ຈົດບັນຊີ 11
11
ໄຟຈາກອົງພຣະຜູ້ເປັນເຈົ້າ
1ບັດນີ້ປະຊາຊົນຈົ່ມເຖິງຄວາມຍາກລຳບາກຂອງພວກເຂົາຕໍ່ພຣະເຈົ້າຢາເວ, ແລະ ເມື່ອພຣະອົງໄດ້ຍິນຄຳຈົ່ມຂອງພວກເຂົາພຣະອົງກໍໂກດຮ້າຍ. ແລ້ວໄຟຂອງພຣະເຈົ້າຢາເວກໍລົງມາເຜົາຜານທ່າມກາງພວກເຂົາ ແລະ ບາງສ່ວນທີ່ຢູ່ນອກຂອງເຂດຄ້າຍພັກ. 2ເມື່ອປະຊາຊົນຮ້ອງຂໍຕໍ່ໂມເຊ, ເພິ່ນກໍໄດ້ອະທິຖານຕໍ່ພຣະເຈົ້າຢາເວ ແລ້ວໄຟນັ້ນກໍມອດລົງ. 3ດັ່ງນັ້ນ ຈຶ່ງໄດ້ເອີ້ນບ່ອນນັ້ນວ່າ ຕາເບຣາ,#11:3 ແປວ່າ ໄຟລຸກໄໝ້ຢູ່ ເພາະມີໄຟຈາກພຣະເຈົ້າຢາເວລົງມາເຜົາຜານທ່າມກາງພວກເຂົາ.
ນົກຂຸ້ມຈາກພຣະເຈົ້າຢາເວ
4ຝູງຊົນທີ່ມາກັບພວກເຂົາເລີ່ມຢາກກິນອາຫານຢ່າງອື່ນ ແລະ ຄົນອິດສະຣາເອນກໍເລີ່ມຈົ່ມທຸກອີກ ແລະ ເວົ້າວ່າ, “ພວກເຮົາຢາກກິນຊີ້ນຫລາຍ! 5ພວກເຮົາຄິດເຖິງປາທີ່ພວກເຮົາເຄີຍກິນໃນເອຢິບໂດຍບໍ່ຕ້ອງຊື້ ອີກທັງໝາກແຕງ, ໝາກໂມ, ຕົ້ນກະທຽມ, ຫອມບົ່ວໃຫຍ່ ແລະ ກະທຽມ. 6ແຕ່ເວລານີ້ພວກເຮົາເບື່ອອາຫານ; ພວກເຮົາບໍ່ເຄີຍເຫັນອາຫານຢ່າງອື່ນນອກຈາກມານາ!”
7ມານາມີລັກສະນະເໝືອນເມັດຫອມປ້ອມ ແລະ ເບິ່ງຄ້າຍໆຄືຢາງຕົ້ນໄມ້. 8ປະຊາຊົນທຽວໄປເກັບເອົາມານາ, ແລະ ຫລັງຈາກນັ້ນກໍເອົາມາບົດ ຫລື ຕຳດ້ວຍຄົກໃຫ້ເປັນແປ້ງ. ແລ້ວພວກເຂົາກໍເອົາມາຕົ້ມໃສ່ໝໍ້ ຫລື ເຮັດເປັນເຂົ້າຈີ່. ແລະ ລົດຊາດເໝືອນເຂົ້າໜົມບາງຢ່າງທີ່ປະສົມນ້ຳມັນໝາກກອກ. 9ເມື່ອນ້ຳໝອກຕົກລົງມາໃສ່ຄ້າຍພັກໃນເວລາກາງຄືນ, ມານາກໍຕົກລົງມາເໝືອນກັນ.
