YouVersion Logo
Search Icon

ໂຮເສອາ 5

5
ຄຳ​ພິພາກສາ​ອິດສະຣາເອນ
1“ບັນດາ​ປະໂລຫິດ, ຈົ່ງ​ຟັງ!
ປະຊາຊົນ​ອິດສະຣາເອນ, ຈົ່ງ​ຕັ້ງ​ໃຈ​ຟັງ!
ເຊື້ອສາຍ​ຂອງ​ກະສັດ, ຈົ່ງ​ຟັງ!
ນີ້​ແມ່ນ​ຄຳ​ພິພາກສາ​ທີ່​ມີ​ມາ​ເຖິງ​ພວກເຈົ້າ​ດັ່ງນີ້:
ພວກເຈົ້າ​ເປັນ​ກັບດັກ​ທີ່​ເມືອງ​ມີຊະປາ,
ເປັນ​ຕາໜ່າງ​ທີ່​ຄຶງ​ໄວ້​ຢູ່​ເທິງ​ພູເຂົາ​ຕາໂບ.
2ບັນດາ​ກະບົດ​ຂ້າ​ຄົນ​ຫລວງຫລາຍ.
ເຮົາ​ຈະ​ລົງໂທດ​ພວກເຂົາ​ທຸກ​ຄົນ.
3ເຮົາ​ຮູ້​ເລື່ອງ​ຂອງ​ເອຟຣາອິມ​ທຸກ​ຢ່າງ;
ອິດສະຣາເອນ​ບໍ່​ໄດ້​ຖືກ​ເຊື່ອງ​ໄວ້​ຈາກ​ເຮົາ.
ເອຟຣາອິມ, ບັດນີ້​ເຈົ້າ​ໄດ້​ຫັນ​ໄປ​ເປັນ​ໂສເພນີ;
ອິດສະຣາເອນ​ກໍ​ເສື່ອມໂຊມ​ລົງ.
4“ການ​ກະທຳ​ຂອງ​ພວກເຂົາ​ບໍ່​ຍອມ​ປ່ອຍ​ພວກເຂົາ
ໃຫ້​ກັບ​ມາ​ຫາ​ພຣະເຈົ້າ​ຂອງ​ພວກເຂົາ.
ວິນຍານ​ແຫ່ງ​ການ​ເປັນ​ໂສເພນີ​ຢູ່​ໃນ​ຫົວໃຈ​ຂອງ​ພວກເຂົາ;
ພວກເຂົາ​ບໍ່​ຍອມ​ຮັບ​ພຣະເຈົ້າຢາເວ.
5ຄວາມ​ຈອງຫອງ​ຂອງ​ອິດສະຣາເອນ​ເປັນ​ຫລັກຖານ​ຜູກ​ມັດ​ພວກເຂົາ;
ຊົນຊາດ​ອິດສະຣາເອນ, ແມ່ນ​ແຕ່​ເອຟຣາອິມ​ເອງ​ກໍ​ສະດຸດ​ລົ້ມ​ລົງ​ໃນ​ບາບ;
ຢູດາ​ກໍ​ລົ້ມ​ລົງ​ໄປ​ກັບ​ພວກເຂົາ​ດ້ວຍ.
6ເມື່ອ​ພວກເຂົາ​ນຳ​ຝູງແບ້, ຝູງແກະ ແລະ ຝູງງົວ​ຂອງ​ພວກເຂົາ
ມາ​ສະແຫວງຫາ​ພຣະເຈົ້າຢາເວ,
ພວກເຂົາ​ກໍ​ຈະ​ບໍ່​ພົບ​ພຣະອົງ;
ພຣະອົງ​ໄດ້​ຖອນ​ຕົວ​ອອກ​ຈາກ​ພວກເຂົາ​ແລ້ວ.
7ພວກເຂົາ​ບໍ່​ສັດຊື່​ຕໍ່​ພຣະເຈົ້າຢາເວ;
ພວກເຂົາ​ໃຫ້​ກຳເນີດ​ລູກ​ນອກ​ສົມລົດ.
ເມື່ອ​ພວກເຂົາ​ສະຫລອງ​ເທດສະການ​ເດືອນ​ຂຶ້ນ​ໃໝ່​ໜຶ່ງ​ຄ່ຳ​ຂອງ​ພວກເຂົາ,
ພຣະອົງ​ຈະ​ທຳລາຍ​ທົ່ງນາ​ຂອງ​ພວກເຂົາ.
8“ຈົ່ງ​ເປົ່າ​ແກ​ໃນ​ກີເບອາ,
ຈົ່ງ​ເປົ່າ​ເຂົາສັດ​ໃນ​ຣາມາ.
ຈົ່ງ​ໂຫ່ຮ້ອງ​ເໝືອນ​ອອກ​ຮົບ​ໃນ​ເບັດເອນ​ເອເວນ,#5:8 ແປ​ວ່າ ເຮືອນ​ແຫ່ງ​ຄວາມ​ຊົ່ວ​ຮ້າຍ (ແທນ​ທີ່​ຈະ​ເອີ້ນ​ວ່າ ເບັດເອນ ເຊິ່ງ​ແປ​ວ່າ ວິຫານ​ຂອງ​ພຣະເຈົ້າ)
