YouVersion Logo
Search Icon

ລະບຽບພວກເລວີ 15

15
ສິ່ງ​ມົນທິນ​ທີ່​ຫລັງ​ອອກ​ຈາກ​ຮ່າງກາຍ
1ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ ແລະ ອາໂຣນ​ວ່າ, 2“ຈົ່ງ​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ: ‘ເມື່ອ​ຊາຍ​ໃດ​ມີ​ສິ່ງ​ຜິດ​ປົກກະຕິ​ໄຫລ​ອອກ​ຈາກ​ຮ່າງກາຍ, ສິ່ງ​ທີ່​ໄຫລອອກ​ມາ​ນັ້ນ​ກໍ​ນຳ​ມາ​ສູ່​ການ​ເປັນ​ມົນທິນ. 3ບໍ່​ວ່າ​ສິ່ງ​ນັ້ນ​ຈະ​ສືບຕໍ່​ໄຫລ​ອອກ​ມາ​ຈາກ​ຮ່າງກາຍ ຫລື ຄ້າງຢູ່​ທາງ​ໃນ​ກໍ​ຕາມ, ສິ່ງ​ນັ້ນ​ກໍ​ເຮັດ​ໃຫ້​ລາວ​ເປັນມົນທິນ. ສິ່ງ​ທີ່​ໄຫລ​ອອກມາ​ຈະ​ພາ​ໃຫ້​ລາວ​ເປັນ​ມົນທິນ​ໄດ້​ມີ​ຄື:
4“ ‘ບໍ່ວ່າ​ຕຽງໃດ​ຫາກ​ມີ​ສິ່ງ​ໄຫລ​ອອກຈາກຮ່າງກາຍ​ຂອງ​ຜູ້ຊາຍ​ຢູ່​ເທິງ​ທີ່ນັ້ນ​ກໍ​ເປັນມົນທິນ ແລະ ທຸກບ່ອນ​ທີ່​ລາວ​ນັງ​ກໍ​ເປັນມົນທິນ. 5ຜູ້ໃດ​ກໍ​ຕາມ​ທີ່​ສຳພັດ​ຕຽງ​ຂອງ​ຊາຍ​ຜູ້​ນັ້ນ​ຕ້ອງ​ໄດ້​ຊັກ​ເສື້ອຜ້າ​ຂອງ​ຕົນ ແລະ ອາບ​ນ້ຳ ແລະ ພວກເຂົາ​ກໍ​ຈະ​ເປັນມົນທິນ​ໄປ​ຈົນ​ເຖິງ​ຄ່ຳ. 6ຜູ້ໃດ​ກໍ​ຕາມ​ທີ່​ນັ່ງ​ແທນ​ບ່ອນ​ຊາຍ​ທີ່​ມີ​ສິ່ງ​ທີ່​ໄຫລ​ອອກຈາກ​ຮ່າງກາຍ​ຜູ້​ນັ້ນ​ຈະ​ຕ້ອງ​ຊັກ​ເສື້ອຜ້າ​ຂອງ​ຕົນ ແລະ ອາບ​ດ້ວຍນ້ຳ ແລະ ພວກເຂົາ​ກໍ​ຈະ​ເປັນມົນທິນ​ຈົນ​ເຖິງ​ຄ່ຳ.
7“ ‘ຜູ້ໃດ​ກໍ​ຕາມ​ທີ່​ສຳພັດ​ຊາຍ​ຜູ້​ມີ​ສິ່ງ​ທີ່​ໄຫລ​ອອກຈາກ​ຮ່າງກາຍ ຈະ​ຕ້ອງ​ຊັກ​ເສື້ອຜ້າ​ຂອງ​ຕົນ ແລະ ອາບ​ດ້ວຍນ້ຳ ແລະ ພວກເຂົາ​ກໍ​ຈະ​ເປັນ​ມົນທິນ​ຈົນ​ເຖິງ​ຄ່ຳ.
