ລະບຽບພວກເລວີ 11
11
ອາຫານທີ່ເປັນມົນທິນ ແລະ ບໍ່ເປັນມົນທິນ
(ພບຍ 14:3-20)
1ພຣະເຈົ້າຢາເວກ່າວແກ່ໂມເຊ ແລະ ອາໂຣນດັ່ງນີ້, 2“ຈົ່ງກ່າວແກ່ຊາວອິດສະຣາເອນວ່າ: ‘ໃນບັນດາສັດທີ່ອາໄສຢູ່ເທິງແຜ່ນດິນໂລກນີ້, ທີ່ເຈົ້າກິນໄດ້ຄື: 3ສັດທຸກຊະນິດທີ່ມີເລັບຕີນເປັນກີບ ແລະ ຄ້ຽວເອື້ອງ.
4“ ‘ມີສັດທີ່ຄ້ຽວເອື້ອງພຽງຢ່າງດຽວ ຫລື ມີເລັບຕີນເປັນກີບພຽງຢ່າງດຽວ, ແຕ່ເຈົ້າຢ່າກິນສັດນີ້. ອູດເຖິງແມ່ນສາມາດຄ້ຽວເອື້ອງໄດ້ແຕ່ບໍ່ມີເລັບຕີນເປັນກີບ; ນີ້ລະຄືສັດທີ່ເປັນມົນທິນຕາມລະບຽບພິທີກຳສຳລັບພວກເຈົ້າ. 5ເຍືອງຜາເຖິງແມ່ນສາມາດຄ້ຽວເອື້ອງໄດ້ແຕ່ບໍ່ມີເລັບຕີນເປັນກີບ; ຈຶ່ງເປັນມົນທິນສຳລັບເຈົ້າ 6ກະຕ່າຍເຖິງແມ່ນສາມາດຄ້ຽວເອື້ອງໄດ້ແຕ່ບໍ່ມີເລັບຕີນເປັນກີບ, ນີ້ເປັນມົນທິນສຳລັບພວກເຈົ້າ 7ແລະ ໝູເຖິງແມ່ນມີເລັບຕີນເປັນກີບ ແຕ່ບໍ່ຄ້ຽວເອື້ອງ ນີ້ກໍເປັນມົນທິນສຳລັບພວກເຈົ້າ. 8ເຈົ້າຢ່າກິນຊີ້ນສັດເຫລົ່ານີ້ ຫລື ສຳພັດຊາກຂອງພວກມັນ ເພາະເປັນສັດທີ່ເປັນມົນທິນສຳລັບພວກເຈົ້າ.
9“ ‘ສິ່ງທີ່ມີຊີວິດທຸກຢ່າງທີ່ອາໄສຢູ່ນໍ້າທະເລ ແລະ ນ້ຳຫ້ວຍ ພວກເຈົ້າສາມາດກິນໂຕທີ່ມີຄີ ແລະ ມີເກັດໄດ້. 10ແຕ່ສິ່ງທີ່ມີຊີວິດທັງໝົດທີ່ຢູ່ໃນທະເລ ຫລື ຢູ່ໃນນ້ຳຫ້ວຍທີ່ບໍ່ມີຄີ ແລະ ບໍ່ມີເກັດ ບໍ່ວ່າຈະເປັນສັດນ້ອຍໆ ຫລື ສິ່ງທີ່ມີຊີວິດທັງໝົດອື່ນໆທີ່ອາໄສຢູ່ໃນນ້ຳ ໃຫ້ພວກເຈົ້າຖືວ່າເປັນມົນທິນ. 11ແລະ ເນື່ອງຈາກພວກເຈົ້າຖືສິ່ງເຫລົ່ານັ້ນເປັນມົນທິນ, ພວກເຈົ້າບໍ່ຕ້ອງກິນຊີ້ນຂອງພວກມັນເດັດຂາດ, ພວກເຈົ້າຕ້ອງຖືວ່າຊາກສັດເຫລົ່ານັ້ນກໍເປັນມົນທິນດ້ວຍ. 12ສັດໃດໆທີ່ອາໄສຢູ່ໃນນ້ຳທີ່ບໍ່ມີຄີ ແລະ ບໍ່ມີເກັດແມ່ນຖືວ່າເປັນມົນທິນສຳລັບພວກເຈົ້າ.
