ຈົດບັນຊີ 29
29
ເທດສະການເປົ່າແກ
(ລລວ 23:23-25)
1“ ‘ໃນມື້ທີໜຶ່ງຂອງເດືອນທີເຈັດ ຈົ່ງຈັດການໂຮມຊຸມນຸມເພື່ອນະມັດສະການ ແລະ ຢ່າອອກແຮງງານໃດໆ. ພວກເຈົ້າຈະຕ້ອງເປົ່າແກໃນວັນນີ້. 2ເພື່ອເປັນກິ່ນຫອມທີພຣະເຈົ້າພໍໃຈ, ຈົ່ງຖວາຍເຄື່ອງເຜົາບູຊາຄື: ງົວເຖິກໜຶ່ງໂຕ, ແກະຜູ້ໜຶ່ງໂຕ ແລະ ລູກແກະໂຕຜູ້ອາຍຸໜຶ່ງປີເຈັດໂຕ, ທັງໝົດບໍ່ມີຕຳໜິ. 3ຈົ່ງຖວາຍພືດພັນເປັນເມັດຄື ແປ້ງລະອຽດສາມສ່ວນສິບເອຟາ#29:3 ຄື ປະມານ 5 ກິໂລກຣາມ; ເໝືອນກັນໃນຂໍ້ 9 ແລະ 14ປະສົມນ້ຳມັນໝາກກອກພ້ອມງົວເຖິກ; ຖວາຍແປ້ງລະອຽດສອງສ່ວນສິບເອຟາພ້ອມກັບແກະຜູ້;#29:3 ຄື ປະມານ 3,2 ກິໂລກຣາມ; ເຊັ່ນດຽວກັບຂໍ້ 9 ແລະ 14 4ແລະ ຈົ່ງຖວາຍແປ້ງລະອຽດໜຶ່ງສ່ວນສິບເອຟາກະແຕ່ລະ.#29:4 ຄື ປະມານ 1,6 ກິໂລກຣາມ; ເໝືອນກັນໃນຂໍ້ 10 ແລະ 15 5ລວມທັງຖວາຍແບ້ຜູ້ໜຶ່ງໂຕເປັນເຄື່ອງຖວາຍໄຖ່ບາບ#29:5 ຫລື ເພື່ອເປັນການຖວາຍບູຊາເພື່ອການຊຳລະລ້າງ; ເໝືອນກັນໃນບ່ອນອື່ນອີກໃນບົດນີ້ເພື່ອເຮັດພິທີລຶບລ້າງບາບສຳລັບເຈົ້າ. 6ນອກເໜືອຈາກເຄື່ອງເຜົາບູຊາປະຈຳເດືອນ ແລະ ເຄື່ອງຖວາຍພືດພັນເປັນເມັດທີ່ຖວາຍເປັນປະຈຳວັນ ແລະ ປະຈຳເດືອນຕາມທີ່ໄດ້ລະບຸໄວ້ແລ້ວ. ສິ່ງເຫລົ່ານີ້ເປັນເຄື່ອງຖວາຍບູຊາອາຫານແກ່ພຣະເຈົ້າຢາເວ, ເປັນກິ່ນຫອມທີ່ພໍໃຈ.
ວັນລຶບລ້າງບາບ
(ລລວ 16:2-34; 23:26-32)
7“ ‘ໃນມື້ທີສິບຂອງເດືອນທີເຈັດນີ້ ຈົ່ງຈັດການໂຮມຊຸມນຸມສັກສິດ. ພວກເຈົ້າຕ້ອງປະຕິເສດຕົນເອງ#29:7 ຫລື ຕ້ອງອົດອາຫານ ແລະ ຢ່າເຮັດວຽກງານໃດໆ. 8ຈົ່ງຖວາຍງົວຜູ້ໜຸ່ມໜຶ່ງໂຕ, ແກະຜູ້ໜຶ່ງໂຕ ແລະ ລູກແກະໂຕຜູ້ອາຍຸໜຶ່ງປີເຈັດໂຕ, ທັງໝົດບໍ່ມີຕຳໜິ, ເປັນເຄື່ອງເຜົາບູຊາທັງໂຕ ເປັນກິ່ນຫອມທີ່ພຣະເຈົ້າຢາເວພໍໃຈ. 9ຈົ່ງຖວາຍເມັດພືດບູຊາຄືແປ້ງໂມ້ລະອຽດປະມານສາມສ່ວນສິບເອຟາປະສົມກັບນໍ້າມັນ; ຖວາຍແປ້ງປະມານສອງສ່ວນສິບເອຟາພ້ອມກັບແກະຜູ້; 10ແລະ ຈົ່ງຖວາຍແປ້ງລະອຽດໜຶ່ງສ່ວນສິບເອຟາພ້ອມກັບລູກແກະແຕ່ລະໂຕຂອງແກະເຈັດໂຕນັ້ນ. 11ນອກເໜືອຈາກເຄື່ອງບູຊາໄຖ່ບາບເພື່ອລຶບລ້າງບາບ ແລະ ເຄື່ອງເຜົາບູຊາທັງໂຕທີ່ຖວາຍເປັນປະຈຳພ້ອມກັບພ້ອມກັບເມັດພືດບູຊາ ແລະ ເຄື່ອງດື່ມບູຊາ, ຈົ່ງຖວາຍແກະຜູ້ໜຶ່ງໂຕເປັນເຄື່ອງບູຊາໄຖ່ບາບດ້ວຍ.
ເທດສະການປຸກຕູບຢູ່
(ລລວ 23:33-43; ພບຍ 16:13-17)
12“ ‘ໃນມື້ທີສິບຫ້າຂອງເດືອນທີເຈັດ, ຈົ່ງຈັດການປະຊຸມອັນສັກສິດ ແລະ ຢ່າທຳງານປະຈຳ. ຈົ່ງສະຫລອງເທດສະການແກ່ພຣະເຈົ້າຢາເວເປັນເວລາເຈັດວັນ. 13ຈົ່ງຖວາຍເຄື່ອງເຜົາບູຊາທັງໂຕໄດ້ແກ່: ງົວເຖິກສິບສາມໂຕ, ແກະຜູ້ສອງໂຕ ແລະ ລູກແກະຜູ້ອາຍຸໜຶ່ງປີສິບສີ່ໂຕ, ທັງໝົດບໍ່ມີຕຳໜິ ເປັນອາຫານບູຊາ ເປັນກິ່ນຫອມທີ່ພຣະເຈົ້າຢາເວພໍໃຈ. 14ຈົ່ງຖວາຍພືດພັນເປັນເມັດຄືແປ້ງລະອຽດປະມານສາມສ່ວນສິບເອຟາປະສົມກັບນ້ຳມັນພ້ອມກັບງົວເຖິກແຕ່ລະໂຕ ຖວາຍແປ້ງປະມານສອງສ່ວນສິບເອຟາພ້ອມກັບແກະຜູ້ແຕ່ລະໂຕ; 15ຈົ່ງຖວາຍແປ້ງປະມານໜຶ່ງສ່ວນສິບເອຟາພ້ອມກັບລູກແກະແຕ່ລະຕົວ. 16ນອກເໜືອຈາກເຄື່ອງເຜົາບູຊາທັງໂຕທີ່ຖວາຍເປັນປະຈຳພ້ອມກັບພືດພັນເປັນເມັດ ແລະ ເຄື່ອງດື່ມບູຊາ ຈົ່ງຖວາຍແບ້ຜູ້ໜຶ່ງໂຕເປັນເຄື່ອງບູຊາໄຖ່ບາບດ້ວຍ.
17“ ‘ໃນມື້ທີສອງ ຈົ່ງຖວາຍງົວເຖິກສິບສອງໂຕ, ແກະຜູ້ສອງໂຕ ແລະ ລູກແກະໂຕຜູ້ອາຍຸໜຶ່ງປີສິບສີ່ໂຕ, ທັງໝົດບໍ່ມີຕຳໜິ. 18ຈົ່ງຖວາຍພ້ອມກັບງົວຜູ້, ແກະຜູ້ ແລະ ລູກແກະນັ້ນຄື: ເຄື່ອງຖວາຍພືດພັນເປັນເມັດ ແລະ ເຄື່ອງດື່ມບູຊາຕາມຈຳນວນທີ່ກຳນົດໄວ້. 19ນອກເໜືອຈາກເຄື່ອງເຜົາບູຊາທັງໂຕທີ່ຖວາຍເປັນປະຈຳພ້ອມກັບພືດພັນເປັນເມັດ ແລະ ເຄື່ອງດື່ມບູຊາ ຈົ່ງຖວາຍແບ້ຜູ້ໜຶ່ງໂຕເປັນເຄື່ອງບູຊາໄຖ່ບາບດ້ວຍ.
20“ ‘ໃນມື້ທີສາມ ຈົ່ງຖວາຍງົວຜູ້ສິບເອັດໂຕ, ແກະຜູ້ສອງໂຕ ແລະ ລູກແກະໂຕຜູ້ອາຍຸໜຶ່ງປີສິບສີ່ໂຕ, ທັງໝົດບໍ່ມີຕຳໜິ. 21ພ້ອມກັບການຖວາຍງົວຜູ້, ແກະຜູ້ ແລະ ລູກແກະນັ້ນຕ້ອງຖວາຍເຄື່ອງຖວາຍພືດພັນເປັນເມັດ ແລະ ເຄື່ອງດື່ມບູຊາຕາມຈຳນວນທີ່ໄດ້ກຳນົດໄວ້. 22ນອກເໜືອຈາກເຄື່ອງບູຊາຊື່ງຖວາຍເປັນປົກກະຕິພ້ອມດ້ວຍເຄື່ອງຖວາຍພືດພັນເປັນເມັດ ແລະ ເຄື່ອງດື່ມບູຊາ ຈົ່ງຖວາຍແບ້ຜູ້ໂຕໜຶ່ງເປັນເຄື່ອງຖວາຍໄຖ່ບາບ.
23“ ‘ໃນມື້ທີສີ່ ຈົ່ງຖວາຍງົວຜູ້ສິບໂຕ, ແກະຜູ້ສອງໂຕ ແລະ ລູກແກະໂຕຜູ້ອາຍຸໜຶ່ງປີສິບສີ່ໂຕ, ທັງໝົດບໍ່ມີຕຳໜິ. 24ພ້ອມກັບການຖວາຍງົວຜູ້, ແກະຜູ້ ແລະ ລູກແກະນັ້ນ ຈົ່ງຖວາຍພືດພັນເປັນເມັດ ແລະ ເຄື່ອງດື່ມບູຊາຕາມຈຳນວນທີ່ໄດ້ກຳນົດໄວ້. 25ນອກເໜືອຈາກເຄື່ອງເຜົາບູຊາທັງໂຕທີ່ຖວາຍເປັນປະຈຳພ້ອມກັບພືດພັນເປັນເມັດ ແລະ ເຄື່ອງດື່ມບູຊາ ຈົ່ງຖວາຍແບ້ຜູ້ໜຶ່ງໂຕເປັນເຄື່ອງບູຊາໄຖ່ບາບດ້ວຍ.
26“ ‘ໃນມື້ທີຫ້າ ຈົ່ງຖວາຍງົວຜູ້ເກົ້າໂຕ, ແກະຜູ້ສອງໂຕ ແລະ ລູກແກະໂຕຜູ້ອາຍຸໜຶ່ງປີສິບສີ່ໂຕ, ທັງໝົດບໍ່ມີຕຳໜິ. 27ພ້ອມກັບການຖວາຍງົວຜູ້, ແກະຜູ້ ແລະ ລູກແກະນັ້ນ ຈົ່ງຖວາຍພືດພັນເປັນເມັດ ແລະ ເຄື່ອງດື່ມບູຊາຕາມຈຳນວນທີ່ໄດ້ກຳນົດໄວ້. 28ນອກເໜືອຈາກເຄື່ອງເຜົາບູຊາທັງໂຕທີ່ຖວາຍເປັນປະຈຳພ້ອມກັບພືດພັນເປັນເມັດ ແລະ ເຄື່ອງດື່ມບູຊາ ຈົ່ງຖວາຍແບ້ຜູ້ໜຶ່ງໂຕເປັນເຄື່ອງບູຊາໄຖ່ບາບດ້ວຍ.
29“ ‘ໃນມື້ທີຫົກ ຈົ່ງຖວາຍງົວຜູ້ແປດໂຕ, ແກະຜູ້ສອງໂຕ ແລະ ລູກແກະໂຕຜູ້ອາຍຸໜຶ່ງປີສິບສີ່ໂຕ, ທັງໝົດບໍ່ມີຕຳໜິ. 30ພ້ອມກັບການຖວາຍງົວຜູ້, ແກະຜູ້ ແລະ ລູກແກະນັ້ນ ຈົ່ງຖວາຍພືດພັນເປັນເມັດ ແລະ ເຄື່ອງດື່ມບູຊາຕາມຈຳນວນທີ່ໄດ້ກຳນົດໄວ້. 31ນອກເໜືອຈາກເຄື່ອງເຜົາບູຊາທັງໂຕທີ່ຖວາຍເປັນປະຈຳພ້ອມກັບພືດພັນເປັນເມັດ ແລະ ເຄື່ອງດື່ມບູຊາ ຈົ່ງຖວາຍແບ້ຜູ້ໜຶ່ງໂຕເປັນເຄື່ອງບູຊາໄຖ່ບາບດ້ວຍ.
32“ ‘ໃນມື້ທີເຈັດ ຈົ່ງຖວາຍງົວຜູ້ເຈັດໂຕ, ແກະຜູ້ສອງໂຕ ແລະ ລູກແກະໂຕຜູ້ອາຍຸໜຶ່ງປີສິບສີ່ໂຕ, ທັງໝົດບໍ່ມີຕຳໜິ. 33ພ້ອມກັບການຖວາຍງົວຜູ້, ແກະຜູ້ ແລະ ລູກແກະນັ້ນ ຈົ່ງຖວາຍພືດພັນເປັນເມັດ ແລະ ເຄື່ອງດື່ມບູຊາຕາມຈຳນວນທີ່ໄດ້ກຳນົດໄວ້. 34ນອກເໜືອຈາກເຄື່ອງເຜົາບູຊາທັງໂຕທີ່ຖວາຍເປັນປະຈຳພ້ອມກັບພືດພັນເປັນເມັດ ແລະ ເຄື່ອງດື່ມບູຊາ ຈົ່ງຖວາຍແບ້ຜູ້ໜຶ່ງໂຕເປັນເຄື່ອງບູຊາໄຖ່ບາບດ້ວຍ.
35“ ‘ໃນມື້ທີແປດ ຈົ່ງຈັດການປະຊຸມພິເສດຄືພິທີປິດ ແລະ ຢ່າເຮັດວຽກປະຈຳ. 36ຈົ່ງຖວາຍເຄື່ອງເຜົາບູຊາປະກອບດ້ວຍງົວຜູ້ໜຶ່ງໂຕ, ແກະຜູ້ໜຶ່ງໂຕ ແລະ ລູກແກະໂຕຜູ້ອາຍຸໜຶ່ງປີເຈັດໂຕທັງໝົດບໍ່ມີຕຳໜິເປັນເຄື່ອງຖວາຍບູຊາອາຫານເປັນກິ່ນຫອມທີ່ພຣະເຈົ້າຢາເວພໍໃຈ. 37ຈົ່ງຖວາຍງົວຜູ້, ແກະຜູ້ ແລະ ລູກແກະໂຕຜູ້, ພ້ອມກັບເຄື່ອງຖວາຍພືດພັນເປັນເມັດ ແລະ ເຄື່ອງດື່ມບູຊາຕາມຈຳນວນທີ່ໄດ້ກຳນົດໄວ້. 38ນອກເໜືອຈາກເຄື່ອງເຜົາບູຊາທັງໂຕທີ່ຖວາຍເປັນປະຈຳພ້ອມກັບພືດພັນເປັນເມັດ ແລະ ເຄື່ອງດື່ມບູຊາ ຈົ່ງຖວາຍແບ້ຜູ້ໜຶ່ງໂຕເປັນເຄື່ອງບູຊາໄຖ່ບາບດ້ວຍ.
39“ ‘ນອກຈາກເຄື່ອງຖວາຍຕາມທີ່ພວກເຈົ້າບະບົນ ແລະ ເຄື່ອງຖວາຍຕາມຄວາມສະໝັກໃຈຂອງພວກເຈົ້າແລ້ວ, ຈົ່ງຖວາຍສິ່ງເຫລົ່ານີ້ແກ່ພຣະເຈົ້າຢາເວໃນເທດສະການຕ່າງໆຕາມທີ່ໄດ້ກຳນົດໄວ້ຄື: ເຄື່ອງເຜົາບູຊາ, ເຄື່ອງຖວາຍພືດພັນເປັນເມັດ, ເຄື່ອງດື່ມບູຊາ ແລະ ເຄື່ອງຖວາຍເພື່ອຄວາມສາມັກຄີທຳ’ ”.
40ໂມເຊຈຶ່ງບອກຄົນອິດສະຣາເອນທຸກສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງເພິ່ນໄວ້.
Currently Selected:
ຈົດບັນຊີ 29: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.