10ໂມເຊໄດ້ຍິນສຽງຈົ່ມທຸກຂອງຄົນທັງຫລາຍຈາກທຸກຄອບຄົວຢູ່ທາງເຂົ້າເຕັນຂອງພວກເຂົາ. ພຣະເຈົ້າຢາເວເກີດຄວາມໂກດຮ້າຍຫລາຍຂຶ້ນ ແລະ ໂມເຊກໍຍິ່ງທຸກໃຈ. 11ເພິ່ນຖາມພຣະເຈົ້າຢາເວວ່າ, “ເປັນຫຍັງພຣະອົງຈຶ່ງນຳເອົາຄວາມທຸກໃຈນີ້ມາສູ່ຜູ້ຮັບໃຊ້ຂອງພຣະອົງ? ຂ້ານ້ອຍໄດ້ເຮັດສິ່ງໃດບໍ່ເປັນທີ່ພໍໃຈພຣະອົງ ພຣະອົງຈຶ່ງໃຫ້ຂ້ານ້ອຍແບກພາລະໜັກທັງໝົດຂອງປະຊາຊົນເຫລົ່ານີ້? 12ຂ້ານ້ອຍເປັນຜູ້ຕັ້ງທ້ອງພວກເຂົາເຫລົ່ານີ້ບໍ? ຂ້ານ້ອຍເປັນຜູ້ໃຫ້ກຳເນີດພວກເຂົາມາບໍ? ເປັນຫຍັງພຣະອົງຈຶ່ງໃຫ້ຂ້ານ້ອຍເບິ່ງແຍງພວກເຂົາໃນອ້ອມແຂນຂອງຂ້ານ້ອຍ, ເໝືອນດັ່ງແມ່ລ້ຽງອູ້ມເດັກນ້ອຍຜູ້ໜຶ່ງເພື່ອເຂົ້າສູ່ດິນແດນທີ່ພຣະອົງສັນຍາໂດຍປະຕິຍານໄວ້ກັບບັນພະບຸລຸດຂອງພວກເຂົາ? 13ຂ້ານ້ອຍຈະໄປຫາຊີ້ນຢູ່ໃສມາໃຫ້ຄົນເຫລົ່ານີ້ທັງໝົດ? ພວກເຂົາຄ່ຳຄວນກັບຂ້ານ້ອຍວ່າ, ‘ຂໍໃຫ້ພວກເຮົາໄດ້ກິນຊີ້ນແດ່!’ 14ຂ້ານ້ອຍບໍ່ສາມາດເບິ່ງແຍງປະຊາຊົນເຫລົ່ານີ້ທັງໝົດໄດ້ດ້ວຍຕົວຂ້ານ້ອຍເອງ; ເປັນພາລະໜັກເກີນໄປສຳລັບຂ້ານ້ອຍ. 15ຖ້າຫາກວ່ານີ້ເປັນສິ່ງທີ່ພຣະອົງຈະກະທຳຕໍ່ຂ້ານ້ອຍ, ກໍຂໍໃຫ້ພຣະອົງເຮັດຕໍ່ໄປ ແລະ ຂ້າຂ້ານ້ອຍ, ຖ້າພຣະອົງຈະກະລຸນາ ກໍຂໍຢ່າປ່ອຍໃຫ້ຂ້ານ້ອຍປະເຊີນກັບຄວາມພິນາດຂອງຂ້ານ້ອຍເລີຍ”.
16ພຣະເຈົ້າຢາເວກ່າວແກ່ໂມເຊວ່າ: “ຈົ່ງນຳເອົາຜູ້ອາວຸໂສຂອງຄົນອິດສະຣາເອນເຈັດສິບຄົນຜູ້ທີ່ເຈົ້າຮູ້ຈັກມາຫາເຮົາເພື່ອເປັນຜູ້ນຳ ແລະ ເປັນເຈົ້າໜ້າທີ່ທ່າມກາງປະຊາຊົນ. ຈົ່ງນຳພວກເຂົາມາທີ່ເຕັນນັດພົບ, ເຊິ່ງພວກເຂົາຈະມາຢືນຢູ່ທີ່ນັ້ນກັບເຈົ້າ. 17ເຮົາຈະລົງມາ ແລະ ກ່າວກັບເຈົ້າທີ່ນັ້ນ, ແລະ ເຮົາຈະເອົາລິດອຳນາດຂອງພຣະວິນຍານທີ່ຢູ່ກັບເຈົ້າ ແລ້ວມອບລິດອຳນາດຂອງພຣະວິນຍານນັ້ນໃສ່ຄົນເຫລົ່ານັ້ນດ້ວຍ. ພວກເຂົາຈະຊ່ວຍແບກພາລະຂອງປະຊາຊົນຮ່ວມກັບເຈົ້າ ເພື່ອວ່າເຈົ້າຈະບໍ່ໄດ້ແບກພາລະນັ້ນແຕ່ຄົນດຽວ.
