YouVersion Logo
Search Icon

ມີກາ 1

1
1ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ທີ່​ໄດ້​ມາ​ເຖິງ​ມີກາ​ແຫ່ງ​ໂມເຣເຊັດ ໃນ​ສະໄໝ​ຂອງ​ກະສັດ​ໂຢທາມ, ອາຮາດ ແລະ ເຮເຊກີຢາ​ແຫ່ງ​ຢູດາ ຕໍ່​ໄປ​ນີ້​ຄື​ນິມິດ​ທີ່​ມີກາ​ໄດ້​ເຫັນ​ກ່ຽວ​ກັບ​ຊາມາເຣຍ ແລະ ເຢຣູຊາເລັມ.
2ປະຊາຊາດ​ທັງຫລາຍ, ພວກເຈົ້າ​ທຸກຄົນ, ຈົ່ງ​ຟັງ,
ໂລກ ແລະ ທຸກ​ຄົນ​ທີ່​ຢູ່​ໃນ​ໂລກ, ຈົ່ງ​ຟັງ,
ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ຈະ​ເປັນ​ພະຍານ​ກ່າວ​ໂທດ​ພວກເຈົ້າ,
ອົງພຣະຜູ້ເປັນເຈົ້າ​ຈາກ​ວິຫານ​ສັກສິດ​ຂອງ​ພຣະອົງ.
ຄຳ​ພິພາກສາ​ຊາມາເຣຍ ແລະ ເຢຣູຊາເລັມ
3ເບິ່ງ​ແມ! ພຣະເຈົ້າ​ຢາເວ​ກຳລັງ​ມາ​ຈາກ​ບ່ອນ​ຢູ່​ຂອງ​ພຣະອົງ;
ພຣະອົງ​ລົງ​ມາ ແລະ ຢຽບຢ່ຳ​ຢູ່​ເທິງ​ທີ່​ສູງ​ຂອງ​ໂລກ.
4ພູເຂົາ​ທັງຫລາຍ​ຈະ​ລະລາຍ​ຢູ່​ໃຕ້​ພຣະອົງ
ແລະ ຮ່ອມພູ​ທັງຫລາຍ​ຈະ​ແຍກ​ອອກ,
ເໝືອນ​ກັບ​ຂີ້ເຜິ້ງ​ທີ່​ຢູ່​ໃກ້​ໄຟ,
ແລະ ເໝືອນ​ກັບ​ນ້ຳ​ທີ່​ຫລັ່ງໄຫລ​ລົງ​ມາ​ຕາມ​ເປີ້ນພູ.
5ທັງໝົດ​ນີ້​ແມ່ນ​ເປັນ​ເພາະ​ການ​ລ່ວງລະເມີດ​ຂອງ​ຢາໂຄບ,
ເປັນ​ເພາະ​ບາບ​ທັງຫລາຍ​ຂອງ​ຄົນ​ອິດສະຣາເອນ.
ຢາໂຄບ​ລ່ວງລະເມີດ​ຫຍັງ?
ບໍ່​ແມ່ນ​ຊາມາເຣຍ​ບໍ?
ສະຖານ​ບູຊາ​ເທິງ​ທີ່​ສູງ​ຂອງ​ຢູດາ​ນັ້ນ​ຄື​ຫຍັງ?
ບໍ່​ແມ່ນ​ເຢຣູຊາເລັມ​ບໍ?
6“ເຫດສະນັ້ນ ເຮົາ​ຈະ​ເຮັດ​ໃຫ້​ຊາມາເຣຍ​ເປັນ​ກອງ​ຂີ້ເຫຍື້ອ,
ເປັນ​ບ່ອນ​ເຮັດ​ສວນ​ອະງຸ່ນ
ເຮົາ​ຈະ​ເທ​ຫີນ​ທີ່​ໃຊ້​ສ້າງ​ເມືອງ​ນັ້ນ​ລົງ​ໃນ​ຮ່ອມພູ
ແລະ ຈະ​ເຜີຍ​ຮາກຖານ​ຂອງ​ເມືອງ​ນັ້ນ​ອອກ​ມາ.
