YouVersion Logo
Search Icon

ລະບຽບພວກເລວີ 22

22
1ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, 2“ຈົ່ງ​ບອກ​ອາໂຣນ​ກັບ​ລູກຊາຍ​ຂອງ​ລາວ​ໃຫ້​ປະຕິບັດ​ຕໍ່​ເຄື່ອງຖວາຍບູຊາ​ອັນ​ສັກສິດ​ທີ່​ຊາວ​ອິດສະຣາເອນ​ນຳ​ມາ​ຖວາຍ​ແກ່​ເຮົາ​ນັ້ນ​ດ້ວຍ​ຄວາມ​ເຄົາລົບຢຳເກງ, ເພື່ອວ່າ​ຈະ​ບໍ່​ເປັນ​ການ​ໝິ່ນປະໝາດ​ນາມ​ອັນ​ບໍລິສຸດ​ຂອງ​ເຮົາ. ເຮົາ​ຄື​ພຣະເຈົ້າ​ຢາເວ.
3“ຈົ່ງ​ບອກ​ກັບ​ພວກເຂົາ​ວ່າ: ‘ນັບ​ແຕ່​ນີ້​ຕໍ່ໄປ​ທຸກ​ຊົ່ວອາຍຸ​ທີ່​ຈະ​ມາເຖິງ, ຖ້າ​ເຊື້ອສາຍ​ຂອງ​ເຈົ້າ​ຄົນໃດ​ທີ່​ເປັນມົນທິນ​ຕາມ​ລະບຽບ​ພິທີກຳ​ແຕ່​ຍັງ​ເຂົ້າມາ​ໃກ້​ເຄື່ອງຖວາຍບູຊາ​ອັນ​ສັກສິດ​ທີ່​ຊາວ​ອິດສະຣາເອນ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ, ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ຕັດຂາດ​ຈາກ​ການ​ສະຖິດ​ຂອງ​ເຮົາ. ເຮົາ​ຄື​ພຣະເຈົ້າ​ຢາເວ.
4“ ‘ຖ້າ​ເຊື້ອສາຍ​ຂອງ​ອາໂຣນ​ຄົນໃດ​ທີ່​ເປັນ​ພະຍາດ​ຜິວໜັງ​ທີ່​ເປັນມົນທິນ#22:4 ໂດຍ​ປົກກະຕິ​ແປ​ວ່າ ພະຍາດຂີ້ທູດ ແຕ່​ຄຳ​ໃນ​ພາສາ​ເຮັບເຣີ​ອາດ​ໝາຍ​ເຖິງ ພະຍາດຜິວໜັງ​ຕ່າງໆ ບໍ່​ຈຳເປັນ​ຕ້ອງ​ໝາຍ​ເຖິງ​ພະຍາດຂີ້ທູດ​ເທົ່ານັ້ນ ຫລື ມີ​ສິ່ງ​ທີ່​ໄຫລອອກ​ຈາກ​ຮ່າງກາຍ, ຜູ້ນັ້ນ​ບໍ່​ຄວນ​ກິນ​ເຄື່ອງຖວາຍບູຊາ​ອັນ​ສັກສິດ​ຈົນ​ກວ່າ​ລາວ​ຈະ​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ​ເສຍກ່ອນ. ລາວ​ກໍ​ຈະ​ເປັນມົນທິນ​ເໝືອນກັນ​ຖ້າ​ລາວ​ສຳພັດ​ສິ່ງ​ທີ່​ເປັນມົນທິນ​ຈາກ​ຊາກສົບ ຫລື ຈາກ​ຄົນ​ທີ່​ມີ​ນ້ຳອະສຸຈິ​ໄຫລອອກມາ, 5ຫລື ຖ້າ​ລາວ​ສຳພັດ​ສັດ​ເລືອຄານ​ທີ່​ເຮັດ​ໃຫ້​ລາວ​ເປັນມົນທິນ ຫລື ສຳພັດ​ບຸກຄົນ​ທີ່​ເຮັດ​ໃຫ້​ລາວ​ເປັນມົນທິນ, ບໍ່​ວ່າ​ຈະ​ເປັນມົນທິນ​ໃນ​ລັກສະນະ​ໃດ​ກໍ​ຕາມ. 6ຜູ້​ທີ່​ສຳພັດ​ສິ່ງ​ເຫລົ່ານັ້ນ​ຈະ​ເປັນມົນທິນ​ຈົນ​ເຖິງ​ຄ່ຳ. ຜູ້​ນັ້ນ​ຈະ​ຕ້ອງ​ບໍ່​ກິນ​ເຄື່ອງຖວາຍບູຊາ​ອັນ​ສັກສິດ​ຈົນ​ກວ່າ​ຈະ​ໄດ້​ອາບນ້ຳ​ຊຳລະ​ຕົນ​ເອງ​ສາກ່ອນ. 7ເມື່ອ​ຕາເວັນ​ຕົກດິນ​ແລ້ວ, ລາວ​ຈຶ່ງ​ຈະ​ບໍ່ເປັນມົນທິນ ແລະ ຫລັງຈາກ​ນັ້ນ​ລາວ​ຈຶ່ງ​ກິນ​ເຄື່ອງບູຊາ​ອັນ​ສັກສິດ​ນັ້ນ​ໄດ້, ເພາະ​ແມ່ນ​ອາຫານ​ຂອງ​ລາວ. 8ລາວ​ຕ້ອງ​ບໍ່​ກິນ​ສັດ​ໂຕ​ໃດ​ທີ່​ຕາຍ​ເອງ ຫລື ຖືກ​ສັດປ່າ​ກັດ​ຕາຍ, ເພາະ​ຈະ​ເຮັດ​ໃຫ້​ລາວ​ເປັນມົນທິນ​ຜ່ານ​ສັດ​ນັ້ນ. ເຮົາ​ຄື​ພຣະເຈົ້າ​ຢາເວ.
9“ ‘ບັນດາ​ປະໂລຫິດ​ຕ້ອງ​ດຳເນີນ​ການຮັບໃຊ້​ຕາມ​ວິທີທາງ​ທີ່​ພວກເຂົາ​ຈະ​ບໍ່​ກາຍ​ເປັນ​ຜູ້​ມີ​ຄວາມຜິດ ແລະ ຕາຍ​ເພາະ​ການ​ປະຕິບັດ​ສິ່ງ​ເຫລົ່ານັ້ນ​ດ້ວຍ​ການ​ຫລົບຫລູ່. ເຮົາ​ຄື​ພຣະເຈົ້າ​ຢາເວ​ຜູ້​ເຮັດ​ໃຫ້​ພວກເຂົາ​ບໍລິສຸດ.
