ເອເຊກຽນ 32
32
ບົດຄ່ຳຄວນແດ່ກະສັດຟາໂຣ
1ໃນວັນທີໜຶ່ງເດືອນທີສິບສອງປີທີສິບສອງ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ: 2“ບຸດມະນຸດ, ຈົ່ງຮ້ອງບົດຄ່ຳຄວນກ່ຽວກັບຟາໂຣກະສັດແຫ່ງເອຢິບ ແລະ ກ່າວກັບລາວວ່າ:
“ ‘ເຈົ້າເປັນເໝືອນໂຕສິງທີ່ຢູ່ໃນທ່າມກາງຊົນຊາດທັງຫລາຍ;
ເຈົ້າເປັນເໝືອນສັດຮ້າຍທີ່ຢູ່ໃນທະເລ
ເຈົ້າຟາດຫາງໄປມາຢູ່ໃນສາຍນ້ຳ,
ປັ່ນນ້ຳໃຫ້ດ້ວຍຕີນຂອງຕົນ
ແລະ ເຮັດໃຫ້ສາຍນ້ຳທັງຫລາຍຂຸ່ນ.
3“ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ:
“ ‘ເຮົາຈະກາງມອງຂອງເຮົາຄຸມເຈົ້າ,
ໂດຍກຸ່ມຄົນຈຳນວນຫລາຍ
ພວກເຂົາຈະລາກເຈົ້າຂຶ້ນມາດ້ວຍມອງຂອງເຮົາ.
4ເຮົາຈະໂຍນເຈົ້າລົງເທິງດິນ
ຈັບເຈົ້າຟາດລົງເທິງທົ່ງກວ້າງ.
ເຮົາຈະໃຫ້ນົກທັງໝົດໃນທ້ອງຟ້າມາອາໄສຢູ່ເທິງເຈົ້າ
ແລະ ສັດປ່າທັງໝົດຈະກືນກິນເຈົ້າຈົນອິ່ມ.
5ເຮົາຈະໂຮຍຊີ້ນຂອງເຈົ້າກະຈາຍເທິງພູເຂົາທັງຫລາຍ
ແລະ ຖົມຮ່ອມພູທັງຫລາຍດ້ວຍຊາກຂອງເຈົ້າ.
6ເຮົາຈະເຮັດໃຫ້ເລືອດຂອງເຈົ້າໄຫລນອງເຕັມແຜ່ນດິນ
ຕະຫລອດທາງສູ່ພູເຂົາຕ່າງໆ
ແລະ ໃຫ້ຊີ້ນຂອງເຈົ້າຢູ່ເຕັມລຳຫ້ວຍທັງຫລາຍ.
7ເມື່ອເຮົາກຳຈັດເຈົ້າອອກໄປ, ເຮົາຈະປົກຄຸມຟ້າສະຫວັນ
ແລະ ໃຫ້ດາວທັງຫລາຍມືດໄປ;
ເຮົາຈະປົກຄຸມຕາເວັນດ້ວຍເມກ
ແລະ ເດືອນຈະບໍ່ສ່ອງແສງ.
8ແສງສະຫວ່າງສຸກໃສທັງໝົດໃນຟ້າສະຫວັນນັ້ນ
ເຮົາຈະເຮັດໃຫ້ມືດມິດມາເໜືອເຈົ້າ;
ເຮົາຈະນຳຄວາມມືດມົນມາເໜືອດິນແດນຂອງເຈົ້າ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ.
9ເຮົາຈະເຮັດໃຫ້ຈິດໃຈຂອງຊົນຊາດທັງຫລາຍທຸກຮ້ອນ
ເມື່ອເຮົານຳຄວາມຈິບຫາຍມາສູ່ເຈົ້າທ່າມກາງຊົນຊາດທັງຫລາຍ,
ທ່າມກາງ#32:9 ສະບັບ ເຊັບຕູອາຈິນ ວ່າ ນຳເຈົ້າໄປສູ່ການເປັນຊະເລີຍທ່າມກາງຊາດຕ່າງໆ, ໄປຍັງດິນແດນທັງຫລາຍເຊິ່ງເຈົ້າບໍ່ຮູ້ຈັກ
10ເຮົາຈະເຮັດໃຫ້ຄົນທັງຫລາຍຕົກຕະລຶງເພາະເຈົ້າ
ແລະ ບັນດາກະສັດຂອງພວກເຂົາຈະສັ່ນສະທ້ານດ້ວຍຄວາມຢ້ານເພາະເຈົ້າ
ເມື່ອເຮົາເງືອດດາບຂອງເຮົາຕໍ່ໜ້າພວກເຂົາ.