7ຮູບເຄົາລົບ​ທັງໝົດ​ຂອງ​ຊາມາເຣຍ​ຈະ​ຖືກ​ທຸບ​ແຕກ​ເປັນ​ປ່ຽງໆ;
ເຄື່ອງຖວາຍ​ທັງໝົດ​ໃນ​ວິຫານ​ຂອງ​ເມືອງ​ນັ້ນ​ຈະ​ຖືກ​ໄຟ​ເຜົາ;
ເຮົາ​ຈະ​ທຳລາຍ​ຮູບເຄົາລົບ​ທັງໝົດ​ຂອງ​ເມືອງ​ນັ້ນ.
ເນື່ອງ​ຈາກ​ຊາມາເຣຍ​ໄດ້​ຮວບຮວມ​ເຄື່ອງຖວາຍ​ຂອງ​ຕົນ​ມາ​ຈາກ​ຄ່າ​ຈ້າງ​ຂອງ​ໂສເພນີ.
ຄ່າ​ຈ້າງ​ຂອງ​ໂສເພນີ​ນັ້ນ​ຈະ​ຖືກ​ໃຊ້​ເປັນ​ຄ່າ​ຈ້າງ​ໂສເພນີ​ອີກ”.
ຮ້ອງໄຫ້ ແລະ ຄ່ຳຄວນ
8ດ້ວຍ​ເຫດ​ນີ້​ຂ້ອຍ​ຈະ​ຮ້ອງໄຫ້ ແລະ ຄ່ຳຄວນ
ຂ້ອຍ​ຈະ​ຍ່າງ​ໄປ​ມາ​ຕີນ​ເປົ່າ ແລະ ເປືອຍກາຍ.
ຂ້ອຍ​ຈະ​ຫອນ​ເໝືອນ​ກັບ​ໝາໄນ
ແລະ ຄວນຄາງ​ເໝືອນ​ນົກເຄົ້າແມວ.
9ເພາະ​ບາດແຜ​ຂອງ​ຊາມາເລຍ​ຢຽວຢາ​ບໍ່​ໄດ້
ແລະ ໄດ້​ລາມ​ມາ​ເຖິງ​ຢູດາ​ແລ້ວ.
ມາ​ເຖິງ​ປະຕູ​ເມືອງ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ຂ້ອຍ,
ມາ​ເຖິງ​ເຢຣູຊາເລັມ.
10ຢ່າ​ບອກ​ເລື່ອງ​ນີ້​ໃນ​ເມືອງ​ກາດ#1:10 ຄຳ​ວ່າ ກາດ ມີ​ສຽງ​ຄ້າຍ​ຄຳ​ພາສາ​ເຮັບເຣີ​ທີ່​ມີ​ຄວາມຫມາຍ​ວ່າ ບອກ;
ຢ່າ​ຮ້ອງໄຫ້​ເລີຍ.
ຢ່າ​ບອກ​ໃນ​ເບດ​ໂອຟຣາ#1:10 ແປ​ວ່າ ເຮືອນ​ຝຸ່ນ
ຈົ່ງ​ເກືອກ​ໂຕ​ໃນ​ຂີ້ຝຸ່ນ.
11ພວກເຈົ້າ​ຜູ້​ອາໄສ​ຢູ່​ໃນ​ຊານເຟຍ,#1:11 ແປ​ວ່າ ໜ້າ​ພໍໃຈ
ຈົ່ງ​ໜີ​ໄປ​ຢ່າງ​ເປືອຍກາຍ ແລະ ອັບອາຍ​ຂາຍໜ້າ,
ບັນດາ​ຜູ້​ທີ່​ອາໄສ​ຢູ່​ໃນ​ຊາອານານ#1:11 ຄຳ​ວ່າ ສາ​ອາ​ນັນ ສຽງ​ຄ້າຍ​ຄຳ​ພາສາ​ເຮັບເຣີ​ທີ່​ມີ​ຄວາມຫມາຍ​ວ່າ ອອກ​ມາ
ຈະ​ບໍ່​ອອກ​ມາ.
ເບັດເອເຊນ​ກຳລັງ​ໂສກເສົ້າ
ການ​ປົກປ້ອງ​ຄຸ້ມຄອງ​ຖືກ​ຍົກ​ໄປ​ຈາກ​ເຈົ້າ​ແລ້ວ.
