ຈົດບັນຊີ 31
31
ການແກ້ແຄ້ນຊາວມີດີອານ
1ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, 2“ຈົ່ງແກ້ແຄ້ນຊາວມີດີອານເພື່ອຄົນອິດສະຣາເອນ. ຫລັງຈາກນັ້ນ, ເຈົ້າຈະຖືກຮັບໄປໄວ້ກັບເຊື້ອສາຍຂອງເຈົ້າ”.
3ດັ່ງນັ້ນໂມເຊຈຶ່ງກ່າວແກ່ປະຊາຊົນວ່າ, “ພວກຜູ້ຊາຍບາງຄົນໃນພວກເຈົ້າຈົ່ງຕຽມອາວຸດເພື່ອອອກໄປເຮັດສົງຄາມຕໍ່ສູ້ກັບຊາວມີດີອານ ເພື່ອວ່າພວກເຂົາຈະປະຕິບັດໜ້າທີ່ການແກ້ແຄ້ນຂອງພຣະເຈົ້າຢາເວຕໍ່ຊາວມີດີອານ. 4ຈົ່ງສົ່ງຜູ້ຊາຍຈາກແຕ່ລະເຜົ່າຂອງອິດສະຣາເອນ 1.000 ຄົນ ອອກສູ່ສະໜາມຮົບ”. 5ດັ່ງນັ້ນ ພວກຜູ້ຊາຍ 12.000 ຄົນ ຈຶ່ງໄດ້ຕຽມອາວຸດເພື່ອການສູ້ຮົບ, 1.000 ຄົນ ມາຈາກແຕ່ລະເຜົ່າ, ເຊິ່ງໄດ້ຮັບການສະໜອງຈາກຕະກຸນຕ່າງໆຂອງອິດສະຣາເອນ. 6ໂມເຊໄດ້ສົ່ງພວກເຂົາເຂົ້າສູ່ສະໜາມຮົບ, 1.000 ຄົນ ຈາກແຕ່ລະເຜົ່າ, ໂດຍມີຟີເນຮາລູກຊາຍຂອງປະໂລຫິດເອເລອາຊາ, ພ້ອມດ້ວຍເຄື່ອງໃຊ້ຈາກສະຖານທີ່ນະມັດສະການໄປພ້ອມ ແລະ ແກເພື່ອເປົ່າສັນຍານ.
7ພວກເຂົາສູ້ຮົບກັບມີດີອານ, ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ, ແລະ ໄດ້ຂ້າຜູ້ຊາຍທຸກຄົນ. 8ລວມທັງກະສັດທັງຫ້າຂອງມີດີອານຄື: ເອວີ, ເຣເກມ, ຊູເຣ, ຮູເຣ ແລະ ເຣບາ. ບາລາອາມລູກຊາຍຂອງເບອໍກໍຖືກຂ້າຕາຍດ້ວຍດາບເໝືອນກັນ. 9ຄົນອິດສະຣາເອນໄດ້ຈັບເອົາແມ່ຍິງ ແລະ ເດັກນ້ອຍຊາວມີດີອານໄປເປັນຊະເລີຍ ແລະ ກວດຕ້ອນເອົາຝູງສັດ, ຝູງແກະ ແລະ ຢຶດເອົາສິ່ງຂອງຕ່າງໆຂອງຊາວມີດີອານມາດ້ວຍ. 10ພວກເຂົາໄດ້ເຜົາເມືອງບ່ອນທີ່ຊາວມີດີອານໄດ້ຕັ້ງຖິ່ນຖານຢູ່, ພ້ອມທັງຄ້າຍພັກຂອງພວກເຂົາທັງໝົດດ້ວຍ. 11ພວກເຂົາໄດ້ກວດຕ້ອນຄົນຝູງສັດ ແລະ ຢຶດຊັບສິນຂອງພວກເຂົາທັງໝົດ, 12ແລະ ໄດ້ນຳເອົາຊະເລີຍ, ມາມອບໃຫ້ໂມເຊ ແລະ ປະໂລຫິດເອເລອາຊາ ແລະ ຊຸມຊົນຄົນອິດສະຣາເອນທີ່ຕັ້ງຄ້າຍພັກທີ່ທົ່ງພຽງໂມອາບ, ແຄມແມ່ນ້ຳຈໍແດນກົງກັນຂ້າມກັບເມືອງເຢຣິໂກ.
