ເອເຊກຽນ 42
42
ຫ້ອງສຳລັບປະໂລຫິດ
1ແລ້ວຊາຍຄົນນັ້ນໄດ້ພາຂ້າພະເຈົ້າໄປທີ່ເດີ່ນຊັ້ນນອກທາງທິດເໜືອ ແລະ ໄດ້ພາຂ້າພະເຈົ້າໄປທີ່ຫ້ອງຕ່າງໆທີ່ຢູ່ກົງກັນຂ້າມກັບເດີ່ນວິຫານ ແລະ ກົງກັນຂ້າມກັບຝາດ້ານນອກທາງທິດເໜືອ. 2ອາຄານທີ່ມີປະຕູຫັນໜ້າໄປທາງທິດເໜືອຍາວ 100 ສອກ ແລະ ກວ້າງ 50 ສອກ.#42:2 ຄື ຍາວປະມານ 50 ແມັດ ກວ້າງປະມານ 25 ແມັດ 3ທັງໃນສ່ວນທີ່ເປັນໄລຍະ 20 ສອກ#42:3 ຄື ປະມານ 10 ແມັດ ຈາກເດີ່ນຊັ້ນໃນ ແລະ ໃນສ່ວນທີ່ຢູ່ກົງກັນຂ້າມກັບທາງຍ່າງຂອງເດີ່ນຊັ້ນນອກ, ມີລະບຽງທີ່ຫັນໜ້າເຂົ້າຫາກັນສາມຊັ້ນ. 4ໜ້າຫ້ອງຕ່າງໆເປັນທາງຍ່າງພາຍໃນ ເຊິ່ງມີຄວາມກວ້າງ 10 ສອກ#42:4 ຄື ປະມານ 5 ແມັດ ແລະ ຍາວ 100 ສອກ.#42:4 ຄື ປະມານ 50 ແມັດ ເຊັ່ນດຽວກັບຂໍ້ 8 ປະຕູຫ້ອງເຫລົ່ານີ້ແມ່ນຢູ່ທາງທິດເໜືອ. 5ຫ້ອງຊັ້ນເທິງແຄບກວ່າເພາະລະບຽງໄດ້ກິນເນື້ອທີ່ຫລາຍກວ່າລະບຽງຂອງຫ້ອງຊັ້ນລຸມ ແລະ ຊັ້ນກາງຂອງອາຄານ. 6ຫ້ອງຕ່າງໆທີ່ຢູ່ຊັ້ນສາມແມ່ນບໍ່ມີເສົາຄ້ຳເໝືອນກັບຢູ່ທີ່ເດີ່ນ; ດັ່ງນັ້ນ ເນື້ອທີ່ພື້ນຫ້ອງຈຶ່ງແຄບກວ່າຢູ່ຊັ້ນລຸ່ມ ແລະ ຊັ້ນກາງ. 7ມີຝາດ້ານນອກທີ່ຢູ່ທາງດ້ານໜ້າຂອງຫ້ອງຕ່າງໆ ແລະ ເດີ່ນຊັ້ນນອກ ເຊິ່ງມີຄວາມຍາວ 50 ສອກ.#42:7 ຄື ປະມານ 25 ແມັດ ເຊັ່ນດຽວກັບຂໍ້ 8 8ໃນຂະນະທີ່ຫ້ອງແຖວດ້ານຂ້າງຖັດຈາກເດີ່ນຊັ້ນນອກກໍຍາວ 50 ສອກ, ຫ້ອງແຖວຢູ່ດ້ານຂ້າງໃກ້ສະຖານນະມັດສະການທີ່ສຸດກໍຍາວ 100 ສອກ. 9ຫ້ອງຊັ້ນລຸ່ມມີທາງເຂົ້າດ້ານຕາເວັນອອກເມື່ອເຂົ້າມາຈາກເດີ່ນຊັ້ນນອກ.
