ມີກາ 5
5
ຜູ້ປົກຄອງຕາມພຣະສັນຍາຈະມາຈາກເບັດເລເຮັມ
1ນະຄອນແຫ່ງກອງທະຫານ, ຈົ່ງຈັດທັບ,#5:1 ຫລື ນະຄອນແຫ່ງປ້ອມປ້ອງກັນ ຈົ່ງເສີມກຳແພງຂອງເຈົ້າ
ເພາະສັດຕູມາລ້ອມເມືອງຂອງພວກເຮົາແລ້ວ.
ພວກເຂົາຈະເອົາໄມ້ແສ້ຟາດແກ້ມ
ຂອງຜູ້ປົກຄອງຂອງອິດສະຣາເອນ.
2“ສ່ວນເຈົ້າ, ເບັດເລເຮັມ ເອຟຣາທາ,
ເຖິງແມ່ນເຈົ້າຈະເປັນຜູ້ເລັກນ້ອຍໃນທ່າມກາງຕະກຸນຕ່າງໆ#5:2 ຫລື ຜູ້ປົກຄອງຂອງຢູດາຍ,
ແຕ່ຈະມີຜູ້ໜຶ່ງອອກມາຈາກເຈົ້າເພື່ອເຮົາ
ເປັນຜູ້ທີ່ຈະຄອບຄອງອິດສະຣາເອນ,
ຜູ້ນັ້ນມີທີ່ມາ#5:2 ພາສາເຮັບເຣີວ່າ ຜູ້ນັ້ນອອກໄປຈາກ ທີ່ມາຈາກສະໄໝກ່ອນ
ຈາກສະໄໝບູຮານ”.
3ເຫດສະນັ້ນ ອິດສະຣາເອນຈະຖືກປະຖິ້ມ
ຈົນກວ່າເມື່ອເຖິງເວລາທີ່ແມ່ຍິງທີ່ກຳລັງເຈັບມົດລູກນັ້ນເກີດລູກຊາຍແລ້ວ,
ແລະ ພີ່ນ້ອງອື່ນໆຂອງຜູ້ນັ້ນ
ກັບມາສົມທົບກັນກັບຊົນຊາດອິດສະຣາເອນ.
4ເພິ່ນຈະຢຶດໝັ້ນ ແລະ ລ້ຽງດູຝູງແກະຂອງເພິ່ນ
ໂດຍກຳລັງຂອງພຣະເຈົ້າຢາເວ
ໂດຍບາລະມີແຫ່ງນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ.
ແລະ ພວກເຂົາຈະມີຊີວິດຢູ່ຢ່າງໝັ້ນຄົງປອດໄພ
ເພາະຄວາມຍິ່ງໃຫຍ່ຂອງເພິ່ນຈະແຜ່ເຖິງສຸດປາຍແຜ່ນດິນໂລກ.
5ແລະ ເພິ່ນຈະນຳສັນຕິສຸກມາໃຫ້ພວກເຮົາ
ເມື່ອຄັ້ງທີ່ອັດຊີເຣຍຮຸກຮານດິນແດນຂອງພວກເຮົາ
ແລະ ເດີນທັບຜ່ານປ້ອມປ້ອງກັນຂອງພວກເຮົາ.
ເຮົາຈະຕັ້ງຄົນລ້ຽງແກະເຈັດຄົນ,
ຜູ້ບັນຊາການແປດຄົນດ້ວຍ,
6ພວກເຂົາຈະປົກຄອງ#5:6 ຫລື ຍ່ອງດິນແດນອັດຊີເຣຍດ້ວຍດາບ,
ປົກຄອງດິນແດນຂອງນິມໂຣດດ້ວຍດາບທີ່ຊັກອອກ.#5:6 ຫລື ນິມໂຣດໃນປະຕູເມືອງຂອງມັນ
ຜູ້ນັ້ນຈະກອບກູ້ພວກເຮົາອອກຈາກອັດຊີເຣຍ
ເມື່ອພວກເຂົາມາຮຸກຮານດິນແດນຂອງພວກເຮົາ
ແລະ ເດີນທັບເຂົ້າມາໃນເຂດແດນຂອງພວກເຮົາ.
