YouVersion Logo
Search Icon

ລະບຽບພວກເລວີ 14

14
ການຊຳລະ​ມົນທິນ​ເມື່ອ​ຫາຍດີ​ຈາກ​ພະຍາດຜິວໜັງ
1ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, 2“ນີ້​ຄື​ກົດລະບຽບ​ສຳລັບ​ຜູ້​ທີ່​ເປັນ​ພະຍາດ​ໃດ​ໜຶ່ງ​ເມື່ອ​ຖືກ​ນຳ​ມາ​ຫາ​ປະໂລຫິດ, ໃນ​ຊ່ວງ​ເວລາ​ຮັບ​ການຊຳລະ​ໃຫ້​ສະອາດ​ຕາມ​ລະບຽບ​ພິທີ​ແລ້ວ​ຄື: 3ໃຫ້​ປະໂລຫິດ​ອອກ​ໄປ​ນອກ​ຄ້າຍພັກ​ເພື່ອ​ກວດ​ເບິ່ງ​ຄົນເຫລົ່ານັ້ນ. ຖ້າ​ເຫັນ​ວ່າ​ພວກເຂົາ​ຫາຍດີ​ຈາກ​ພະຍາດຜິວໜັງ​ທີ່​ເປັນມົນທິນ​ແລ້ວ,#14:3 ຄຳ​ໃນ​ພາສາ​ເຮັບເຣີ​ສຳລັບ​ພະຍາດຜິວໜັງ​ທີ່​ເປັນມົນທິນ​ຕາມ​ປະເພນີ​ແລ້ວ ໄດ້​ແປ​ວ່າ ພະຍາດ​ຂີ້ທູດ, ເຊິ່ງ​ໄດ້​ຖືກ​ນຳໃຊ້​ກັບ​ພະຍາດ​ຕ່າງໆ​ທີ່​ເກີດຂຶ້ນ​ຕາມ​ຜິວໜັງ; ມີ​ເໝືອນກັນ ໃນ ຂໍ້ 7, 32, 54 ແລະ 57. 4ປະໂລຫິດ​ຈະ​ສັ່ງ​ໃຫ້​ນຳເອົາ​ນົກ​ສອງ​ໂຕ​ທີ່​ຍັງ​ມີຊີວິດ​ບໍ່​ເປັນມົນທິນ ແລະ ໄມ້ສີດາ​ຈຳນວນ​ໜຶ່ງ, ດ້າຍ​ສີແດງ ແລະ ໃບຫູສົບ​ເພື່ອ​ໃຊ້​ໃນ​ພິທີ​ຊຳລະ​ຄົນ​ນັ້ນ. 5ແລ້ວ​ປະໂລຫິດ​ຈະ​ສັ່ງ​ໃຫ້​ຂ້າ​ນົກ​ໂຕ​ໜຶ່ງ​ຢູ່​ໃນ​ໝໍ້ດິນເຜົາ​ທີ່​ມີ​ນ້ຳ​ສະອາດ. 6ຫລັງ​ຈາກນັ້ນ ປະໂລຫິດ​ກໍ​ຈະ​ນຳເອົາ​ນົກ​ອີກ​ໂຕໜຶ່ງ​ທີ່​ຍັງ​ມີ​ຊີວິດ, ພ້ອມ​ກັບ​ໄມ້ສີດາ, ດ້າຍ​ສີແດງ ແລະ ໃບຫູສົບ​ຈຸ່ມລົງ​ໃນ​ເລືອດ​ຂອງ​ນົກ​ທີ່​ຖືກ​ຂ້າ​ເໜືອ​ນ້ຳ​ສະອາດ​ນັ້ນ. 7ແລ້ວ​ປະໂລຫິດ​ກໍ​ຊິດ​ເລືອດ​ໃສ່​ຄົນ​ທີ່​ຕ້ອງ​ຊຳລະລ້າງ​ພະຍາດ​ທີ່​ເປັນມົນທິນ​ນັ້ນ​ເຈັດ​ຄັ້ງ, ແລ້ວ​ປະກາດ​ວ່າ​ລາວ​ບໍ່ເປັນມົນທິນ. ຫລັງຈາກນັ້ນ, ໃຫ້​ລາວ​ປ່ອຍ​ນົກ​ທີ່​ມີຊີວິດ​ໂຕ​ນັ້ນ​ໄປ​ໃນ​ທົ່ງ​ກວ້າງ.
