Bible App logo
Search Icon

ນາງຣຸດ 2

2
ນາງ​ຣຸດ​ໄດ້​ພົບ​ໂບອາດ​ຢູ​ໃນ​ທົ່ງນາ
1ບັດນີ້ ນາງ​ນາໂອມີ​ນັ້ນ​ມີ​ຍາດ​ພີ່ນ້ອງ​ຝ່າຍ​ຜົວ​ຄົນ​ໜຶ່ງ, ເຊິ່ງ​ມີ​ຖານະ​ດີ​ຢູ່​ໃນ​ຕະກຸນ​ດຽວ​ກັນ​ກັບ​ເອລີເມເຫລັກ, ລາວ​ຊື່​ໂບອາດ.
2ຝ່າຍ​ນາງ​ຣຸດ ທີ່​ເປັນ​ຍິງ​ສາວ​ຊາວ​ໂມອາບ​ໄດ້​ເວົ້າ​ກັບ​ນາງ​ນາໂອມີ​ວ່າ, “ໃຫ້​ລູກ​ເຂົ້າ​ໄປ​ທົ່ງນາ ແລະ ລໍຖ້າ​ເກັບ​ເອົາ​ຮວງ​ເຂົ້າ​ທີ່​ຕົກ​ຕາມ​ຫລັງ​ຜູ້​ທີ່​ມີ​ໃຈ​ເມດຕາ​ຕໍ່​ລູກ”.
ນາງ​ນາໂອມີ​ໄດ້​ຕອບ​ວ່າ, “ຈົ່ງ​ໄປ​ເລີຍ​ລູກ”. 3ດັ່ງ​ນັ້ນ ນາງ​ຣຸດ​ຈຶ່ງ​ອອກ​ໄປ, ເຂົ້າ​ໄປ​ໃນ​ນາ ແລະ ເລີ່ມ​ເກັບ​ເອົາ​ຮວງ​ເຂົ້າ​ທີ່​ຕົກ​ເຮ່ຍ​ຕາມ​ຫລັງ​ຄົນ​ກ່ຽວ​ເຂົ້າ. ປາກົດ​ວ່າ, ທົ່ງນາ​ທີ່​ນາງ​ຣຸດ​ເຂົ້າ​ໄປ​ນັ້ນ​ເປັນ​ຂອງ​ໂບອາດ, ເຊິ່ງ​ເປັນ​ຄົນ​ຕະກຸນ​ດຽວ​ກັນ​ກັບ​ເອລີເມເຫລັກ.
4ຂະນະ​ນັ້ນ​ໂບອາດ​ຫາ​ກໍ​ກັບ​ມາ​ຈາກ​ເບັດເລເຮັມ ແລະ ໄດ້​ກ່າວ​ທັກທາຍ​ຄົນ​ກ່ຽວ​ເຂົ້າ​ວ່າ, “ຂໍ​ພຣະເຈົ້າ​ຢາເວ​ສະຖິດ​ຢູ່​ກັບ​ພວກເຈົ້າ!”
ພວກເຂົາ​ໄດ້​ຕອບ​ວ່າ, “ຂໍ​ພຣະເຈົ້າ​ຢາເວ​ອວຍພອນ​ທ່ານ!”
5ໂບອາດ​ຖາມ​ຫົວໜ້າ​ຄົນ​ງານ​ກ່ຽວ​ເຂົ້າ​ວ່າ, “ຍິງ​ສາວ​ຄົນ​ນັ້ນ​ເປັນ​ຄົນ​ຂອງ​ຜູ້ໃດ?”
6ຫົວໜ້າ​ຄົນ​ງານ​ໄດ້​ຕອບ​ວ່າ, “ນາງ​ແມ່ນ​ຍິງ​ຊາວ​ໂມອາບ​ທີ່​ກັບ​ມາ​ຈາກ​ໂມອາບ​ພ້ອມ​ກັບ​ນາງ​ນາໂອມີ. 7ນາງ​ໄດ້​ເວົ້າ​ວ່າ ‘ຂໍ​ອະນຸຍາດ​ໃຫ້​ຂ້ອຍ​ເກັບ​ຮວງ​ເຂົ້າ​ທີ່​ຕົກ​ເຮ່ຍ​ຕາມ​ຫລັງ​ຄົນ​ກ່ຽວ​ເຂົ້າ​ດ້ວຍ’. ນາງ​ໄດ້​ເຂົ້າ​ມາ​ທີ່​ທົ່ງນາ ແລະ ຢູ່​ທີ່​ນີ້​ຕັ້ງ​ແຕ່​ເຊົ້າ​ຈົນ​ຮອດ​ດຽວ​ນີ້, ມີ​ແຕ່​ຢຸດ​ພັກ​ຢູ່​ກ້ອງ​ຮົ່ມໄມ້​ໜ້ອຍ​ໜຶ່ງ”.