13ໂມເຊ, ປະໂລຫິດເອເລອາຊາ ແລະ ບັນດາຜູ້ນຳຂອງຊຸມຊົນອອກໄປພົບກັບພວກເຂົາຢູ່ນອກຄ້າຍພັກ. 14ໂມເຊໃຈຮ້າຍໃຫ້ແກ່ບັນດານາຍທະຫານຂອງກອງທັບ ບັນດາຜູ້ບັນຊາການກອງພັນ ແລະ ບັນດາຜູ້ບັນຊາການກອງຮ້ອຍທີ່ກັບມາຈາກການສູ້ຮົບ.
15ໂມເຊຖາມພວກເຂົາວ່າ, “ພວກເຈົ້າໄດ້ປ່ອຍໃຫ້ພວກແມ່ຍິງທັງໝົດມີຊີວິດຢູ່ເຮັດຫຍັງ? 16ຄົນເຫລົ່ານີ້ແຫລະທີ່ເຮັດຕາມຄຳແນະນຳຂອງບາລາອາມ ແລະ ຊັກຊວນຄົນອິດສະຣາເອນໃຫ້ເປັນຜູ້ຫັນໜີຈາກພຣະເຈົ້າຢາເວໃນເຫດການທີ່ເປອໍ, ເປັນຕົນເຫດນຳໂລກລະບາດມາສູ່ປະຊາຊົນຂອງພຣະເຈົ້າຢາເວ. 17ບັດນີ້ຈົ່ງຂ້າເດັກນ້ອຍຜູ້ຊາຍທັງໝົດ. ແລະ ຂ້າແມ່ຍິງທຸກຄົນທີ່ເຄີຍຫລັບນອນກັບຜູ້ຊາຍແລ້ວ, 18ແຕ່ຈົ່ງໄວ້ຊີວິດຍິງສາວທຸກຄົນທີ່ຍັງບໍ່ເຄີຍຫລັບນອນກັບຜູ້ຊາຍມາກ່ອນໄວ້ສຳລັບພວກເຈົ້າເອງ.
19“ຜູ້ໃດກໍຕາມທີ່ໄດ້ຂ້າຄົນ ຫລື ສຳພັດສົບຄົນຕາຍຕ້ອງຢູ່ອອກນອກຄ້າຍພັກເຈັດວັນ. ໃນມື້ທີສາມ ແລະ ມື້ທີເຈັດ ຈົ່ງຊຳລະຕົນເອງ ແລະ ພວກຊະເລີຍຂອງຕົນ. 20ຈົ່ງຊຳລະເຄື່ອງນຸ່ງຫົ່ມ ແລະ ທຸກສິ່ງທີ່ເຮັດຈາກໜັງສັດ, ຂົນແບ້ ຫລື ເຮັດຈາກໄມ້ໃຫ້ສະອາດດ້ວຍ”.
21ແລ້ວປະໂລຫິດເອເລອາຊາຈຶ່ງກ່າວກັບພວກທະຫານທີ່ກັບຈາກສະໜາມຮົບວ່າ, “ນີ້ຄືຂໍ້ກຳນົດໂດຍກົດບັນຍັດທີ່ພຣະເຈົ້າຢາເວໄດ້ມອບໃຫ້ແກ່ໂມເຊຄື: 22ຄຳ, ເງິນ, ທອງສຳລິດ, ເຫລັກ, ຂີ້ກົ່ວ, ຊືນ 23ແລະ ສິ່ງໃດໆທີ່ທົນຕໍ່ຄວາມຮ້ອນໄດ້ຈະຕ້ອງເອົາໄປເຜົາໄຟ ເພື່ອຊຳລະ ຫລັງຈາກນັ້ນນຳໄປລ້າງດ້ວຍນ້ຳເພື່ອການຊຳລະ. ແລະ ສິ່ງໃດທີ່ບໍ່ທົນຕໍ່ຄວາມຮ້ອນຈະຕ້ອງຊຳລະລ້າງດ້ວຍນ້ຳ. 24ໃນມື້ທີເຈັດຈົ່ງຊັກເສື້ອຜ້າຂອງພວກເຈົ້າ ແລະ ພວກເຈົ້າກໍຈະບໍ່ເປັນມົນທິນ. ຫລັງຈາກນັ້ນພວກເຈົ້າຈຶ່ງກັບເຂົ້າມາໃນຄ້າຍພັກໄດ້”.