10“ ‘ຜູ້​ທີ່​ບໍ່ແມ່ນ​ຄົນ​ໃນ​ຄອບຄົວ​ຂອງ​ປະໂລຫິດ​ບໍ່​ສາມາດ​ກິນ​ເຄື່ອງຖວາຍບູຊາ​ສັກສິດ​ນັ້ນ​ໄດ້, ຜູ້ມາຢ້ຽມຢາມ​ປະໂລຫິດ ຫລື ລູກ​ຈ້າງ​ກໍ​ບໍ່​ສາມາດ​ກິນ​ສິ່ງ​ນັ້ນ​ບໍ່​ໄດ້. 11ແຕ່​ຖ້າ​ປະໂລຫິດ​ຊື້​ຂ້າທາດ​ມາ​ດ້ວຍ​ເງິນ ຫລື ຂ້າທາດ​ທີ່​ເກີດ​ໃນ​ເຮືອນ​ຂອງ​ປະໂລຫິດ, ພວກເຂົາ​ສາມາດ​ກິນ​ອາຫານ​ດັ່ງກ່າວ​ນັ້ນ​ໄດ້. 12ຖ້າ​ລູກສາວ​ຂອງ​ປະໂລຫິດ​ແຕ່ງງານ​ກັບ​ຄົນອື່ນ​ທີ່​ບໍ່​ໄດ້​ເປັນ​ປະໂລຫິດ, ຫ້າມ​ບໍ່​ໃຫ້​ນາງ​ກິນ​ເຄື່ອງຖວາຍບູຊາ​ອັນ​ສັກສິດ​ທີ່​ໄດ້​ຮັບ​ສ່ວນ​ແບ່ງ​ມາ​ນັ້ນ. 13ແຕ່​ຖ້າ​ລູກສາວ​ຂອງ​ປະໂລຫິດ​ເປັນ​ແມ່ໝ້າຍ ຫລື ເປັນ​ແມ່ຮ້າງ ແລະ ບໍ່ມີລູກ, ແລ້ວ​ນາງ​ກັບ​ມາ​ອາໄສ​ຢູ່​ເຮືອນ​ກັບ​ພໍ່​ຂອງ​ຕົນ​ເໝືອນ​ດັ່ງ​ທີ່​ຍັງ​ເປັນສາວ​ຢູ່​ນັ້ນ, ນາງ​ຈະ​ກິນ​ອາຫານ​ຂອງ​ພໍ່​ໄດ້. ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ໄດ້​ຮັບອະນຸຍາດ, ຫ້າມ​ກິນ​ອາຫານ​ນີ້.
14“ ‘ຖ້າ​ຜູ້ໃດ​ກິນ​ເຄື່ອງຖວາຍບູຊາ​ສັກສິດ​ໂດຍ​ຮູ້ເທົ່າບໍ່ເຖິງການ ລາວ​ຕ້ອງ​ຊົດໃຊ້​ເຄື່ອງຖວາຍບູຊາ​ສັກສິດ​ນັ້ນ​ໃຫ້​ແກ່​ປະໂລຫິດ​ຕາມ​ຈຳນວນ​ທີ່​ລາວ​ໄດ້​ກິນ​ໄປ ແລະ ເພີ່ມເຕີມ​ອີກ​ໜຶ່ງສ່ວນຫ້າ​ຂອງ​ມູນຄ່າ​ຂອງ​ສິ່ງ​ນັ້ນ. 15ປະໂລຫິດ​ຈະ​ຕ້ອງ​ບໍ່​ຫລົບຫລູ່​ເຄື່ອງຖວາຍບູຊາ​ສັກສິດ​ທີ່​ຊາວ​ອິດສະຣາເອນ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ 16ໂດຍ​ອະນຸຍາດ​ໃຫ້​ພວກເຂົາ​ກິນ​ເຄື່ອງຖວາຍບູຊາ​ສັກສິດ ຈຶ່ງ​ເປັນ​ເຫດ​ໃຫ້​ພວກເຂົາ​ຕ້ອງ​ຊົດໃຊ້​ຄວາມ​ຜິດ​ນັ້ນ. ເຮົາ​ຄື​ພຣະເຈົ້າ​ຢາເວ, ຜູ້​ເຮັດ​ໃຫ້​ພວກເຂົາ​ບໍລິສຸດ’ ”.
