YouVersion Logo
Search Icon

ໂຮເສອາ 4

4
ຂໍ້​ກ່າວຫາ​ຕໍ່​ອິດສະຣາເອນ
1ຊາວ​ອິດສະຣາເອນ​ທັງຫລາຍ, ຈົ່ງ​ຟັງ​ຖ້ອຍຄໍາ​ຂອງ​ພຣະເຈົ້າ​ຢາເວ,
ເພາະ​ພຣະເຈົ້າ​ຢາເວ​ມີ​ຂໍ້​ກ່າວຫາ
ຕໍ່​ພວກເຈົ້າ​ຜູ້​ທີ່​ອາໄສ​ຢູ່​ໃນ​ດິນແດນ​ນີ້​ວ່າ:
“ໃນ​ດິນແດນ​ນີ້​ບໍ່​ມີ​ຄວາມ​ສັດຊື່, ບໍ່​ມີ​ຄວາມ​ຮັກ,
ບໍ່​ຍອມ​ຮັບ​ຮູ້​ພຣະເຈົ້າ.
2ມີ​ແຕ່​ການ​ສາບແຊ່ງ,#4:2 ຄື ການ​ກ່າວ​ຄຳ​ສາບແຊ່ງ ການ​ຕົວະ ແລະ ການ​ຂ້າ,
ການ​ລັກ ແລະ ການ​ລ່ວງ​ປະ​ເວ​ນີ;
ພວກເຂົາ​ລະເມີດ​ພັນທະ​ຜູກພັນ​ຕ່າງໆ,
ແລະ ຂ້າ​ກັນ​ຫລາຍ​ຄັ້ງ.
3ດ້ວຍ​ເຫດ​ນີ້​ແຜ່ນດິນ​ຈຶ່ງ​ແຫ້ງແລ້ງ,#4:3 ຫລື ຄ່ຳຄວນ
ແລະ ທຸກຄົນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ນີ້​ກໍ​ເສື່ອມສູນ​ໄປ;
ສັດ​ໃນ​ທົ່ງ, ນົກ​ໃນ​ທ້ອງຟ້າ
ແລະ ປາ​ໃນ​ທະເລ​ກຳລັງ​ຈະ​ຕາຍ​ໄປ.
4“ແຕ່​ຢ່າ​ໃຫ້​ຜູ້ໃດ​ກ່າວ​ຟ້ອງ,
ຢ່າ​ໃຫ້​ຜູ້ໃດ​ກ່າວ​ໂທດ​ຄົນ​ອື່ນ,
ເພາະ​ປະຊາຊົນ​ຂອງ​ພວກເຈົ້າ
ກໍ​ເປັນ​ເໝືອນ​ຄົນ​ທີ່​ຟ້ອງ​ກ່າວ​ໂທດ​ປະໂລຫິດ.
5ເຈົ້າ​ສະດຸດ​ລົ້ມ​ທັງ​ກາງເວັນ ແລະ ກາງຄືນ,
ແລະ ບັນດາ​ຜູ້ທຳນວາຍ​ກໍ​ສະດຸດ​ລົ້ມ​ໄປ​ກັບ​ເຈົ້າ.
ດັ່ງນັ້ນ ເຮົາ​ຈະ​ທຳລາຍ​ແມ່​ຂອງ​ພວກເຈົ້າ
6ປະຊາຊົນ​ຂອງ​ເຮົາ​ຖືກ​ທຳລາຍ​ໄປ​ເພາະ​ຂາດ​ຄວາມ​ຮູ້.
“ເພາະ​ວ່າ​ພວກເຈົ້າ​ໄດ້​ປະຕິເສດ​ຄວາມ​ຮູ້,
ເຮົາ​ຈຶ່ງ​ບໍ່​ຍອມ​ຮັບ​ວ່າ​ພວກເຈົ້າ​ເປັນ​ປະໂລຫິດ​ຂອງ​ເຮົາ;
ເພາະ​ພວກເຈົ້າ​ລະເລີຍ​ຕໍ່​ກົດບັນຍັດ​ຂອງ​ພຣະເຈົ້າ​ຂອງ​ພວກເຈົ້າ,
ເຮົາ​ຈະ​ປະຕິເສດ​ລູກ​ຂອງ​ພວກເຈົ້າ​ເໝືອນ​ກັນ.
7ຈຳນວນ​ປະໂລຫິດ​ເພີ່ມ​ຫລາຍ​ຂຶ້ນ​ເທົ່າ​ໃດ,
