ເອເຊກຽນ 27
27
ບົດຄ່ຳຄວນຕໍ່ຕີເຣ
1ຖ້ອຍຄຳຈາກພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ: 2“ບຸດມະນຸດ, ຈົ່ງຄ່ຳຄວນກ່ຽວກັບເມືອງຕີເຣ 3ຈົ່ງກ່າວແກ່ຕີເຣ ເຊິ່ງຕັ້ງຢູ່ທີ່ທາງອອກສູ່ທະເລ, ພໍຄ້າຂອງຄົນທັງຫລາຍທີ່ຢູ່ຕາມແຜ່ນດິນແຄມຝັ່ງວ່າ: ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ:
“ ‘ຕີເຣ, ເຈົ້າກ່າວວ່າ,
“ເຮົາສົມບູນແບບໃນດ້ານຄວາມງາມ”.
4ເຈົ້າໄດ້ຂະຫຍາຍອານາຈັກອອກໄປໃນທ້ອງທະເລ
ບັນດາຜູ້ສ້າງເຈົ້າເຮັດໃຫ້ເຈົ້າງາມຢ່າງສົມບູນແບບ.
5ພວກເຂົາໄດ້ເຮັດໄມ້ແປ້ນທັງໝົດຂອງເຈົ້າ
ຈາກຕົ້ນແປກແຫ່ງເສນີ#27:5 ຄື ພູເຂົາເຮີໂມນ;
ພວກເຂົາໄດ້ນຳໄມ້ແປກມາຈາກເລບານອນ
ເພື່ອເຮັດເປັນເສົາຄ້ຳໃຫ້ເຈົ້າ.
6ພວກເຂົາເຮັດໄມ້ພາຍຂອງເຈົ້າ
ດ້ວຍໄມ້ຈາກຕົ້ນໂອກແຫ່ງບາຊານ;
ເຮັດດາດຟ້າເຮືອຂອງເຈົ້າ
ດ້ວຍໄມ້ແປກໄຊປຣັດຈາກແຄມຝັ່ງທະເລໄຊປຣັດ ແລ້ວຝັງດ້ວຍງາຊ້າງ.
7ໃບເຮືອຂອງເຈົ້າເຮັດດ້ວຍຜ້າຝ້າຍລິນິນເນື້ອລະອຽດທີ່ປັກແສ່ວແລ້ວຈາກເອຢິບ.
ແລະ ໃຊ້ເປັນທຸງຂອງເຈົ້າດ້ວຍ;
ກັນສາດຂອງເຈົ້າເປັນຜ້າສີຟ້າ ແລະ ສີມ່ວງ
ຈາກແຄມຝັ່ງແຫ່ງເອລີຊາ.
8ຊາວຊີໂດນ ແລະ ຊາວອັກວັດເປັນນັກພາຍເຮືອໃຫ້ເຈົ້າ;
ຕີເຣ; ຜູ້ຊຳນານການແລ່ນເຮືອມາເປັນລູກເຮືອໃຫ້ເຈົ້າ.
9ຊ່າງຜູ້ຊຳນານຈາກເມືອງບິບໂລ#27:9 ຄື ເກບານກໍຢູ່ປະຈຳເຮືອ
ມາເປັນຊ່າງປະຈຳຄອຍຖ້າເບິ່ງແຍງຮັກສາເຮືອຂອງເຈົ້າ.
ເຮືອເດີນທະເລທັງໝົດພ້ອມດ້ວຍລູກເຮືອ
ມາຄ້າຂາຍແລກປ່ຽນສິນຄ້າກັບເຈົ້າ.
10“ ‘ຊາວເປີເຊຍ, ຊາວລິເດຍ ແລະ ຊາວພູດ
ຮັບໃຊ້ຖານະທະຫານໃນກອງທັບຂອງເຈົ້າ.
ພວກເຂົາຫ້ອຍໂລ່ ແລະ ໝວກເກາະເທິງກຳແພງຂອງເຈົ້າ,
ເຮັດໃຫ້ເຈົ້າງາມສະຫງ່າ.
