Skip to content

ສຸພາສິດ 26

26
1ກຽດ​ສັກສີ​ບໍ່​ເໝາະສົມ​ສໍາລັບ​ຄົນ​ໂງ່ຈ້າ,
ເໝືອນ​ດັ່ງ​ຫິມະ​ໃນ​ລະດູ​ຮ້ອນ ຫລື ຝົນຕົກ​ໃນ​ລະດູ​ເກັບກ່ຽວ,
2ຄຳ​ສາບແຊ່ງ​ທີ່​ບໍ່​ມີ​ເຫດຜົນ​ກໍ​ບໍ່​ສົ່ງ​ຜົນ​ຫຍັງ​ຕາມ​ມາ,
ເໝືອນ​ດັ່ງ​ນົກກະຈອກ ຫລື ນົກແອ່ນ​ທີ່​ບິນ​ເວີ່ນ​ໄປ​ມາ​ໂດຍ​ບໍ່​ມີ​ຈຸດໝາຍ.
3ໄມ້ແສ້​ມີ​ໄວ້​ສຳລັບ​ຕີ​ມ້າ, ບັງຫຽນ​ມີ​ໄວ້​ສຳລັບ​ຄວບຄຸມ​ລໍ,
ແລະ ໄມ້​ແສ້​ມີ​ໄວ້​ສຳລັບ​ຕີ​ຫລັງ​ຂອງ​ຄົນ​ໂງ່ຈ້າ!
4ຢ່າ​ຕອບ​ຄົນ​ໂງ່ຈ້າ​ຕາມ​ຄວາມ​ໂງ່​ຂອງ​ລາວ
ຢ້ານວ່າ​ເຈົ້າ​ເອງ​ຈະ​ເປັນ​ຄື​ລາວ.
5ຈົ່ງ​ຕອບ​ຄົນ​ໂງ່ຈ້າ​ຕາມ​ຄວາມ​ໂງ່​ຂອງ​ລາວ,
ຢ້ານວ່າ​ລາວ​ຈະ​ເປັນ​ຄົນ​ສະຫລາດ​ໃນ​ສາຍຕາ​ຂອງ​ຕົນເອງ.
6ການ​ສົ່ງຂ່າວ​ດ້ວຍ​ມື​ຂອງ​ຄົນ​ໂງ່ຈ້າ
ກໍ​ເໝືອນດັ່ງ​ຕັດ​ຕີນ​ຕົນເອງ​ອອກ ຫລື ດື່ມ​ຢາ​ພິດ.
7ສຸພາສິດ​ຢູ່​ໃນ​ປາກ​ຂອງ​ຄົນ​ໂງ່ຈ້າ
ກໍ​ເໝືອນ​ຂາ​ຄົນ​ພິການ​ທີ່​ໃຊ້​ການ​ບໍ່​ໄດ້.
8ການ​ໃຫ້​ກຽດ​ຄົນ​ໂງ່ຈ້າ
ກໍ​ເໝືອນ​ມັດ​ກ້ອນຫີນ​ຕິດ​ກັບ​ກະຖຸນ.
9ສຸພາສິດ​ໃນ​ປາກ​ຂອງ​ຄົນ​ໂງ່ຈ້າ
ກໍ​ເໝືອນດັ່ງ​ຟຸ່ມ​ໜາມ​ໃນ​ມື​ຂອງ​ຄົນ​ຂີ້ເມົາ.
10ຜູ້​ທີ່​ຈ້າງ​ຄົນ​ໂງ່ຈ້າ ຫລື ຜູ້​ທີ່​ຍ່າງ​ຜ່ານ​ໄປ​ມາ
ກໍ​ເໝືອນດັ່ງ​ນັກ​ທະນູ​ທີ່​ຍິງ​ມົ້ວ​ໄປ​ມາ.
11ໝາ​ກິນ​ສິ່ງ​ທີ່​ມັນ​ຮາກ​ອອກ​ມາ​ຄືນ​ສັນໃດ,
ຄົນ​ໂງ່ຈ້າ​ກໍ​ກັບ​ໄປ​ເຮັດ​ສິ່ງ​ທີ່​ໂງ່ຈ້າ​ຄືນ​ສັນນັ້ນ.
12ເຈົ້າ​ເຫັນ​ບັນດາ​ຄົນ​ທີ່​ຄິດວ່າ​ຕົນເອງ​ເປັນ​ຄົນ​ສະຫລາດ​ບໍ?
ຄົນ​ໂງ່ຈ້າ​ກໍ​ຍັງ​ມີ​ຄວາມ​ຫວັງ​ຫລາຍກວ່າ​ພວກເຂົາ​ອີກ.
13ຄົນ​ຂີ້ຄ້ານ​ເວົ້າ​ວ່າ, “ມີ​ໂຕສິງ​ຢູ່​ທາງ​ນອກ,
ມີ​ສິງ​ຮ້າຍ​ທີ່​ຍ່າງ​ວົນວຽນ​ໄປ​ມາ​ຢູ່​ຕາມ​ຖະໜົນ!”
14ປະຕູ​ເປີດ​ປິດ​ໄປ​ມາ​ດ້ວຍ​ບານ​ພັບ​ສັນໃດ,
ດັ່ງນັ້ນ ຄົນ​ຂີ້ຄ້ານ​ກໍ​ນອນ​ພິກ​ຄີງ​ໄປ​ມາ​ຢູ່​ເທິງ​ຕຽງ​ສັນນັ້ນ.