7ຄົນທີ່ເຫລືອຂອງຢາໂຄບ
ຈະຢູ່ທ່າມກາງຊົນຊາດທັງຫລາຍ
ເໝືອນນ້ຳຄ້າງຈາກພຣະເຈົ້າຢາເວ
ເໝືອນສາຍຝົນທີ່ໂຮຍລົງເທິງຫຍ້າ,
ເຊິ່ງບໍ່ຕ້ອງລໍຖ້າຜູ້ໃດ
ຫລື ເພິ່ງພາມະນຸດ.
8ຄົນທີ່ເຫລືອຂອງຢາໂຄບຈະຢູ່ໃນທ່າມກາງປະຊາຊາດທັງຫລາຍ,
ຢູ່ທ່າມກາງຊົນຊາດຕ່າງໆ
ເໝືອນດັ່ງໂຕສິງທີ່ຢູ່ໃນທ່າມກາງສັດປ່າ,
ເໝືອນສິງໜຸ່ມທີ່ຢູ່ໃນທ່າມກາງຝູງແກະ,
ເຊິ່ງຢຽບຢ່ຳ ແລະ ທຳລາຍຂະນະທີ່ຍ່າງໄປ,
ໂດຍບໍ່ມີຜູ້ໃດຊ່ວຍໄດ້.
9ເຈົ້າຈະຍົກມືຂຶ້ນດ້ວຍໄຊຊະນະເໜືອສັດຕູທັງຫລາຍຂອງພວກເຈົ້າ,
ແລະ ສັດຕູທັງໝົດຂອງພວກເຈົ້າຈະຖືກທຳລາຍ.
10ພຣະເຈົ້າຢາເວປະກາດວ່າ,
“ໃນວັນນັ້ນ ເຮົາຈະທຳລາຍມ້າທັງຫລາຍຂອງພວກເຈົ້າໃຫ້ໝົດໄປຈາກພວກເຈົ້າ
ແລະ ທຳລາຍບັນດາລົດມ້າຂອງພວກເຈົ້າ.
11ເຮົາຈະທຳລາຍເມືອງຕ່າງໆໃນດິນແດນຂອງພວກເຈົ້າ
ແລະ ທຳລາຍທີ່ໝັ້ນທັງໝົດຂອງພວກເຈົ້າ.
12ເຮົາຈະທຳລາຍພວກແມ່ມົດຂອງພວກເຈົ້າ
ແລະ ພວກເຈົ້າຈະບໍ່ໃຊ້ເວດມົນຄາຖາອີກຕໍ່ໄປ.
13ເຮົາຈະທຳລາຍຮູບເຄົາລົບທັງຫລາຍຂອງພວກເຈົ້າ;
ແລະ ຫີນສັກສິດທ່າມກາງພວກເຈົ້າໃຫ້ໝົດໄປ;
ພວກເຈົ້າຈະບໍ່ກົ້ມກາບ
ສິ່ງທີ່ມືຂອງພວກເຈົ້າເຮັດຂຶ້ນມາອີກຕໍ່ໄປ.
14ເຮົາຈະຮື້ຖອນເສົາເຈົ້າແມ່ອາເຊຣາທີ່ຢູ່ທ່າມກາງພວກເຈົ້າອອກໄປ
ແລະ ທຳລາຍເມືອງຕ່າງໆຂອງພວກເຈົ້າ.
15ເຮົາຈະແກ້ແຄ້ນດ້ວຍຄວາມໃຈຮ້າຍ ແລະ ຄວາມໂກດຮ້າຍຂອງເຮົາ
ແກ່ຊົນຊາດຕ່າງໆທີ່ບໍ່ເຊື່ອຟັງເຮົາ”.
Currently Selected:
ມີກາ 5: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.