ພວກເຂົາ​ກໍ​ຍິ່ງ​ເຮັດ​ບາບ​ຕໍ່​ເຮົາ​ຫລາຍ​ຂຶ້ນ​ເທົ່ານັ້ນ;
ພວກເຂົາ​ໄດ້​ແລກ#4:7 ສະບັບ MT. ວ່າ ເຮົາ​ຈະ​ແລກ​ພຣະເຈົ້າ​ຜູ້​ມີ​ສະຫງ່າລາສີ​ຂອງ​ພວກເຂົາ#4:7 ສຳເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ບູຮານ​ວ່າ ຂອງ​ເຮົາ​ກັບ​ສິ່ງ​ທີ່​ໜ້າ​ລະອາຍ.
8ພວກເຂົາ​ລ້ຽງ​ຊີວິດ​ດ້ວຍ​ບາບ​ຂອງ​ປະຊາຊົນ​ຂອງ​ເຮົາ
ແລະ ຊື່ນຊົມ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກເຂົາ.
9ແລະ ກໍ​ຈະ​ເປັນ​ເຊັ່ນ​ນີ້​ຄື: ປະຊາຊົນ​ເປັນ​ຢ່າງ​ໃດ​ປະໂລຫິດ​ກໍ​ເປັນ​ຢ່າງ​ນັ້ນ.
ເຮົາ​ຈະ​ລົງໂທດ​ທັງ​ສອງ​ຝ່າຍ​ເພາະ​ວິຖີ​ຄວາມ​ປະພຶດ​ຂອງ​ພວກເຂົາ
ແລະ ຕອບສະຫນອງ​ການ​ກະທຳ​ຂອງ​ພວກເຂົາ.
10“ພວກເຂົາ​ຈະ​ກິນ ແຕ່​ບໍ່​ອິ່ມ;
ພວກເຂົາ​ຈະ​ເຂົ້າ​ໄປ​ກ່ຽວຂ້ອງ​ກັບ​ການ​ເປັນ​ໂສເພນີ ແຕ່​ຈະ​ບໍ່​ມີ​ລູກ,
ເພາະ​ພວກເຂົາ​ໄດ້​ປະຖິ້ມ​ພຣະເຈົ້າ​ຢາເວ
ຍອມ​ປ່ອຍ​ໂຕ 11ເປັນ​ໂສເພນີ;
ປ່ອຍ​ໂຕ​ໄປ​ກັບ​ເຫລົ້າອະງຸ່ນ​ເກົ່າ ແລະ ເຫລົ້າອະງຸ່ນ​ໃໝ່
ເຊິ່ງ​ສິ່ງ​ເຫລົ່ານີ້​ໄດ້​ຢຶດ​ຄວາມ​ເຂົ້າໃຈ​ໄປ​ຈາກ​ພວກເຂົາ.
12ປະຊາຊົນ​ຂອງ​ເຮົາ​ໄປ​ປຶກສາ​ຮູບເຄົາລົບ​ໄມ້,
ອາໄສ​ຄຳຕອບ​ຈາກ​ໄມ້​ຊ່ຽງໂຊກ.
ວິນຍານ​ແຫ່ງ​ການ​ເປັນ​ໂສເພນີ​ຊັກນໍາ​ພວກເຂົາ​ໃຫ້​ຫລົງ​ທາງ;
ພວກເຂົາ​ບໍ່​ສັດຊື່​ຕໍ່​ພຣະເຈົ້າ​ຂອງ​ພວກເຂົາ.
13ພວກເຂົາ​ຖວາຍ​ເຄື່ອງບູຊາ​ເທິງ​ຈອມ​ພູເຂົາ
ແລະ ເຜົາ​ເຄື່ອງບູຊາ​ຕ່າງໆ​ເທິງ​ໂນນພູ,
ກ້ອງ​ຕົ້ນໂອກ, ຕົ້ນ​ປໍປາ ແລະ ຕົ້ນ​ເທເລບິນ,
ບ່ອນ​ທີ່​ໃຫ້​ຮົ່ມ​ເຢັນ​ສະບາຍ.
ເຫດສະນັ້ນ ລູກສາວ​ຂອງ​ພວກເຈົ້າ​ຈຶ່ງ​ຫັນ​ໄປ​ເປັນ​ໂສເພນີ