ໃນວັນທີ່ເຈົ້າຫລົ້ມຈົມ
ພວກເຂົາແຕ່ລະຄົນຈະສັ່ນສະທ້ານຢູ່ຕະຫລອດເວລາ
ເພາະຫ່ວງຊີວິດຂອງຕົນ.
11“ ‘ເພາະພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ:
“ ‘ດາບຂອງກະສັດແຫ່ງບາບີໂລນ
ຈະມາຕໍ່ສູ້ເຈົ້າ.
12ເຮົາຈະເຮັດໃຫ້ກອງກຳລັງທັງຫລາຍຂອງເຈົ້າລົ້ມຕາຍ
ດ້ວຍດາບຂອງບັນດາຜູ້ຍິ່ງໃຫຍ່
ຜູ້ໂຫດຫ້ຽມທີ່ສຸດຂອງທຸກຊົນຊາດ.
ຄົນເຫລົ່ານັ້ນຈະຢຽບຢ່ຳສັກສີຂອງເອຢິບ
ແລະ ກອງກຳລັງທັງໝົດຂອງເອຢິບຈະຖືກໂຄ່ນລົ້ມ.
13ເຮົາຈະທຳລາຍຝູງງົວທັງໝົດຂອງເອຢິບ
ຈາກແຄມນ້ຳອັນອຸດົມສົມບູນ
ເຊິ່ງຈະບໍ່ຖືກຕີນມະນຸດກວນໃຫ້ຂຸ່ນ
ຫລື ຖືກກີບຕີນຂອງຝູງງົວກວນໃຫ້ເປັນຂຸ່ນອີກຕໍ່ໄປ.
14ເມື່ອນັ້ນເຮົາຈະເຮັດໃຫ້ນ້ຳທັງຫລາຍຂອງເອຢິບສະຫງົບ
ແລະ ເຮັດໃຫ້ສາຍນ້ຳສາຍທັງຫລາຍຂອງເອຢິບໄຫລໄປເໝືອນນ້ຳມັນ,
ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ.
15ເມື່ອເຮົາເຮັດໃຫ້ເອຢິບຮົກຮ້າງຫວ່າງເປົ່າ
ແລະ ປຸ້ນທຸກສິ່ງທີ່ມີໄປຈາກດິນແດນນັ້ນ,
ເມື່ອເຮົາໂຈມຕີຄົນທັງຫລາຍທີ່ອາໄສຢູ່ທີ່ນັ້ນ
ເມື່ອນັ້ນພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ’.
16“ນີ້ຄືບົດຄ່ຳຄວນທີ່ຄົນທັງຫລາຍຈະຮ້ອງເພື່ອເອຢິບ. ລູກສາວຂອງຊົນຊາດຕ່າງໆຈະຮ້ອງບົດຄ່ຳຄວນນີ້ໃຫ້ກັບເອຢິບ ແລະ ກອງກຳລັງທັງໝົດຂອງເອຢິບ ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ”.
ເຊື້ອສາຍຂອງເອຢິບເຂົ້າສູ່ອານາຈັກແຫ່ງຄວາມຕາຍ
17ວັນທີສິບຫ້າຂອງເດືອນນັ້ນໃນປີທີສິບສອງ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ: 18“ບຸດມະນຸດ, ຈົ່ງຮ້ອງໄຫ້ໃຫ້ແກ່ກອງກຳລັງຕ່າງໆຂອງເອຢິບ ແລະ ສົ່ງເອຢິບກັບບັນດາລູກສາວແຫ່ງປະຊາຊາດອັນຍິ່ງໃຫຍ່ລົງສູ່ໂລກບາດານພ້ອມກັບຄົນທີ່ລົງໄປເຫວເລິກ. 19ຈົ່ງກ່າວແກ່ພວກເຂົາວ່າ, ‘ເຈົ້າເປັນທີ່ພໍໃຈຫລາຍກວ່າຄົນອື່ນບໍ? ຈົ່ງລົງໄປ ແລະ ໄປນອນຢູ່ທ່າມກາງບັນດາຄົນທີ່ບໍ່ໄດ້ຮັບພິທີຕັດ’. 20ພວກເຂົາຈະລົ້ມລົງທ່າມກາງຄົນທັງຫລາຍທີ່ຕາຍດ້ວຍດາບ. ດາບຖືກຊັກອອກມາຈາກຝັກແລ້ວ; ຈົ່ງລາກເອຢິບລົງໄປພ້ອມກັບກອງກຳລັງທັງໝົດຂອງມັນ. 21ບັນດາຜູ້ນຳທີ່ຍິ່ງໃຫຍ່ຈະກ່າວກັບເອຢິບ ແລະ ບັນດາພັນທະມິດຈາກແດນແຫ່ງຄວາມຕາຍວ່າ, ‘ພວກເຂົາພາກັນລົງມາແລ້ວ ແລະ ມານອນຢູ່ກັບຄົນທີ່ບໍ່ໄດ້ຮັບພິທີຕັດ, ພ້ອມກັບຄົນທີ່ຖືກຂ້າດ້ວຍດາບ’.