8“ ‘ຖ້າ​ຊາຍ​ຜູ້​ນັ້ນ​ຖົ່ມນ້ຳລາຍ​ໄປ​ຖືກ​ຄົນ​ທີ່​ບໍ່ເປັນມົນທິນ, ຄົນນັ້ນ​ຈະ​ຕ້ອງ​ຊັກ​ເສື້ອຜ້າ​ຂອງ​ຕົນ ແລະ ອາບ​ດ້ວຍນ້ຳ ແລະ ພວກເຂົາ​ກໍ​ຈະ​ເປັນມົນທິນ​ຈົນ​ເຖິງ​ຄ່ຳ.
9“ ‘ທຸກໆສິ່ງ​ທີ່​ຊາຍ​ຜູ້​ນັ້ນ​ໃຊ້​ນັ່ງ​ເທິງ​ຫລັງສັດ​ສິ່ງ​ນັ້ນ​ກໍ​ເປັນມົນທິນ. 10ແລະ ຜູ້ໃດ​ກໍ​ຕາມ​ທີ່​ສຳພັດ​ສິ່ງ​ທີ່​ເຂົາ​ນັ່ງ​ກໍ​ຈະ​ເປັນ​ມົນທິນ​ຈົນ​ເຖິງ​ຄ່ຳ; ຜູ້ໃດ​ທີ່​ເກັບມ້ຽນ​ສິ່ງ​ເຫລົ່ານັ້ນ​ຕ້ອງ​ໄດ້​ຊັກ​ເສື້ອຜ້າ​ຂອງ​ຕົນ ແລະ ອາບ​ດ້ວຍນ້ຳ ແລະ ພວກເຂົາ​ກໍ​ຍັງ​ເປັນມົນທິນ​ຈົນ​ເຖິງ​ຄ່ຳ.
11“ ‘ໃຜກໍ່​ຕາມ​ທີ່​ຖືກ​ຊາຍ​ຜູ້​ນັ້ນ​ສຳພັດ​ໂດຍ​ບໍ່​ໄດ້​ລ້າງ​ມື​ຂອງ​ລາວ​ດ້ວຍນ້ຳ​ກ່ອນ​ຜູ້​ນັ້ນ​ຕ້ອງ​ໄດ້​ຊັກ​ເສື້ອຜ້າ​ຂອງ​ຕົນ ແລະ ອາບ​ດ້ວຍນ້ຳ ແລະ ພວກເຂົາ​ກໍ​ຍັງ​ເປັນມົນທິນ​ຈົນ​ເຖິງ​ຄ່ຳ.
12“ ‘ໝໍ້ດິນ​ທີ່​ຖືກ​ຊາຍ​ຜູ້​ນັ້ນ​ສຳພັດ​ຕ້ອງ​ທຸບ​ຖິ້ມ ແລະ ເຄື່ອງໃຊ້​ອື່ນໆ​ທີ່​ເປັນ​ໄມ້​ຈະ​ຕ້ອງ​ລ້າງ​ໃຫ້​ສະອາດ​ດ້ວຍ​ນ້ຳ.
