ໂຣມ 8:16-17
ໂຣມ 8:16-17 LCV
ພຣະວິນຍານເອງໄດ້ຢືນຢັນຮ່ວມກັບຈິດວິນຍານຂອງພວກເຮົາວ່າພວກເຮົາເປັນບຸດຂອງພຣະເຈົ້າ. ບັດນີ້ ຖ້າພວກເຮົາເປັນບຸດຂອງພຣະອົງແລ້ວພວກເຮົາກໍເປັນຜູ້ຮັບມໍລະດົກ ຄືເປັນຜູ້ຮັບມໍລະດົກຈາກພຣະເຈົ້າ ແລະ ເປັນຜູ້ຮ່ວມຮັບມໍລະດົກດ້ວຍກັນກັບພຣະຄຣິດເຈົ້າ, ຖ້າພວກເຮົາຮ່ວມທົນທຸກທໍລະມານດ້ວຍກັນກັບພຣະອົງ ພວກເຮົາກໍຈະໄດ້ຮ່ວມໃນສະຫງ່າລາສີຂອງພຣະອົງດ້ວຍ.





