YouVersion Logo
Search Icon

ໂຮເສອາ 11

11
ຄວາມ​ຮັກ​ຂອງ​ພຣະເຈົ້າ​ຕໍ່​ອິດສະຣາເອນ
1“ເມື່ອ​ອິດສະຣາເອນ​ຍັງ​ເປັນ​ເດັກນ້ອຍ​ຢູ່, ເຮົາ​ຮັກ​ພວກເຂົາ,
ແລະ ເຮົາ​ໄດ້​ເອີ້ນ​ລູກ​ຂອງ​ເຮົາ​ອອກ​ມາ​ຈາກ​ເອຢິບ,
2ແຕ່​ຍິ່ງ​ເຮົາ#11:2 ພາສາ​ເຮັບເຣີ​ວ່າ ພວກເຂົາ​ເອີ້ນ​ອິດສະຣາເອນ​ຫລາຍ​ເທົ່າ​ໃດ,
ພວກເຂົາ​ກໍ​ຍິ່ງ​ຫ່າງໄກ​ຈາກ​ເຮົາ#11:2 ພາສາ​ເຮັບເຣີ​ວ່າ ພວກເຂົາ​ຫລາຍ​ເທົ່ານັ້ນ.
ພວກເຂົາ​ໄດ້​ຖວາຍ​ເຄື່ອງບູຊາ​ແກ່​ພະບາອານ
ແລະ ພວກເຂົາ​ໄດ້​ເຜົາ​ເຄື່ອງຫອມ​ຖວາຍ​ຮູບປັ້ນ​ຕ່າງໆ.
3ເຮົາ​ເປັນ​ຜູ້​ທີ່​ສອນ​ເອຟຣາອິມ​ໃຫ້​ຮຽນ​ຍ່າງ,
ເຮົາ​ໂອບ​ອຸ້ມ​ພວກເຂົາ​ໄວ້​ໃນ​ອ້ອມ​ແຂນ;
ແຕ່​ພວກເຂົາ​ບໍ່​ຄິດ
ວ່າ​ເຮົາ​ເປັນ​ຜູ້​ທີ່​ຮັກສາ​ພວກເຂົາ​ໃຫ້​ຫາຍດີ.
4ເຮົາ​ນຳພາ​ພວກເຂົາ​ດ້ວຍ​ສາຍ​ໃຍ​ແຫ່ງ​ຄວາມ​ເມດຕາ,
ແລະ ດ້ວຍ​ຄວາມ​ຜູກພັນ​ແຫ່ງ​ຄວາມ​ຮັກ.
ເຮົາ​ໄດ້​ປົດ​ແອກ
ອອກ​ຈາກ​ຄໍ​ຂອງ​ພວກເຂົາ,
ແລະ ເຮົາ​ໄດ້​ກົ້ມ​ລົງ​ມາ​ປ້ອນ​ອາຫານ​ພວກເຂົາ.
5“ພວກເຂົາ​ຈະ​ບໍ່​ກັບ​ໄປ​ທີ່​ເອຢິບ​ບໍ
ແລະ ອັດຊີເຣຍ​ຈະ​ບໍ່​ປົກຄອງ​ພວກເຂົາ​ບໍ
ໃນ​ເມື່ອ​ພວກເຂົາ​ບໍ່​ຍອມ​ກັບ​ໃຈ?
6ດາບ​ທັງຫລາຍ​ຈະ​ແກວ່ງ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ພວກເຂົາ;
ດາບ​ເຫລົ່າ​ນັ້ນ​ຈະ​ທຳລາຍ​ບັນດາ​ຜູ້ທໍານວາຍ​ປອມ​ຂອງ​ພວກເຂົາ
ແລະ ເຮັດ​ໃຫ້​ແຜນການ​ຕ່າງໆ​ຂອງ​ພວກເຂົາ​ຈົບ​ສິ້ນ​ລົງ.
7ປະຊາຊົນ​ຂອງ​ເຮົາ​ຕັ້ງ​ໃຈ​ຖິ້ມ​ເຮົາ​ໄປ.
ເຖິງ​ແມ່ນ​ວ່າ​ພວກເຂົາ​ຈະ​ຮ້ອງ​ເຮົາ​ວ່າ​ຜູ້​ສູງສຸດ,
ເຮົາ​ກໍ​ຈະ​ບໍ່​ເຊີດຊູ​ພວກເຂົາ​ເລີຍ.
8“ເອຟຣາອິມ, ເຮົາ​ຈະ​ປ່ອຍ​ພວກເຈົ້າ​ໃຫ້​ຫລຸດ​ມື​ໄປ​ໄດ້​ຢ່າງໃດ?