18“ຈົ່ງບອກປະຊາຊົນວ່າ: ‘ຈົ່ງອຸທິດຕົນເຂົ້າສູ່ການກະກຽມສຳລັບມື້ອື່ນ, ພວກເຈົ້າຈະມີຊີ້ນກິນ. ພຣະເຈົ້າຢາເວໄດ້ຍິນທີ່ພວກເຈົ້າຄ່ຳຄວນແລ້ວວ່າ, “ພວກເຮົາຢາກກິນຊີ້ນຫລາຍ! ພວກເຮົາຢູ່ທີ່ເອຢິບກໍຍັງດີກວ່າ!” ບັດນີ້ ພຣະເຈົ້າຢາເວຈະໃຫ້ຊີ້ນແກ່ພວກເຈົ້າ ແລະ ພວກເຈົ້າຈະໄດ້ກິນຊີ້ນນັ້ນ. 19ພວກເຈົ້າຈະບໍ່ໄດ້ກິນຊີ້ນພຽງແຕ່ວັນດຽວ ຫລື ສອງວັນ, ຫລື ຫ້າວັນ, ຫລື ສິບວັນ ຫລື ຊາວວັນເທົ່ານັ້ນ, 20ແຕ່ສຳລັບໜຶ່ງເດືອນເຕັມ ຈົນຊີ້ນນັ້ນລົ້ນອອກມາທາງດັງຈົນພວກເຈົ້າເບື່ອຊີ້ນນັ້ນ ເພາະພວກເຈົ້າປະຕິເສດພຣະເຈົ້າຢາເວ, ຜູ້ຢູ່ທ່າມກາງພວກເຈົ້າ ແລະ ຄ່ຳຄວນຕໍ່ໜ້າພຣະອົງ, ໂດຍກ່າວວ່າ, “ເປັນຫຍັງພວກເຮົາຕ້ອງອອກມາຈາກເອຢິບ?” ’ ”
21ແຕ່ໂມເຊກ່າວວ່າ, “ທີ່ນີ້ຂ້ານ້ອຍຢູ່ທ່າມກາງຜູ້ຊາຍຫົກແສນຄົນທີ່ຢືນຢູ່ທີ່ນີ້ແລ້ວ ແລະ ພຣະອົງຍັງກ່າວວ່າ, ‘ເຮົາຈະໃຫ້ຊີ້ນພວກເຂົາກິນຕະຫລອດໜຶ່ງເດືອນເຕັມ!’ 22ຖ້າຈະເອົາຝູງແບ້, ຝູງແກະ ແລະ ຝູງງົວມາຂ້າໃຫ້ພວກເຂົາກິນຈະພຽງພໍບໍ? ຖ້າຈະຫາປາໝົດທະເລມາໃຫ້ພວກເຂົາກິນຈະພຽງພໍບໍ?”
23ພຣະເຈົ້າຢາເວໄດ້ຕອບໂມເຊວ່າ, “ແຂນຂອງພຣະເຈົ້າຢາເວສັ້ນໂພດບໍ? ບັດນີ້ ເຈົ້າຈະໄດ້ເຫັນວ່າສິ່ງທີ່ເຮົາກ່າວນັ້ນຈະກາຍມາເປັນຄວາມຈິງສຳລັບເຈົ້າ ຫລື ບໍ່”.
24ດັ່ງນັ້ນ ໂມເຊຈຶ່ງອອກມາ ແລະ ແຈ້ງຕໍ່ປະຊາຊົນໃນສິ່ງທີ່ພຣະເຈົ້າຢາເວໄດ້ກ່າວ. ເພິ່ນເອີ້ນເອົາຜູ້ອາວຸໂສເຈັດສິບຄົນມາຮວມກັນ ແລະ ໃຫ້ພວກເຂົາຢືນລຽນອ້ອມເຕັນ. 25ແລ້ວພຣະເຈົ້າຢາເວໄດ້ລົງມາໃນເມກ ແລະ ກ່າວແກ່ໂມເຊ, ແລະ ພຣະອົງນຳເອົາລິດອຳນາດຂອງພຣະວິນຍານທີ່ຢູ່ເທິງໂມເຊ ແລ້ວມອບໃຫ້ໃຫ້ແກ່ຜູ້ອາວຸໂສທັງເຈັດສິບຄົນ. ເມື່ອພຣະວິນຍານຢູ່ກັບພວກເຂົາແລ້ວ, ພວກເຂົາກໍໄດ້ເຮັດການທຳນວາຍຢູ່ຊົ່ວຂະນະໜຶ່ງ ແຕ່ຫລັງຈາກນັ້ນພວກເຂົາກໍບໍ່ເຮັດອີກ.