ການແບ່ງປັນສິ່ງຂອງທີ່ຢຶດມາໄດ້
25ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, 26“ເຈົ້າ ແລະ ປະໂລຫິດເອເລອາຊາ ແລະ ບັນດາຫົວໜ້າຄອບຄົວຂອງຊຸມຊົນຈະຕ້ອງໄດ້ນັບຈຳນວນຄົນ ແລະ ສັດທັງໝົດທີ່ຍຶດມາໄດ້. 27ຈົ່ງແບ່ງສິ່ງຂອງທີ່ຢຶດມາໄດ້ໃຫ້ສະເໝີກັນລະຫວ່າງພວກທະຫານທີ່ມີສ່ວນໃນການສູ້ຮົບ ແລະ ສ່ວນໜຶ່ງເປັນຂອງຊຸມຊົນທີ່ເຫລືອ. 28ຈົ່ງແຍກສ່ວນໜຶ່ງໃນຫ້າຮ້ອຍໄວ້ທະຫານທີ່ມີສ່ວນໃນການສູ້ຮົບບໍ່ວ່າຈະເປັນຄົນ, ງົວ, ລໍ ຫລື ແກະເພື່ອເປັນເຄື່ອງຖວາຍແກ່ພຣະເຈົ້າຢາເວ. 29ຈົ່ງເອົາສ່ວນຖວາຍທີ່ເປັນຂອງພຣະເຈົ້າຢາເວມອບໃຫ້ແກ່ປະໂລຫິດເອເລອາຊາ. 30ຈົ່ງເລືອກໜຶ່ງໃນຫ້າສິບຈາກສ່ວນທີ່ເປັນຂອງຄົນອິດສະຣາເອນ, ບໍ່ວ່າຄົນ, ງົວ, ລໍ ແກະ ຫລື ສັດອື່ນໆ. ຈົ່ງມອບສິ່ງເຫລົ່ານັ້ນໃຫ້ແກ່ຄົນເລວີ, ຜູ້ທີ່ຮັບຜິດຊອບເບິ່ງແຍງຫໍເຕັນຂອງພຣະເຈົ້າຢາເວ”. 31ດັ່ງນັ້ນໂມເຊ ແລະ ປະໂລຫິດເອເລອາຊາຈຶ່ງປະຕິບັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ.
32ສິ່ງຂອງທີ່ຢຶດມາໄດ້ມີຄື: ແກະ 675.000 ໂຕ, 33ງົວ 72.000 ໂຕ, 34ລໍ 61.000 ໂຕ 35ແລະ ແມ່ຍິງທີ່ຍັງບໍ່ເຄີຍໄດ້ຢູ່ກິນກັບຜູ້ຊາຍມາກ່ອນ 32.000 ຄົນ.
36ເຄິ່ງໜຶ່ງທີ່ເປັນສ່ວນຂອງບັນດາຜູ້ທີ່ອອກສູ້ຮົບມີຄື:
ແກະ 337.500 ໂຕ, 37ໃນຈຳນວນນີ້ຖວາຍແກ່ພຣະເຈົ້າຢາເວ 675 ໂຕ;
38ງົວ 36.000 ໂຕ, ໃນຈຳນວນນີ້ຖວາຍແກ່ພຣະເຈົ້າຢາເວ 72 ໂຕ;
39ລໍ 30.500 ໂຕ, ໃນຈຳນວນນີ້ຖວາຍແກ່ພຣະເຈົ້າຢາເວ 61 ໂຕ;
40ຄົນ 16.000 ຄົນ, ໃນຈຳນວນນີຖວາຍແກ່ພຣະເຈົ້າຢາເວ 32 ຄົນ.
41ໂມເຊມອບສ່ວນທີ່ຖວາຍແກ່ພຣະເຈົ້າຢາເວນັ້ນໃຫ້ປະໂລຫິດເອເລອາຊາ, ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ.