22“ອັດຊີເຣຍ ແລະ ກອງທັບຂອງມັນທັງໝົດກໍຢູ່ທີ່ນັ້ນແລ້ວ, ມັນຖືກລ້ອມດ້ວຍຂຸມຝັງສົບຂອງຄົນທີ່ຖືກຂ້າທັງໝົດຂອງມັນ, ຄົນເຫລົ່ານັ້ນທຸກຄົນລົ້ມຕາຍດ້ວຍດາບ. 23ຂຸມຝັງສົບຂອງຄົນເຫລົ່ານັ້ນຢູ່ໃນເຫວເລິກຂອງແດນຄົນຕາຍ ແລະ ກອງທັບອັດຊີເຣຍກໍນອນຕາຍອ້ອມຂຸມຝັງສົບຂອງມັນ. ທຸກຄົນທີ່ຄັ້ງໜຶ່ງເຄີຍແຜ່ຄວາມຢ້ານກົວໃນແດນຂອງຄົນທີ່ມີຊີວິດ ບັດນີ້ ຖືກຂ້າລົ້ມຕາຍດ້ວຍດາບ.
24“ເອລາມກໍຢູ່ທີ່ນັ້ນ ແລະ ບັນດາທະຫານທັງໝົດຂອງມັນກໍນອນຕາຍອ້ອມຂຸມຝັງສົບຂອງມັນ, ພວກເຂົາທັງໝົດຖືກຂ້າລົ້ມຕາຍດ້ວຍດາບ. ທຸກຄົນທີ່ຄັ້ງໜຶ່ງເຄີຍແຜ່ຄວາມຢ້ານກົວທົ່ວແດນຂອງຄົນທີ່ມີຊີວິດໄດ້ລົງສູ່ໂລກບາດານໂດຍບໍ່ໄດ້ຮັບພິທີຕັດ. ພວກເຂົາໄດ້ຮັບຄວາມອັບອາຍຮ່ວມກັບບັນດາຄົນທີ່ລົງສູ່ເຫວເລິກ. 25ເອລາມນອນຢູ່ໃນທ່າມກາງຄົນທີ່ຖືກຂ້າ ແລະ ບັນດາທະຫານທັງໝົດຂອງມັນນອນຕາຍອ້ອມຂຸມຝັງສົບຂອງມັນ. ພວກເຂົາທຸກຄົນລ້ວນແຕ່ບໍ່ໄດ້ຮັບພິທີຕັດ ແລະ ຖືກຂ້າຕາຍດ້ວຍດາບ. ເພາະພວກເຂົາໄດ້ແຜ່ຄວາມຢ້ານກົວໄປທົ່ວແດນຂອງຄົນທີ່ມີຊີວິດ, ພວກເຂົາຈຶ່ງຕ້ອງອັບອາຍຮ່ວມກັບບັນດາຄົນທີ່ລົງສູ່ເຫວເລິກ ແລະ ນອນຢູ່ໃນທ່າມກາງຄົນທີ່ຖືກຂ້າ.