15ຄົນ​ຂີ້ຄ້ານ​ແຊ່​ມື​ຂອງ​ຕົນ​ໄວ້​ຢູ່​ໃນ​ຊາມ;
ລາວ​ຂີ້ຄ້ານ​ຫລາຍ​ຈົນ​ບໍ່​ຍອມ​ຈັບ​ອາຫານ​ເຂົ້າ​ໃສ່​ປາກ​ຕົນເອງ.
16ຄົນ​ຂີ້ຄ້ານ​ຄິດວ່າ​ໂຕ​ເອງ​ເປັນ​ຄົນ​ສະຫລາດ
ຫລາຍກວ່າ​ຄົນ​ເຈັດ​ຄົນ​ທີ່​ຕອບ​ຢ່າງ​ລະມັດລະວັງ.
17ຄົນ​ທີ່​ເຂົ້າ​ຮ່ວມ​ວົງ​ຜິດຖຽງ​ກັນ​ໂດຍ​ບໍ່​ກ່ຽວຂ້ອງ​ກັບ​ຕົນເອງ
ກໍ​ຄື​ຄົນ​ທີ່​ຈັບ​ຫູ​ໝາ​ທີ່​ຍ່າງ​ກາຍໄປ​ນັ້ນ.
18ເໝືອນ​ດັ່ງ​ຄົນ​ບ້າ​ທີ່​ຍິງ
ລູກທະນູ​ໄຟ​ແຫ່ງ​ຄວາມ​ຕາຍ
19ຜູ້​ທີ່​ຕົວະ​ເພື່ອນບ້ານ​ຂອງ​ຕົນ
ແລະ ເວົ້າ​ວ່າ, “ຂ້ອຍ​ພຽງ​ແຕ່​ຢອກ​ຫລິ້ນ​ຊື່ໆ!” ກໍ​ເປັນ​ດັ່ງ​ຄົນ​ບ້າ.
20ເມື່ອ​ບໍ່​ມີ​ຟືນ ໄຟ​ກໍ​ມອດ
ເມື່ອ​ບໍ່​ມີ​ການ​ເວົ້າ​ນິນທາ ກໍ​ມີ​ການ​ຜິດຖຽງກັນ​ສັນນັ້ນ.
21ຖ່ານ ແລະ ໄມ້​ເຮັດ​ໃຫ້​ໄຟ​ລຸກ,
ຄົນ​ທີ່​ມັກ​ຄວາມ​ເດືອດຮ້ອນ ເຮັດ​ໃຫ້​ຜິດ​ກັນ.
22ຄຳເວົ້າ​ນິນທາ​ເປັນ​ດັ່ງ​ອາຫານ​ທີ່​ແຊບ;
ມັນ​ລົງ​ໄປ​ໃນ​ສ່ວນ​ເລິກ​ທີ່​ສຸດ​ຂອງ​ຄົນ.
23ຮິມສົບ​ທີ່​ທີ່​ຮ້ອນຮົນ#26:23 ພາສາ​ເຮັບເຣີ ສະສັບ​ເຊັບຕູອາຈິນ​ວ່າ ລຽບ​ຈາກ​ຈິດໃຈ​ຊົ່ວຮ້າຍ
ກໍ​ເໝືອນດັ່ງ​ຂີ້ແຮ່​ເງິນ​ທີ່​ເຄືອບ​ເທິງ​ພາຊະນະ​ດິນເຜົາ.
24ສັດຕູ​ແຝງ​ຕົວ​ດ້ວຍ​ຮິບສົບ,
ແຕ່​ໃນ​ໃຈ​ຂອງ​ພວກເຂົາ​ກໍ​ປິດບັງ​ການ​ຫລອກລວງ​ໄວ້.
25ເຖິງແມ່ນວ່າ​ຄໍາເວົ້າ​ຂອງ​ພວກເຂົາ​ເປັນ​ຕາ​ຟັງ, ກໍ​ຢ່າ​ເຊື່ອ​ພວກເຂົາ,
ເພາະ​ມີ​ສິ່ງທີ່​ໜ້າກຽດຊັງ​ເຈັດ​ຢ່າງ​ເຕັມ​ຢູ່​ໃນ​ໃຈ​ຂອງ​ພວກເຂົາ.
26ຄວາມ​ກຽດຊັງ​ຂອງ​ພວກເຂົາ​ອາດຈະ​ຖືກ​ປິດບັງ​ໄວ້​ດ້ວຍ​ການ​ຫລອກລວງ,
ແຕ່​ຄວາມ​ຊົ່ວຮ້າຍ​ຂອງ​ພວກເຂົາ​ຈະ​ຖືກ​ເປີດ​ເຜີຍ​ຢູ່​ໃນ​ບ່ອນ​ປະຊຸມ.
27ຜູ້ໃດ​ຂຸດ​ຂຸມ​ໄວ້ ຜູ້​ນັ້ນ​ຈະ​ຕົກ​ລົງ​ໄປ​ໃນ​ຂຸມ​ນັ້ນ​ເອງ;
ຖ້າ​ຜູ້​ໃດ​ກິ້ງ​ຫີນ​ອອກ, ຫີນ​ນັ້ນ​ຈະ​ກິ້ງ​ທັບ​ຜູ້​ນັ້ນ​ເອງ.
28ລີ້ນ​ທີ່​ເວົ້າ​ຕົວະ​ກໍ​ກຽດຊັງ​ຜູ້​ທີ່​ມັນ​ທໍາຮ້າຍ,
ແລະ ປາກ​ທີ່​ປະຈົບ​ປະແຈງ​ກໍ​ນໍາ​ໄປ​ສູ່​ຄວາມ​ຈິບຫາຍ.