12ບັນດາ​ຜູ້​ອາໄສ​ຢູ່​ໃນ​ມາໂຣດ#1:12 ຄຳ​ວ່າ ມາໂຣດ ສຽງ​ຄ້າຍ​ຄຳ​ພາສາ​ເຮັບເຣີ​ທີ່​ມີ​ຄວາມຫມາຍ​ວ່າ ຂົມຂື່ນ​ດີ້ນ​ດ້ວຍ​ຄວາມ​ເຈັບປວດ,
ລໍຖ້າ​ການ​ບັນເທົາ​ທຸກ,
ເພາະ​ໄພພິບັດ​ທີ່​ຈາກ​ພຣະເຈົ້າ​ຢາເວ
ມາ​ເຖິງ​ປະຕູ​ເຢຣູຊາເລັມ​ແລ້ວ.
13ພວກເຈົ້າ​ຜູ້​ອາໄສ​ໃນ​ລາກິດ,#1:13 ຄຳ​ວ່າ ລາກິດ ສຽງ​ຄ້າຍ​ຄຳ​ພາສາ​ເຮັບເຣີ​ທີ່​ມີ​ຄວາມ​ຫມາຍ​ວ່າ ຝູງ​ມ້າ
ຈົ່ງ​ທຽມ​ຝູງ​ມ້າ​ເຂົ້າ​ກັບ​ລົດ​ມ້າໄວ.
ພວກເຈົ້າ​ເປັນ​ຜູ້​ທຳອິດ​ທີ່​ນຳ​ລູກ​ສາວ​ແຫ່ງ​ຊີໂອນ#1:13 ຄື ຊາວ​ເຢຣູຊາເລັມ​ໃຫ້​ເຮັດ​ບາບ
ເພາະ​ໄດ້​ພົບ​ການ​ລ່ວງລະເມີດ​ຂອງ​ອິດສະຣາເອນ​ໃນ​ພວກເຈົ້າ.
14ເຫດສະນັ້ນ​ພວກເຈົ້າ​ຈະ​ໃຫ້​ຂອງຂັວນ​ອຳລາ
ແກ່​ໂມເຣເຊັດ​ກັດ.
ເມືອງ​ອັກຊິບ#1:14 ແປ​ວ່າ ລໍ້ລວງ​ຈະ​ຖືກ​ຈັບ​ໄດ້​ວ່າ​ຫລອກລວງ
ບັນດາ​ກະສັດ​ອິດສະຣາເອນ.
15ເຮົາ​ຈະ​ນຳ​ຜູ້ພິຊິດ​ມາ​ຕໍ່ສູ້​ພວກເຈົ້າ
ຜູ້​ທີ່​ອາໄສ​ຢູ່​ໃນ​ມາເຣຊາ.#1:15 ຄຳວ່າ ມາເຣຊາ ມີ​ສຽງ​ຄ້າຍ​ຄຳ​ພາສາ​ເຮັບເຣີ​ທີ່​ມີ​ຄວາມ​ຫມາຍ​ວ່າ ຜູ້ພິຊິດ
ບັນດາ​ຂຸນນາງ​ຂອງ​ອິດສະຣາເອນ
ຈະ​ໜີ​ໄປ​ລີ້​ຢູ່​ທີ່​ອາດຸນລຳ.#1:15 ພາສາ​ເຮັບເຣີ​ວ່າ ຜູ້​ເປັນ​ສະຫງ່າລາສີ​ຂອງ​ອິດສະຣາເອນ​ຈະ​ມາ​ທີ່​ອາດຸນລຳ
16ຈົ່ງ​ແຖ​ຫົວ​ຂອງ​ພວກເຈົ້າ​ເພື່ອ​ໄວ້​ທຸກ
ໃຫ້​ບັນດາ​ລູກ​ທີ່​ເຈົ້າ​ຊື່ນໃຈ​ນຳ;
ຈົ່ງ​ແຖ​ຫົວ​ໃຫ້​ລ້ານ​ເໝືອນ​ແຮ້ງ,
ເພາະ​ບັນດາ​ລູກ​ຂອງ​ພວກເຈົ້າ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.

Currently Selected:

ມີກາ 1: LCV

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in