YouVersion Logo
Search Icon

ໂຮເສອາ 3

3
ໂຮເສອາ​ຄືນ​ດີ​ກັບ​ເມຍ​ຂອງ​ເພິ່ນ
1ພຣະເຈົ້າ​ຢາເວ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ຈົ່ງ​ໄປ, ຈົ່ງ​ສະແດງ​ຄວາມ​ຮັກ​ຕໍ່​ເມຍ​ຂອງ​ເຈົ້າ​ອີກ​ຄັ້ງ, ເຖິງ​ແມ່ນ​ວ່າ​ມີ​ຄົນ​ອື່ນ​ຮັກ​ນາງ​ຢູ່ ແລະ ນາງ​ຄົບ​ຊູ້. ຈົ່ງ​ຮັກ​ນາງ​ເໝືອນ​ທີ່​ພຣະເຈົ້າ​ຢາເວ​ຮັກ​ຊົນຊາດ​ອິດສະຣາເອນ, ເຖິງ​ແມ່ນ​ວ່າ​ພວກເຂົາ​ຫັນ​ໄປ​ຫາ​ພະ​ອື່ນໆ ແລະ ຮັກ​ເຂົ້າໝົມ​ໝາກ​ອະງຸ່ນ​ແຫ້ງ​ສັກສິດ​ທີ່​ຖວາຍ​ແກ່​ພະ​ເຫລົ່ານັ້ນ​ກໍ​ຕາມ”.
2ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ຊື້​ນາງ​ຄືນ​ມາ​ດ້ວຍ​ເງິນ​ໜັກ 15 ເຊເຂວ#3:2 ຫລື ປະມານ 170 ກຣາມ ແລະ ເຂົ້າບາເລ​ປະມານ 1 ໂຮເມີ​ກັບ 1 ເລເທກ.#3:2 ຫລື ປະມານ 195 ກິໂລກຣາມ 3ຫລັງຈາກນັ້ນ ຂ້າພະເຈົ້າ​ຈຶ່ງ​ບອກ​ນາງ​ວ່າ, “ເຈົ້າ​ຈະ​ຕ້ອງ​ຢູ່​ກັບ​ເຮົາ​ຫລາຍ​ວັນ; ເຈົ້າ​ຕ້ອງ​ເຊົາ​ເປັນ​ໂສເພນີ ແລະ ບໍ່​ຢູ່​ໃກ້​ຊິດ​ກັບ​ຊາຍ​ຄົນ​ໃດ ແລ້ວ​ເຮົາ​ຈະ​ປະຕິບັດ​ກັບ​ເຈົ້າ​ແບບ​ດຽວກັນ”.
4ເພາະ​ຊາວ​ອິດສະຣາເອນ​ຈະ​ຢູ່​ໂດຍ​ບໍ່​ມີ​ກະສັດ ຫລື ເຈົ້ານາຍ, ບໍ່​ມີ​ການ​ຖວາຍ​ເຄື່ອງບູຊາ ຫລື ມີ​ຫີນ​ສັກສິດ, ບໍ່​ມີ​ເອໂຟດ ຫລື ຮູບເຄົາລົບ​ເປັນ​ເວລາ​ດົນນານ. 5ຫລັງຈາກນັ້ນ ຊົນຊາດ​ອິດສະຣາເອນ​ຈະ​ກັບ​ມາ​ສະແຫວງຫາ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຂົາ ແລະ ດາວິດ​ກະສັດ​ຂອງ​ພວກເຂົາ. ພວກເຂົາ​ຈະ​ໂຕ​ສັ່ນ​ເຂົ້າ​ມາ​ຫາ​ພຣະເຈົ້າ​ຢາເວ ແລະ ກັບ​ມາ​ຫາ​ພຣະພອນ​ຂອງ​ພຣະອົງ​ໃນ​ວັນ​ສຸດທ້າຍ.

Currently Selected:

ໂຮເສອາ 3: LCV

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in