13“ ‘ເມື່ອ​ຊາຍ​ຜູ້​ນັ້ນ​ຫາຍດີ​ຈາກ​ສິ່ງ​ທີ່​ໄຫລ​ອອກຈາກ​ຮ່າງກາຍແລ້ວ, ໃຫ້​ລາວ​ລໍຖ້າ​ຢູ່​ເຈັດ​ວັນ ເພື່ອ​ການ​ຊຳລະ​ຕົນ​ໃຫ້​ສະອາດ​ຕາມ​ລະບຽບ​ພິທີກຳ, ລາວ​ຕ້ອງ​ຊັກ​ເສື້ອຜ້າ ແລະ ອາບ​ດ້ວຍ​ນ້ຳສະອາດ, ແລ້ວ​ລາວ​ກໍ​ຈະ​ບໍ່ເປັນມົນທິນ. 14ໃນ​ວັນ​ທີແປດ​ລາວ​ຕ້ອງ​ນຳເອົາ​ນົກເຂົາ ຫລື ນົກກາງແກ​ໜຸ່ມ​ສອງ​ໂຕ​ມາ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ທີ່​ທາງ​ເຂົ້າ​ເຕັນນັດພົບ ແລ້ວ​ມອບ​ສັດ​ເຫລົ່ານັ້ນ​ໃຫ້​ແກ່​ປະໂລຫິດ. 15ປະໂລຫິດ​ຈະ​ຖວາຍ​ນົກ​ທັງສອງ​ໂຕ​ນັ້ນ, ໂຕ​ໜຶ່ງ​ເປັນ​ເຄື່ອງບູຊາ​ໄຖ່​ບາບ ແລະ ອີກ​ໂຕ​ໜຶ່ງ​ເປັນ​ເຄື່ອງເຜົາ​ບູຊາ. ດ້ວຍ​ວິທີ​ນີ້​ເອງ​ທີ່​ປະໂລຫິດ​ຈະ​ເຮັດ​ພິທີ​ລຶບລ້າງບາບ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ໃຫ້​ແກ່​ຊາຍ​ຜູ້ນັ້ນ​ຍ້ອນ​ມີ​ສິ່ງ​ທີ່​ໄຫລ​ອອກຈາກ​ຮ່າງກາຍ​ຂອງ​ລາວ.
16“ ‘ເມື່ອ​ຊາຍ​ຄົນໃດ​ຫລັ່ງ​ນ້ຳ​ອະສຸຈິ, ຜູ້​ນັ້ນ​ຈະ​ຕ້ອງ​ຊຳລະ​ທົ່ວ​ຮ່າງກາຍ​ດ້ວຍ​ນ້ຳ ແລະ ລາວ​ກໍ​ຍັງ​ຈະ​ເປັນມົນທິນ​ໄປ​ຈົນ​ເຖິງ​ຄ່ຳ. 17ເຄື່ອງນຸ່ງ ຫລື ເຄື່ອງໜັງໃດ​ກໍ​ຕາມ​ທີ່​ເປື້ອນ​ດ້ວຍ​ນ້ຳອະສຸຈິ​ຕ້ອງ​ໄດ້​ນຳ​ໄປ​ຊັກ​ລ້າງ​ດ້ວຍ​ນ້ຳ ແລະ ສິ່ງ​ນັ້ນ​ຈະ​ເປັນມົນທິນ​ໄປ​ຈົນ​ເຖິງ​ຄ່ຳ. 18ເມື່ອ​ມີ​ການພົວພັນ​ທາງເພດ​ກັບ​ຍິງ ແລະ ມີ​ນ້ຳອະສຸຈິ​ໄຫລອອກ​ມາ, ທັງສອງ​ຕ້ອງ​ໄດ້​ອາບ​ດ້ວຍນ້ຳ ແລະ ພວກເຂົາ​ຈະ​ເປັນມົນທິນ​ຈົນ​ເຖິງ​ຄ່ຳ.
19“ ‘ເມື່ອ​ແມ່ຍິງ​ມີ​ປະຈຳ​ເດືອນ, ໄລຍະ​ການ​ເປັນມົນທິນ​ຕະຫລອດ​ເຈັດ​ວັນ, ຜູ້ໃດ​ສຳພັດ​ໂຕ​ນາງ ຈະ​ເປັນມົນທິນ​ໄປ​ຈົນ​ເຖິງ​ຄ່ຳ.
