YouVersion Logo
Search Icon

ນາຮູມ 2

2
ນີເນເວ​ຈະ​ຫລົ້ມຈົມ
1ນີເນເວ, ຜູ້​ໂຈມຕີ​ໄດ້​ບຸກ​ໜ້າ​ມາ​ຕໍ່ສູ້​ເຈົ້າ​ແລ້ວ.
ຈົ່ງ​ເຂົ້າ​ປະຈຳ​ປ້ອມ,
ເຝົ້າ​ເບິ່ງ​ຫົນທາງ​ໄວ້,
ຕຽມ​ຕົວ​ໃຫ້​ພ້ອມ,
ແລະ ຮວບຮວມ​ກຳລັງ​ທັງໝົດ​ຂອງ​ເຈົ້າ!
2ພຣະເຈົ້າ​ຢາເວ​ຈະ​ຟື້ນຟູ​ຄວາມ​ຮຸ່ງເຮືອງ​ໃຫ້​ຢາໂຄບ
ເໝືອນ​ກັບ​ຄວາມ​ຮຸ່ງເຮືອງ​ຂອງ​ອິດສະຣາເອນ,
ເຖິງ​ແມ່ນ​ວ່າ​ຜູ້​ທຳລາຍ​ໄດ້​ທຳລາຍ​ມັນ​ຖິ້ມ​ໄປ
ແລະ ທຳລາຍ​ເຄືອ​ອະງຸ່ນ​ຂອງ​ມັນ.
3ໂລ່​ຂອງ​ທະຫານ​ເປັນ​ສີແດງ;
ນັກຮົບ​ກໍ​ສວມ​ຊຸດ​ສີແດງ​ເຂັ້ມ.
ໂລຫະ​ຢູ່​ເທິງ​ລົດມ້າ​ຈະ​ເປັ່ງ​ປະກາຍ
ໃນ​ວັນ​ທີ່​ພວກເຂົາ​ໄດ້​ຕຽມ​ພ້ອມ;
ຫອກ​ໄມ້ແປກ​ກໍ​ແກວ່ງໄກວ.#2:3 ພາສາ​ເຮັບເຣີ​ຕົ້ນ​ສະບັບ​ວ່າ: ມ້າຮົບ​ແລ່ນ​ໄປ​ມາ
4ລົດຮົບ​ຟ້າວ​ບຸກ​ໄປ​ຕາມ​ຖະໜົນ
ຟ້າວ​ແລ່ນ​ໄປ​ມາ​ຜ່ານ​ເດີ່ນ​ເມືອງ.
ພວກເຂົາ​ເບິ່ງ​ຄື​ກັນ​ກັບ​ກະບອງ​ໄຟ​ທີ່​ກຳລັງ​ລຸກ​ຢູ່;
ພວກເຂົາ​ພຸ່ງ​ໄປ​ມາ​ເໝືອນ​ຟ້າແມບ.
5ນີເນເວ​ໄດ້​ລະດົມ​ກອງ​ທະຫານ​ທີ່​ຕົນ​ເລືອກ​ໄວ້,
ແຕ່​ພວກເຂົາ​ສະດຸດ​ລົ້ມ​ກາງ​ທາງ.
ພວກເຂົາ​ຟ້າວ​ບຸກ​ເຂົ້າ​ໄປ​ທີ່​ກຳແພງ​ເມືອງ;
ໂລ່​ປ້ອງກັນ​ກໍ​ຕັ້ງ​ປະຈຳ​ທີ່.
6ປະຕູ​ດ້ານ​ແມ່ນ້ຳ​ກໍ​ຖືກ​ທຳລາຍ​ລົງ
ແລະ ວັງ​ກໍ​ພັງ​ລົງ.
7ມີ​ດຳລັດ#2:7 ໃນ​ພາສາ​ເຮັບເຣີ​ຄຳ​ນີ້ ມີ​ຄວາມຫມາຍ​ບໍ່​ຊັດເຈນ​ໃຫ້​ນີເນເວ​ນັ້ນ
ຖືກ​ເນລະເທດ ແລະ ຖືກ​ກວາດ​ຕ້ອນ​ໄປ.
ບັນດາ​ຂ້າທາດ​ຍິງ​ຂອງ​ນີເນເວ​ຮ້ອງ​ຄວນ​ຄາງ​ເໝືອນ​ນົກເຂົາ
