ໂຢຊວຍ 3
3
ການຂ້າມແມ່ນ້ຳຈໍແດນ
1ຕັ້ງແຕ່ເຊົ້າໂຢຊວຍ ແລະ ຊາວອິດສະຣາເອນທັງໝົດກໍອອກເດີນທາງຈາກຊິດຕິມ ແລະ ໄປທີ່ຈໍແດນ, ບ່ອນທີ່ພວກເຂົາໄດ້ຕັ້ງຄ້າຍພັກກ່ອນຈະຂ້າມແມ່ນ້ຳໄປ. 2ຫລັງຈາກສາມວັນແລ້ວ ບັນດາເຈົ້າໜ້າທີ່ກໍໄດ້ອອກໄປທົ່ວຄ້າຍພັກ, 3ແຈ້ງຄຳສັ່ງແກ່ປະຊາຊົນວ່າ “ເມື່ອພວກເຈົ້າເຫັນຫີບພັນທະສັນຍາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະ ບັນດາປະໂລຫິດຊາວເລວີຫາມຫີບພັນທະສັນຍາມານັ້ນ, ພວກເຈົ້າຈະຕ້ອງຍ້າຍອອກຈາກບ່ອນຢູ່ຂອງພວກເຈົ້າ ແລະ ຕິດຕາມຫີບນັ້ນໄປ. 4ແລ້ວພວກເຈົ້າກໍຈະຮູ້ວ່າຈະໄປທາງໃດ, ເພາະພວກເຈົ້າບໍ່ເຄີຍຜ່ານທາງນີ້ມາກ່ອນ. ແຕ່ຈົ່ງຮັກສາໄລຍະຫ່າງໄວ້ປະມານ 2.000 ສອກ#3:4 ຄື ປະມານ 900 ແມັດລະຫວ່າງພວກເຈົ້າ ແລະ ຫີບ; ຢ່າເຂົ້າໄປໃກ້ຫີບພັນທະສັນຍານັ້ນ”.
5ໂຢຊວຍໄດ້ບອກປະຊາຊົນວ່າ, “ຈົ່ງຊຳລະຕົນເອງໃຫ້ບໍລິສຸດ, ເພາະມື້ອື່ນພຣະເຈົ້າຢາເວຈະກະທຳສິ່ງອັດສະຈັນທ່າມກາງພວກເຈົ້າ”.
6ໂຢຊວຍໄດ້ເວົ້າກັບບັນດາປະໂລຫິດວ່າ, “ຈົ່ງຫາມຫີບພັນທະສັນຍາ ແລະ ຜ່ານປະຊາຊົນອອກໜ້າໄປ”. ດັ່ງນັ້ນ ພວກເຂົາຈຶ່ງຍົກເອົາຫີບພັນທະສັນຍາອອກໜ້າພວກເຂົາໄປ.
7ແລະ ພຣະເຈົ້າຢາເວໄດ້ເວົ້າກັບໂຢຊວຍວ່າ, “ມື້ນີ້ເຮົາຈະເລີ່ມຍົກເຈົ້າຂຶ້ນໃນສາຍຕາຂອງອິດສະຣາເອນທັງໝົດ, ເພື່ອພວກເຂົາຈະຮູ້ໄດ້ວ່າເຮົາຢູ່ກັບເຈົ້າເໝືອນດັ່ງທີ່ເຮົາໄດ້ຢູ່ກັບໂມເຊ. 8ຈົ່ງບອກປະໂລຫິດຜູ້ທີ່ຫາມຫີບພັນທະສັນຍາວ່າ: ‘ເມື່ອພວກເຈົ້າໄປເຖິງແຄມແມ່ນ້ຳຈໍແດນແລ້ວ, ຈົ່ງໄປ ແລະ ຢືນຢູ່ໃນແມ່ນ້ຳ’ ”.
9ໂຢຊວຍໄດ້ເວົ້າກັບຊາວອິດສະຣາເອນວ່າ, “ຈົ່ງມາທີ່ນີ້ ແລະ ຟັງຖ້ອຍຄຳຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. 10ນີ້ແມ່ນວິທີທີ່ພວກເຈົ້າຈະໄດ້ຮູ້ວ່າພຣະເຈົ້າຜູ້ມີຊີວິດຢູ່ນັ້ນ ຢູ່ທ່າມກາງພວກເຈົ້າ ແລະ ພຣະອົງຈະຂັບໄລ່ຊາວການາອານ, ຊາວຮິດຕີ, ຊາວຮີວີ ຊາວເປຣີຊີ, ຊາວກີກາຊີ, ຊາວອາໂມ ແລະ ຊາວເຢບຸດອອກໄປຕໍ່ໜ້າພວກເຈົ້າຢ່າງແນ່ນອນ. 11ເບິ່ງແມ, ຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າແຫ່ງແຜ່ນດິນໂລກທັງໝົດຈະນຳໜ້າພວກເຈົ້າໄປສູ່ແມ່ນ້ຳຈໍແດນ. 12ແລ້ວບັດນີ້, ຈົ່ງເລືອກເອົາຊາຍສິບສອງຄົນຈາກເຜົ່າຕ່າງໆຂອງອິດສະຣາເອນ, ໜຶ່ງຄົນຈາກແຕ່ລະເຜົ່າ. 13ແລະ ທັນທີທີ່ພວກປະໂລຫິດຜູ້ຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວ ຄືອົງພຣະຜູ້ເປັນເຈົ້າແຫ່ງແຜ່ນດິນໂລກທັງໝົດປ່ອນຕີນລົງໄປໃນແມ່ນ້ຳຈໍແດນ, ນ້ຳໃນແມ່ນ້ຳນັ້ນຈະຢຸດໄຫລ ແລະ ຕັ້ງຊັນຂຶ້ນເປັນກອງ”.
14ດັ່ງນັ້ນ ເມື່ອປະຊາຊົນມ້າງຄ້າຍພັກເພື່ອຈະຂ້າມແມ່ນ້ຳຈໍແດນ, ບັນດາປະໂລຫິດກໍຫາມຫີບພັນທະສັນຍາອອກໜ້າໄປກ່ອນພວກເຂົາ. 15ໃນເວລານັ້ນແມ່ນ້ຳຈໍແດນແມ່ນຢູ່ໃນລະດັບນ້ຳລົ້ນຝັ່ງໃນລະຫວ່າງການເກັບກ່ຽວ. ແຕ່ທັນທີທີ່ບັນດາປະໂລຫິດຫາມຫີບພັນທະສັນຍາມາເຖິງແມ່ນ້ຳຈໍແດນ ແລະ ຕີນຂອງພວກເພິ່ນແຕະແຄມນ້ຳນັ້ນ, 16ນ້ຳຈາກຕົ້ນນ້ຳກໍຢຸດໄຫລ. ນ້ຳໄດ້ຕັ້ງຂຶ້ນເປັນກອງຢູ່ ເຊິ່ງຫ່າງໄກອອກໄປຫລາຍ, ຢູ່ເມືອງໜຶ່ງທີ່ເອີ້ນວ່າອາດາມ ເຊິ່ງໃກ້ກັບຊາເຣທານ, ໃນຂະນະທີ່ນ້ຳໄຫລລົງໃສ່ທະເລອາຣາບາ (ຄືທະເລຕາຍ) ກໍຖືກຕັດຂາດໝົດ. ດັ່ງນັ້ນ ປະຊາຊົນຈຶ່ງຂ້າມໄປອີກຝັ່ງໜຶ່ງຂອງແມ່ນ້ຳໜ້າເມືອງເຢຣິໂກ. 17ບັນດາປະໂລຫິດຜູ້ຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວໄດ້ຢຸດຢູ່ກາງແມ່ນ້ຳຈໍແດນ ແລະ ຢືນຢູ່ເທິງພື້ນດິນແຫ້ງ, ຈົນກວ່າຊົນຊາດອິດສະຣາເອນທັງໝົດໄດ້ຂ້າມໄປທີ່ພື້ນດິນແຫ້ງຄົບທຸກຄົນ.
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.