42ຫລັງຈາກທີ່ໂມເຊແບ່ງສ່ວນທີ່ມອບໃຫ້ຜູ້ມີສ່ວນອອກໄປສູ້ຮົບ, ອີກເຄິ່ງໜຶ່ງເປັນຂອງຄົນອິດສະຣາເອນ. 43ໄດ້ແກ່ ແກະ 337.500 ໂຕ, 44ງົວ 36.000 ໂຕ, 45ລໍ 30.500 ໂຕ 46ແລະ ຄົນ 16.000 ຄົນ. 47ໂມເຊໄດ້ຫັກໜຶ່ງໃນຫ້າສິບຂອງຊະເລີຍ ແລະ ສັດ, ຕາມທີ່ພຣະເຈົ້າຢາເວໄດ້ສັ່ງ ແລະ ມອບໃຫ້ແກ່ຄົນເລວີຜູ້ຮັບຜິດຊອບເບິ່ງແຍງຫໍເຕັນຂອງພຣະເຈົ້າຢາເວ.
48ຈາກນັ້ນບັນດານາຍທະຫານຜູ້ບັນຊາການເຫລົ່າທັບເຊັ່ນ ຜູ້ບັນຊາການກອງພັນ ແລະ ຜູ້ບັນຊາການກອງຮ້ອຍກໍໄປພົບໂມເຊ 49ແລະ ລາຍງານວ່າ, “ທ່ານເອີຍພວກຂ້ານ້ອຍຜູ້ຮັບໃຊ້ຂອງທ່ານໄດ້ກວດນັບພວກທະຫານຢູ່ພາຍໃຕ້ບັນຊາຂອງພວກຂ້ານ້ອຍ, ແລະ ບໍ່ມີແມ່ນແຕ່ຄົນດຽວຂາດຫາຍໄປ. 50ດັ່ງນັ້ນພວກຂ້ານ້ອຍຈຶ່ງໄດ້ນຳເອົາເຄື່ອເອ້ທີ່ເປັນຄຳທີ່ພວກຂ້ານ້ອຍຢຶດມາໄດ້ເປັນເຄື່ອງຖວາຍແກ່ພຣະເຈົ້າຢາເວມີຄື: ປອກແຂນ, ສາຍແຂນ ແຫວນຕາປະທັບ, ຕຸ້ມຫູ ແລະ ສາຍຄໍ ເພື່ອເປັນການລຶບລ້າງບາບໃຫ້ແກ່ພວກຂ້ານ້ອຍຕໍ່ໜ້າພຣະເຈົ້າຢາເວ”.
51ໂມເຊກັບປະໂລຫິດເອເລອາຊາກໍຮັບເອົາຄຳ ແລະ ເຄື່ອງເອ້ເປັນຄຳທັງໝົດນັ້ນ. 52ລວມແລ້ວຄຳທີ່ຜູ້ບັນຊາການກອງພັນ ແລະ ຜູ້ບັນຊາການກອງຮ້ອຍນຳມາຖວາຍຜ່ານທາງໂມເຊ ແລະ ເອເລອາຊາເພື່ອເປັນຂອງຂັວນແກ່ພຣະເຈົ້າຢາເວນັ້ນໜັກ 16.750 ເຊເຂວ.#31:52 ຄື ປະມານ 420 ພາວ ຫລື ປະມານ 190 ກິໂລກຣາມ 53ທະຫານແຕ່ລະຄົນໄດ້ຄອບຄອງຊັບສິນທີ່ຢຶດມາໄດ້ໄວ້ເປັນຂອງສ່ວນໂຕ. 54ໂມເຊ ແລະ ປະໂລຫິດເອເລອາຊາຮັບເອົາເຄື່ອງຄຳຈາກຜູ້ບັນຊາການກອງພັນ ແລະ ຜູ້ບັນຊາການກອງຮ້ອຍແລ້ວນຳໄປເກັບຮັກສາໄວ້ໃນເຕັນນັດພົບເພື່ອເປັນອະນຸສອນສຳລັບຄົນອິດສະຣາເອນຕໍ່ໜ້າພຣະເຈົ້າຢາເວ.
Currently Selected:
ຈົດບັນຊີ 31: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.