ໂຣມ 5
5
ສັນຕິສຸກ ແລະ ຄວາມຫວັງ
1ເຫດສະນັ້ນ, ເມື່ອພວກເຮົາໄດ້ຖືກນັບເປັນຜູ້ຊອບທຳໂດຍຄວາມເຊື່ອແລ້ວ, ພວກເຮົາ#5:1 ສະບັບທີ່ຂຽນດ້ວຍມືຫລາຍສະບັບວ່າ ໃຫ້ພວກເຮົາຈຶ່ງມີສັນຕິສຸກກັບພຣະເຈົ້າໂດຍທາງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ, 2ໂດຍທາງພຣະອົງ ພວກເຮົາຈຶ່ງໄດ້ເຂົ້າໃນຮົ່ມພຣະຄຸນທີ່ພວກເຮົາຢືນຢູ່ດ້ວຍຄວາມເຊື່ອ. ແລະ ພວກເຮົາ#5:2 ສະບັບທີ່ຂຽນດ້ວຍມືຫລາຍສະບັບວ່າ ໃຫ້ພວກເຮົາຈຶ່ງຊື່ນຊົມຍິນດີໃນຄວາມຫວັງທີ່ຈະໄດ້ມີສ່ວນໃນສະຫງ່າລາສີຂອງພຣະເຈົ້າ. 3ຫລາຍກວ່ານັ້ນອີກ ແຕ່ພວກເຮົາ#5:3 ສະບັບທີ່ຂຽນດ້ວຍມືຫລາຍສະບັບວ່າ ໃຫ້ພວກເຮົາຍັງຊື່ນຊົມຍິນດີໃນຄວາມທຸກຍາກລໍາບາກຂອງພວກເຮົາດ້ວຍ, ເພາະພວກເຮົາຮູ້ແລ້ວວ່າຄວາມທຸກຍາກລໍາບາກນັ້ນເຮັດໃຫ້ເກີດມີຄວາມອົດທົນ, 4ຄວາມອົດທົນເຮັດໃຫ້ພວກເຮົາມີລັກສະນະນິໄສທີ່ພິສູດແລ້ວວ່າໃຊ້ການໄດ້ ແລະ ລັກສະນະນິໄສຢ່າງນີ້ເຮັດໃຫ້ມີຄວາມຫວັງ 5ແລະ ຄວາມຫວັງບໍ່ເຮັດໃຫ້ພວກເຮົາຕ້ອງອັບອາຍ#5:5 ຫລື ຜິດຫວັງ ເພາະວ່າພຣະເຈົ້າໄດ້ຖອກເທຄວາມຮັກຂອງພຣະອົງເຂົ້າມາໃນຈິດໃຈຂອງພວກເຮົາໂດຍທາງພຣະວິນຍານບໍລິສຸດເຈົ້າຜູ້ທີ່ພຣະເຈົ້າໄດ້ມອບໃຫ້ແກ່ພວກເຮົາແລ້ວ.
6ຂະນະທີ່ພວກເຮົາຍັງຂາດກຳລັງຢູ່ນັ້ນ, ພຣະຄຣິດເຈົ້າໄດ້ຕາຍເພື່ອຄົນບາບໃນເວລາທີ່ເໝາະສົມ. 7ຫາຍາກທີ່ສຸດຈະມີຄົນຍອມຕາຍເພື່ອຄົນຊອບທຳ, ເຖິງວ່າອາດຈະມີບາງຄົນກ້າຕາຍເພື່ອຄົນດີກໍໄດ້. 8ແຕ່ພຣະເຈົ້າໄດ້ສະແດງຄວາມຮັກຂອງພຣະອົງເອງແກ່ພວກເຮົາທັງຫລາຍຄື: ຂະນະທີ່ພວກເຮົາຍັງເປັນຄົນບາບຢູ່ນັ້ນ ພຣະຄຣິດເຈົ້າໄດ້ຕາຍເພື່ອພວກເຮົາ.