ອິດສະຣາເອນ, ເຮົາ​ຈະ​ຍອມ​ປ່ອຍ​ພວກເຈົ້າ​ໄປ​ໄດ້​ຢ່າງໃດ?
ເຮົາ​ຈະ​ປະຕິບັດ​ຕໍ່​ພວກເຈົ້າ​ເໝືອນ​ອັດມາ​ໄດ້​ບໍ?
ເຮົາ​ຈະ​ເຮັດ​ກັບ​ພວກເຈົ້າ​ເໝືອນ​ເຊບົວອິມ​ໄດ້​ຢ່າງໃດ?
ຈິດໃຈ​ທີ່​ຢູ່​ພາຍໃນ​ເຮົາ​ກໍ​ປ່ຽນ​ໄປ;
ຄວາມ​ເມດຕາ​ກະລຸນາ​ຂອງ​ເຮົາ​ກໍ​ໄດ້​ຮັບ​ການ​ປຸກ​ຂຶ້ນ.
9ເຮົາ​ຈະ​ບໍ່​ລົງໂທດ​ພວກເຈົ້າ​ຕາມ​ຄວາມ​ໃຈຮ້າຍ​ອັນ​ຮຸນແຮງ​ຂອງ​ເຮົາ,
ຫລື ຫັນ​ມາ​ທຳລາຍ​ລ້າງ​ເອຟຣາອິມ​ອີກ.
ເພາະ​ເຮົາ​ເປັນ​ພຣະເຈົ້າ, ບໍ່​ແມ່ນ​ມະນຸດ
ເປັນ​ອົງ​ບໍລິສຸດ​ທ່າມກາງ​ພວກເຈົ້າ.
ເຮົາ​ຈະ​ບໍ່​ມາ​ຕໍ່ສູ້​ເມືອງ​ທັງຫລາຍ​ຂອງ​ພວກເຂົາ.#11:9 ຫລື ບໍ່​ມາ​ຕໍ່ສູ້​ກັບ​ເມືອງ​ໃດໆ
10ພວກເຂົາ​ຈະ​ຕິດຕາມ​ພຣະເຈົ້າຢາເວ;
ພຣະອົງ​ຈະ​ເປັ່ງ​ສຽງ​ເໝືອນດັ່ງ​ໂຕສິງ​ທີ່​ແຜດສຽງ,
ເມື່ອ​ພຣະອົງ​ເປັ່ງ​ສຽງ​ຮ້ອງ;
ລູກ​ຂອງ​ພຣະອົງ​ຈະ​ສັ່ນ​ສະທ້ານ​ກັບ​ມາ​ຈາກ​ທາງ​ຕາເວັນ​ຕົກ.
11ພວກເຂົາ​ຈະ​ກັບ​ມາ​ຈາກ​ເອຢິບ,
ໂຕ​ສັ່ນ​ເຊັນ​ເໝືອນ​ນົກກະຈອກ,
ແລະ ມາ​ຈາກ​ອັດຊີເຣຍ, ເໝືອນ​ນົກກາງແກ.
ເຮົາ​ຈະ​ພາ​ພວກເຂົາ​ກັບ​ມາ​ທີ່​ບ້ານ​ເກີດ​ເມືອງ​ນອນ​ຂອງ​ພວກເຂົາ​ອີກ”,
ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ.
ບາບ​ຂອງ​ອິດສະຣາເອນ
12ເອຟຣາອິມ​ອ້ອມ​ຮອບ​ເຮົາ​ດ້ວຍ​ຄຳ​ຕົວະ,
ເຊື້ອສາຍ​ອິດສະຣາເອນ​ອ້ອມ​ຮອບ​ເຮົາ​ດ້ວຍ​ການ​ຫລອກລວງ.
ແລະ ຢູດາ​ກໍ​ດື້​ດ້ານ​ຕໍ່ສູ້​ພຣະເຈົ້າ,
ແມ່ນ​ແຕ່​ກັບ​ອົງ​ບໍລິສຸດ​ຜູ້​ສັດຊື່.

Currently Selected:

ໂຮເສອາ 11: LCV

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in

Videos for ໂຮເສອາ 11