20“ ‘ບ່ອນໃດ​ທີ່​ນາງ​ນອນ ຫລື ນັ່ງ​ໃນ​ໄລຍະ​ທີ່​ນາງ​ມີ​ປະຈຳ​ເດືອນ​ກໍ​ຈະ​ເປັນມົນທິນ. 21ຜູ້ໃດ​ທີ່​ສຳພັດ​ຕຽງນອນ​ຂອງ​ນາງ​ກໍ​ຈະ​ເປັນມົນທິນ; ຜູ້​ນັ້ນ​ຕ້ອງ​ໄດ້​ຊັກ​ເສື້ອຜ້າ ແລະ ອາບ​ດ້ວຍນ້ຳ, ແລະ ຜູ້​ນັ້ນ​ກໍ​ຍັງ​ຈະ​ເປັນມົນທິນ​ຈົນ​ເຖິງ​ຄ່ຳ. 22ຜູ້ໃດ​ແຕະຕ້ອງ​ສິ່ງ​ທີ່​ນາງ​ນັ່ງ​ເທິງ​ຕຽງ​ນັ້ນ ຕ້ອງ​ຊັກ​ເສື້ອຜ້າ ແລະ ອາບ​ນ້ຳ ແລະ ຜູ້​ນັ້ນ​ຈະ​ເປັນມົນທິນ​ຈົນ​ເຖິງ​ຄ່ຳ. 23ບໍ່​ວ່າ​ຈະ​ເປັນ​ຕຽງ ຫລື ບ່ອນໃດ​ທີ່​ນາງ​ນັ່ງ, ຖ້າມີ​ຜູ້ໃດ​ໄປ​ສຳພັດ​ສິ່ງ​ນັ້ນ ຜູ້​ນັ້ນ​ກໍ​ຈະ​ເປັນມົນທິນ​ຈົນ​ເຖິງ​ຄ່ຳ.
24“ ‘ຖ້າ​ຊາຍ​ໃດ​ພົວພັນ​ທາງເພດ​ກັບ​ນາງ ແລະ ສຳພັດ​ປະຈຳເດືອນ​ຂອງ​ນາງ, ຊາຍ​ນັ້ນ​ກໍ​ຈະ​ເປັນມົນທິນ​ເປັນ​ເວລາ​ເຈັດ​ວັນ ແລະ ຕຽງ​ທີ່​ລາວ​ນອນ​ນັ້ນ​ກໍ​ຈະ​ເປັນມົນທິນ.
25“ ‘ເມື່ອ​ແມ່ຍິງ​ຄົນໃດ​ມີ​ເລືອດໄຫລອອກ​ເປັນ​ເວລາ​ຫລາຍ​ວັນ​ນອກ​ເໜືອ​ຈາກ​ທີ່​ເປັນ​ປະຈຳເດືອນ​ປົກກະຕິ ຫລື ມີ​ເລືອດ​ໄຫລ​ອອກ​ຫລາບ​ວັນ​ເກີນກວ່າ​ປະຈຳເດືອນ, ນາງ​ຈະ​ເປັນມົນທິນ​ຕາບ​ເທົ່າ​ທີ່​ນາງ​ມີ​ເລືອດໄຫລອອກ​ເໝືອນດັ່ງ​ວັນ​ທີ່​ນາງ​ມີ​ປະຈຳເດືອນ. 26ຕຽງໃດ​ທີ່​ນາງ​ນອນ​ໃນ​ຂະນະ​ທີ່​ນາງ​ຍັງ​ມີ​ເລືອດໄຫລອອກ​ກໍ​ເປັນມົນທິນ, ເຊັ່ນດຽວກັນ​ກັບ​ຊ່ວງ​ທີ່​ນາງ​ມີ​ປະຈຳເດືອນ​ຕາມ​ປົກກະຕິ ແລະ ທຸກບ່ອນ​ທີ່​ນາງ​ນັ່ງ​ຈະ​ເປັນມົນທິນ​ເຊັ່ນ​ດຽວ​ກັນ​ກັບ​ຊ່ວງ​ທີ່​ນາງ​ມີ​ປະຈຳເດືອນ. 27ຜູ້ໃດ​ສຳພັດ​ສິ່ງ​ເຫລົ່ານັ້ນ​ຈະ​ເປັນມົນທິນ; ຕ້ອງ​ໄດ້​ຊັກ​ເສື້ອຜ້າ ແລະ ອາບ​ນ້ຳ ແລະ ເປັນມົນທິນ​ໄປ​ຈົນ​ເຖິງ​ຄ່ຳ.