9ໃນເມື່ອບັດນີ້ພວກເຮົາໄດ້ຖືກນັບວ່າເປັນຜູ້ຊອບທຳແລ້ວໂດຍເລືອດຂອງພຣະອົງແລ້ວ ຫລາຍກວ່ານັ້ນອີກພວກເຮົາຈະໄດ້ພົ້ນຈາກຄວາມໂກດຮ້າຍຂອງພຣະເຈົ້າຜ່ານທາງພຣະອົງຢ່າງແນ່ນອນ! 10ເພາະວ່າຖ້າພວກເຮົາຍັງໄດ້ຄືນດີກັນກັບພຣະເຈົ້າໂດຍການຕາຍຂອງພຣະບຸດຂອງພຣະອົງໃນຂະນະທີ່ພວກເຮົາເຄີຍເປັນສັດຕູກັນກັບພຣະອົງ ຫລາຍກວ່ານັ້ນອີກເມື່ອພວກເຮົາໄດ້ຄືນດີກັນກັບພຣະອົງແລ້ວ ພວກເຮົາກໍຈະໄດ້ຮັບຄວາມພົ້ນຜ່ານທາງຊີວິດຂອງພຣະອົງຢ່າງແນ່ນອນ! 11ບໍ່ພຽງແຕ່ເທົ່ານັ້ນ ພວກເຮົາຍັງຊື່ນຊົມຍິນດີໃນພຣະເຈົ້າໂດຍທາງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາດ້ວຍ, ບັດນີ້ ພຣະອົງໄດ້ເຮັດໃຫ້ພວກເຮົາຄືນດີກັນກັບພຣະເຈົ້າແລ້ວ.
ຄວາມຕາຍຜ່ານທາງອາດາມ ຊີວິດຜ່ານທາງພຣະຄຣິດເຈົ້າ
12ເຫດສະນັ້ນ, ຄວາມບາບໄດ້ເຂົ້າມາໃນໂລກຜ່ານທາງມະນຸດຄົນດຽວ ແລະ ຄວາມບາບນັ້ນກໍນຳຄວາມຕາຍມາ ແລະ ໂດຍທາງນີ້ແຫລະ ຄວາມຕາຍຈຶ່ງມາເຖິງມະນຸດທຸກຄົນເພາະວ່າທຸກຄົນໄດ້ເຮັດບາບ.
13ແທ້ຈິງແລ້ວ ຄວາມບາບກໍມີຢູ່ໃນໂລກກ່ອນມີກົດບັນຍັດ, ແຕ່ເມື່ອຍັງບໍ່ມີກົດບັນຍັດກໍບໍ່ຖືວ່າມີບາບ. 14ເຖິງຢ່າງໃດກໍຕາມ, ຄວາມຕາຍກໍຄອບຄອງມາຕັ້ງແຕ່ສະໄໝຂອງອາດາມຈົນເຖິງສະໄໝຂອງໂມເຊ, ແມ່ນແຕ່ຄົນທີ່ບໍ່ໄດ້ເຮັດບາບໂດຍລະເມີດຄຳສັ່ງເໝືອນກັບອາດາມ ຜູ້ທີ່ເປັນແບບຂອງພຣະອົງຜູ້ທີ່ຈະມາພາຍຫລັງ.
