ລະບຽບພວກເລວີ 13
13
ກົດລະບຽບກ່ຽວກັບພະຍາດຜິວໜັງທີ່ເປັນມົນທິນ
1ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊ ແລະ ອາໂຣນວ່າ, 2“ຖ້າຜູ້ໃດເກີດອາການບວມທີ່ຜິວ ຫລື ເປັນຕຸ່ມຄັນ ຫລື ມີຮອຍດ່າງ ເຊິ່ງອາດເປັນມົນທິນຍ້ອນພະຍາດຜິວໜັງ,#13:2 ໂດຍປົກກະຕິແປວ່າ ພະຍາດຂີ້ທູດ ແຕ່ຄຳພາສາເຮັບເຣີອາດໝາຍເຖິງ ພະຍາດຜິວຕ່າງໆ ບໍ່ຈຳເປັນຕ້ອງໝາຍເຖິງພະຍາດຂີ້ທູດເທົ່ານັ້ນ ເຊັ່ນດຽວກັບຂໍ້ອື່ນໆໃນບົດນີ້ ຜູ້ນັ້ນຈະຕ້ອງຖືກນຳໄປພົບປະໂລຫິດອາໂຣນ ຫລື ລູກຊາຍ#13:2 ຫລື ລູກຫລານຄົນໃດຂອງອາໂຣນທີ່ເປັນປະໂລຫິດ. 3ປະໂລຫິດຈະຕ້ອງກວດເບິ່ງຮອຍໂລກຂອງຜູ້ນັ້ນ ຖ້າຂົນເທິງຜິວໜັງບໍລິເວນນັ້ນປ່ຽນເປັນສີຂາວ ແລະ ຮອຍໂລກນີ້ລາມເລິກກວ່າຜິວໜັງລົງໄປ ສະແດງວ່າເປັນໂລກຜິວໜັງທີ່ເປັນມົນທິນ. ປະໂລຫິດຈະປະກາດວ່າເປັນມົນທິນຕາມລະບຽບພິທີກຳ. 4ແຕ່ຖ້າບໍລິເວນຜິວນັ້ນເປັນຮອຍດ່າງແຕ່ບໍ່ໄດ້ລາມເລິກລົງໄປໃຕ້ຜິວໜັງ ແລະ ຂົນໃນບໍລິເວນດັ່ງກ່າວກໍບໍ່ໄດ້ປ່ຽນເປັນສີຂາວ, ປະໂລຫິດຈະຕ້ອງກັກໂຕຜູ້ນັ້ນໄວ້ເບິ່ງອາການເປັນເວລາເຈັດວັນ. 5ໃນວັນທີເຈັດປະໂລຫິດຈະກວດເບິ່ງຜູ້ນັ້ນອີກ, ຖ້າບໍລິເວນບວມດັ່ງກ່າວຍັງເໝືອນເດີມ ແລະ ບໍ່ໄດ້ລາມເລິກລົງໄປໃຕ້ຜິວ ປະໂລຫິດກໍຈະກັກໂຕຜູ້ນັ້ນໄວ້ອີກເຈັດວັນ. 6ໃນວັນທີເຈັດປະໂລຫິດຈະກວດເບິ່ງຜູ້ນັ້ນອີກ, ຖ້າຮອຍໂລກນັ້ນດີຂຶ້ນ ແລະ ບໍ່ໄດ້ລາມເລິກລົງໄປ, ປະໂລຫິດກໍຈະປະກາດວ່າພວກເຂົາບໍ່ເປັນມົນທິນ, ພວກເຂົາເປັນພຽງແຕ່ຜື່ນທຳມະດາ. ພວກເຂົາຕ້ອງຊັກເສື້ອຜ້າຂອງຕົນ ແລະ ພວກເຂົາກໍບໍ່ເປັນມົນທິນ. 7ແຕ່ຖ້າຜື່ນນັ້ນແຜ່ລາມໄປຫລັງຈາກທີ່ພວກເຂົາໄດ້ໃຫ້ປະໂລຫິດກວດເບິ່ງເພື່ອປະກາດວ່າພວກເຂົາບໍ່ເປັນມົນທິນແລ້ວ ພວກເຂົາຈະຕ້ອງກັບມາຫາປະໂລຫິດອີກ. 8ປະໂລຫິດຈະກວດເບິ່ງຜູ້ນັ້ນ ແລະ ຖ້າຫາກເຫັນວ່າຜື່ນນັ້ນແຜ່ລາມຕາມຜິວໜັງ, ປະໂລຫິດກໍຈະປະກາດວ່າຜູ້ນັ້ນເປັນມົນທິນ, ນີ້ແມ່ນໂລກຜິວທີ່ເປັນມົນທິນ.
