Skip to content

ສຸພາສິດ 7

7
ຄຳ​ເຕືອນ​ເລື່ອງ​ຍິງ​ຫລິ້ນຊູ້
1ລູກ​ເອີຍ, ຈົ່ງ​ຮັກສາ​ຖ້ອຍຄໍາ​ຂອງ​ພໍ່​ໄວ້
ຈົ່ງ​ເກັບ​ສະສົມ​ຄຳສັ່ງສອນ​ຂອງ​ພໍ່​ໄວ້​ພາຍ​ໃນ​ຕົວ​ເຈົ້າ.
2ຈົ່ງ​ຮັກສາ​ຄຳສັ່ງ​ຂອງ​ພໍ່​ໄວ້ ແລ້ວ​ເຈົ້າ​ຈະ​ມີ​ຊີວິດ​ຢູ່;
ຈົ່ງ​ຖື​ຮັກສາ​ຄຳສອນ​ຂອງ​ພໍ່​ໄວ້​ດັ່ງ​ແກ້ວຕາ​ຂອງ​ເຈົ້າ.
3ຈົ່ງ​ພັນ​ມັນ​ໄວ້​ອ້ອມ​ນິ້ວມື​ຂອງ​ເຈົ້າ​ເປັນ​ເຄື່ອງ​ເຕືອນ​ໃຈ;
ຈົ່ງ​ຂຽນ​ມັນ​ໃສ່​ແຜ່ນ​ຫົວໃຈ​ຂອງ​ເຈົ້າ.
4ຈົ່ງ​ເວົ້າ​ຕໍ່​ປັນຍາ​ວ່າ, “ເຈົ້າ​ເປັນ​ເອື້ອຍ​ຂອງ​ຂ້ອຍ”,
ແລະ ຈົ່ງ​ເວົ້າ​ຕໍ່​ຄວາມ​ເຂົ້າໃຈ​ອັນ​ເລິກເຊິ່ງ​ວ່າ, “ເຈົ້າ​ເປັນ​ຍາດພີ່ນ້ອງ​ຂອງ​ຂ້ອຍ”.
5ສິ່ງ​ເຫລົ່ານີ້​ຈະ​ປົກປ້ອງ​ເຈົ້າ​ຈາກ​ຍິງຫລິ້ນຊູ້,
ຈາກ​ຍິງ​ເອົາ​ແຕ່​ໃຈ​ດ້ວຍ​ຄຳເວົ້າ​ອັນ​ລໍ້ລວງ​ຂອງ​ນາງ.
6ຢູ່​ປ່ອງຢ້ຽມ​ເຮືອນ​ຂອງ​ເຮົາ
ເຮົາ​ແນມ​ເບິ່ງ​ຜ່ານ​ຕາໜ່າງ​ລົງ​ໄປ.
7ເຮົາ​ເຫັນ​ບັນດາ​ຄົນ​ທີ່​ຍັງ​ອ່ອນ​ຕໍ່​ໂລກ,
ເຮົາ​ສັງເກດ​ທ່າມກາງ​ບັນດາ​ຊາຍ​ໜຸ່ມ,
ມີ​ຊາຍ​ຄົນ​ໜຶ່ງ​ທີ່​ບໍ່ຮູ້ຈັກຄິດ.
8ລາວ​ກໍາລັງ​ຍ່າງ​ໄປ​ຕາມ​ຖະໜົນ​ໃກ້​ແຈ​ບ້ານ​ຂອງ​ນາງ,
ກໍາລັງ​ຍ່າງ​ຊື່​ໄປ​ຫາ​ເຮືອນ​ຂອງ​ນາງ
9ໃນ​ຕອນ​ຄໍ່າ, ຂະນະ​ທີ່​ຕາເວັນ​ກໍາລັງ​ຕົກ​ດິນ,
ເມື່ອ​ຄວາມ​ມືດ​ໃນ​ຕອນ​ຄໍ່າ​ກໍາລັງ​ມາ.
10ມີ​ຍິງ​ຄົນ​ໜຶ່ງ​ອອກ​ມາ​ພົບ​ລາວ,
ນາງ​ແຕ່ງ​ຕົວ​ດັ່ງ​ຍິງ​ໂສເພນີ ແລະ ມີ​ເລ້ຫລ່ຽມ​ຢູ່​ໃນ​ໃຈ.
11(ນາງ​ດື້ດ້ານ ແລະ ບໍ່​ຮູ້​ຈັກ​ອາຍ,
ນາງ​ບໍ່​ເຄີຍ​ຢູ່​ບ້ານ;
12ຕອນນີ້ ນາງ​ຢູ່​ຕາມ​ຖະໜົນ, ບັດນີ້ ຢູ່​ຕາມ​ລານ​ສາທາລະນະ,
ນາງ​ດັກ​ຊຸ້ມ​ຢູ່​ຕາມ​ທຸກ​ແຈ​ຖະໜົນ.)
