YouVersion Logo
Search Icon

ໂອບາດີຢາ ຄຳນຳ

ຄຳນຳ
ເມື່ອ​ນະຄອນ​ເຢຣູຊາເລັມ​ເມືອງ​ຫລວງ​ຂອງ​ຢູດາ​ພ່າຍແພ້​ກອງທັບ​ບາບີໂລນ​ເມື່ອ 5876 ປີ​ກ່ອນ ຄສ. ເພື່ອນບ້ານ​ໃກ້ຄຽງ​ຄື​ອານາຈັກ​ເອໂດມ​ໄດ້​ເຂົ້າ​ຮ່ວມ​ປຸ້ນ​ເຢຣູຊາເລັມ. ພວກເຂົາ​ດັກ​ຈັບ​ຊາວ​ຢູດາ​ທີ່​ລົບໜີ ແລະ ສົ່ງ​ຕົວ​ໃຫ້​ກັບ​ຊາວ​ບາບີໂລນ. ຖ້າ​ບໍ່​ຖືກ​ຂ້າ​ຖິ້ມ​ກໍ​ຕ້ອງ​ເປັນ​ຊະເລີຍ. ຊາວ​ເອໂດມ​ບໍ່​ໄດ້​ສະແດງ​ຄວາມ​ເຫັນໃຈ​ຕໍ່​ຊາວ​ຢູດາ ເຖິງ​ແມ່ນ​ວ່າ​ພວກເຂົາ​ຈະ​ມີ​ຄວາມ​ກ່ຽວຂ້ອງ​ກັນ​ກໍ​ຕາມ. ເພາະ​ຊາວ​ເອໂດມ​ສືບ​ເຊື້ອສາຍ​ມາ​ຈາກ​ເອຊາວ​ນ້ອງຊາຍ​ຂອງ​ຢາໂຄບ​ຜູ້​ເປັນ​ບັນພະບູລຸດ​ຂອງ​ຊາວ​ອິດສະຣາເອນ.
ເບິ່ງ​ຄື​ວ່າ​ຜູ້ທຳນວາຍ​ໂອບາດີຢາ​ຢູ່​ໃນ​ກຸ່ມ​ຄົນ​ທີ່​ເຫລືອ​ຢູ່​ເມື່ອ​ຊາວ​ຢິວ​ຖືກ​ກວດຕ້ອນ​ໄປ​ເປັນ​ຊະເລີຍ. ຄຳພະຍາກອນ​ທຳອິດ​ຂອງ​ເພິ່ນ​ແມ່ນ​ຕຳໜິ​ຊາວ​ເອໂດມ​ທີ່​ປະຕິບັດ​ຕໍ່​ເພື່ອນບ້ານ​ຜູ້​ໝົດ​ຫົນທາງ​ຢ່າງ​ໂຫດຮ້າຍ. ໂອບາດີຢາ​ພະຍາກອນ​ເຖິງ​ຄວາມ​ຈິບຫາຍ​ຂອງ​ເອໂດມ. ຫລັງຈາກນັ້ນ ກໍ​ໄດ້​ໃຫ້​ຄວາມ​ໝັ້ນໃຈ​ກັບ​ຄົນ​ໃນ​ຊຸມຊົນ​ຂອງ​ຕົນ​ວ່າ ພຣະເຈົ້າ​ຈະ​ຟື້ນຟູ​ຄວາມ​ຈະເລີນ​ຮຸ່ງເຮືອງ​ໃຫ້​ພວກເຂົາ​ເໝືອນເດີມ ແລະ ຮັບປະກັນ​ວ່າ​ໃນ​ທີ່ສຸດ​ແລ້ວ​ອານາຈັກ​ຢູດາ​ຈະ​ເປັນ​ຂອງ​ພຣະເຈົ້າຢາເວ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in