9“ຖ້າຜູ້ໃດເປັນໂລກຜິວໜັງ, ຕ້ອງນຳຜູ້ນັ້ນໄປຫາປະໂລຫິດ. 10ແລ້ວປະໂລຫິດຈະກວດເບິ່ງຜູ້ກ່ຽວ ຖ້າມີອາການບວມເປັນສີຂາວທີ່ຜິວໜັງ ເຊິ່ງເຮັດໃຫ້ຂົນບໍລິເວນນັ້ນປ່ຽນເປັນສີຂາວ ແລະ ຮອຍບວມແຕກເປັນແຜ, 11ຜູ້ນັ້ນກໍເປັນໂລກຜິວໜັງຊຳເຮື້ອ ແລະ ປະໂລຫິດຈະຕ້ອງປະກາດວ່າຜູ້ກ່ຽວເປັນມົນທິນ. ຜູ້ນັ້ນບໍ່ຕ້ອງຖືກກັກໂຕໄວ້ເບິ່ງອາການອີກ, ເພາະລາວເປັນມົນທິນແລ້ວ.
12“ຖ້າພະຍາດນັ້ນກະຈາຍໄປທົ່ວຜິວ ແລະ ປະໂລຫິດພົບວ່າພະຍາດນັ້ນລາມໄປທົ່ວຜິວຕັ້ງແຕ່ຫົວຈົນເຖິງຕີນ, 13ປະໂລຫິດຕ້ອງກວດເບິ່ງອີກ ຖ້າພະຍາດຫາກລາມໄປທົ່ວທັງໂຕ, ໃຫ້ປະກາດວ່າລາວບໍ່ເປັນມົນທິນ. ເນື່ອງຈາກວ່າຮ່າງກາຍຂອງລາວກາຍເປັນສີຂາວໄປໝົດ ຜູ້ນັ້ນກໍບໍ່ເປັນມົນທິນ. 14ແຕ່ເມື່ອໃດກໍຕາມຫາກຮ່າງກາຍຂອງຜູ້ນັ້ນມີບາດແຜ, ຜູ້ກ່ຽວກໍເປັນມົນທິນ 15ເມື່ອປະໂລຫິດພົບເຫັນຮອຍແຜນັ້ນ ໃຫ້ປະໂລຫິດປະກາດວ່າລາວເປັນມົນທິນ. ຮອຍແຜນັ້ນບໍ່ສະອາດ ລາວມີພະຍາດຜີວໜັງທີ່ເປັນມົນທິນ. 16ຖ້າຮອຍແຜນັ້ນປ່ຽນເປັນສີຂາວ, ໃຫ້ຜູ້ກ່ຽວກັບໄປຫາປະໂລຫິດ. 17ປະໂລຫິດຈະກວດເບິ່ງ, ຖ້າແຜນັ້ນຫາຍດີແລ້ວ ປະໂລຫິດກໍຈະປະກາດວ່າລາວບໍ່ເປັນມົນທິນ. ແລ້ວກໍຈະດີສະອາດພົ້ນຈາກມົນທິນ.