8“ຄົນ​ຜູ້ທີ່​ໄດ້​ຮັບ​ການຊຳລະ​ໃຫ້​ສະອາດ​ນັ້ນ​ຕ້ອງ​ໄດ້​ຊັກ​ເສື້ອຜ້າ​ຂອງ​ຕົນ, ແຖ​ຜົມ ແລະ ອາບ​ນ້ຳ ແລ້ວ​ຄົນນັ້ນ​ຈະ​ບໍ່ເປັນມົນທິນ​ຕາມ​ລະບຽບ​ພິທີກຳ. ຫລັງຈາກນັ້ນ​ໃຫ້​ພວກເຂົາ​ກັບມາ​ອາໄສ​ຢູ່​ໃນ​ຄ້າຍພັກ​ອີກ, ແຕ່​ລາວ​ຈະ​ຕ້ອງ​ຢູ່​ນອກ​ຫໍເຕັນ​ຂອງ​ຕົນ​ເປັນ​ເວລາ​ເຈັດ​ວັນ. 9ໃນ​ວັນ​ທີເຈັດ​ລາວ​ຈະ​ຕ້ອງ​ແຖ​ຜົມ, ແຖ​ໜວດ, ແຖ​ຄີ້ວ ແລະ ສ່ວນ​ທີ່ເຫລືອ ຂອງ​ຜົມ​ຂອງ​ຕົນ. ລາວ​ຕ້ອງ​ຊັກ​ເສື້ອຜ້າ, ອາບນ້ຳ ແລ້ວ​ລາວ​ກໍ​ຈະ​ບໍ່​ເປັນ​ມົນທິນ.
10“ໃນ​ວັນ​ທີແປດ ພວກເຂົາ​ຕ້ອງ​ນຳ​ລູກແກະຜູ້​ສອງ​ໂຕ​ບໍ່​ມີ​ຕຳໜິ ແລະ ລູກແກະແມ່​ອາຍຸ​ໜຶ່ງ​ປີ​ບໍ່​ມີ​ຕຳໜິ​ໜຶ່ງ​ໂຕ, ພ້ອມ​ກັບ​ແປ້ງ​ໂມ້​ລະອຽດ​ສາມ​ໃນ​ສິບ​ເອຟາ#14:10 ຫລື ປະມານ 5 ກິໂລກຣາມ ປະສົມ​ນ້ຳມັນ​ໝາກກອກ​ເພື່ອ​ເປັນ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ ແລະ ນ້ຳມັນ 1 ລົກ.#14:10 ຫລື ປະມານ 0,3 ລິດ. ເຊັ່ນ​ດຽວ​ກັບ​ຂໍ້ 12, 15, 21 ແລະ 24 11ປະໂລຫິດ​ຜູ້​ເຮັດ​ໜ້າທີ່​ປະກາດ​ວ່າ​ພວກເຂົາ​ດີ​ພະຍາດ​ແລ້ວ​ນັ້ນ​ຈະ​ນຳ​ຄົນ​ເຫລົ່ານັ້ນ​ພ້ອມ​ດ້ວຍ​ເຄື່ອງຖວາຍບູຊາ​ຂອງ​ລາວ​ມາ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ທີ່​ທາງເຂົ້າ​ເຕັນນັດພົບ.