15ແຕ່ວ່າຂອງປະທານນັ້ນຕ່າງຈາກການລ່ວງລະເມີດ. ເພາະຖ້າຄົນຈຳນວນຫລວງຫລາຍຕ້ອງຕາຍໂດຍການລ່ວງລະເມີດຂອງມະນຸດພຽງແຕ່ຄົນດຽວ, ຫລາຍກວ່ານັ້ນອີກເທົ່າໃດ ພຣະຄຸນຂອງພຣະເຈົ້າ ແລະ ຂອງປະທານທີ່ມາໂດຍພຣະຄຸນຂອງພຣະເຢຊູຄຣິດເຈົ້າຜູ້ດຽວນັ້ນ ກໍຈະໄຫລລົ້ນໄປສູ່ຄົນຈຳນວນຫລວງຫລາຍ! 16ແລະ ຂອງປະທານຈາກພຣະເຈົ້າກໍບໍ່ສາມາດທຽບກັບຜົນທີ່ເກີດຈາກບາບຂອງມະນຸດຄົນດຽວຄື: ການພິພາກສາເກີດຂຶ້ນຫລັງຈາກການເຮັດບາບພຽງແຕ່ເທື່ອດຽວ ແລະ ນຳໄປສູ່ການລົງໂທດ, ແຕ່ຂອງປະທານເກີດຂຶ້ນຫລັງຈາກການລ່ວງລະເມີດຫລາຍຄັ້ງ ແລະ ນຳໄປສູ່ການນັບວ່າເປັນຜູ້ຊອບທຳ. 17ຖ້າຫາກວ່າໂດຍການລ່ວງລະເມີດຂອງມະນຸດຄົນດຽວ ເປັນເຫດໃຫ້ຄວາມຕາຍໄດ້ຄອບຄອງໂດຍຜ່ານທາງມະນຸດຄົນດຽວນັ້ນ, ຫລາຍກວ່ານັ້ນອີກເທົ່າໃດ ບັນດາຜູ້ທີ່ໄດ້ຮັບພຣະຄຸນອັນບໍລິບູນ ແລະ ຂອງປະທານແຫ່ງຄວາມຊອບທຳທີ່ພຣະເຈົ້າໄດ້ຈັດຕຽມໄວ້ຢ່າງລົ້ນເຫລືອ ກໍຈະຄອບຄອງໃນຊີວິດໂດຍຜ່ານທາງມະນຸດຜູ້ດຽວຄື ພຣະເຢຊູຄຣິດເຈົ້າ.
18ດັ່ງນັ້ນ, ການລ່ວງລະເມີດພຽງແຕ່ເທື່ອດຽວສົ່ງຜົນໃຫ້ຄົນທັງຫລາຍຖືກລົງໂທດຢ່າງໃດ ການກະທຳອັນຊອບທຳພຽງແຕ່ເທື່ອດຽວກໍສົ່ງຜົນໃຫ້ຄົນທັງຫລາຍຖືກນັບວ່າເປັນຜູ້ຊອບທຳ ແລະ ໄດ້ຮັບຊີວິດຢ່າງນັ້ນ. 19ດ້ວຍວ່າ ການບໍ່ເຊື່ອຟັງຂອງມະນຸດຄົນດຽວເຮັດໃຫ້ຄົນຈຳນວນຫລາຍເປັນຄົນບາບຢ່າງໃດ ການເຊື່ອຟັງຂອງມະນຸດຄົນດຽວກໍເຮັດໃຫ້ຄົນຈຳນວນຫລາຍເປັນຜູ້ຊອບທຳຢ່າງນັ້ນ.
20ກົດບັນຍັດຖືກນຳເຂົ້າມາກໍເພື່ອໃຫ້ການລ່ວງລະເມີດປາກົດເພີ່ມຂຶ້ນ. ແຕ່ບ່ອນໃດມີບາບເພີ່ມຂຶ້ນ, ບ່ອນນັ້ນກໍມີພຣະຄຸນເພີ່ມຂຶ້ນຕື່ມ, 21ເພື່ອວ່າຄວາມບາບໄດ້ຄອບຄອງໃນຄວາມຕາຍຢ່າງໃດ ພຣະຄຸນກໍຈະໄດ້ຄອບຄອງຜ່ານທາງຄວາມຊອບທຳ ເພື່ອຊີວິດນິລັນດອນຈະມາທາງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາຢ່າງນັ້ນ.
Currently Selected:
ໂຣມ 5: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: