YouVersion Logo
Search Icon

ໂຣມ 15

15
1ພວກເຮົາ​ທີ່​ເຂັ້ມແຂງ​ແລ້ວ​ກໍ​ຄວນ​ອົດທົນ​ຕໍ່​ຄວາມຜິດພາດ​ຂອງ​ຜູ້​ທີ່​ຍັງ​ອ່ອນ​ຕໍ່​ຄວາມເຊື່ອ ແລະ ພວກເຮົາ​ບໍ່​ຄວນ​ເຮັດ​ຕາມ​ຄວາມພໍໃຈ​ຂອງ​ຕົນ​ເອງ. 2ພວກເຮົາ​ແຕ່ລະຄົນ​ຄວນ​ເຮັດ​ໃຫ້​ເພື່ອນບ້ານ​ພໍໃຈ ເພື່ອ​ເປັນ​ຜົນ​ດີ​ແກ່​ພວກເຂົາ, ເພື່ອ​ເສີມສ້າງ​ພວກເຂົາ​ຂຶ້ນ. 3ເພາະ​ແມ່ນ​ແຕ່​ພຣະຄຣິດເຈົ້າ​ກໍ​ບໍ່​ໄດ້​ເຮັດ​ສິ່ງ​ທີ່​ພຣະອົງ​ເອງ​ພໍໃຈ, ແຕ່​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “ຄຳໝິ່ນປະໝາດ​ຂອງ​ຜູ້​ທີ່​ໝິ່ນປະໝາດ​ພຣະອົງ​ນັ້ນ​ໄດ້​ຕົກໃສ່​ຂ້ານ້ອຍ”.#15:3 ພສສ 69:9 4ເພາະ​ທຸກ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ອະດີດ​ກໍ​ຂຽນ​ຂຶ້ນ​ເພື່ອ​ສັ່ງສອນ​ພວກເຮົາ, ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ມີ​ຄວາມຫວັງ​ໂດຍ​ຄວາມອົດທົນ ແລະ ມີ​ກຳລັງໃຈ​ຈາກ​ພຣະຄຳພີ.
5ຂໍ​ພຣະເຈົ້າ​ຜູ້​ໃຫ້​ຄວາມອົດທົນ ແລະ ກຳລັງໃຈ​ນັ້ນ​ໄດ້​ໃຫ້​ພວກເຈົ້າ​ທັງຫລາຍ​ເປັນ​ນ້ຳໜຶ່ງໃຈດຽວກັນ​ຕາມ​ຢ່າງ​ພຣະເຢຊູຄຣິດເຈົ້າ, 6ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຖວາຍ​ກຽດ​ແກ່​ພຣະເຈົ້າ ແລະ ພຣະບິດາເຈົ້າ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ດ້ວຍ​ຈິດໃຈ​ດຽວ​ກັນ ແລະ ສຽງ​ດຽວ​ກັນ.