12“ຈາກ​ນັ້ນ​ປະໂລຫິດ​ຈະ​ຖວາຍ​ແກະ​ຜູ້​ໂຕ​ໜຶ່ງ ແລະ ນ້ຳມັນ​ປະມານ 0,3 ລິດ ເປັນ​ເຄື່ອງຖວາຍບູຊາ​ລຶບລ້າງ​ຄວາມ​ຜິດ​ໂດຍ​ຍື່ນ​ຖວາຍ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ດັ່ງ​ເປັນ​ເຄື່ອງຖວາຍບູຊາ​ຍື່ນ​ຖວາຍ. 13ປະໂລຫິດ​ຈະ​ຂ້າ​ແກະ​ໂຕ​ນັ້ນ​ໃນ​ບ່ອນ​ບໍລິສຸດ​ຄື​ບ່ອນ​ຂ້າສັດ​ຖວາຍ​ໄຖ່​ບາບ ແລະ ເຄື່ອງເຜົາ​ບູຊາ. ເຊັ່ນດຽວກັບ​ການຖວາຍ​ລຶບລ້າງ​ບາບ, ການ​ຖວາຍ​ລຶບລ້າງ​ຄວາມ​ຜິດ​ນີ້​ເປັນ​ຂອງ​ປະໂລຫິດ; ເປັນ​ຂອງ​ທີ່​ບໍລິສຸດ​ທີ່ສຸດ. 14ປະໂລຫິດ​ຈະ​ເອົາ​ເລືອດ​ຈຳນວນ​ໜຶ່ງ​ຂອງ​ເຄື່ອງຖວາຍ​ລຶບລ້າງ​ຄວາມ​ຜິດ​ທາ​ໃສ່​ທີ່​ຕິ່ງ​ຫູ​ຂວາ ຫົວໂປ້ມື​ຂວາ ແລະ ຫົວໂປ້ຕີນ​ຂວາ​ຂອງ​ຜູ້​ທີ່​ຈະ​ໄດ້​ຮັບ​ການ​ຊຳລະ. 15ຈາກ​ນັ້ນ​ປະໂລຫິດ​ຈະ​ຖອກ​ນ້ຳມັນ​ລົງ​ໃສ່​ອົ້ງມື​ຊ້າຍ, 16ເອົາ​ນິ້ວຊີ້​ເບື້ອງ​ຂວາ​ຈຸ່ມ​ນ້ຳມັນ​ນັ້ນ​ຊິດ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ເຈັດ​ຄັ້ງ. 17ປະໂລຫິດ​ຈະ​ໃຊ້​ນ້ຳມັນ​ທີ່​ເຫລືອ​ຢູ່​ບາງ​ສ່ວນ​ທາ​ທີ່​ຕິ່ງຫູ​ຂວາ, ຫົວ​ໂປ້​ມື​ເບື້ອງ​ຂວາ ແລະ ຫົວ​ໂປ້​ຕີນ​ຂວາ​ຂອງ​ຄົນ​ນັ້ນ​ຊ້ຳ​ອີກ​ຢູ່​ເທິງ​ຮອຍ​ເລືອດ​ຂອງ​ເຄື່ອງຖວາຍ​ລຶບລ້າງ​ຄວາມ​ຜິດ. 18ແລ້ວ​ປະໂລຫິດ​ກໍ​ຈະ​ເອົາ​ນ້ຳມັນ​ທີ່​ເຫລືອ​ໃນ​ຝ່າມື​ນັ້ນ​ທາ​ໃສ່​ຫົວ​ຂອງ​ຄົນ​ທີ່​ຈະ​ໄດ້​ຮັບ​ການ​ຊຳລະ ແລະ ລຶບລ້າງ​ບາບ​ໃຫ້​ຜູ້​ນັ້ນ​ຕໍ່ໜ້າ​ພຣະເຈົ້າ​ຢາເວ.