11ຊາວອັກວັດ ແລະ ຊາວເຮເລກ
ປະຈຳການຢູ່ທີ່ກຳແພງຂອງເຈົ້າທຸກດ້ານ;
ຊາວກຳມາດ
ປະຈຳຢູ່ໃນຫໍຄອຍຂອງເຈົ້າ.
ພວກເຂົາຫ້ອຍໂລ່ໄວ້ອ້ອມກຳແພງຂອງເຈົ້າ;
ເຮັດໃຫ້ເຈົ້າງາມຢ່າສົມບູນແບບ.
12“ ‘ຊາວຕາກຊິດໄດ້ເຮັດທຸລະກິດຮ່ວມກັບເຈົ້າ ເພາະເຈົ້າມີຊັບສົມບັດຈຳນວນຫລວງຫລາຍ; ພວກເຂົາໄດ້ນຳເອົາເງິນ, ເຫລັກ, ກົ່ວ ແລະ ຊືນມາແລກປ່ຽນກັບສິນຄ້າຂອງເຈົ້າ.
13“ ‘ຊາວກຣີກ, ຊາວຕູບານ ແລະ ຊາວເມເຊັກກໍໄດ້ເຮັດທຸລະກິດກັບເຈົ້າ; ພວກເຂົາໄດ້ເອົາຂ້າທາດ ແລະ ເຄື່ອງໃຊ້ທອງສຳລິດມາແລກປ່ຽນກັບສິນຄ້າຂອງເຈົ້າ.
14“ ‘ຊາວເບດໂຕກາມາໄດ້ເອົາລົດມ້າຮົບ ແລະ ມ້າລໍມາແລກປ່ຽນກັບສິນຄ້າຂອງເຈົ້າ.
15“ ‘ຊາວໂຣເດັດ#27:15 ພາສາເຮັບເຣີວ່າ ເດດານໄດ້ຄ້າຂາຍກັບເຈົ້າ ແລະ ດິນແດນແຄມຝັ່ງທະເລທັງຫລາຍກໍເປັນລູກຄ້າຂອງເຈົ້າ; ພວກເຂົານຳງາຊ້າງ ແລະ ໄມ້ເກືອມາເປັນຄ່າສິນຄ້າ.
16“ ‘ຊາວອາຣາມ#27:16 ສຳເນົາຕົ້ນສະບັບພາສາເຮັບເຣີບາງສະບັບ ແລະ ສະບັບ Syr. ວ່າ ເອໂດມໄດ້ເຮັດທຸລະກິດກັບເຈົ້າ ເພາະເຈົ້າມີສິນຄ້າຫລາຍຊະນິດ; ພວກເຂົາໄດ້ນຳເອົາພອຍເທີຄອຍ, ຜ້າສີມ່ວງ, ຜ້າປັກແຊ່ວ, ຜ້າຝ້າຍລິນິນເນື້ອລະອຽດດີ, ຫີນປະກາລັງ ແລະ ທັບທິມມາແລກປ່ຽນກັບສິນຄ້າຂອງເຈົ້າ.
17“ ‘ຊາວຢູດາ ແລະ ຊາວອິດສະຣາເອນໄດ້ຄ້າຂາຍກັບເຈົ້າ; ພວກເຂົາໄດ້ນຳເອົາເຂົ້າບາເລມາຈາກເມືອງມິນນິດ ແລະ ເຂົ້າໜົມ,#27:17 ໃນພາສາເຮັບເຣີຄຳນີ້ມີຄວາມຫມາຍບໍ່ຊັດເຈນ ນ້ຳເຜິ້ງ, ນ້ຳມັນໝາກກອກ ແລະ ຂີ້ເຜິ້ງມາແລກປ່ຽນກັບສິນຄ້າຂອງເຈົ້າ.