28“ ‘ເມື່ອ​ນາງ​ໄດ້​ຮັບ​ການຊຳລະ​ຈາກ​ສິ່ງ​ທີ່​ໄຫລອອກ​ມາ​ແລ້ວ, ນາງ​ຕ້ອງ​ນັບ​ຕໍ່ໄປ​ອີກ​ເຈັດ​ວັນ ແລະ ຫລັງຈາກນັ້ນ​ນາງ​ຈະ​ບໍ່ເປັນມົນທິນ​ຕາມ​ລະບຽບ​ພິທີກຳ. 29ໃນ​ວັນ​ທີແປດ​ນາງ​ຈະ​ຕ້ອງ​ນຳ​ນົກເຂົາ ຫລື ນົກກາງແກ​ໜຸ່ມ​ສອງ​ໂຕ​ມາ​ມອບ​ໃຫ້​ແກ່​ປະໂລຫິດ​ທີ່​ທາງເຂົ້າ​ເຕັນນັດພົບ. 30ປະໂລຫິດ​ຈະ​ຖວາຍ​ນົກ​ໂຕ​ໜຶ່ງ​ເປັນ​ເຄື່ອງບູຊາ​ໄຖ່​ບາບ ແລະ ອີກ​ໂຕ​ໜຶ່ງ​ເປັນ​ເຄື່ອງເຜົາ​ບູຊາ. ໂດຍ​ວິທີ​ນີ້​ປະໂລຫິດ​ຈະ​ເຮັດ​ພິທີ​ລຶບລ້າງບາບ​ໃຫ້​ນາງ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ເພາະ​ການ​ເປັນມົນທິນ​ຍ້ອນ​ສິ່ງ​ທີ່​ໄຫລ​ອອກຈາກ​ຮ່າງກາຍ​ຂອງ​ນາງ.
31“ ‘ເຈົ້າ​ຕ້ອງ​ໄດ້​ແຍກ​ປະຊາຊົນ​ອິດສະຣາເອນ​ອອກຈາກ​ສິ່ງ​ທີ່​ເຮັດ​ໃຫ້​ພວກເຂົາ​ເປັນມົນທິນ, ເພື່ອ​ພວກເຂົາ​ຈະ​ບໍ່​ຕາຍ​ດ້ວຍ​ການ​ເປັນມົນທິນ​ຂອງ​ພວກເຂົາ​ທີ່​ເຮັດ​ໃນ​ບ່ອນ​ສະຖິດ#15:31 ຫລື ຫໍເຕັນ​ຂອງ​ເຮົາ ເຊິ່ງ​ຢູ່​ທ່າມກາງ​ພວກເຂົາ​ນັ້ນ’ ”.
32ທັງໝົດ​ເຫລົ່ານີ້​ຄື​ກົດລະບຽບ​ສຳລັບ​ຜູ້ຊາຍ​ທີ່​ເປັນມົນທິນ​ເນື່ອງຈາກ​ສິ່ງ​ທີ່​ໄຫລອອກຈາກ​ຮ່າງກາຍ ຫລື ນ້ຳອະສຸຈິ​ທີ່​ໄຫລ​ອອກຈາກ​ຮ່າງກາຍ, 33ແລະ ສຳລັບ​ແມ່ຍິງ​ທີ່​ຢູ່​ໃນ​ຊ່ວງ​ມີ​ປະຈຳເດືອນ ແລະ ສຳລັບ​ຜູ້ຊາຍ ຫລື ແມ່ຍິງ​ທີ່​ມີ​ສິ່ງ​ທີ່​ໄຫລ​ອອກຈາກ​ຮ່າງກາຍ ແລະ ສຳລັບ​ຜູ້ຊາຍ​ທີ່​ມີ​ເພດສຳພັນ​ກັບ​ແມ່ຍິງ​ທີ່​ເປັນມົນທິນ​ຕາມ​ລະບຽບ​ພິທີກຳ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in

Videos for ລະບຽບພວກເລວີ 15