19“ແລ້ວ​ປະໂລຫິດ​ຈະ​ຖວາຍ​ເຄື່ອງບູຊາ​ໄຖ່​ບາບ ແລະ ເຮັດ​ພິທີ​ລຶບລ້າງບາບ​ໃຫ້​ຜູ້​ທີ່​ຈະ​ໄດ້​ຮັບ​ການຊຳລະ​ນັ້ນ​ໃຫ້​ພົ້ນ​ຈາກ​ການ​ເປັນມົນທິນ​ຂອງ​ພວກເຂົາ. ຫລັງຈາກນັ້ນ ປະໂລຫິດ​ຈະ​ຂ້າ​ສັດ​ສຳລັບ​ເຄື່ອງເຜົາບູຊາ 20ແລະ ນຳ​ໄປ​ຖວາຍ​ພ້ອມ​ກັບ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ເທິງ​ແທ່ນບູຊາ, ເປັນ​ການ​ເຮັດ​ພິທີ​ລຶບລ້າງບາບ​ໃຫ້​ພວກເຂົາ ແລະ ພວກເຂົາ​ກໍ​ຈະ​ບໍ່ເປັນມົນທິນ.
21“ເຖິງຢ່າງໃດກໍຕາມ, ຖ້າ​ພວກເຂົາ​ທຸກຍາກ ແລະ ບໍ່​ສາມາດ​ຈະ​ນຳ​ສັດ​ເຫລົ່ານີ້​ມາ​ຖວາຍ​ໄດ້ ກໍ​ໃຫ້​ພວກເຂົາ​ນຳເອົາ​ລູກແກະ​ຜູ້​ມາ​ພຽງ​ໂຕໜຶ່ງ​ເປັນ​ເຄື່ອງຖວາຍ​ເພື່ອ​ລຶບລ້າງ​ຄວາມ​ຜິດ​ເພື່ອ​ແກວ່ງ​ໄປ​ແກວ່ງ​ມາ​ຖວາຍ​ເປັນ​ການ​ເຮັດ​ພິທີ​ລຶບລ້າງບາບ​ໃຫ້​ພວກເຂົາ ໂດຍ​ຖວາຍ​ພ້ອມ​ກັບ​ແປ້ງ​ລະອຽດ​ປະມານ 1 ເອຟາ#14:21 ນັ້ນແມ່ນ ປະມານ 1,6 ກິໂລກຣາມ ປະສົມ​ກັບ​ນ້ຳມັນ​ໝາກກອກ​ເປັນ​ເຄື່ອງຖວາຍ​ພືດພັນ​ເປັນ​ເມັດ ແລະ ນ້ຳມັນ 1 ລົກ#14:21 ຫລື ປະມານ 0,3 ລິດ ເຊັ່ນ​ດຽວ​ກັບ​ຂໍ້ 24 22ແລະ ນົກເຂົາ ຫລື ນົກກາງແກ​ໜຸ່ມ​ສອງ​ໂຕ​ແລ້ວ​ແຕ່​ຈະ​ຫາ​ນົກ​ຊະນິດ​ໃດ​ກໍ​ໄດ້ ໂຕ​ໜຶ່ງ​ໃຊ້​ເປັນ​ເຄື່ອງບູຊາ​ໄຖ່​ບາບ ອີກ​ໂຕ​ໜຶ່ງ​ເປັນ​ເຄື່ອງເຜົາ​ບູຊາ.
23“ໃນ​ວັນ​ທີແປດ​ພວກເຂົາ​ຕ້ອງ​ນຳ​ສິ່ງ​ເຫລົ່ານີ້​ມາ​ໃຫ້​ປະໂລຫິດ​ເພື່ອ​ການ​ຊຳລະລ້າງ​ທີ່​ທາງເຂົ້າ​ເຕັນນັດພົບ​ຕໍ່ໜ້າ​ພຣະເຈົ້າ​ຢາເວ. 24ປະໂລຫິດ​ຈະ​ນຳເອົາ​ແກະ​ມາ​ເພື່ອ​ເປັນ​ເຄື່ອງຖວາຍ​ລຶບລ້າງ​ຄວາມ​ຜິດ, ພ້ອມກັບ​ນ້ຳມັນ​ປະມານ 0,3 ລິດ ເພື່ອ​ເປັນ​ເຄື່ອງ​ຖວາຍ​ບູຊາ​ແກວ່ງ​ໄປ​ແກວ່ງ​ມາ​ຖວາຍ​ຕໍ່ໜ້າ​ພຣະເຈົ້າ​ຢາເວ. 25ປະໂລຫິດ​ຈະ​ຕ້ອງ​ຂ້າ​ລູກແກະ​ນັ້ນ​ເປັນ​ເຄື່ອງ​ບູຊາ​ລຶບລ້າງ​ຄວາມ​ຜິດ ແລະ ເອົາ​ເລືອດ​ບາງສ່ວນ​ທາ​ທີ່​ຕິ່ງຫູ​ຂວາ, ຫົວ​ໂປ້​ມື​ເບື້ອງ​ຂວາ ແລະ ຫົວ​ໂປ້​ຕີນ​ເບື້ອງ​ຂວາ​ຂອງ​ຜູ້ທີ່​ຕ້ອງ​ຊຳລະ​ນັ້ນ. 26ປະໂລຫິດ​ຈະ​ຖອກ​ນ້ຳມັນ​ໃສ່​ຝ່າມື​ເບື້ອງ​ຊ້າຍ, 27ແລະ ເອົາ​ນີ້ວຊີ້​ເບື້ອງ​ຂວາ​ຈຸ່ມ​ນ້ຳມັນ​ນັ້ນ​ຊິດ​ເຈັດ​ຄັ້ງ​ຕໍ່ໜ້າ​ພຣະເຈົ້າ​ຢາເວ. 28ຈາກ​ນັ້ນ​ຈະ​ເອົາ​ນ້ຳມັນ​ທີ່​ຝ່າມື​ນີ້​ທາ​ທີ່​ຕິ່ງຫູ​ເບື້ອງ​ຂວາ, ຫົວ​ໂປ້​ມື​ເບື້ອງ​ຂວາ ແລະ ຫົວ​ໂປ້​ຕີນ​ເບືອງ​ຂວາ​ຂອງ​ຄົນ​ນັ້ນ ເປັນ​ບ່ອນ​ດຽວ​ກັບ​ບ່ອນ​ທາ​ເລືອດ​ຂອງ​ເຄື່ອງ​ບູຊາ​ລຶບລ້າງ​ຄວາມ​ຜິດ. 29ນ້ຳມັນ​ທີ່​ເຫລືອ​ຢູ່​ໃນ​ຝ່າມື​ຈະ​ໃຊ້​ທາ​ເທິງ​ຫົວ​ຂອງ​ຄົນ​ທີ່​ໄດ້​ຮັບ​ການ​ຊຳລະ, ເພື່ອ​ເປັນ​ການ​ເຮັດ​ພິທີ​ລຶບລ້າງບາບ​ໃຫ້​ຜູ້​ນັ້ນ​ຕໍ່ໜ້າ​ພຣະເຈົ້າ​ຢາເວ. 30ຈາກ​ນັ້ນ​ຜູ້​ກ່ຽວ​ຈະ​ຕ້ອງ​ຖວາຍ​ນົກເຂົາ ຫລື ນົກກາງແກ​ໜຸ່ມ​ສອງ​ໂຕ, ແລ້ວ​ແຕ່​ຈະ​ຫາ​ໄດ້. 31ໂຕ​ໜຶ່ງ​ໃຊ້​ເປັນ​ເຄື່ອງບູຊາ​ໄຖ່​ບາບ​ສ່ວນ​ອີກ​ໂຕ​ໜຶ່ງ​ໃຊ້​ເປັນ​ເຄື່ອງເຜົາ​ບູຊາ​ຄວບຄູ່​ກັບ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ. ປະໂລຫິດ​ຈະ​ເຮັດ​ພິທີ​ລຶບລ້າງບາບ​ໃຫ້​ຜູ້​ນັ້ນ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ໂດຍ​ວິທີ​ນີ້”.
32ທັງໝົດ​ນີ້​ຄື​ກົດລະບຽບ​ກ່ຽວກັບ​ຜູ້​ທີ່​ຫາຍດີ​ຈາກ​ພະຍາດ​ຜິວໜັງ​ທີ່​ບໍ່​ສາມາດ​ນຳ​ເຄື່ອງບູຊາ​ຕາມ​ປົກກະຕິ​ມາ​ເພື່ອ​ໃຊ້​ໃນ​ພິທີ​ຊຳລະ​ນີ້​ໄດ້.
ການ​ຊຳລະ​ຈາກ​ເຊື້ອລາ​ທີ່​ເປັນມົນທິນ
33ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ ແລະ ອາໂຣນ​ວ່າ, 34“ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ເຖິງ​ດິນແດນ​ການາອານ​ທີ່​ເຮົາ​ຈະ​ມອບ​ໃຫ້​ເປັນ​ກຳມະສິດ​ຂອງ​ພວກເຈົ້າ​ນັ້ນ ແລະ ເຮົາ​ຈະ​ໃຫ້​ເກີດມີ​ເຊື້ອລາ​ແຜ່​ກະຈາຍ​ໃນ​ເຮືອນ​ຫລັງ​ໃດ​ຫລັງ​ໜຶ່ງ​ໃນ​ດິນແດນ​ນັ້ນ, 35ເມື່ອ​ເຈົ້າ​ຂອງ​ເຮືອນ​ພົບ​ເຊື້ອລາ​ໃນ​ເຮືອນ​ຂອງ​ຕົນ​ຕ້ອງ​ໄປ​ແຈ້ງ​ປະໂລຫິດ​ວ່າ ‘ຂ້າພະເຈົ້າ​ໄດ້​ເຫັນ​ບາງ​ສິ່ງ​ທີ່​ເບິ່ງ​ເໝືອນ​ເຊື້ອລາ​ໃນ​ເຮືອນ​ຂອງ​ຂ້າພະເຈົ້າ’. 36ປະໂລຫິດ​ຈະ​ໃຫ້​ຂົນ​ເອົາ​ເຄື່ອງຂອງ​ອອກຈາກ​ເຮືອນ​ໃຫ້​ໝົດ​ກ່ອນ​ເພິ່ນ​ເຂົ້າ​ກວດກາເບິ່ງ​ເຊື້ອລາ, ເພື່ອ​ວ່າ​ທຸກສິ່ງ​ໃນ​ເຮືອນ​ຈະ​ບໍ່​ຖືກ​ປະກາດ​ວ່າ​ເປັນມົນທິນ. ແລ້ວ​ປະໂລຫິດ​ຈະ​ເຂົ້າ​ໄປ ແລະ ກວດ​ເບິ່ງ​ໃນ​ເຮືອນ​ຫລັງນັ້ນ. 37ເພິ່ນ​ຈະ​ກວດກາເບິ່ງ​ເຊື້ອລາ​ຢູ່​ຕາມ​ຝາ​ເຮືອນ ແລະ ຖ້າ​ພົບ​ຮອຍ​ຂຽວ ຫລື ແດງ​ທີ່​ຝາເຮືອນ​ກິນ​ເລິກລົງ​ໄປ, 38ປະໂລຫິດ​ຈະ​ຕ້ອງ​ອອກ​ຈາກ​ເຮືອນ ແລະ ປິດ​ປະຕູ​ໄວ້​ເປັນ​ເວລາ​ເຈັດ​ວັນ. 39ໃນ​ວັນ​ທີ​ເຈັດ​ປະໂລຫິດ​ຈະ​ກັບ​ມາ​ກວດກາເບິ່ງ​ອີກ. ຖ້າ​ເຊື້ອລາ​ໄດ້​ແຜ່ລາມ​ອອກ​ໄປ​ຕາມ​ຝາຕ່າງໆ, 40ປະໂລຫິດ​ຈະ​ສັ່ງ​ໃຫ້​ຮື້​ຫີນ​ສ່ວນ​ທີ່​ຕິດ​ເຊື້ອລາ​ອອກ ແລະ ເອົາ​ໄປ​ຖິ້ມ​ຢູ່​ບ່ອນ​ທີ່​ເປັນ​ມົນທິນ​ນອກ​ເມືອງ. 41ປະໂລຫິດ​ຕ້ອງ​ສັ່ງ​ໃຫ້​ເຊັດຖູ​ຝາ​ພາຍໃນ​ເຮືອນ​ໃຫ້​ທົ່ວ​ທຸກ​ບ່ອນ ແລະ ເສດ​ຂີ້ເຫຍື້ອ​ກໍ​ໃຫ້​ນຳ​ໄປ​ຖິ້ມ​ຢູ່​ບ່ອນ​ທີ່​ເປັນ​ມົນທິນ​ນອກ​ເມືອງ. 42ແລ້ວ​ໃຫ້​ຜູ້​ນັ້ນ​ເອົາ​ຫີນ​ກ້ອນ​ອື່ນ​ມາ​ໃສ່ແທນ​ບ່ອນ​ທີ່​ທຸບ​ອອກ ແລະ ນຳ​ເອົາ​ປູນ​ມາ​ໂບກ​ຝາ​ຄືນ​ໃໝ່.
43“ແຕ່​ຫາກ​ຍັງ​ມີ​ເຊື້ອລາ​ປາກົດ​ຂຶ້ນ​ໃນ​ເຮືອນ​ພາຍຫລັງ​ທີ່​ໄດ້​ທຸບ​ຫີນ​ອອກ, ເຊັດຖູ ແລະ ໂບກ​ຝາ​ໃໝ່​ແລ້ວ, 44ປະໂລຫິດ​ຈະ​ມາ​ກວດ​ເບິ່ງ​ອີກ ແລະ ຖ້າ​ເຊື້ອລາ​ໄດ້​ແຜ່​ກະຈາຍ​ພາຍໃນ​ເຮືອນ, ເຊື້ອລາ​ທີ່​ເປັນ​ພິດ, ເຮືອນ​ຫລັງ​ນັ້ນ​ກໍ​ເປັນ​ມົນທິນ. 45ຕ້ອງ​ມ້າງ​ເຮືອນ​ຫລັງ​ນັ້ນ​ແລ້ວ​ນຳ​ເອົາ​ຫີນ, ໄມ້ ແລະ ປູນ​ອອກ​ໄປ​ຖິ້ມ​ຢູ່​ບ່ອນ​ທີ່​ເປັນ​ມົນທິນ​ນອກ​ເມືອງ.
46“ຜູ້​ທີ່​ເຂົ້າ​ໄປ​ຂະນະ​ທີ່​ເຮືອນ​ຍັງ​ປິດ​ຢູ່​ຈະ​ກາຍ​ເປັນ​ມົນທິນ​ຈົນ​ເຖິງ​ເວລາ​ຄ່ຳ. 47ຜູ້ໃດ​ທີ່​ນອນ ຫລື ກິນ​ອາຫານ​ໃນ​ເຮືອນ​ນັ້ນ​ຈະ​ຕ້ອງ​ໄດ້​ຊັກ​ເສື້ອຜ້າ​ຂອງ​ຕົນ.