13ນາງ​ໂດດ​ກອດ​ລາວ ແລະ ຈູບ​ລາວ
ແລະ ເວົ້າ​ແບບ​ໜ້າ​ບໍ່​ອາຍ​ວ່າ:
14“ມື້​ນີ້ ຂ້ອຍ​ໄດ້​ເຮັດ​ຕາມ​ທີ່​ຂ້ອຍ​ສາບານ​ໄວ້,
ແລະ ຂ້ອຍ​ມີ​ອາຫານ​ມາ​ຈາກ​ການ​ຖວາຍ​ເຄື່ອງບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ຢູ່​ເຮືອນ​ແລ້ວ.
15ດັ່ງນັ້ນ ຂ້ອຍ​ຈຶ່ງ​ອອກ​ມາ​ພົບ​ເຈົ້າ;
ຂ້ອຍ​ໄດ້​ຊອກຫາ​ເຈົ້າ ແລະ ຂ້ອຍ​ກໍ​ໄດ້​ພົບ​ເຈົ້າ​ແລ້ວ!
16ຂ້ອຍ​ໄດ້​ປູ​ບ່ອນ​ນອນ​ຂອງ​ຂ້ອຍ​ໄວ້
ດ້ວຍ​ຜ້າຝ້າຍ​ລີນິນ​ສີ​ສົດໃສ​ຈາກ​ເອຢິບ.
17ຂ້ອຍ​ໄດ້​ພົມ​ບ່ອນນອນ​ໃຫ້​ຫອມ
ດ້ວຍ​ຢາງໄມ້ຫອມ ແລະ ອົບເຊີຍ.
18ຈົ່ງ​ມາ, ມາ​ດື່ມດໍ່າ​ຄວາມ​ຮັກ​ນຳ​ກັນ​ຈົນ​ເຖິງ​ຕອນເຊົ້າ;
ໃຫ້​ພວກເຮົາ​ມ່ວນຊື່ນ​ນໍາ​ກັນ​ກັບ​ຄວາມ​ຮັກ!
19ຜົວ​ຂອງ​ຂ້ອຍ​ບໍ່​ຢູ່​ເຮືອນ;
ລາວ​ໄດ້​ເດີນທາງ​ໄປ​ໄກ.
20ລາວ​ຖື​ເງິນ​ໄປ​ເຕັມ​ກະເປົາ
ແລະ ຈະ​ບໍ່​ຢູ່​ເຮືອນ​ຈົນ​ເຖິງ​ວັນ​ເດືອນ​ເຕັມ​ດວງ”.
21ນາງ​ໄດ້​ເຮັດ​ໃຫ້​ລາວ​ຫລົງ​ດ້ວຍ​ຄຳເວົ້າ​ອັນ​ອ່ອນຫວານ;
ນາງ​ຫລອກລໍ້​ລາວ​ດ້ວຍ​ຄຳເວົ້າ​ອັນ​ນິ້ມນວນ.
22ທັນໃດນັ້ນ ລາວ​ກໍ​ຕິດຕາມ​ນາງ​ໄປ
ດັ່ງ​ງົວເຖິກ​ທີ່​ຖືກ​ຈູງ​ໄປ​ຂ້າ,
ດັ່ງ​ກວາງ​ທີ່​ກໍາລັງ​ຖືກ​ຕ້ອນ​ລົງ​ໄປ​ຂຸມແຮ້ວ
23ຈົນ​ຖືກ​ລູກ​ທະນູ​ແທງ​ທະລຸ​ເຖິງ​ຕັບ,
ລາວ​ເປັນ​ດັ່ງ​ນົກ​ບິນ​ເຂົ້າ​ໄປ​ໃນ​ບ້ວງແຮ້ວ,
ໂດຍ​ບໍ່​ຮູ້​ເລີຍ​ວ່າ​ຄວາມ​ຕາຍ​ຈະ​ເອົາ​ຊີວິດ​ຂອງ​ລາວ​ໄປ.
24ບັດນີ້ ລູກ​ເອີຍ, ຈົ່ງ​ຟັງ​ພໍ່;
ຈົ່ງ​ເອົາໃຈໃສ່​ໃນ​ສິ່ງ​ທີ່​ພໍ່​ບອກ.
25ຢ່າ​ປ່ອຍ​ໃຈ​ຂອງ​ເຈົ້າ​ໄປ​ຕາມ​ທາງ​ຂອງ​ນາງ
ຫລື ຢ່າ​ຫລົງ​ໄປ​ຕາມ​ວິຖີທາງ​ຂອງ​ນາງ.
26ມີ​ຜູ້ຊາຍ​ຫລາຍ​ຄົນ​ເປັນ​ເຫຍື່ອ​ທີ່​ນາງ​ໄດ້​ເຮັດ​ໃຫ້​ລົ້ມ​ລົງ;
ຄົນ​ຍິ່ງໃຫຍ່​ກໍ​ຕາຍ​ເພາະ​ນາງ.
27ເຮືອນ​ຂອງ​ນາງ​ເປັນ​ທາງ​ຫລວງ​ໄປ​ສູ່​ຂຸມ​ຝັງສົບ,
ນຳ​ລົງ​ໄປ​ສູ່​ຫ້ອງ​ແຫ່ງ​ຄວາມ​ຕາຍ.