10ທາງດ້ານໃຕ້#42:10 ພາສາເຮັບເຣີວ່າ ທາງດ້ານຕະເວັນອອກຕາມຄວາມຍາວຂອງຝາເດີ່ນຊັ້ນນອກ ມີຫ້ອງຕ່າງໆຕິດກັບເດີ່ນວິຫານ ແລະ ກົງກັນຂ້າມກັບຝາຊັ້ນນອກ. 11ເຊິ່ງມີທາງຍ່າງຢູ່ຕໍ່ໜ້າຫ້ອງ. ຫ້ອງເຫລົ່ານີ້ແມ່ນຄືກັນກັບຫ້ອງທີ່ຢູ່ທາງທິດເໜືອທີ່ມີຄວາມກວ້າງກັບຄວາມຍາວເທົ່າກັນ ແລະ ມີທາງອອກຄ້າຍຄືກັນ ແລະ ຂະໜາດກໍໃກ້ຄຽງກັນ ຄ້າຍຄືກັບປະຕູທີ່ຢູ່ທາງທິດເໜືອ. 12ຄືປະຕູຂອງຫ້ອງຢູ່ທາງທິດໃຕ້. ມີປະຕູທາງເຂົ້າທີ່ຂະໜານກັບກຳແພງທີ່ຍາວໄປທາງທິດຕາເວັນອອກ ເຊິ່ງເປັນທາງເຂົ້າໄປໃນຫ້ອງເຫລົ່ານັ້ນ.
13ແລ້ວເພິ່ນກໍໄດ້ບອກຂ້າພະເຈົ້າວ່າ, “ຫ້ອງທີ່ຢູ່ທາງທິດເໜືອ ແລະ ທາງທິດໃຕ້ທີ່ຫັນໜ້າໄປຫາເດີ່ນວິຫານແມ່ນເປັນຫ້ອງຂອງບັນດາປະໂລຫິດ, ເປັນບ່ອນທີ່ບັນດາປະໂລຫິດຜູ້ເຂົ້າພົບພຣະເຈົ້າຢາເວ ຈະກິນເຄື່ອງບູຊາອັນບໍລິສຸດທີ່ສຸດ. ບັນດາປະໂລຫິດຈະວາງເຄື່ອງບູຊາບໍລິສຸດທີ່ສຸດ ທັງເມັດພືດບູຊາ, ເຄື່ອງບູຊາໄຖ່ບາບ ແລະ ເຄື່ອງບູຊາລົບຄວາມຜິດ ເພາະສະຖານທີ່ນັ້ນບໍລິສຸດ. 14ເມື່ອປະໂລຫິດເຂົ້າສູ່ບ່ອນບໍລິສຸດ, ພວກເຂົາຈະບໍ່ອອກໄປສູ່ເດີ່ນຊັ້ນນອກຈົນກວ່າຈະໄດ້ຖອດເຄື່ອງແຕ່ງກາຍທີ່ສວມຢູ່ຂະນະປະຕິບັດໜ້າທີ່ອອກກ່ອນ ເພາະສິ່ງເຫລົ່ານີ້ລ້ວນແຕ່ບໍລິສຸດ. ພວກເຂົາຈະສວມເຄື່ອງແຕ່ງກາຍອື່ນໆ ກ່ອນທີ່ພວກເຂົາຈະເຂົ້າໄປໃກ້ບ່ອນທີ່ມີໄວ້ສຳລັບປະຊາຊົນ”.
15ເມື່ອເພິ່ນແທກຂ້າງໃນບໍລິເວນວິຫານສຳເລັດແລ້ວ ເພິ່ນກໍພາຂ້າພະເຈົ້າອອກມາທາງປະຕູທິດຕາເວັນອອກ ແລະ ແທກບໍລິເວນອ້ອມຮອບນັ້ນ. 16ເພິ່ນໄດ້ແທກດ້ານຕາເວັນອອກດ້ວຍໄມ້ວັດແທກ ກໍແທກໄດ້ 500 ສອກ.#42:16 ຄື ປະມານ 250 ແມັດ ເຊັ່ນດຽວກັບຂໍ້ 17, 18, 19 ແລະ 20. 17ເພິ່ນໄດ້ແທກດ້ານເໜືອດ້ວຍໄມ້ວັດແທກ ໄດ້ 500 ສອກ. 18ເພິ່ນໄດ້ແທກດ້ານໃຕ້ດ້ວຍໄມ້ວັດແທກ ກໍແທກໄດ້ 500 ສອກ. 19ແລ້ວເພິ່ນກໍກັບໄປແທກດ້ານຕາເວັນຕົກດ້ວຍໄມ້ວັດແທກ ກໍແທກໄດ້ 500 ສອກ. 20ດັ່ງນັ້ນ ເພິ່ນຈຶ່ງແທກບໍລິເວນທັງສີ່ດ້ານ ເຊິ່ງມີກຳແພງອ້ອມຮອບ, ເພິ່ນແທກໄດ້ຄວາມຍາວ 500 ສອກ ແລະ ຄວາມກວ້າງ 500 ສອກ, ເພື່ອແຍກບ່ອນບໍລິສຸດອອກຈາກບ່ອນສາທາລະນະ.
Currently Selected:
ເອເຊກຽນ 42: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.