18“ ‘ຊາວດາມັສກັດໄດ້ນຳເອົາເຫລົ້າອະງຸ່ນມາຈາກເມືອງເຮນໂບນ ແລະ ຂົນແກະມາຈາກເມືອງຊາຮາຣະມາຄ້າຂາຍກັບເຈົ້າ ເພາະເຈົ້າມີຜົນຜະລິດ ແລະ ສິນຄ້າຫລາຍຊະນິດ. 19ແລະ ຖັງເຫລົ້າອະງຸ່ນມາຈາກອີໂຊເພື່ອແລກປ່ຽນກັບສິນຄ້າຂອງເຈົ້າຄື: ເຫລັກທີ່ຫລໍ່ແລ້ວ, ກາລະບູນ ແລະ ເຄື່ອງເທດທັງຫລາຍ.
20“ ‘ຊາວເດດານໄດ້ຄ້າຂາຍຜ້າຮອງອານມ້າກັບເຈົ້າ.
21“ ‘ຊາວອາຣະເບຍ ແລະ ເຈົ້ານາຍທັງໝົດແຫ່ງເກດາກໍເປັນລູກຄ້າຂອງເຈົ້າ; ພວກເຂົາໄດ້ນຳເອົາລູກແກະ, ແກະຜູ້ ແລະ ແບ້ມາແລກປ່ຽນກັບສິນຄ້າຂອງເຈົ້າ.
22“ ‘ພໍ່ຄ້າແຫ່ງເຊບາ ແລະ ຣາອາມາໄດ້ຄ້າຂາຍກັບເຈົ້າ; ພວກເຂົາໄດ້ນຳເອົາເຄື່ອງເທດຊັ້ນດີທຸກຊະນິດ ແລະ ອັນຍະມະນີກັບຄຳມາແລກປ່ຽນກັບສິນຄ້າຂອງເຈົ້າ.
23“ ‘ຊາວຮາຣານ, ຊາວການເນ, ຊາວເອເດນ, ພໍ່ຄ້າເຊບາ, ຊາວອັດຊູຣະ ແລະ ຊາວກິນມາດກໍໄດ້ຄ້າຂາຍກັບເຈົ້າ. 24ພວກເຂົາໄດ້ນຳເອົາເສື້ອຜ້າອັນສວຍງາມ, ຜ້າສີຟ້າ, ຜ້າປັກແຊ່ວ, ຜ້າພົມທີ່ມີຫລາຍສີທີ່ເຮັດດ້ວຍກຽວເຊືອກມັດຢ່າງແໜ້ນໜາມາຄ້າຂາຍໃນຕະຫລາດຂອງເຈົ້າ.
25“ ‘ບັນດາເຮືອແຫ່ງຕາກຊິດ
ເປັນພາຫະນະບັນທຸກສິນຄ້າຂອງເຈົ້າ.
ເຈົ້າມີສິນຄ້າເກັບໄວ້ເຕັມຄັງຂອງເຈົ້າ
ທີ່ໃຈກາງທະເລ.
26ຄົນພາຍເຮືອຂອງເຈົ້າໄດ້ພາເຈົ້າອອກໄປ
ກາງທະເລໃຫຍ່.
ແຕ່ລົມທີ່ພັດມາແຕ່ຕາເວັນອອກຈະຊັດເຈົ້າໃຫ້ແຕກຫັກເປັນຊິ້ນສ່ວນ
ທີ່ໃຈກາງທະເລ.
27ຊັບສົມບັດ, ສິນຄ້າ, ຜົນຜະລິດຂອງເຈົ້າ,
ນັກແລ່ນເຮືອ, ລູກເຮືອ, ຊ່າງປະຈຳເຮືອຂອງເຈົ້າ,
ພໍ່ຄ້າ ແລະ ທະຫານທັງໝົດຂອງເຈົ້າ,
ແລະ ທຸກຄົນທີ່ຢູ່ໃນເຮືອ
ຈະຈົມດິ່ງລົງສູ່ໃຈກາງທະເລ
ໃນວັນທີ່ເຮືອຂອງເຈົ້າແຕກ.