7ດັ່ງນັ້ນ, ຈົ່ງ​ຍອມຮັບ​ເຊິ່ງກັນແລະກັນ ເໝືອນດັ່ງ​ພຣະຄຣິດເຈົ້າ​ຍອມຮັບ​ພວກເຈົ້າ ເພື່ອ​ຈະ​ນຳ​ການ​ສັນລະເສີນ​ມາ​ຖວາຍ​ແກ່​ພຣະເຈົ້າ. 8ດ້ວຍວ່າ ເຮົາ​ຂໍ​ບອກ​ພວກເຈົ້າ​ວ່າ​ພຣະຄຣິດເຈົ້າ​ໄດ້​ກາຍເປັນ​ຜູ້ຮັບໃຊ້​ຂອງ​ພວກ​ຢິວ#15:8 ພາສາ​ກຣີກ​ວ່າ ການ​ຮັບ​ພິທີຕັດ ທີ່​ເປັນ​ການສະແດງ​ຄວາມຈິງ​ຂອງ​ພຣະເຈົ້າ ເພື່ອ​ຢືນຢັນ​ຄຳ​ສັນຍາ​ທີ່​ໄດ້​ໃຫ້​ໄວ້​ກັບ​ບັນດາ​ບັນພະບຸລຸດ 9ເພື່ອ​ໃຫ້​ຄົນຕ່າງຊາດ​ໄດ້​ຖວາຍ​ກຽດຕິຍົດ​ແກ່​ພຣະເຈົ້າ​ເພາະ​ຄວາມ​ເມດຕາ​ຂອງ​ພຣະອົງ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ,
“ເຫດສະນັ້ນ ຂ້ານ້ອຍ​ຈຶ່ງ​ຈະ​ສັນລະເສີນ​ພຣະອົງ​ໃນ​ທ່າມກາງ​ຄົນຕ່າງຊາດ​ທັງຫລາຍ;
ຂ້ານ້ອຍ​ຈະ​ຮ້ອງເພງ​ສັນລະເສີນ​ນາມ​ຂອງ​ພຣະອົງ”.#15:9 2ຊມອ 22:50; ພສສ 18:49
10ແລະ ກ່າວ​ອີກ​ວ່າ,
“ຄົນຕ່າງຊາດ​ທັງຫລາຍ​ເອີຍ ຈົ່ງ​ຊື່ນຊົມຍິນດີ​ຮ່ວມ​ກັບ​ຄົນ​ຂອງ​ພຣະອົງ”.#15:10 ພບຍ 32:43
11ແລະ ອີກ​ຕອນ​ໜຶ່ງ​ທີ່​ວ່າ,
“ຄົນຕ່າງຊາດ​ທັງໝົດ​ເອີຍ ຈົ່ງ​ສັນລະເສີນ​ອົງພຣະຜູ້ເປັນເຈົ້າ
ຊົນຊາດ​ທັງໝົດ​ເອີຍ ຈົ່ງ​ຮ້ອງເພງ​ສັນລະເສີນ​ພຣະອົງ”.#15:11 ພສສ 117:1
12ແລະ ເອຊາຢາ​ກໍ​ກ່າວ​ອີກ​ວ່າ,
“ຮາກ​ຂອງ​ເຢຊີ ຈະ​ປົ່ງ​ຂຶ້ນ​ມາ,
ຜູ້​ທີ່​ຈະ​ຂຶ້ນ​ມາ​ເພື່ອ​ປົກຄອງ​ປະຊາຊາດ​ທັງຫລາຍ
ຄົນຕ່າງຊາດ​ທັງຫລາຍ​ຈະ​ມີ​ຄວາມຫວັງ​ໃນ​ພຣະອົງ”.#15:12 ອຊຢ 11:10
13ຂໍ​ໃຫ້​ພຣະເຈົ້າ​ແຫ່ງ​ຄວາມຫວັງ​ເຮັດ​ໃຫ້​ພວກເຈົ້າ​ບໍລິບູນ​ດ້ວຍ​ຄວາມຊື່ນຊົມຍິນດີ ແລະ ສັນຕິສຸກ​ທັງປວງ​ເໝືອນ​ທີ່​ພວກເຈົ້າ​ວາງໃຈ​ໃນ​ພຣະອົງ ເພື່ອວ່າ​ພວກເຈົ້າ​ຈະ​ເຕັມລົ້ນ​ດ້ວຍ​ຄວາມຫວັງ​ໂດຍ​ລິດອຳນາດ​ຂອງ​ພຣະວິນຍານບໍລິສຸດເຈົ້າ.