18“ຖ້າຜູ້ໃດເປັນຝີ ແລະ ຫາຍດີແລ້ວ, 19ແຕ່ຮອຍຝີເກີດອາການບວມດ່າງ ຫລື ປ່ຽນເປັນສີຂາວປົນສີບົວ ຜູ້ນັ້ນຕ້ອງໄປໃຫ້ປະໂລຫິດກວດເບິ່ງ. 20ປະໂລຫິດຈະກວດເບິ່ງ, ຖ້າອາການລາມເລິກລົງໄປໃຕ້ຜິວໜັງ ແລະ ຂົນບໍລິເວນນັ້ນປ່ຽນເປັນສີຂາວ, ປະໂລຫິດຈະປະກາດວ່າຜູ້ນັ້ນເປັນມົນທິນ. ນີ້ແມ່ນການເປັນມົນທິນໂດຍໂລກຜີວໜັງທີ່ເປັນມົນທິນໄດ້ລາມອອກຈາກບ່ອນທີ່ເປັນຕຸ່ມຝີນັ້ນ. 21ແຕ່ຖ້າເມື່ອປະໂລຫິດກວດເບິ່ງແລ້ວ, ຂົນບໍລິເວນນັ້ນບໍ່ໄດ້ປ່ຽນເປັນສີຂາວ ແລະ ອາການນັ້ນບໍ່ໄດ້ລາມເລິກລົງໄປໃຕ້ຜິວ ແລະ ທັງສີກໍຈາງລົງ, ຈາກນັ້ນໃຫ້ປະໂລຫິດກັກໂຕຜູ້ນັ້ນໄວ້ເບິ່ງອາການເປັນເວລາເຈັດວັນ. 22ຖ້າພະຍາດນັ້ນລາມອອກໄປຕາມຜິວ, ປະໂລຫິດຈະປະກາດວ່າລາວເປັນມົນທິນ; ນີ້ແມ່ນພະຍາດທີ່ເປັນມົນທິນ. 23ແຕ່ຖ້າລັກສະນະຂອງຮອຍບາດແຜນັ້ນບໍ່ປ່ຽນແປງ ແລະ ບໍ່ລຸກລາມອອກໄປ ຮອຍນີ້ກໍເປັນພຽງເປັນແປ້ວຫລັງຈາກເປັນຝີ ປະໂລຫິດກໍຈະປະກາດວ່າລາວບໍ່ເປັນມົນທິນ.
24“ຖ້າຜູ້ໃດມີຮອຍແຜໄຟໄໝ້ ແລະ ແຜນີ້ກາຍເປັນສີຂາວ ຫລື ສີຂາວອົມຊົມພູ, 25ໃຫ້ປະໂລຫິດກວດເບິ່ງຮອຍແຜນັ້ນ ຖ້າຂົນບໍລິເວນນັ້ນປ່ຽນເປັນສີຂາວ ແລະ ອາການລາມເລິກລົງໄປໃຕ້ຜິວ ພະຍາດໄດ້ລາມຈາກຮອຍໄໝ້ນັ້ນແລ້ວ, ປະໂລຫິດຈະປະກາດວ່າຜູ້ນັ້ນເປັນມົນທິນ; ນີ້ແມ່ນໂລກຜິວໜັງທີ່ເປັນມົນທິນ. 26ແຕ່ຖ້າປະໂລຫິດກວດພົບວ່າຂົນບໍລິເວນນັ້ນບໍ່ໄດ້ປ່ຽນເປັນສີຂາວ ແລະ ຮອຍແຜນັ້ນກໍບໍ່ໄດ້ລາມເລິກລົງໄປໃຕ້ຜິວ ອີກທັງສີກໍກຳລັງຈາງລົງ, ໃຫ້ປະໂລຫິດກັກໂຕຜູ້ນັ້ນໄວ້ເບິ່ງອາການເປັນເວລາເຈັດວັນ. 27ໃນວັນທີເຈັດປະໂລຫິດຈະກວດຜູ້ນັ້ນອີກຄັ້ງໜຶ່ງ, ຖ້າແຜນັ້ນແຜ່ລາມອອກໄປຕາມຜິວ, ປະໂລຫິດຈະປະກາດວ່າຜູ້ນັ້ນເປັນມົນທິນ; ນີ້ແມ່ນພະຍາດຜິວໜັງທີ່ເປັນມົນທິນ. 28ເຖິງຢ່າງໃດກໍຕາມ, ຖ້າລັກສະນະຂອງຮອຍແຜນັ້ນບໍ່ປ່ຽນແປງ ແລະ ບໍ່ໄດ້ແຜ່ລາມອອກໄປແຕ່ຈາງລົງ; ຮອຍແຜນີ້ກໍເປັນພຽງຮອຍບວມຈາກໄຟໄໝ້, ປະໂລຫິດຈະປະກາດວ່າຜູ້ນັ້ນບໍ່ເປັນມົນທິນ, ເປັນພຽງຮອຍແຜຈາກການໄໝ້.
