ໂຣມ 6
6
ຕາຍຕໍ່ຄວາມບາບ ມີຊີວິດຢູ່ໃນພຣະຄຣິດເຈົ້າ
1ຖ້າເປັນຢ່າງນັ້ນແລ້ວພວກເຮົາຈະວ່າຢ່າງໃດ? ພວກເຮົາຄວນສືບຕໍ່ເຮັດບາບເພື່ອວ່າພຣະຄຸນຂອງພຣະເຈົ້າອາດເພີ່ມຂຶ້ນບໍ? 2ບໍ່ເປັນຢ່າງນັ້ນດອກ! ພວກເຮົາເປັນຜູ້ທີ່ໄດ້ຕາຍຕໍ່ບາບກຳນັ້ນແລ້ວ; ພວກເຮົາຈະດຳເນີນຊີວິດໃນຄວາມບາບນັ້ນຕໍ່ໄປໄດ້ຢ່າງໃດ? 3ຫລື ພວກເຈົ້າບໍ່ຮູ້ບໍວ່າພວກເຮົາທັງໝົດທີ່ໄດ້ຮັບບັບຕິສະມາເຂົ້າໃນພຣະຄຣິດເຈົ້າເຢຊູ ກໍໄດ້ຮັບບັບຕິສະມາເຂົ້າໃນຄວາມຕາຍຂອງພຣະອົງ? 4ເຫດສະນັ້ນ, ພວກເຮົາຈຶ່ງຖືກຝັງໄວ້ກັບພຣະອົງແລ້ວ ໂດຍການຮັບບັບຕິສະມາເຂົ້າໃນຄວາມຕາຍຂອງພຣະອົງ ເພື່ອວ່າພວກເຮົາເອງກໍຈະໄດ້ມີຊີວິດໃໝ່ ເໝືອນດັ່ງທີ່ພຣະຄຣິດເຈົ້າໄດ້ຖືກເຮັດໃຫ້ເປັນຄືນມາຈາກຕາຍດ້ວຍສະຫງ່າລາສີຂອງພຣະບິດາເຈົ້າ.
5ເພາະຖ້າພວກເຮົາໄດ້ມີສ່ວນຮ່ວມກັບພຣະອົງໃນການຕາຍເໝືອນພຣະອົງແລ້ວ, ພວກເຮົາກໍຈະມີສ່ວນຮ່ວມໃນການເປັນຄືນມາຈາກຕາຍເໝືອນພຣະອົງ. 6ເພາະພວກເຮົາຮູ້ແລ້ວວ່າ ຊີວິດເກົ່າຂອງພວກເຮົາຖືກຄຶງໄວ້ກັບພຣະອົງແລ້ວ ເພື່ອວ່າກາຍທີ່ຖືກຄອບຄອງໂດຍບາບນັ້ນຈະຖືກກຳຈັດໄປ#6:6 ຫລື ຈະຖືກເຮັດໃຫ້ໝົດລິດອຳນາດ ເພື່ອພວກເຮົາຈະບໍ່ເປັນຂ້າທາດຂອງຄວາມບາບອີກຕໍ່ໄປ 7ເພາະວ່າ ຜູ້ໃດທີ່ຕາຍໄປແລ້ວກໍເປັນອິດສະຫລະຈາກຄວາມບາບ.
8ບັດນີ້ ຖ້າພວກເຮົາໄດ້ຕາຍກັບພຣະຄຣິດເຈົ້າແລ້ວ, ພວກເຮົາເຊື່ອວ່າພວກເຮົາຈະມີຊີວິດຢູ່ດ້ວຍກັນກັບພຣະອົງ. 9ເພາະພວກເຮົາຮູ້ວ່າພຣະຄຣິດເຈົ້າຖືກເຮັດໃຫ້ເປັນຄືນມາຈາກຕາຍແລ້ວ ພຣະອົງຈະບໍ່ມີວັນຕາຍອີກ, ຄວາມຕາຍບໍ່ມີອຳນາດເໜືອພຣະອົງອີກຕໍ່ໄປ. 10ທີ່ພຣະອົງຕາຍນັ້ນກໍຕາຍຕໍ່ບາບຄັ້ງດຽວພໍ ແຕ່ທີ່ພຣະອົງມີຊີວິດຢູ່ນັ້ນພຣະອົງກໍມີຊີວິດຢູ່ເພື່ອພຣະເຈົ້າ.
11ໃນທຳນອງດຽວກັນ ຈົ່ງຖືວ່າພວກເຈົ້າເອງໄດ້ຕາຍຕໍ່ຄວາມບາບແລ້ວ ແຕ່ມີຊີວິດຢູ່ເພື່ອພຣະເຈົ້າໃນພຣະຄຣິດເຈົ້າເຢຊູ. 12ເຫດສະນັ້ນ, ຢ່າໃຫ້ຄວາມບາບໄດ້ຄອບຄອງຮ່າງກາຍທີ່ຕ້ອງຕາຍຂອງພວກເຈົ້າ ເຊິ່ງເຮັດໃຫ້ພວກເຈົ້າຕ້ອງຍອມເຮັດຕາມຄວາມປາຖະໜາຊົ່ວຂອງຮ່າງກາຍນັ້ນ. 13ຢ່າມອບອະໄວຍະວະສ່ວນໃດໃນຮ່າງກາຍຂອງພວກເຈົ້າໃຫ້ແກ່ຄວາມບາບ ເພື່ອເປັນເຄື່ອງມືຂອງຄວາມຊົ່ວຮ້າຍ ແຕ່ຈົ່ງຖວາຍໂຕຂອງພວກເຈົ້າເອງແກ່ພຣະເຈົ້າໃນຖານະເປັນຜູ້ທີ່ຖືກບັນດານໃຫ້ເປັນຄືນມາຈາກຕາຍສູ່ຊີວິດ; ແລະ ຈົ່ງຖວາຍອະໄວຍະວະທຸກສ່ວນໃນຮ່າງກາຍຂອງພວກເຈົ້າແກ່ພຣະອົງ ເພື່ອເປັນເຄື່ອງມືຂອງຄວາມຊອບທຳ. 14ເພາະຄວາມບາບຈະບໍ່ເປັນນາຍຂອງພວກເຈົ້າອີກຕໍ່ໄປ, ເພາະວ່າພວກເຈົ້າບໍ່ໄດ້ຢູ່ພາຍໃຕ້ກົດບັນຍັດ, ແຕ່ຢູ່ພາຍໃຕ້ພຣະຄຸນ.