ແລະ ຕີ​ເອິກ​ຂອງ​ຕົນ.
8ນີເນເວ​ເປັນ​ເໝືອນ​ສະນ້ຳ
ທີ່​ມີ​ນ້ຳ​ກຳລັງ​ໄຫລ​ອອກ​ໄປ​ໝົດ.
ພວກເຂົາ​ຮ້ອງ​ວ່າ, “ຢຸດ! ຢຸດ!”
ແຕ່​ບໍ່​ມີ​ຜູ້ໃດ​ຫັນ​ກັບ​ມາ.
9ຈົ່ງ​ປຸ້ນ​ເອົາ​ເງິນ!
ຈົ່ງ​ປຸ້ນ​ເອົາ​ຄຳ!
ເຄື່ອງ​ຂອງ​ມີ​ຫລວງຫລາຍ​ໃຊ້​ບໍ່​ໝົດ,
ຄວາມ​ຮັ່ງມີ​ຈາກ​ຊັບສົມບັດ​ຂອງ​ນີເນເວ!
10ນີເນເວ​ຖືກ​ປຸ້ນ, ຖືກ​ປຸ້ນ ຖືກ​ຢຶດ​ຂອງ​ມີ​ຄ່າ​ໄປ​ໝົດ!
ຫົວໃຈ​ສະຫລາຍ, ຫົວເຂົ່າ​ກໍ​ອ່ອນ​ແຮງ
ໂຕ​ສັ່ນ ແລະ ທຸກຄົນ​ໜ້າ​ຈືດ.
11ຖ້ຳ​ສິງ​ຢູ່​ບ່ອນ​ໃດ
ບ່ອນ​ທີ່​ພວກ​ມັນ​ເບິ່ງແຍງ​ລູກ​ນ້ອຍ​ຂອງ​ຕົນ
ພໍ່ ແລະ ແມ່​ລູກສິງ​ໄປ​ທີ່​ໃດ,
ແລະ ລູກສິງ​ກໍ​ບໍ່​ຕ້ອງ​ຢ້ານ​ກົວ​ສິ່ງໃດ?
12ສິງ​ທີ່​ຂ້າ​ເຫຍື່ອ​ມາ​ໃຫ້​ບັນດາ​ລູກ​ຂອງ​ຕົນ​ຢ່າງ​ພຽງພໍ
ແລະ ກໍ​ຄາບ​ມາ​ໃຫ້​ຄູ່​ຂອງ​ຕົນ,
ສະສົມ​ເຫຍື່ອ​ຂອງ​ຕົນ​ໄວ້​ທີ່​ຮັງ
ແລະ ສະສົມ​ສັດ​ທີ່​ຂ້າ​ໄວ້​ທີ່​ຖ້ຳ​ຂອງ​ມັນ.
13ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ປະກາດ​ວ່າ,
“ເຮົາ​ເປັນ​ສັດຕູ​ກັບ​ເຈົ້າ.
ເຮົາ​ຈະ​ຈູດ​ລົດມ້າ​ຂອງ​ເຈົ້າ​ຈົນ​ຄວັນ​ພຸ່ງ​ຂຶ້ນ,
ແລະ ດາບ​ຈະ​ຟາດ​ແຂ້ວ​ສິງ​ໜຸ່ມ​ຂອງ​ເຈົ້າ
ເຮົາ​ຈະ​ບໍ່​ປະ​ເຫຍື່ອ​ໄວ້​ໃຫ້​ເຈົ້າ​ໃນ​ໂລກ​ນີ້.
ສຽງ​ຮ້ອງ​ຂອງ​ບັນດາ​ຜູ້ສົ່ງຂ່າວ​ຂອງ​ເຈົ້າ
ຈະ​ບໍ່​ໄດ້​ຍິນ​ອີກ​ຕໍ່​ໄປ”.

Currently Selected:

ນາຮູມ 2: LCV

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in