26“ເມເຊັກ ແລະ ຕູບານກໍຢູ່ທີ່ນັ້ນ ແລະ ທະຫານທັງໝົດຂອງພວກມັນກໍນອນຕາຍອ້ອມຂຸມຝັງສົບຂອງພວກມັນ. ພວກເຂົາທຸກຄົນບໍ່ໄດ້ຮັບພິທີຕັດ, ຖືກຂ້າດ້ວຍດາບ ເພາະພວກເຂົາໄດ້ແຜ່ຄວາມຢ້ານກົວໄປທົ່ວແດນຂອງຄົນທີ່ມີຊີວິດ. 27ແຕ່ພວກເຂົາບໍ່ໄດ້ນອນລົງກັບນັກຮົບອື່ນໆ ຄົນທີ່ບໍ່ໄດ້ຮັບພິທີຕັດທີ່ຕາຍແລ້ວ, ເຊິ່ງລົງສູ່ແດນແຫ່ງຄວາມຕາຍພ້ອມທັງອາວຸດສົງຄາມຂອງພວກເຂົາ ດາບຂອງພວກເຂົາກໍວາງຢູ່ກ້ອງຫົວຂອງພວກເຂົາແລ້ວ ແລະ ເຖິງວ່ານັກຮົບເຫລົ່ານີ້ເຄີຍແຜ່ຄວາມຢ້ານກົວໄປທົ່ວແດນຂອງຄົນທີ່ມີຊີວິດກໍຕາມ ໂທດຂອງບາບຂອງພວກເຂົາກໍຕົກຢູ່ກັບກະດູກຂອງພວກເຂົາ.
28“ຟາໂຣ, ເຈົ້າກໍເໝືອນກັນ ເຈົ້າຈະແຕກຫັກ ແລະ ນອນຕາຍຢູ່ໃນທ່າມກາງຄົນທີ່ບໍ່ໄດ້ຮັບພິທີຕັດ, ພ້ອມກັບບັນດາຄົນທີ່ຖືກຂ້າດ້ວຍດາບ.
29“ເອໂດມກໍຢູ່ທີ່ນັ້ນ, ກະສັດ ແລະ ເຈົ້ານາຍທັງໝົດຂອງເອໂດມ; ເຖິງວ່າຈະມີອຳນາດ, ພວກເຂົາກໍຖືກຖິ້ມໃຫ້ນອນຕາຍຢູ່ກັບບັນດາຄົນທີ່ຖືກຂ້າດ້ວຍດາບ. ພວກເຂົານອນຕາຍຢູ່ກັບບັນດາຄົນທີ່ບໍ່ໄດ້ຮັບພິທີຕັດ, ພ້ອມກັບບັນດາຄົນທີ່ລົງສູ່ເຫວເລິກ.
30“ບັນດາເຈົ້ານາຍຂອງຝ່າຍເໜືອ ແລະ ຊາວຊີໂດນທັງໝົດກໍຢູ່ທີ່ນັ້ນ; ເຖິງແມ່ນວ່າພວກເຂົາເຄີຍໃຊ້ອຳນາດກໍ່ຄວາມຢ້ານກົວ ພວກເຂົາກໍລົງໄປຢູ່ຮ່ວມກັບຄົນທີ່ຖືກຂ້າຢ່າງອັບອາຍ. ພວກເຂົານອນຕາຍໂດຍບໍ່ໄດ້ຮັບພິທີຕັດກັບບັນດາຄົນທີ່ຖືກຂ້າດ້ວຍດາບ ແລະ ຮັບຄວາມອັບອາຍກັບຄົນທີ່ລົງສູ່ເຫວເລິກ.
31“ຟາໂຣ ລາວ ແລະ ກອງທັບທັງໝົດຂອງລາວຈະເຫັນຄົນເຫລົ່ານັ້ນ ແລະ ລາວໄດ້ຮັບການປອບໃຈ ເນື່ອງຈາກກອງກຳລັງທັງໝົດຂອງລາວຖືກຂ້າດ້ວຍດາບ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນີ້. 32ເຖິງແມ່ນວ່າເຮົາເຄີຍໃຫ້ພວກແຜ່ຄວາມຢ້ານກົວໄປທົ່ວດິນແດນຂອງຄົນທີ່ມີຊີວິດ ແຕ່ຟາໂຣ ແລະ ທະຫານທັງໝົດຂອງລາວກໍຈະຖືກຖິ້ມໃຫ້ນອນຕາຍຢູ່ທ່າມກາງຄົນທີ່ບໍ່ໄດ້ຮັບພິທີຕັດ, ພ້ອມກັບບັນດາຄົນທີ່ຖືກຂ້າດ້ວຍດາບ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ”.
Currently Selected:
ເອເຊກຽນ 32: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.