29“ຖ້າຊາຍ ຫລື ຍິງຄົນໃດມີແຜທີ່ຫົວ ຫລື ທີ່ຄາງ, 30ໃຫ້ປະໂລຫິດກວດເບິ່ງແຜນັ້ນ, ຖ້າແຜລາມເລິກລົງໄປໃຕ້ຜິວ ແລະ ຂົນບໍລິເວນນັ້ນປ່ຽນເປັນສີເຫລືອງ ແລະ ບາງລົງ, ປະໂລຫິດຈະປະກາດວ່າຜູ້ນັ້ນເປັນມົນທິນ; ນີ້ແມ່ນໂລກຜິວໜັງທີ່ເປັນມົນທິນທີ່ຫົວ ຫລື ທີ່ຄາງ. 31ແຕ່ຖ້າປະໂລຫິດກວດເບິ່ງອາການ, ມັນບໍ່ໄດ້ລາມເລິກລົງໄປໃຕ້ຜິວ ແລະ ບໍ່ມີຂົນສີດຳໃນບໍລິເວນນັ້ນ, ຈາກນັ້ນໃຫ້ກັກຜູ້ກ່ຽວໄວ້ເບິ່ງອາການເປັນເວລາເຈັດວັນ. 32ໃນວັນທີເຈັດໃຫ້ປະໂລຫິດກວດເບິ່ງອາການນັ້ນອີກ, ຖ້າອາການບໍ່ໄດ້ແຜ່ລາມໄປ ແລະ ບໍ່ໄດ້ມີຂົນສີເຫລືອງຂຶ້ນມາ ແລ້ວທັງບໍ່ໄດ້ແຜ່ລາມເລິກລົງໄປໃຕ້ຜິວ, 33ແລ້ວຊາຍ ຫລື ຍິງນັ້ນຈະຕ້ອງແຖຂົນຕົນເອງ, ຍົກເວັ້ນບໍລິເວນທີ່ມີແຜນັ້ນ ແລະ ປະໂລຫິດຈະກັກຜູ້ນັ້ນໄວ້ອີກເຈັດວັນ. 34ໃນວັນທີເຈັດໃຫ້ປະໂລຫິດກວດອາການນັ້ນອີກ, ຖ້າອາການນີ້ບໍ່ໄດ້ແຜ່ລາມໄປ ແລະ ບໍ່ໄດ້ແຜ່ລາມເລິກລົງໄປໃຕ້ຜິວ, ປະໂລຫິດຈະປະກາດວ່າພວກເຂົາບໍ່ເປັນມົນທິນ. ພວກເຂົາຕ້ອງຊັກເສື້ອຜ້າ ແລະ ຖືວ່າພວກກ່ຽວປາດສະຈາກມົນທິນ. 35ແຕ່ຖ້າອາການນັ້ນແຜ່ລາມອອກໄປຫລັງຈາກປະກາດວ່າພວກເຂົາບໍ່ເປັນມົນທິນແລ້ວ, 36ປະໂລຫິດຈະກວດພວກເຂົາອີກຄັ້ງໜຶ່ງ, ຖ້າພົບແຜນັ້ນລາມອອກໄປ, ເພິ່ນບໍ່ຕ້ອງລໍເບິ່ງວ່າມີຂົນສີເຫລືອງຫລືບໍ່; ພວກເຂົາເປັນມົນທິນແລ້ວ. 37ແຕ່ຖ້າປະໂລຫິດເຫັນວ່າແຜນັ້ນບໍ່ລາມອອກໄປ ແລະ ມີຂົນສີດຳຂຶ້ນບໍລິເວນນັ້ນ, ອາການນັ້ນກໍຫາຍແລ້ວ. ພວກເຂົາກໍບໍ່ເປັນມົນທິນ ແລະ ປະໂລຫິດຈະປະກາດວ່າພວກເຂົາບໍ່ເປັນມົນທິນ,
38“ຖ້າຊາຍ ຫລື ຍິງຄົນໃດມີຮອຍດ່າງຂາວຂຶ້ນທີ່ຜິວ, 39ໃຫ້ປະໂລຫິດກວດເບິ່ງພວກເຂົາ ແລະ ຖ້າຮອຍເຫລົ່ານີ້ມີສີຄ້ຳລົງ, ຮອຍທີ່ຂຶ້ນເທິງຜິວປະເພດນີ້ກໍເປັນພຽງຜື່ນທີ່ບໍ່ເປັນອັນຕະລາຍ; ພວກເຂົາເຫລົ່ານັ້ນກໍບໍ່ເປັນມົນທິນ.
40“ຖ້າຊາຍຄົນໃດຜົມຫລົ່ນຈົນຫົວລ້ານ. 41ຖ້າຜົມບໍລິເວນໜ້າຜາກຫລົ່ນຈົນຫົວລ້ານ, ລາວກໍບໍ່ເປັນມົນທິນ. 42ແຕ່ຖ້າບໍລິເວນຫົວລ້ານທີ່ໜ້າຜາກນັ້ນມີຮອຍແດງປົນຂາວ, ນີ້ກໍເປັນພະຍາດທີ່ເປັນມົນທິນເກີດຂຶ້ນທີ່ຫົວ ຫລື ໜ້າຜາກ. 43ປະໂລຫິດຈະກວດເບິ່ງຜູ້ນັ້ນ, ຖ້າແຜນັ້ນບວມເປັນສີແດງປົນຂາວຢູ່ທີ່ຫົວ ຫລື ໜ້າຜາກຄ້າຍຄືກັບພະຍາດຜີວໜັງທີ່ເປັນມົນທິນ, 44ຊາຍຜູ້ນີ້ກໍເປັນພະຍາດ ແລະ ເປັນມົນທິນ. ປະໂລຫິດຈະປະກາດວ່າລາວເປັນມົນທິນເພາະແຜເທິງຫົວຂອງລາວ.
45“ຜູ້ໃດທີ່ພົບມີພະຍາດທີ່ເປັນມົນທິນ, ຜູ້ນັ້ນຕ້ອງສວມເສື້ອຜ້າຈີກຂາດປ່ອຍຜົມຫຍຸ້ງ, ປິດສ່ວນລຸ່ມຂອງໃບໜ້າ ແລະ ຮ້ອງວ່າ ‘ເປັນມົນທິນ! ເປັນມົນທິນ!’ 46ຕາບໃດທີ່ລາວຍັງເປັນພະຍາດນີ້ ລາວກໍເປັນມົນທິນ ແລະ ລາວຕ້ອງຢູ່ຕາມລຳພັງຢູ່ນອກຄ້າຍພັກ.
ກົດລະບຽບກ່ຽວກັບເຊື້ອລາ
47“ຖ້າສົງໄສມີເຊື້ອລາບໍ່ວ່າທີ່ເສື້ອຜ້າຂົນສັດ ຫລື ຜ້າຝ້າຍລິນິນ, 48ຜ້າຕ່ຳ ຫລື ຜ້າຖັກຈາກຜ້າຝ້າຍ ຫລື ຂົນສັດ, ບໍ່ວ່າແຜ່ນໜັງ ຫລື ເຄື່ອງໃຊ້ທີ່ເຮັດຈາກໜັງ 49ຖ້າບ່ອນໃດຫນື່ງໃນແຜ່ນແພ, ແຜ່ນໜັງ, ຜ້າຕ່ຳ ຫລື ຜ້າຖັກ ຫລື ເຄື່ອງໃຊ້ທີ່ເຮັດມາຈາກໜັງຫາກເກີດມີຈຸດຂຽວ ຫລື ແດງ, ເຄື່ອງໃຊ້ເຫລົ່ານັ້ນເກີດເຊື້ອລາຈະຕ້ອງນຳມາໃຫ້ປະໂລຫິດເບິ່ງ. 50ປະໂລຫິດຈະກວດເບິ່ງເຊື້ອລາ ແລະ ແຍກເຄື່ອງໃຊ້ເຫລົ່ານີ້ໄວ້ເຈັດວັນ. 51ໃນວັນທີເຈັດປະໂລຫິດຈະກວດເບິ່ງອີກຄັ້ງໜຶ່ງ, ຖ້າເຊື້ອລານັ້ນລາມອອກໄປກໍສະແດງວ່າເຊື້ອລານີ້ມີພິດ ສິ່ງຂອງນັ້ນກໍເປັນມົນທິນ. 52ລາວຕ້ອງເຜົາເຄື່ອງຂອງນັ້ນຖິ້ມ, ເນື່ອງຈາກມີເຊື້ອລາທີ່ເປັນພິດ.