8ໂບອາດ​ຈຶ່ງ​ໄດ້​ເວົ້າ​ກັບ​ນາງ​ຣຸດ​ວ່າ, “ລູກ​ເອີຍ, ຈົ່ງ​ຟັງ​ຂ້ອຍ. ບໍ່​ຕ້ອງ​ໄປ ແລະ ເກັບ​ເຂົ້າ​ໃນ​ນາ​ອື່ນ ແລະ ບໍ່​ຕ້ອງ​ໄປ​ຈາກ​ທີ່​ນີ້. ຈົ່ງ​ຢູ່​ທີ່​ນີ້​ກັບ​ຄົນ​ງານ​ຜູ້ຍິງ​ທີ່​ເຮັດ​ວຽກ​ໃຫ້​ຂ້ອຍ. 9ເບິ່ງ​ທີ່​ທົ່ງນາ​ບ່ອນ​ທີ່​ຄົນ​ກຳລັງ​ກ່ຽວເຂົ້າ​ຢູ່​ນັ້ນ ແລະ ຕິດຕາມ​ພວກ​ແມ່ຍິງ. ຂ້ອຍ​ໄດ້​ສັ່ງ​ພວກ​ຜູ້ຊາຍ​ໄວ້​ແລ້ວ​ບໍ່​ໃຫ້​ມາ​ວຸ້ນວາຍ​ກັບ​ເຈົ້າ ແລະ ເມື່ອ​ໃດ​ທີ່​ເຈົ້າ​ຫິວ​ນ້ຳ, ກໍ​ຈົ່ງ​ໄປ​ດື່ມ​ຈາກ​ໄຫ​ນ້ຳ​ທີ່​ພວກ​ຜູ້ຊາຍ​ໄດ້​ຕັກ​ໄວ້”.
10ນາງ​ຣຸດ​ຈຶ່ງ​ກົ້ມ​ໜ້າ​ຂອງ​ຕົນ​ລົງ​ທີ່​ພື້ນ. ນາງ​ໄດ້​ຖາມ​ວ່າ, “ດ້ວຍ​ເຫດ​ໃດ​ຂ້ານ້ອຍ​ຈຶ່ງ​ເປັນ​ທີ່​ພໍໃຈ​ໃນ​ສາຍ​ຕາ​ຂອງ​ທ່ານ​ຢ່າງ​ນີ້ ທັງ​ທີ່​ຂ້ານ້ອຍ​ກໍ​ເປັນ​ພຽງ​ຄົນ​ຕ່າງຊາດ?”
11ໂບອາດ​ໄດ້​ຕອບ​ວ່າ, “ຂ້ອຍ​ໄດ້​ຍິນ​ທຸກ​ຢ່າງ​ກ່ຽວກັບ​ເຈົ້າ ທີ່​ເຈົ້າ​ໄດ້​ເຮັດ​ຕໍ່​ແມ່​ຍ່າ​ຂອງ​ເຈົ້າ ຕັ້ງ​ແຕ່​ຜົວ​ຂອງ​ເຈົ້າ​ຕາຍ​ໄປ ທັງ​ຮູ້​ເຖິງ​ການ​ທີ່​ເຈົ້າ​ຈາກ​ພໍ່​ແມ່ ແລະ ບ້ານ​ເກີດ​ເມືອງ​ນອນ​ຂອງ​ເຈົ້າ ແລະ ມາ​ອາໄສ​ຢູ່​ກັບ​ຄົນ​ທີ່​ເຈົ້າ​ບໍ່​ເຄີຍ​ຮູ້​ຈັກ​ມາ​ກ່ອນ. 12ຂໍ​ພຣະເຈົ້າ​ຢາເວ​ຕອບ​ແທນ​ທຸກ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ນັ້ນ. ຂໍ​ໃຫ້​ເຈົ້າ​ໄດ້​ຮັບ​ລາງວັນ​ອັນ​ອຸດົມ​ຈາກ​ພຣະເຈົ້າ​ຢາເວ, ຄື​ພຣະເຈົ້າ​ແຫ່ງ​ອິດສະຣາເອນ, ຜູ້​ທີ່​ເຈົ້າ​ເຂົ້າ​ມາ​ລີ້ໄພ​ຢູ່​ໃຕ້​ປີກ​ຂອງ​ພຣະອົງ#2:12 ຫລື ໃຕ້​ຮົ່ມ​ປີກ”.