ເຄື່ອງບູຊາ​ບໍ່​ເປັນ​ທີ່​ຍອມຮັບ
17ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, 18“ຈົ່ງ​ແຈ້ງ​ອາໂຣນ​ກັບ​ລູກຊາຍ​ຂອງ​ລາວ ແລະ ຊາວ​ອິດສະຣາເອນ​ທັງໝົດ ແລະ ບອກ​ພວກເຂົາ​ວ່າ: ‘ຖ້າ​ຊາວ​ອິດສະຣາເອນ ຫລື ຊາວ​ຕ່າງດ້າວ​ຄົນໃດ​ທີ່​ອາໄສ​ໃນ​ປະເທດ​ອິດສະຣາເອນ​ຈະ​ຖວາຍ​ເຄື່ອງເຜົາ​ບູຊາ​ແກ່​ພຣະເຈົ້າ​ຢາເວ, ບໍ່​ວ່າ​ຈະ​ຖວາຍ​ຕາມ​ການ​ບະບົນ ຫລື ເປັນ​ເຄື່ອງຖວາຍບູຊາ​ຕາມ​ຄວາມສະໝັກໃຈ, 19ພວກເຈົ້າ​ຈະ​ຕ້ອງ​ຖວາຍ​ສັດ​ໂຕຜູ້​ທີ່​ບໍ່​ມີ​ຕຳໜິ, ບໍ່​ວ່າ​ຈະ​ເປັນ​ງົວ, ແກະ ຫລື ແບ້​ເພື່ອ​ໃຫ້​ຂອງ​ຖວາຍ​ນັ້ນ​ເປັນ​ທີ່ຍອມຮັບ​ໃນ​ນາມ​ຂອງ​ພວກເຈົ້າ. 20ຢ່າ​ນຳ​ສິ່ງໃດ​ທີ່​ມີ​ຕຳໜິ​ມາ​ຖວາຍ, ເພາະວ່າ​ສິ່ງນັ້ນ​ຈະ​ບໍ່​ເປັນ​ທີ່ຍອມຮັບ​ໃນ​ນາມ​ຂອງ​ພວກເຈົ້າ. 21ເມື່ອ​ຜູ້ໃດ​ນຳ​ສັດ​ຈາກ​ຝູງສັດ​ເພື່ອ​ເອົາມາ​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າ​ຢາເວ​ບໍ່​ວ່າ​ຈະຖວາຍ​ຕາມ​ການ​ບະບົນ ຫລື ຖວາຍ​ຕາມ​ຄວາມສະໝັກໃຈ, ຜູ້​ນັ້ນ​ຈະ​ຕ້ອງ​ຖວາຍ​ສັດ​ທີ່​ບໍ່​ມີ​ຕຳໜິ ຫລື ບໍ່ມີ​ຮອຍດ່າງພອຍ​ຈຶ່ງ​ຈະ​ເປັນ​ທີ່ຍອມຮັບ​ແກ່​ພຣະອົງ. 22ຢ່າ​ຖວາຍ​ສັດ​ຕາບອດ, ຮັບ​ບາດເຈັບ ຫລື ເຈັບປ່ວຍ, ຫລື ສິ່ງໃດກໍຕາມ​ທີ່​ເປັນຕຸ່ມ ຫລື ເປັນໜອງ ຫລື ມີບາດແຜ​ແກ່​ພຣະເຈົ້າ​ຢາເວ. ຢ່າ​ນຳ​ເອົາ​ສິ່ງ​ເຫລົ່ານີ້​ມາ​ວາງ​ເທິງ​ແທ່ນບູຊາ​ເພື່ອ​ເປັນ​ເຄື່ອງຖວາຍ​ອາຫານ​ແກ່​ພຣະເຈົ້າ​ຢາເວ. 23ເຖິງຢ່າງໃດກໍຕາມ, ພວກເຈົ້າ​ອາດ​ຈະ​ຖວາຍ​ລູກ​ງົວ ຫລື ລູກແກະ​ທີ່​ຜິດປົກກະຕິ ຫລື ບໍ່ສົມບູນ​ເປັນ​ເຄື່ອງຖວາຍ​ຕາມ​ຄວາມສະໝັກໃຈ​ໄດ້, ແຕ່​ຈະ​ບໍ່​ໄດ້​ຮັບ​ການ​ຍອມຮັບ​ວ່າ​ເປັນ​ຂອງ​ຖວາຍ​ຕາມ​ການ​ບະບົນ. 24ພວກເຈົ້າ​ຢ່າ​ນຳ​ເອົາ​ສັດ​ທີ່​ມີ​ອະໄວຍະວະເພດ​ຜິດປົກກະຕິ, ລີບ, ຈີກຂາດ ຫລື ຖືກ​ຕອນ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ. ພວກເຈົ້າ​ຢ່າ​ເຮັດ​ສິ່ງ​ດັ່ງກ່າວ​ນີ້​ໃນ​ດິນແດນ​ຂອງ​ພວກເຈົ້າເອງ, 25ແລະ ພວກເຈົ້າ​ຢ່າ​ຮັບເອົາ​ສັດ​ດັ່ງກ່າວ​ນີ້​ຈາກ​ມື​ຂອງ​ຄົນຕ່າງດ້າວ ແລະ ຢ່າ​ຖວາຍ​ສັດ​ເຫລົ່ານີ້​ເປັນ​ເຄື່ອງຖວາຍ​ອາຫານ​ແກ່​ພຣະເຈົ້າ​ຂອງ​ພວກເຈົ້າ. ສັດ​ເຫລົ່ານີ້​ຈະ​ບໍ່​ເປັນ​ທີ່​ຍອມຮັບ​ໃນ​ນາມ​ຂອງ​ພວກເຈົ້າ, ເພາະ​ເປັນ​ສັດ​ທີ່​ຜິດປົກກະຕິ ແລະ ມີ​ຕຳໜິ’ ”.