ເບັນຢາມິນ, ຈົ່ງ​ນຳ​ໜ້າ​ໄປ.
9ໃນ​ວັນ​ພິພາກສາ
ເອຟຣາອິມ​ຈະ​ຖືກ​ຖິ້ມ​ຮ້າງ.
ເຮົາ​ປະກາດ​ສິ່ງ​ທີ່​ແນ່ນອນ
ທ່າມກາງ​ເຜົ່າ​ຕ່າງໆ​ຂອງ​ອິດສະຣາເອນ.
10ບັນດາ​ຜູ້ນຳ​ຂອງ​ຢູດາ
ເປັນ​ເໝືອນ​ຄົນ​ທີ່​ຍົກຍ້າຍ​ຫລັກ​ຫີນ​ກັ້ນ​ເຂດແດນ.
ເຮົາ​ຈະ​ເທ​ຄວາມ​ໂກດຮ້າຍ​ຂອງ​ເຮົາ​ເໜືອ​ພວກເຂົາ
ດັ່ງ​ກະແສ​ນ້ຳ​ຖ້ວມ.
11ເອຟຣາອິມ​ຖືກ​ກົດຂີ່​ຂົ່ມເຫັງ,
ແລະ ຖືກ​ຢຽບຢ່ຳ​ລົງໂທດ,
ແຕ່​ກໍ​ຍັງ​ຕັ້ງໃຈ​ຕິດຕາມ​ບັນດາ​ຮູບເຄົາລົບ.#5:11 ໃນ​ພາສາ​ເຮັບເຣີ​ຄຳ​ນີ້​ມີ​ຄວາມຫມາຍ​ບໍ່​ຊັດເຈນ
12ເຮົາ​ເປັນ​ເໝືອນ​ແມງໄມ້​ກັດ​ກິນ​ເອຟຣາອິມ,
ແລະ ເປັນ​ເໝືອນ​ຄວາມ​ເປື່ອຍເນົ່າ​ຂອງ​ເຜົ່າ​ຢູດາ.
13“ເມື່ອ​ເອຟຣາອິມ​ເຫັນ​ຄວາມ​ເຈັບປ່ວຍ​ຂອງ​ຕົນ,
ແລະ ຢູດາ​ກໍ​ເຫັນ​ບາດແຜ​ຂອງ​ຕົນ,
ຫລັງຈາກນັ້ນ ເອຟຣາອິມ​ກໍ​ຫັນ​ໄປ​ຫາ​ອັດຊີເຣຍ,
ແລະ ສົ່ງ​ຄົນ​ໄປ​ຫາ​ກະສັດ​ຜູ້​ຍິ່ງໃຫຍ່​ເພື່ອ​ຂໍ​ຄວາມ​ຊ່ວຍເຫລືອ.
ແຕ່​ເພິ່ນ​ບໍ່​ສາມາດ​ຮັກສາ​ພວກເຈົ້າ​ໃຫ້​ຫາຍ​ໄດ້,
ບໍ່​ສາມາດ​ຮັກສາ​ບາດແຜ​ຂອງ​ພວກເຈົ້າ​ໄດ້​ເລີຍ.
14ເພາະ​ເຮົາ​ຈະ​ເປັນ​ເໝືອນ​ໂຕສິງ​ສຳລັບ​ເອຟຣາອິມ,
ເປັນ​ເໝືອນ​ພະຍາ​ສິງ​ສຳລັບ​ຢູດາ.
ເຮົາ​ຈະ​ຈີກ​ພວກເຂົາ​ເປັນ​ຕ່ອນໆ ແລະ ກໍ​ຈາກ​ໄປ;
ເຮົາ​ຈະ​ຄາບ​ພວກເຂົາ​ໄປ ແລະ ບໍ່​ມີ​ຜູ້ໃດ​ຊ່ວຍ​ພວກເຂົາ​ໄດ້.
15ຫລັງຈາກນັ້ນ ເຮົາ​ຈະ​ກັບ​ໄປ​ທີ່​ບ່ອນ​ຂອງ​ເຮົາ
ຈົນ​ກວ່າ​ພວກເຂົາ​ຈະ​ຍອມຮັບ​ຜິດ
ແລ້ວ​ພວກເຂົາ​ກໍ​ຈະ​ສະແຫວງຫາ​ໜ້າ​ຂອງ​ເຮົາ
ໃນ​ຄວາມ​ທຸກຍາກ​ຂອງ​ພວກເຂົາ
ພວກເຂົາ​ຈະ​ສະແຫວງຫາ​ເຮົາ​ຢ່າງ​ຈິງຈັງ”

Currently Selected:

ໂຮເສອາ 5: LCV

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in

Videos for ໂຮເສອາ 5