ໂປໂລ​ຜູ້ຮັບໃຊ້​ມາ​ຍັງ​ຄົນຕ່າງຊາດ
14ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ ເຮົາ​ແນ່ໃຈ​ວ່າ​ພວກເຈົ້າ​ເອງ​ບໍລິບູນ​ດ້ວຍ​ຄວາມດີ, ເຕັມ​ໄປ​ດ້ວຍ​ຄວາມຮູ້ ແລະ ສາມາດ​ສັ່ງສອນ​ກັນແລະກັນ​ໄດ້. 15ແຕ່​ເຮົາ​ກ້າ​ຂຽນ​ບາງ​ເລື່ອງ​ເຖິງ​ພວກເຈົ້າ ກໍ​ເພື່ອ​ຈະ​ເຕືອນ​ພວກເຈົ້າ​ໃນ​ເລື່ອງ​ເຫລົ່ານັ້ນ​ອີກ ກໍ​ຍ້ອນ​ພຣະຄຸນ​ທີ່​ພຣະເຈົ້າ​ໄດ້​ປະ​ທານ​ໃຫ້​ແກ່​ເຮົາ 16ເພື່ອ​ໃຫ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຢຊູຄຣິດເຈົ້າ​ໄປ​ຍັງ​ຄົນຕ່າງຊາດ ເຮັດໜ້າທີ່ປະໂລຫິດ​ປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ ເພື່ອວ່າ​ຄົນຕ່າງຊາດ​ຈະ​ໄດ້​ກາຍເປັນ​ເຄື່ອງຖວາຍບູຊາ​ທີ່​ພຣະເຈົ້າ​ຍອມຮັບ ເຊິ່ງ​ພຣະວິນຍານບໍລິສຸດເຈົ້າ​ໄດ້​ຊຳລະ​ໃຫ້​ບໍລິສຸດ​ແລ້ວ.
17ເຫດສະນັ້ນ, ໃນ​ພຣະເຢຊູຄຣິດເຈົ້າ ເຮົາ​ພູມໃຈ​ໃນ​ສິ່ງ​ຕ່າງໆ​ທີ່​ໄດ້​ເຮັດ​ໃຫ້​ແກ່​ພຣະເຈົ້າ. 18ເຮົາ​ບໍ່​ກ້າ​ຈະ​ກ່າວ​ເຖິງ​ສິ່ງ​ໃດ​ນອກຈາກ​ສິ່ງ​ທີ່​ພຣະຄຣິດເຈົ້າ​ໄດ້​ກະທຳ​ຜ່ານທາງ​ເຮົາ ໃນ​ການ​ນຳ​ຄົນຕ່າງຊາດ​ມາ​ເຊື່ອຟັງ​ພຣະເຈົ້າ​ດ້ວຍ​ສິ່ງ​ທີ່​ເຮົາ​ໄດ້​ເວົ້າ ແລະ ໄດ້​ເຮັດ 19ຄື​ດ້ວຍ​ລິດອຳນາດ​ແຫ່ງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຕ່າງໆ ໂດຍ​ທາງ​ລິດອຳນາດ​ຂອງ​ພຣະວິນຍານບໍລິສຸດເຈົ້າ ເຮົາ​ຈຶ່ງ​ໄດ້​ປະກາດ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ​ຢ່າງ​ຄົບຖ້ວນ​ໃນ​ທຸກ​ບ່ອນ ຕັ້ງແຕ່​ນະຄອນ​ເຢຣູຊາເລັມ​ໄປ​ທົ່ວ​ຈົນ​ມາ​ຮອດ​ອີລີຣິກົມ. 20ເຮົາ​ປາຖະໜາ​ສະເໝີ​ວ່າ​ຈະ​ປະກາດ​ຂ່າວປະເສີດ​ໃນ​ບ່ອນ​ທີ່​ບໍ່​ມີ​ຜູ້ໃດ​ຮູ້​ຈັກ​ພຣະຄຣິດເຈົ້າ ເພື່ອວ່າ​ເຮົາ​ຈະ​ໄດ້​ບໍ່​ກໍ່​ຂຶ້ນ​ເທິງ​ຮາກຖານ​ທີ່​ຄົນອື່ນ​ວາງ​ໄວ້ 21ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ,
“ບັນດາ​ຄົນ​ທີ່​ບໍ່​ເຄີຍ​ຖືກ​ບອກ​ເຖິງ​ເລື່ອງ​ຂອງ​ພຣະອົງ​ກໍ​ຈະ​ໄດ້​ເຫັນ
ແລະ ບັນດາ​ຄົນ​ທີ່​ບໍ່​ເຄີຍ​ໄດ້​ຍິນ​ນັ້ນ​ກໍ​ຈະ​ເຂົ້າໃຈ”.#15:21 ອຊຢ 52:15
22ນີ້​ແມ່ນ​ສາເຫດ​ທີ່​ຂັດຂວາງ​ເຮົາ​ຢູ່​ສະເໝີ ເຮັດ​ໃຫ້​ເຮົາ​ບໍ່​ໄດ້​ມາ​ຫາ​ພວກເຈົ້າ.