28ແຄມຝັ່ງທະເລຈະສັ່ນສະເທືອນ
ເມື່ອລູກເຮືອຂອງເຈົ້າສົ່ງສຽງຮ້ອງອອກມາ.
29ຄົນຖືໄມ້ພາຍທັງໝົດ
ຈະສະຫລະເຮືອຂອງຕົນ;
ນັກແລ່ນເຮືອ ແລະ ລູກເຮືອທັງໝົດ
ຈະຢືນຢູ່ທີ່ຕາຝັ່ງ.
30ພວກເຂົາຈະສົ່ງສຽງຮ້ອງຂອງຕົນ
ແລະ ຮ້ອງໄຫ້ຢ່າງຂົມຂື່ນອາໄລຫາເຈົ້າ;
ພວກເຂົາຈະໂຮຍຂີ້ຝຸ່ນໃສ່ເທິງຫົວຂອງຕົນ
ແລະ ກິ້ງເກືອກໃນກອງຂີ້ເຖົ່າ.
31ພວກເຂົາຈະແຖຜົມເພື່ອໄວ້ທຸກໃຫ້ເຈົ້າ
ແລະ ສວມເສື້ອຜ້າກະສອບ.
ພວກເຂົາຈະຮ້ອງໄຫ້ຫາເຈົ້າດ້ວຍຄວາມທຸກທໍລະມານໃນວິນຍານ
ແລະ ຄ່ຳຄວນດ້ວຍຄວາມຂົມຂື່ນ.
32ຂະນະທີ່ພວກເຂົາຮ້ອງໄຫ້ ແລະ ຄ່ຳຄວນຫາເຈົ້າຢູ່ນັ້ນ,
ພວກເຂົາຈະຄ່ຳຄວນກ່ຽວກັບເຈົ້າວ່າ:
“ມີຜູ້ໃດທີ່ເຄີຍຖືກທຳລາຍເໝືອນຕີເຣ
ທີ່ມິດງຽບຢູ່ກົ້ນທະເລ?”
33ເມື່ອເຈົ້ານຳເອົາສິນຄ້າອອກສູ່ທະເລ
ເຈົ້າໄດ້ເຮັດໃຫ້ຫລາຍຊົນຊາດພໍໃຈ;
ເຈົ້າໄດ້ເຮັດໃຫ້ບັນດາກະສັດຂອງໂລກຮັ່ງມີ
ດ້ວຍຊັບສິນອັນມັ່ງຄັ່ງ ແລະ ສິນຄ້າທັງຫລາຍຂອງເຈົ້າ.
34ບັດນີ້ ເຈົ້າເໝືອນເຮືອທີ່ແຕກ
ຢູ່ໃນທະເລເລິກ
ສິນຄ້າ ແລະ ລູກເຮືອທັງໝົດຂອງເຈົ້າ
ຈົມລົງໄປພ້ອມກັບເຈົ້າ.
35ທຸກຄົນທີ່ອາໄສຢູ່ຕາມແຄມຝັ່ງທະເລ
ຕ່າງກໍຕົກໃຈເພາະເຈົ້າ;
ກະສັດທັງຫລາຍຂອງພວກເຂົາສັ່ນສະທ້ານດ້ວຍຄວາມຢ້ານ
ແລະ ໃບໜ້າຂອງພວກເຂົາກໍບິດບ້ຽວດ້ວຍຄວາມຢ້ານກົວ.
36ພໍ່ຄ້າຂອງຊົນຊາດຕ່າງໆໄດ້ເຢາະເຢີ້ຍເຈົ້າ;
ເຈົ້າມາເຖິງຈຸດຈົບອັນໜ້າຢ້ານກົວ
ແລະ ບໍ່ມີເຈົ້າອີກຕໍ່ໄປ’ ”.
Currently Selected:
ເອເຊກຽນ 27: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.