13“ ‘ມີຝູງນົກທີ່ພວກເຈົ້າຖືວ່າເປັນມົນທິນ ແລະ ຫ້າມກິນນັ້ນຄື: ນົກອິນຊີ,#11:13 ຈຳພວກນົກ, ແມງໄມ້ ແລະ ສັດຕ່າງໆໃນບົດນີ້ບາງຊະນິດບໍ່ຮູ້ຊັດເຈນວ່າເປັນຊະນິດໃດ. ແຮ້ງ, ແຮ້ງດຳ, 14ແຫລວແດງ, ແຫລວດຳທຸກຊະນິດ 15ກາຊະນິດຕ່າງໆ 16ນົກເຄົ້າຫູ, ນົກເຄົ້າລາຍ, ນົກນາງນວນ, ແຫລວທຸກຊະນິດ 17ນົກເຄົ້ານ້ອຍ, ນົກການ້ຳ, ນົກເຄົ້າໃຫຍ່, 18ນົກເຄົ້າຂາວ, ນົກເຄົ້າປ່າ, ນົກຍາງ, 19ນົກກະສາ, ນົກຍາງຊະນິດໜຶ່ງ, ນົກກະລາງຫົວຂວານ ແລະ ໂຕເຈຍ.#11:19 ຈຳພວກນົກ, ແມງໄມ້ ແລະ ສັດຕ່າງໆໃນບົດນີ້ບາງຊະນິດບໍ່ຮູ້ຊັດເຈນວ່າເປັນຊະນິດໃດ
20“ ‘ແມງໄມ້ທີ່ບິນໄດ້ທັງໝົດຍ່າງດ້ວຍສີ່ຂາໃຫ້ຖືວ່າເປັນມົນທິນສຳລັບເຈົ້າ. 21ເຖິງຢ່າງໃດກໍຕາມ ຍັງມີແມງໄມ້ທີ່ບິນໄດ້ທີ່ຍ່າງໄປມາສີ່ຂາບາງຈຳພວກທີ່ພວກເຈົ້າກິນໄດ້ຄື: ຈຳພວກທີ່ໃຊ້ຂາເຕັ້ນໄປມາເທິງໜ້າດິນ. 22ແມງໄມ້ເຫລົ່ານີ້, ພວກເຈົ້າອາດກິນໄດ້ເຊັ່ນ: ຕັກແຕນທຸກຊະນິດ, ຕັກແຕນຂະໜາດໃຫຍ່, ແມງຈິງຫລີດ ຫລື ຕັກແຕນ. 23ແຕ່ແມງໄມ້ອື່ນໆທຸກຊະນິດທີ່ມີສີ່ຂາໃຫ້ພວກເຈົ້າຖືວ່າເປັນມົນທິນ.
24“ ‘ພວກເຈົ້າຈະເກີດມົນທິນໄດ້ໂດຍສິ່ງນີ້ຄື: ຜູ້ໃດກໍຕາມທີ່ສຳພັດຊາກຂອງພວກມັນກໍຈະເປັນມົນທິນຈົນເຖິງຄ່ຳ. 25ຜູ້ທີ່ນຳຊາກຂອງພວກມັນໄປຖິ້ມຈະຕ້ອງຊັກເສື້ອຜ້າຂອງຕົນ ແລະ ຜູ້ນັ້ນຈະເປັນມົນທິນໄປຈົນເຖິງຄ່ຳດ້ວຍ.
26“ ‘ສັດທີ່ບໍ່ມີເລັບຕີນເປັນກີບ ຫລື ບໍ່ຄ້ຽວເອື້ອງເປັນສັດທີ່ເປັນມົນທິນສຳລັບພວກເຈົ້າ, ຜູ້ໃດສຳພັດຊາກສັດເຫລົ່ານີ້ກໍຈະເປັນມົນທິນ. 27ສັດສີ່ຂາທຸກຊະນິດທີ່ຍ່າງດ້ວຍອົ້ງຕີນເປັນສັດທີ່ເປັນມົນທິນສຳລັບພວກເຈົ້າ, ຜູ້ໃດສຳພັດຊາກຂອງພວກມັນຈະເປັນມົນທິນຈົນເຖິງຄ່ຳ. 28ຜູ້ໃດນຳຊາກຂອງພວກມັນໄປຖິ້ມຈະຕ້ອງຊັກເສື້ອຜ້າ ແລະ ຖືວ່າເປັນມົນທິນໄປຈົນເຖິງຄ່ຳ ເພາະສັດເຫລົ່ານີ້ເປັນມົນທິນສຳລັບພວກເຈົ້າ.
29“ ‘ສັດທີ່ຄານຕາມພື້ນດິນຕໍ່ໄປນີ້ເປັນສັດທີ່ເປັນມົນທິນສຳລັບພວກເຈົ້າຄື: ເຫງັນ, ໜູ ແລະ ສັດທຸກຊະນິດທີ່ຈັດຢູໃນຕະກຸນຂອງກະປອມ, 30ກັບແກ້, ແລນ, ຂີ້ກ້ຽມ, ຂີ້ໂກະ ແລະ ກະປອມຫາງຂໍ. 31ສັດທັງຫລາຍທີ່ຄານຢູ່ຕາມໜ້າດິນ, ຖືວ່າເປັນມົນທິນສຳລັບພວກເຈົ້າ. ຜູ້ໃດແຕະຕ້ອງຊາກຂອງພວກມັນຈະເປັນມົນທິນຈົນເຖິງຄ່ຳ. 32ເມື່ອສັດໂຕໃດໂຕໜື່ງຕາຍ ແລະ ຕົກຖືກສິ່ງໃດ, ສິ່ງນັ້ນຈະເປັນມົນທິນ, ບໍ່ວ່າຈະເປັນພາຊະນະໄມ້ ເສື້ອຜ້າ ໜັງສັດ ຫລື ຖົງກະສອບ. ໃຫ້ນຳສິ່ງນັ້ນໄປຈຸ່ມລົງໃນນ້ຳ ມັນຈະເປັນມົນທິນຈົນເຖິງຄ່ຳ ແລະ ຫລັງຈາກນັ້ນມັນຈຶ່ງຈະບໍ່ເປັນມົນທິນ. 33ຖ້າໜຶ່ງໃນສິ່ງເຫລົ່ານັ້ນຕົກໃສ່ໃນໝໍ້ດິນ, ທຸກສິ່ງທີ່ຢູ່ໃນໝໍ້ນັ້ນກໍຈະເປັນມົນທິນ, ແລະ ພວກເຈົ້າຈົ່ງທຸບໝໍ້ໜ່ວຍນັ້ນຖິ້ມ. 34ອາຫານໃດກໍຕາມທີ່ອະນຸຍາດໃຫ້ກິນໄດ້ແຕ່ຖືກປະປົນກັບນ້ຳທີ່ມາຈາກໝໍ້ນັ້ນກໍເປັນມົນທິນ ແລະ ຂອງແຫລວໃດໆທີ່ດື່ມໄດ້ຈາກໝໍ້ນັ້ນກໍເປັນມົນທິນດ້ວຍ. 35ຊາກສັດໃດໜຶ່ງໄປຕົກຖືກສິ່ງໃດກໍຕາມ ສິ່ງນັ້ນກໍຈະເປັນມົນທິນ; ບໍ່ວ່າເຕົາອົບ ຫລື ໝໍ້ປຸງແຕ່ງອາຫານຕ້ອງທຸບຖິ້ມ. ສິ່ງເຫລົ່ານີ້ເປັນມົນທິນ ແລະ ເຈົ້າຕ້ອງຖືວ່າສິ່ງເຫລົ່ານີ້ເປັນມົນທິນ. 36ຖ້າຊາກສັດຕົກລົງໄປໃນນ້ຳພຸ ຫລື ແຫລ່ງນ້ຳ ນ້ຳນັ້ນບໍ່ເປັນມົນທິນ, ແຕ່ຜູ້ທີ່ແຕະຕ້ອງຊາກສັດຈະເປັນມົນທິນ. 37ແຕ່ຖ້າຊາກສັດຕົກຖືກເມັດພືດທີ່ຈະນຳໄປຫວ່ານ, ເມັດພືດເຫລົ່ານັ້ນບໍ່ເປັນມົນທິນ. 38ແຕ່ຖ້າເມັດນັ້ນແຊ່ນ້ຳຢູ່ ແລະ ຊາກສັດຕົກລົງໄປຖືກ, ເມັດພືດນັ້ນກໍເປັນມົນທິນສຳລັບພວກເຈົ້າ.
39“ ‘ຖ້າສັດທີ່ອະນຸຍາດໃຫ້ພວກເຈົ້າກິນໄດ້ນັ້ນຕາຍ, ຜູ້ສຳພັດຊາກສັດນັ້ນຈະເປັນມົນທິນຈົນເຖິງຄ່ຳ. 40ຜູ້ທີ່ກິນຊີ້ນຂອງສັດນັ້ນ ຫລື ເອົາຊາກສັດອອກໄປຖິ້ມ ຜູ້ນັ້ນຈະຕ້ອງຊັກເສື້ອຜ້າຂອງຕົນ ແລະ ເປັນມົນທິນຈົນເຖິງຄ່ຳ.
41“ ‘ທຸກສິ່ງທີ່ມີຊີວິດທີ່ເລືອຄານໄປມາຢູ່ຕາມໜ້າດິນ ແມ່ນຖືວ່າເປັນມົນທິນ, ຢ່າໄດ້ກິນພວກມັນ. 42ຫ້າມພວກເຈົ້າກິນສັດທຸກຊະນິດທີ່ເລືອຄານຢູ່ຕາມໜ້າດິນ, ບໍ່ວ່າຈະເປັນສັດທີ່ເລືອໄປມາດ້ວຍທ້ອງ ຫລືດ້ວຍຂາທັງສີ່ ຫລື ດ້ວຍຫລາຍຂາ; ພວກມັນເປັນມົນທິນ. 43ຢ່າເຮັດໃຫ້ພວກເຈົ້າເປັນມົນທິນໂດຍສິ່ງທີ່ມີຊີວິດເຫລົ່ານີ້. ຢ່າເຮັດໃຫ້ພວກເຈົ້າເປັນມົນທິນໂດຍເກີດຈາກພວກມັນ ຫລື ໃຫ້ພວກມັນມາສ້າງມົນທິນແກ່ໂຕເຈົ້າ. 44ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ຈົ່ງອຸທິດຕົນເອງເພື່ອເຮົາ ແລະ ຮັກສາຕົນເອງໃຫ້ບໍລິສຸດ ເພາະເຮົາບໍລິສຸດ. ຢ່າເຮັດໃຫ້ຕົນເອງເປັນມົນທິນໂດຍສັດທີ່ເລືອຄານຢູ່ຕາມໜ້າດິນໃດໆ. 45ເຮົາຄືພຣະເຈົ້າຢາເວຜູ້ທີ່ນຳພວກເຈົ້າອອກມາຈາກເອຢິບເພື່ອເປັນພຣະເຈົ້າຂອງພວກເຈົ້າ. ດັ່ງນັ້ນຈົ່ງບໍລິສຸດ ເພາະເຮົາບໍລິສຸດ.
46“ ‘ທັງໝົດນີ້ຄືກົດລະບຽບກ່ຽວກັບສັດຕ່າງໆ, ຈຳພວກນົກ, ສິ່ງທີ່ມີຊີວິດທີ່ເລືອຄານຕາມໜ້າດິນທຸກຊະນິດ 47ເຈົ້າຈະຕ້ອງຈຳແນກລະຫວ່າງສິ່ງທີ່ເປັນມົນທິນ ແລະ ບໍ່ເປັນມົນທິນ, ສັດທີ່ພວກເຈົ້າກິນໄດ້ ແລະ ສັດທີ່ຫ້າມກິນ’ ”.
Currently Selected:
ລະບຽບພວກເລວີ 11: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.