13ນາງ​ຣຸດ​ຈຶ່ງ​ເວົ້າ​ວ່າ, “ເຈົ້ານາຍ​ຂອງ​ຂ້ານ້ອຍ, ຂໍ​ໃຫ້​ຂ້ານ້ອຍ​ເປັນ​ທີ່​ພໍໃຈ​ຂອງ​ທ່ານ​ຕໍ່​ໄປ ທ່ານ​ໄດ້​ປອບ​ໃຈ​ຂ້ານ້ອຍ ແລະ ເວົ້າ​ກັບ​ຂ້ານ້ອຍ​ທີ່​ເປັນ​ຜູ້ຮັບໃຊ້​ຂອງ​ທ່ານ​ຢ່າງ​ກະລຸນາ ທັງ​ທີ່​ຂ້ານ້ອຍ​ກໍ​ບໍ່​ໄດ້​ເປັນ​ຄົນ​ງານ​ຂອງ​ທ່ານ”.
14ເມື່ອ​ເຖິງ​ເວລາ​ກິນ​ເຂົ້າ ໂບອາດ​ກໍ​ໄດ້​ເວົ້າ​ກັບ​ນາງ​ວ່າ, “ຈົ່ງ​ມາ​ທາງ​ນີ້. ມາ​ກິນ​ເຂົ້າຈີ່ ແລະ ເອົາ​ເຂົ້າຈີ່​ຈ້ຳ​ເຫລົ້າ​ອະງຸ່ນ”.
ຂະນະ​ທີ່​ນາງ​ນັ່ງ​ຮ່ວມ​ວົງ​ກັບ​ບັນດາ​ຄົນ​ກ່ຽວ​ເຂົ້າ, ໂບອາດ​ໄດ້​ຍື່ນ​ເຂົ້າຂົ້ວ​ຈຳນວນ​ໜຶ່ງ​ໃຫ້​ນາງ. ນາງ​ໄດ້​ກິນ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ນາງ​ຈົນ​ອິ່ມ ແລະ ຍັງ​ເຫລືອ​ຢູ່​ຈໍານວນ​ໜຶ່ງ. 15ເມື່ອ​ນາງ​ລຸກ​ຂຶ້ນ​ໄປ​ເກັບ​ເຂົ້າ​ອີກ, ໂບອາດ​ກໍ​ໄດ້​ສັ່ງ​ຄົນ​ງານ​ຂອງ​ຕົນ​ວ່າ, “ປ່ອຍ​ໃຫ້​ນາງ​ເກັບ​ເອົາ​ເຂົ້າ​ຈາກ​ຟ່ອນ​ເຂົ້າ ແລະ ຢ່າ​ຕຳໜິ​ນາງ. 16ຈົ່ງ​ດຶງ​ຮວງເຂົ້າ​ອອກ​ຈາກ​ມັດ​ຖິ້ມ​ລົງ​ໃຫ້​ນາງ​ດ້ວຍ ແລະ ປະ​ຮວງເຂົ້າ​ໄວ້​ໃຫ້​ນາງ​ເກັບ​ເອົາ ແລະ ຢ່າ​ຮ້າຍ​ນາງ”.
17ດັ່ງນັ້ນ ນາງ​ຣຸດ​ຈຶ່ງ​ໄດ້​ເກັບ​ເອົາ​ເຂົ້າ​ທີ່​ຢູ່​ໃນ​ນາ​ຈົນ​ຮອດ​ຄໍ່າ. ຫລັງ​ຈາກ​ນັ້ນ ນາງ​ກໍ​ໄດ້​ຟາດ​ເຂົ້າ​ທີ່​ເກັບ​ມາ ແລະ ໄດ້​ເຂົ້າ​ປະມານ 1 ເອຟາ.#2:17 ປະມານ 22 ລິດ 18ນາງ​ນຳ​ເອົາ​ເຂົ້າ​ນັ້ນ​ກັບ​ໄປ​ໃນ​ເມືອງ ແລະ ແມ່ຍ່າ​ກໍ​ຂອງ​ລາວ​ເຫັນ​ວ່າ​ລາວ​ເກັບ​ເຂົ້າ​ໄດ້​ຫລາຍ. ນາງ​ຣຸດ​ຍັງ​ໄດ້​ນຳ​ເອົາ​ອາຫານ​ທີ່​ເຫລືອ​ຫລັງ​ຈາກ​ທີ່​ນາງ​ກິນ​ຈົນ​ພໍ​ແລ້ວ​ນັ້ນ​ອອກ​ມາ ແລະ ໃຫ້​ແມ່ຍ່າ​ດ້ວຍ.
19ແມ່ຍ່າ​ຂອງ​ນາງ​ໄດ້​ຖາມ​ນາງ​ວ່າ, “ມື້​ນີ້​ລູກ​ໄປ​ເກັບ​ເຂົ້າ​ຢູ່​ໃສ? ລູກ​ໄປ​ເຮັດ​ວຽກ​ຢູ່​ໃສ? ຂໍ​ພຣະເຈົ້າ​ອວຍພອນ​ຄົນ​ນັ້ນ​ທີ່​ໃຈ​ດີ​ຕໍ່​ລູກ!”
ນາງ​ຣຸດ​ຈຶ່ງ​ໄດ້​ເລົ່າ​ໃຫ້​ແມ່ຍ່າ​ຂອງ​ຕົນ​ຟັງ​ກ່ຽວ​ກັບ​ບ່ອນ​ທີ່​ຕົນ​ໄດ້​ໄປ​ເຮັດ​ວຽກ​ນັ້ນ. ນາງ​ເວົ້າ​ວ່າ, “ເຈົ້າ​ຂອງ​ນາ​ທີ່​ລູກ​ໄປ​ເຮັດ​ວຽກ​ມື້​ນີ້​ມີ​ຊື່​ວ່າ​ໂບອາດ”.
20ນາງ​ນາໂອມີ​ຈຶ່ງ​ເວົ້າ​ກັບ​ລູກ​ໃພ້​ຂອງ​ຕົນ​ວ່າ, “ຂໍ​ພຣະເຈົ້າ​ຢາເວ​ອວຍພອນ​ເພິ່ນ​ດ້ວຍ! ພຣະອົງ​ບໍ່​ໄດ້​ຢຸດ​ໃນ​ການ​ສະແດງ​ຄວາມ​ເມດຕາ​ປານີ​ຕໍ່​ຄົນ​ທີ່​ຍັງ​ມີ​ຊີວິດ​ຢູ່ ແລະ ຄົນ​ທີ່​ຕາຍ​ໄປ​ແລ້ວ. ນາງ​ນາໂອມີ​ຍັງ​ເວົ້າ​ຕື່ມ​ອີກ​ວ່າ, ຊາຍ​ຄົນ​ນີ້​ເປັນ​ຍາດ​ພີ່ນ້ອງ​ໃກ້ຊິດ​ຄົນ​ໜຶ່ງ​ຂອງ​ພວກເຮົາ, ເພິ່ນ​ເປັນ​ຜູ້​ໜຶ່ງ​ທີ່​ຈະ​ຊ່ວຍ​ໄຖ່​ພວກເຮົາ​ຄືນ​ໄດ້”.
21ດັ່ງນັ້ນ ນາງ​ຣຸດ​ຍິງ​ສາວ​ຊາວ​ໂມອາບ​ຈຶ່ງ​ໄດ້​ເວົ້າ​ວ່າ, “ເພິ່ນ​ຍັງ​ໄດ້​ເວົ້າ​ກັບ​ລູກ​ວ່າ, ‘ຈົ່ງ​ຢູ່​ກັບ​ຄົນ​ງານ​ຂອງ​ຂ້ອຍ​ຈົນ​ກວ່າ​ພວກເຂົາ​ຈະ​ເກັບ​ກ່ຽວ​ເຂົ້າ​ທັງໝົດ​ຂອງ​ຂ້ອຍ​ແລ້ວ’ ”.
22ນາງ​ນາໂອມີ​ໄດ້​ເວົ້າ​ກັບ​ນາງ​ຣຸດ​ລູກ​ໃພ້​ຂອງ​ຕົນ​ວ່າ, “ລູກ​ແມ່, ມັນ​ເປັນ​ການ​ດີ​ຕໍ່​ເຈົ້າ, ໃນ​ການ​ໄປ​ກັບ​ຄົນ​ງານ​ແມ່ຍິງ​ທີ່​ເຮັດ​ວຽກ​ໃຫ້​ລາວ, ເພາະ​ຖ້າ​ໄປ​ຢູ່​ໃນ​ນາ​ຂອງ​ຄົນ​ອື່ນ ລູກ​ອາດ​ໄດ້​ຮັບ​ອັນຕະລາຍ”.
23ດັ່ງນັ້ນ ນາງ​ຣຸດ​ຈຶ່ງ​ໄດ້​ເກັບ​ເຂົ້າ​ຢູ່​ກັບ​ຄົນ​ງານ​ແມ່ຍິງ​ຂອງ​ໂບອາດ​ຈົນ​ເກັບກ່ຽວ​ເຂົ້າບາເລ ແລະ ເຂົ້າຫວີດ​ແລ້ວ. ແລ້ວ​ນາງ​ກໍ​ໄດ້​ອາໄສ​ຢູ່​ກັບ​ແມ່ຍ່າ​ຂອງ​ຕົນ.

Currently Selected:

ນາງຣຸດ 2: LCV

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in