26ພຣະເຈົ້າ​ຢາເວ​ກ່າວ​ກັບ​ໂມເຊ​ວ່າ, 27“ເມື່ອ​ລູກງົວ ລູກແກະ ຫລື ລູກແບ້​ເກີດ​ມາ​ນັ້ນ, ຈົ່ງ​ປ່ອຍ​ມັນ​ໄວ້​ກັບ​ແມ່​ຂອງ​ມັນ​ເປັນ​ເວລາ​ເຈັດ​ວັນ. ເລີ່ມ​ຈາກ​ວັນ​ທີແປດ​ເປັນຕົ້ນໄປ, ຈຶ່ງ​ຈະ​ເປັນ​ທີ່​ຍອມຮັບ​ໃຫ້​ເປັນ​ເຄື່ອງຖວາຍບູຊາ​ອາຫານ​ທີ່​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ໄດ້. 28ຢ່າ​ຂ້າ​ງົວ​ແມ່ ຫລື ແກະ​ແມ່ ແລະ ລູກ​ຂອງ​ມັນ​ໃນ​ມື້​ດຽວກັນ.
29“ເມື່ອ​ພວກເຈົ້າ​ຖວາຍ​ເຄື່ອງຖວາຍ​ສຳລັບ​ການ​ຂອບພຣະຄຸນ​ແກ່​ພຣະເຈົ້າ​ຢາເວ, ຈົ່ງ​ຖວາຍ​ຕາມ​ວິທີ​ທີ່​ເປັນ​ທີ່ຍອມຮັບ​ໃນ​ນາມ​ຂອງ​ພວກເຈົ້າ. 30ຈົ່ງ​ກິນ​ໃຫ້​ໝົດ​ໃນ​ວັນ​ດຽວກັນ​ນັ້ນ, ຢ່າ​ປະ​ໃຫ້​ເຫລືອ​ຄ້າງໄວ້​ຈົນເຖິງ​ຕອນເຊົ້າ. ເຮົາ​ຄື​ອົງພຣະເຈົ້າ​ຢາເວ.
31“ຈົ່ງ​ຖື​ຮັກສາ ແລະ ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ເຮົາ. ເຮົາ​ຄື​ພຣະເຈົ້າ​ຢາເວ. 32ຢ່າ​ໝິ່ນປະໝາດ​ນາມ​ອັນ​ບໍລິສຸດ​ຂອງ​ເຮົາ, ຊາວ​ອິດສະຣາເອນ​ຈົ່ງ​ຮັບຮູ້​ວ່າ​ເຮົາ​ບໍລິສຸດ. ເຮົາ​ຄື​ພຣະເຈົ້າ​ຢາເວ​ຜູ້​ເຮັດ​ໃຫ້​ພວກເຈົ້າ​ບໍລິສຸດ 33ແລະ ເປັນ​ຜູ້ນຳ​ພວກເຈົ້າ​ອອກຈາກ​ປະເທດ​ເອຢິບ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ. ເຮົາ​ຄື​ພຣະເຈົ້າ​ຢາເວ”.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in

Video for ລະບຽບພວກເລວີ 22