຂົ້າບາເລ​ຈຳນວນ 6 ເຄື່ອງຜອງ​ໃສ່​ໃນ​ຜ້າ​ນັ້ນ ແລະ ຍົກ​ໃຫ້​ນາງ​ແບກ​ໄປ. ຫລັງ​ຈາກ​ນັ້ນ ເພິ່ນ#3:15 ຫລື ນາງ​ກໍ​ກັບ​ເຂົ້າ​ໄປ​ໃນ​ເມືອງ.
16ເມື່ອ​ນາງ​ຣຸດ​ກັບ​ມາ​ຫາ​ແມ່ຍ່າ​ຂອງ​ຕົນ, ນາງ​ນາໂອມີ​ໄດ້​ຖາມ​ວ່າ, “ເປັນ​ຢ່າງໃດ, ລູກ​ຂອງ​ແມ່?”
ຫລັງຈາກນັ້ນ ນາງ​ກໍ​ໄດ້​ເລົ່າ​ທຸກສິ່ງ​ທີ່​ໂບອາດ​ໄດ້​ເຮັດ​ກັບ​ຕົນ​ໃຫ້​ນາງ​ນາໂອມີ​ຟັງ 17ແລະ ຍັງ​ເວົ້າ​ອີກ​ວ່າ, “ເພິ່ນ​ໄດ້​ມອບ​ເຂົ້າບາເລ​ຈຳນວນ 6 ເຄື່ອງຜອງ​ໃຫ້​ແກ່​ລູກ, ໂດຍ​ເວົ້າ​ວ່າ, ‘ຢ່າ​ກັບ​ໄປ​ຫາ​ແມ່ຍ່າ​ຂອງ​ເຈົ້າ​ດ້ວຍ​ມື​ເປົ່າ​ເລີຍ’ ”.
18ຫລັງ​ຈາກ​ນັ້ນ ນາງ​ນາໂອມີ​ກໍ​ໄດ້​ເວົ້າ​ວ່າ, “ຈົ່ງ​ລໍຖ້າ, ລູກ​ຂອງ​ແມ່, ຈົນ​ກວ່າ​ເຈົ້າ​ຈະ​ຮູ້​ວ່າ​ເລື່ອງ​ນີ້​ຈະ​ເປັນ​ໄປ​ຢ່າງ​ໃດ. ເພາະ​ໂບອາດ​ຈະ​ບໍ່​ຢູ່​ເສີຍ​ຈົນ​ກວ່າ​ຈະ​ຈັດການ​ເລື່ອງ​ນີ້​ໃຫ້​ຮຽບຮ້ອຍ​ໃນ​ວັນ​ນີ້”.