ໂປໂລ​ວາງແຜນ​ຈະ​ໄປ​ນະຄອນ​ໂຣມ
23ແຕ່​ບັດນີ້​ບໍ່​ມີ​ບ່ອນໃດ​ເຫລືອ​ໃຫ້​ເຮົາ​ເຮັດ​ພາລະກິດ​ໃນ​ຂົງເຂດ​ເຫລົ່ານີ້​ແລ້ວ ແລະ ເນື່ອງ​ຈາກ​ເຮົາ​ປາຖະໜາ​ທີ່​ຈະ​ມາຫາ​ພວກເຈົ້າ​ຫລາຍ​ປີ​ແລ້ວ 24ເຮົາ​ຈຶ່ງ​ວາງແຜນ​ຈະ​ມາຫາ​ພວກເຈົ້າ​ຕອນ​ເວລາ​ທີ່​ໄປ​ປະເທດ​ສະເປນ​ນັ້ນ. ເຮົາ​ຫວັງວ່າ​ຈະ​ໄດ້​ມາ​ຢ້ຽມຢາມ​ພວກເຈົ້າ​ຂະນະ​ເດີນທາງ​ຜ່ານ​ໄປ ແລະ ຫວັງ​ຈະ​ໃຫ້​ພວກເຈົ້າ​ຊ່ວຍເຫລືອ​ເຮົາ​ໃນ​ການເດີນທາງ​ໄປ​ທີ່​ນັ້ນ ຫລັງຈາກ​ໄດ້​ຢ້ຽມຢາມ​ຖາມ​ຂ່າວ ແລະ ຫລັງຈາກ​ໄດ້​ພົບປະ​ສັງສັນ​ຢູ່​ກັບ​ພວກເຈົ້າ​ໄລຍະໜຶ່ງ. 25ແຕ່​ຂະນະ​ນີ້​ເຮົາ​ກຳລັງ​ເດີນທາງ​ໄປ​ນະຄອນ​ເຢຣູຊາເລັມ ເພື່ອ​ຮັບໃຊ້​ບັນດາ​ຄົນ​ຂອງ​ພຣະເຈົ້າ​ຢູ່​ທີ່​ນັ້ນ. 26ເພາະ​ພີ່ນ້ອງ​ໃນ​ແຂວງ​ມາເກໂດເນຍ ແລະ ແຂວງ​ອະຂາຢາ​ຍິນດີ​ທີ່​ຈະ​ບໍລິຈາກ​ໃຫ້​ແກ່​ຜູ້​ທີ່​ຍາກຈົນ​ໃນ​ທ່າມກາງ​ບັນດາ​ຄົນ​ຂອງ​ພຣະເຈົ້າ​ທີ່​ນະຄອນ​ເຢຣູຊາເລັມ. 27ພວກເຂົາ​ຍິນດີ​ທີ່​ຈະ​ເຮັດ​ຢ່າງ​ນັ້ນ ແລະ ຄວາມຈິງ​ແລ້ວ​ພວກເຂົາ​ກໍ​ເປັນ​ໜີ້​ພີ່ນ້ອງ​ເຫລົ່ານັ້ນ​ດ້ວຍ ເພາະວ່າ​ຖ້າ​ຄົນຕ່າງຊາດ​ມີ​ສ່ວນຮ່ວມ​ໃນ​ພອນ​ຝ່າຍ​ຈິດວິນຍານ​ຂອງ​ຊາວ​ຢິວ ພວກເຂົາ​ກໍ​ເປັນ​ໜີ້​ພີ່ນ້ອງ​ຊາວ​ຢິວ ກໍ​ສົມຄວນ​ທີ່​ຈະ​ແບ່ງປັນ​ພອນ​ຝ່າຍ​ວັດຖຸ​ໃຫ້​ແກ່​ພີ່ນ້ອງ​ເຫລົ່ານັ້ນ. 28ດັ່ງນັ້ນ ຫລັງຈາກ​ສຳເລັດ​ພາລະກິດ​ນີ້ ແລະ ເບິ່ງແຍງ​ຈົນ​ແນ່ໃຈ​ວ່າ​ພວກພີ່ນ້ອງ​ໄດ້​ຮັບ​ເຄື່ອງຊ່ວຍເຫລືອ​ນີ້​ຮຽບຮ້ອຍ​ແລ້ວ ເຮົາ​ກໍ​ຈະ​ໄປ​ປະເທດ​ສະເປນ ແລະ ແວ່​ຢ້ຽມຢາມ​ພວກເຈົ້າ​ໃນ​ລະຫວ່າງ​ທາງ. 29ເຮົາ​ຮູ້​ວ່າ ເມື່ອ​ມາຫາ​ພວກເຈົ້າ​ນັ້ນ ເຮົາ​ຈະ​ມາ​ພ້ອມ​ດ້ວຍ​ພອນ​ອັນ​ບໍລິບູນ​ຂອງ​ພຣະຄຣິດເຈົ້າ.
30ພີ່ນ້ອງ​ທັງຫລາຍ​ເອີຍ ໂດຍ​ເຫັນແກ່​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ແລະ ໂດຍ​ເຫັນແກ່​ຄວາມ​ຮັກ​ຈາກ​ພຣະວິນຍານບໍລິສຸດເຈົ້າ ເຮົາ​ຂໍ​ໃຫ້​ພວກເຈົ້າ​ຮ່ວມ​ໃນ​ການຕໍ່ສູ້​ຂອງ​ເຮົາ​ດ້ວຍ​ການ​ອະທິຖານ​ຕໍ່​ພຣະເຈົ້າ​ເພື່ອ​ເຮົາ. 31ຂໍ​ອະທິຖານ​ໃຫ້​ເຮົາ​ໄດ້ຮັບ​ການ​ຊ່ວຍເຫລືອ​ໃຫ້​ພົ້ນ​ຈາກ​ຄົນທີ່ບໍ່ເຊື່ອ​ທັງຫລາຍ​ໃນ​ແຂວງ​ຢູດາຍ ແລະ ຂໍ​ໃຫ້​ບັນດາ​ຄົນ​ຂອງ​ພຣະເຈົ້າ​ໃນ​ນະຄອນ​ເຢຣູຊາເລັມ​ຍອມ​ຮັບ​ເຄຶ່ອງຊ່ວຍເຫລືອ​ຂອງ​ເຮົາ, 32ເພື່ອວ່າ ໂດຍ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ເຮົາ​ຈະ​ໄດ້​ມາຫາ​ພວກເຈົ້າ​ດ້ວຍ​ຄວາມຊື່ນຊົມຍິນດີ ແລະ ໄດ້ຮັບ​ຄວາມຊື່ນໃຈ​ຮ່ວມກັນ​ກັບ​ພວກເຈົ້າ. 33ຂໍ​ໃຫ້​ພຣະເຈົ້າ​ແຫ່ງ​ສັນຕິສຸກ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ. ອາແມນ.

Currently Selected:

ໂຣມ 15: LCV

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in