ຮາບາກຸກ ຄຳນຳ
ຄຳນຳ
ຂະນະທີ່ໃກ້ເວລາປ່ຽນຜ່ານຈາກອານາຈັກອັດຊີເຣຍໄປສູ່ອານາຈັກບາບີໂລນ (ທ້າຍສັດຕະວັດທີ 7 ກ່ອນ ຄສ.) ຜູ້ທຳນວາຍຮາບາກຸກໄດ້ສົນທະນາຢ່າງເລິກເຊິ່ງກັບພຣະເຈົ້າແຫ່ງອິດສະຣາເອນ. ຮູບແບບຂອງໜັງສືຮາບາກຸກເປັນຄຳຮ້ອງທຸກ ຫລື ຮ້ອງໄຫ້ສັ້ນໆ ຕາມດ້ວຍຄຳຕອບຂອງພຣະເຈົ້າ. ໃນທີ່ສຸດເມື່ອສຽງຮ້ອງຂອງເພິ່ນໄດ້ຮັບຄຳຕອບ, ຮາບາກຸກຈຶ່ງຈົບດ້ວຍເພງສັນລະເສີນແຫ່ງຄວາມໝັ້ນໃຈໃນໄຊຊະນະຂອງພຣະເຈົ້າ.
ຜູ້ທຳນວາຍເລີ່ມດ້ວຍການຖາມວ່າພຣະເຈົ້າຈະຍອມໃຫ້ຄວາມຊົ່ວຮ້າຍມີໄຊຊະນະໄປອີກດົນປານໃດ. ຄຳຕອບຂອງພຣະເຈົ້າຄືພຣະອົງກຳລັງຍົກຊາວບາບີໂລນຂຶ້ນເປັນເຄື່ອງມືໃນການແກ້ໄຂຂອງພຣະອົງ. ສິ່ງນີ້ນຳໄປສູ່ຄຳຖາມທີສອງຂອງຮາບາກຸກຄືດ້ວຍເຫດໃດພຣະເຈົ້າຈຶ່ງຍອມໃຫ້ຄົນຊົ່ວກືນກິນຄົນຊອບທຳ? ພຣະເຈົ້າຕອບອີກຄັ້ງ ໂດຍອະທິບາຍວ່າຊາວບາບີໂລນຈະຖືກພິພາກສາຄືກັນກັບຊາວອັດຊີເຣຍ ແລະ ຄົນຊອບທຳຈະຕ້ອງຄອຍຖ້າດ້ວຍຄວາມເຊື່ອ ແລະ ຄວາມອົດທົນ. ພຣະເຈົ້າຢ້ຳວ່າເມື່ອພຣະອົງປະກາດວິບັດຫ້າປະການຕໍ່ບາບີໂລນ ຄວາມຈິບຫາຍກໍເກີດຂຶ້ນຢ່າງແນ່ນອນ.
ເມື່ອການສົນທະນາຂອງຮາບາກຸກກັບພຣະເຈົ້າສິ້ນສຸດລົງ, ໜັງສືກໍນຳສະເໜີສ່ວນທີ່ຮ້ອງວ່າ “ຄຳອະທິຖານຂອງຮາບາກຸກ”. ແຕ່ເນື້ອເພງສະແດງເຈດຕະນາໃນການຮ້ອງຢ່າງຊັດເຈນ. ຮາບາກຸກໄດ້ສະເຫລີມສະຫລອງການຊ່ວຍເຫລືອອັນໜ້າອັດສະຈັນຂອງພຣະເຈົ້າຕໍ່ອິດສະຣາເອນໃນອະດີດ ແລະ ອະທິຖານຂໍໃຫ້ພຣະເຈົ້າເຮັດຢ່າງນີ້ອີກຄັ້ງ. ໃນລະຫວ່າງນີ້ຜູ້ທຳນວາຍຮາບາກຸກກໍເຝົ້າຄອຍຖ້າການມາຂອງພຣະເຈົ້າຢ່າງອົດທົນ.
Currently Selected:
ຮາບາກຸກ ຄຳນຳ: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.