ແລະ ລູກໃພ້​ຂອງ​ພວກເຈົ້າ​ກໍ​ຫລິ້ນຊູ້.
14“ເຮົາ​ຈະ​ບໍ່​ລົງໂທດ​ລູກສາວ​ທັງຫລາຍ​ຂອງ​ພວກເຈົ້າ
ເມື່ອ​ພວກເຂົາ​ຫັນ​ໄປ​ເປັນ​ໂສເພນີ,
ຫລື ລົງໂທດ​ລູກໃພ້​ຂອງ​ພວກເຈົ້າ
ເມື່ອ​ພວກເຂົາ​ລ່ວງ​ປະເວນີ,
ເພາະ​ບັນດາ​ຜູ້ຊາຍ​ເອງ​ກໍ​ໄປ​ຄົບ​ຄ້າ​ກັບ​ໂສເພນີ
ແລະ ມອບ​ໂຕ​ໃຫ້​ກັບ​ຍິງ​ໂສເພນີ​ປະຈຳ​ສະຖານ​ບູຊາ​ຕ່າງໆ
ປະຊາຊາດ​ທີ່​ບໍ່​ມີ​ຄວາມ​ເຂົ້າໃຈ​ຈະ​ເຖິງ​ແກ່​ຄວາມ​ພິນາດຈິບຫາຍ!
15“ຊາວ​ອິດສະຣາເອນ ເຖິງ​ແມ່ນ​ວ່າ​ພວກເຈົ້າ​ຈະ​ຫລິ້ນຊູ້,
ກໍ​ຢ່າ​ໃຫ້​ຢູດາ​ເຮັດ​ຜິດ.
“ຢ່າ​ໄປ​ກິນການ;
ຢ່າ​ໄປ​ທີ່​ເບັດເອນ​ອາເວນ.#4:15 ແປ​ວ່າ ເຮືອນ​ແຫ່ງ​ຄວາມ​ຊົ່ວ​ຮ້າຍ (ແທນ​ທີ່​ຈະ​ເອີ້ນ​ວ່າ ເບັດເອນ ເຊິ່ງ​ແປ​ວ່າ ວິຫານ​ຂອງ​ພຣະເຈົ້າ)
ແລະ ຢ່າ​ສາບານ​ໂດຍ​ກ່າວ​ວ່າ, ‘ພຣະເຈົ້າ​ຢາເວ​ມີ​ຊີວິດ​ຢູ່​ແນ່ນອນ​ສັນໃດ!’
16ປະຊາຊົນ​ອິດສະຣາເອນ​ນັ້ນ​ດື້,
ເໝືອນ​ງົວ​ສາວ​ທີ່​ດື້ດ້ານ.
ແລ້ວ​ພຣະເຈົ້າ​ຢາເວ​ຈະ​ລ້ຽງດູ​ພວກເຂົາ
ເໝືອນດັ່ງ​ລູກແກະ​ໃນ​ທົ່ງຫຍ້າ​ໄດ້​ຢ່າງ​ໃດ?
17ເອຟຣາອິມ​ໄປ​ຢຶດ​ຕິດ​ກັບ​ຮູບເຄົາລົບ;
ຈົ່ງ​ປ່ອຍ​ພວກເຂົາ​ໄວ້​ຕາມ​ລຳພັງ!
18ເຖິງ​ແມ່ນ​ວ່າ​ເຄື່ອງດື່ມ​ຂອງ​ພວກເຂົາ​ຈະ​ໝົດ​ໄປ​ແລ້ວ,
ພວກເຂົາ​ກໍ​ຍັງ​ສືບ​ຕໍ່​ເຮັດ​ໂຕ​ເປັນ​ໂສເພນີ​ຕໍ່ໄປ;
ບັນດາ​ຜູ້​ມີ​ອຳນາດ​ຂອງ​ພວກເຂົາ​ມັກ​ວິຖີ​ອັນ​ໜ້າ​ອັບອາຍ​ຫລາຍ.
19ລົມ​ພາຍຸ​ໝູນ​ຈະ​ກວາດ​ຊັດ​ພວກເຂົາ​ໄປ,
ແລະ ເຄື່ອງບູຊາ​ຕ່າງໆ​ຂອງ​ພວກເຂົາ​ກໍ​ຈະ​ນຳ​ຄວາມ​ອັບອາຍ​ຂາຍ​ໜ້າ​ມາ​ເຖິງ​ພວກເຂົາ.

Currently Selected:

ໂຮເສອາ 4: LCV

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in