ຂ້າທາດຂອງຄວາມຊອບທຳ
15ຖ້າເປັນເຊັ່ນນີ້ແລ້ວຈະວ່າຢ່າງໃດ? ພວກເຮົາຈະເຮັດບາບເພາະພວກເຮົາບໍ່ໄດ້ຢູ່ພາຍໃຕ້ກົດບັນຍັດແຕ່ຢູ່ພາຍໃຕ້ພຣະຄຸນບໍ? ຢ່າໃຫ້ເປັນຢ່າງນັ້ນເລີຍ! 16ພວກເຈົ້າບໍ່ຮູ້ບໍວ່າ ເມື່ອພວກເຈົ້າຍອມມອບພວກເຈົ້າເອງໃຫ້ເຊື່ອຟັງຢ່າງຂ້າທາດຕໍ່ຜູ້ໃດ ພວກເຈົ້າກໍເປັນຂ້າທາດຂອງຜູ້ທີ່ພວກເຈົ້າເຊື່ອຟັງນັ້ນ? ບໍ່ວ່າພວກເຈົ້າຈະເປັນຂ້າທາດຂອງຄວາມບາບ ເຊິ່ງນຳໄປສູ່ຄວາມຕາຍ ຫລື ເປັນຂ້າທາດຂອງການເຊື່ອຟັງ ເຊິ່ງນຳໄປສູ່ຄວາມຊອບທຳ. 17ແຕ່ຈົ່ງຂອບພຣະຄຸນພຣະເຈົ້າທີ່ເຖິງແມ່ນວ່າພວກເຈົ້າເຄີຍເປັນຂ້າທາດຂອງຄວາມບາບ ແຕ່ພວກເຈົ້າກໍໄດ້ເຊື່ອຟັງຄຳສອນທີ່ໄດ້ມອບໝາຍໃຫ້ແກ່ພວກເຈົ້ານັ້ນຢ່າງສຸດໃຈ. 18ພວກເຈົ້າໄດ້ຮັບການປົດປ່ອຍໃຫ້ເປັນອິດສະຫລະຈາກຄວາມບາບ ແລະ ໄດ້ກາຍເປັນຂ້າທາດຂອງຄວາມຊອບທຳແລ້ວ.
19ເຮົາກຳລັງຍົກຕົວຢ່າງຈາກຊີວິດປະຈໍາວັນກໍເພາະຄວາມຈໍາກັດຂອງຄວາມເປັນມະນຸດຂອງພວກເຈົ້າ. ເຊັ່ນດຽວກັນກັບທີ່ພວກເຈົ້າເຄີຍມອບຕົນເອງໃຫ້ເປັນຂ້າທາດຂອງຄວາມເປື້ອນເປິ ແລະ ຄວາມຊົ່ວຮ້າຍທີ່ເພີ່ມຂຶ້ນເລື້ອຍໆຢ່າງໃດ, ບັດນີ້ ພວກເຈົ້າກໍຈົ່ງມອບຕົນເອງໃຫ້ເປັນຂ້າທາດຂອງຄວາມຊອບທຳທີ່ນຳມາສູ່ຄວາມບໍລິສຸດ. 20ເມື່ອພວກເຈົ້າເປັນຂ້າທາດຂອງຄວາມບາບ ພວກເຈົ້າກໍບໍ່ໄດ້ຢູ່ພາຍໃຕ້ການຄຸ້ມຄອງຂອງຄວາມຊອບທຳ. 21ໃນເວລານັ້ນພວກເຈົ້າໄດ້ຮັບປະໂຫຍດຫຍັງຈາກສິ່ງເຫລົ່ານັ້ນ ເຊິ່ງເວລານີ້ພວກເຈົ້າກໍລະອາຍໃຈ? ຜົນຂອງສິ່ງເຫລົ່ານັ້ນກໍຄືຄວາມຕາຍ! 22ແຕ່ບັດນີ້ພວກເຈົ້າໄດ້ເປັນອິດສະຫລະຈາກຄວາມບາບແລ້ວ ແລະ ໄດ້ກາຍເປັນຂ້າທາດຂອງພຣະເຈົ້າແລ້ວ, ປະໂຫຍດທີ່ພວກເຈົ້າໄດ້ຮັບນັ້ນນຳໄປສູ່ຄວາມບໍລິສຸດ ແລະ ຜົນທີ່ໄດ້ຮັບກໍຄືຊີວິດນິລັນດອນ. 23ເພາະຄ່າຕອບແທນຂອງຄວາມບາບກໍຄືຄວາມຕາຍ, ແຕ່ຂອງປະທານທີ່ມາຈາກພຣະເຈົ້າກໍຄືຊີວິດນິລັນດອນໃນ#6:23 ຫລື ຜ່ານທາງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ.
Currently Selected:
ໂຣມ 6: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: