ໂຢນາ 4:10-11
ໂຢນາ 4:10-11 LCV
ແຕ່ພຣະເຈົ້າຢາເວໄດ້ເວົ້າວ່າ, “ເຈົ້າເສຍດາຍຕົ້ນໄມ້ນີ້ ທັງທີ່ເຈົ້າບໍ່ໄດ້ປູກ ຫລື ເບິ່ງແຍງມັນໃຫ້ໃຫຍ່. ມັນງອກຂຶ້ນໃນເວລາຂ້າມຄືນ ແລະ ຕາຍໄປໃນເວລາຂ້າມຄືນ. ແລ້ວນີເນເວເມືອງໃຫຍ່ທີ່ມີຄົນຫລາຍກວ່າ 120.000 ຄົນ ເຊິ່ງບໍ່ຮູ້ຫຍັງເລີຍວ່າອັນໃດແມ່ນມືຊ້າຍອັນໃດແມ່ນມືຂວາ ແລະ ຍັງມີສັດລ້ຽງອີກຈຳນວນຫລວງຫລາຍ ບໍ່ສົມຄວນທີ່ເຮົາຈະຫ່ວງໃຍເມືອງນີ້ບໍ?”