48“ແຕ່​ເມື່ອ​ປະໂລຫິດ​ກັບ​ມາ​ກວດ​ເບິ່ງ ແລະ ເຊື້ອລາ​ນັ້ນ​ບໍ່​ໄດ້​ແຜ່​ກະຈາຍ​ໄປ​ຫລັງຈາກ​ໂບກ​ປູນ​ໃໝ່​ຮຽບຮ້ອຍ​ແລ້ວ ປະໂລຫິດ​ກໍ​ຈະ​ປະກາດ​ວ່າ​ເຮືອນ​ຫລັງ​ນັ້ນ​ບໍ່​ເປັນ​ມົນທິນ, ເພາະ​ເຊື້ອລາ​ທີ່​ເປັນ​ມົນທິນ​ໄດ້​ຫາຍ​ໄປ​ແລ້ວ. 49ເພື່ອ​ຊຳລະ​ເຮືອນ​ຫລັງ​ນັ້ນ​ໃຫ້​ສະອາດ, ເຈົ້າ​ຂອງ​ເຮືອນ​ຈະ​ຕ້ອງ​ນຳເອົາ​ນົກ​ສອງ​ໂຕ ແລະ ໄມ້ສີດາ, ດ້າຍແດງ ແລະ ງ່າ​ຫູສົບ. 50ປະໂລຫິດ​ຈະ​ຂ້າ​ນົກ​ໂຕ​ໜຶ່ງ​ເໜືອ​ນ້ຳ​ສະອາດ​ທີ່​ຢູ່​ໃນ​ພາຊະນະ​ດິນເຜົາ. 51ແລ້ວ​ຈຸ່ມ​ໄມ້ສີດາ, ງ່າ​ຫູສົບ, ດ້າຍແດງ ແລະ ນົກ​ອີກ​ໂຕ​ໜຶ່ງ​ທີ່​ຍັງ​ມີ​ຊີວິດ​ລົງ​ໃນ​ເລືອດ​ຂອງ​ນົກ​ທີ່​ຖືກ​ຂ້າ​ເໜືອ​ນ້ຳ​ສະອາດ, ເອົາ​ເລືອດ​ຊິດ​ໃສ່​ເຮືອນ​ຫລັງ​ນັ້ນ​ເຈັດ​ເທື່ອ. 52ປະໂລຫິດ​ຈະ​ຊຳລະ​ເຮືອນ​ຫລັງ​ນັ້ນ​ດ້ວຍ​ເລືອດ​ຂອງ​ນົກ, ນ້ຳ​ສະອາດ, ນົກ​ທີ່​ມີ​ຊີວິດ, ໄມ້ສີດາ, ງ່າ​ຫູສົບ ແລະ ດ້າຍ​ແດງ. 53ແລ້ວ​ປະໂລຫິດ​ຈະ​ປ່ອຍ​ນົກ​ໂຕ​ທີ່​ຍັງ​ມີ​ຊີວິດ​ໄປ​ໃນ​ບ່ອນ​ກາງແຈ້ງ​ນອກ​ເມືອງ. ປະໂລຫິດ​ຈະ​ລຶບລ້າງ​ມົນທິນ​ຂອງ​ເຮືອນ​ດ້ວຍ​ວິທີ​ນີ້ ແລະ ເຮືອນ​ນັ້ນ​ກໍ​ຈະ​ສະອາດ”.
54ທັງໝົດ​ນີ້​ເປັນ​ກົດລະບຽບ​ກ່ຽວກັບ​ພະຍາດ​ຜິວໜັງ​ຊະນິດ​ຕ່າງໆ​ກ່ຽວກັບ​ໂລກ​ຄັນ, 55ກ່ຽວກັບ​ເຊື້ອລາ​ເທິງ​ເສື້ອຜ້າ ຫລື ຢູ່​ໃນ​ເຮືອນ, 56ແລະ ກ່ຽວກັບ​ຮອຍ​ບວມ, ຜື່ນ ຫລື ຕຸ່ມ​ໃສ, 57ເພື່ອ​ຕັດສິນ​ວ່າ​ສິ່ງ​ໃດ​ສະອາດ ຫລື ເປັນ​ມົນທິນ.
ນີ້​ຄື​ກົດລະບຽບ​ກ່ຽວກັບ​ພະຍາດ​ຜິວໜັງ ແລະ ເຊື້ອລາ​ທີ່​ເປັນມົນທິນ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in