26ເຖິງຢ່າງໃດກໍຕາມ, ມີຜູ້ອາວຸໂສສອງຄົນທີ່ຊື່ວ່າ ເອັນດາດ ແລະ ເມດາດ, ຍັງຢູ່ໃນຄ້າຍພັກ. ພວກເຂົາມີບັນຊີຢູ່ໃນກຸ່ມຂອງພວກອາວຸໂສທັງຫລາຍ, ແຕ່ບໍ່ໄດ້ອອກໄປທີ່ເຕັນ. ເຖິງປານນັ້ນ ພຣະວິນຍານກໍຍັງຢູ່ເທິງພວກເຂົາດ້ວຍ ແລະ ພວກເຂົາກໍໄດ້ເຮັດການທຳນວາຍຢູ່ໃນຄ້າຍພັກ. 27ຊາຍໜຸ່ມຄົນໜຶ່ງແລ່ນໄປບອກໂມເຊວ່າ, “ເອັນດາດ ແລະ ເມດາດກຳລັງເຮັດການທຳນວາຍຢູ່ໃນຄ້າຍພັກ”.
28ໂຢຊວຍລູກຊາຍຂອງນູນ, ຜູ້ທີ່ເປັນຜູ້ຊ່ວຍຂອງໂມເຊມາຕັ້ງແຕ່ຍັງໜຸ່ມນັ້ນ, ກໍໄດ້ຮ້ອງຂຶ້ນສຽງດັງໆ ແລະ ກ່າວວ່າ, “ໂມເຊ ເຈົ້ານາຍຂອງຂ້າພະເຈົ້າ, ຈົ່ງຫ້າມພວກເຂົາ!”
29ແຕ່ໂມເຊຕອບວ່າ, “ເຈົ້າອິດສາເພາະເຫັນແກ່ເຮົາບໍ? ເຮົາຢາກໃຫ້ປະຊາຊົນຂອງພຣະເຈົ້າຢາເວທັງໝົດເປັນຜູ້ທຳນວາຍ ແລະ ເພື່ອພຣະເຈົ້າຢາເວຈະໃຫ້ພຣະວິນຍານຂອງພຣະອົງລົງເທິງພວກເຂົາ!” 30ຫລັງຈາກນັ້ນ ໂມເຊ ແລະ ບັນດາຜູ້ອາວຸໂສຂອງອິດສະຣາເອນກໍໄດ້ກັບຄືນໄປທີ່ຄ້າຍພັກ.
31ຂະນະນັ້ນ ມີກະແສລົມຈາກພຣະເຈົ້າຢາເວ ແລະ ພັດເອົານົກຂຸ້ມມາຈາກທະເລ. ລົມພັດກະຈັດກະຈາຍນົກຂຸ້ມຕົກຢູ່ອ້ອມຄ້າຍພັກສູງກາຍພື້ນດິນສອງສອກ,#11:31 ຄື ປະມານ 1 ແມັດ ໄກເປັນວົງລັດສະໝີເທົ່າກັບຊົ່ວໄລຍະທາງຍ່າງມື້ໜຶ່ງ. 32ຕະຫລອດວັນ ແລະ ຄືນນັ້ນ ແລະ ວັນຕໍ່ມາ ປະຊາຊົນພາກັນອອກໄປຈັບເອົານົກຂຸ້ມ. ແຕ່ລະຄົນຈັບໄດ້ບໍ່ຫລຸດສິບໂອເມີ.#11:32 ຫລື ປະມານ 1.600 ກິໂລກຣາມ ພວກເຂົາເອົາຊີ້ນນົກຂຸ້ມຕາກໄວ້ອ້ອມຄ້າຍພັກ. 33ແຕ່ຂະນະທີ່ຊີ້ນຍັງຢູ່ໃນປາກຂອງພວກເຂົາ ແລະ ໂດຍຍັງບໍ່ໄດ້ກືນລົງໄປ, ຄວາມໂກດຮ້າຍຂອງພຣະເຈົ້າກໍລຸກໄໝ້ສູ່ພວກເຂົາ, ພຣະອົງທຳລາຍພວກເຂົາດ້ວຍໂລກລະບາດທີ່ຮຸນແຮງ. 34ເຫດສະນັ້ນ ສະຖານທີ່ແຫ່ງນັ້ນຈຶ່ງໄດ້ຊື່ວ່າ, ກິບໂຣດຮັດຕາອາວາ#11:34 ມີຄວາມໝາຍວ່າ ຂຸມຝັງສົບຂອງຜູ້ຫິວແຮງ, ເພາະພວກເຂົາຝັງສົບຂອງປະຊາຊົນຜູ້ທີ່ໄດ້ໂຫຍຫາອາຫານອື່ນ.
35ພວກເຂົາເດີນທາງຕໍ່ຈາກກິບໂຣດຮັດຕາອາວາສູ່ຮາເຊໂຣດ ແລະ ພັກຢູ່ທີ່ນັ້ນ.
Currently Selected:
ຈົດບັນຊີ 11: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.