53“ແຕ່ຖ້າປະໂລຫິດກວດເບິ່ງເຄື່ອງໃຊ້ເຫລົ່ານັ້ນແລ້ວ, ພົບວ່າເຊື້ອລາບໍ່ໄດ້ລາມອອກໄປສູ່ແຜ່ນແພ, 54ຕ້ອງນຳສິ່ງເຫລົ່ານັ້ນໄປຊັກລ້າງ. ແລ້ວແຍກອອກຈາກເຄື່ອງໃຊ້ອື່ນໆເປັນເວລາເຈັດວັນ. 55ຫລັງຈາກຊັກລ້າງເຄື່ອງໃຊ້ເຫລົ່ານັ້ນແລ້ວ, ປະໂລຫິດຍັງຈະຕ້ອງກວດເບິ່ງເຄື່ອງໃຊ້ເຫລົ່ານີ້ອີກ, ຖ້າພົບວ່າຍັງມີເຊື້ອລາຕິດຢູ່, ເຖິງແມ່ນວ່າຈະບໍ່ໄດ້ລາມອອກໄປກໍໃຫ້ຖືວ່າເປັນມົນທິນ. ຕ້ອງເຜົາຖິ້ມ, ບໍ່ວ່າເຊື້ອລານັ້ນຈະຢູ່ດ້ານໃດດ້ານໜຶ່ງຂອງສິ່ງຂອງນັ້ນ. 56ແຕ່ເມື່ອປະໂລຫິດກວດເບິ່ງສິ່ງນັ້ນ, ພົບວ່າເຊື້ອລາໃນເຄື່ອງໃຊ້ເຫລົ່ານີ້ຈາງລົງພາຍຫລັງຈາກຊັກລ້າງແລ້ວ, ປະໂລຫິດຈະຕັດສ່ວນທີ່ມີເຊື້ອລາຈາກແຜ່ນແພ, ແຜ່ນໜັງ ຫລື ຈາກຜ້າຕ່ຳ ຫລື ຜ້າຖັກນັ້ນຖິ້ມ. 57ຖ້າມີເຊື້ອລາປາກົດຂຶ້ນໃນແຜ່ນແພ, ຜ້າຕ່ຳ ຫລື ຜ້າຖັກ ຫລື ເຄື່ອງໃຊ້ທີ່ເປັນໜັງ, ມັນມີການແຜ່ລາມອອກໄປແລ້ວໃຫ້ເຜົາເຄື່ອງໃຊ້ເຫລົ່ານີ້. 58ບໍ່ວ່າແຜ່ນແພ, ຜ້າຕ່ຳ ຫລື ຜ້າຖັກ, ບໍ່ວ່າເຄື່ອງໃຊ້ທີ່ເປັນໜັງຊັກລ້າງແລ້ວບໍ່ປາກົດຮ່ອງຮອຍ, ກໍໃຫ້ນຳໄປຊັກອີກຄັ້ງໜຶ່ງ, ຫລັງຈາກນັ້ນ ຈຶ່ງຖືວ່າສິ່ງນັ້ນສະອາດ”.
59ທັງໝົດນີ້ຄືກົດລະບຽບກ່ຽວກັບເຊື້ອລາໃນເສື້ອຜ້າຂົນສັດ ຫລື ຜ້າຝ້າຍລິນິນ, ຜ້າຕ່ຳ ຫລື ຜ້າຖັກ ຫລື ເຄື່ອງໃຊ້ທີ່ເປັນໜັງ, ເພື່ອບອກໃຫ້ຮູ້ວ່າເປັນມົນທິນ ຫລື ບໍ່ເປັນມົນທິນ.
Currently Selected:
ລະບຽບພວກເລວີ 13: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: