ຈົດບັນຊີ 16:30-32
ຈົດບັນຊີ 16:30-32 LCV
ແຕ່ຖ້າພຣະເຈົ້າຢາເວນຳເອົາບາງສິ່ງທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ແລະ ແຜ່ນດິນໂລກເປີດປາກອອກ ແລະ ກືນເອົາຄົນເຫລົ່ານັ້ນ, ພ້ອມທັງທຸກສິ່ງທີ່ເປັນຂອງພວກເຂົາ, ແລະ ພວກເຂົາກໍລົງໄປສູ່ແດນແຫ່ງຄວາມຕາຍທັງເປັນ, ແລ້ວພວກເຈົ້າຈະຮູ້ຈັກວ່າຄົນເຫລົ່ານີ້ໄດ້ປະຕິບັດຕໍ່ພຣະເຈົ້າດ້ວຍການດູຖູກ”. ທັນທີທີ່ໂມເຊເວົ້າສິ່ງທັງໝົດນີ້ຈົບ, ພື້ນດິນທີ່ຢູ່ລຸ່ມພວກເຂົາຢືນຢູ່ກໍແຍກອອກຈາກກັນ ແລະ ແຜ່ນດິນໂລກກໍເປີດປາກອອກ ແລະ ໄດ້ກືນເອົາພວກເຂົາພ້ອມທັງຄົວເຮືອນຂອງພວກເຂົາ ແລະ ຜູ້ທີ່ເຂົ້າຮ່ວມກັບໂກຣາ, ພ້ອມກັບຊັບສົມບັດຕ່າງໆຂອງພວກເຂົາ.





