YouVersion Logo
Search Icon

ເອເຊກຽນ 21

21
ບາບີໂລນ​ຄື​ດາບ​ແຫ່ງ​ການ​ພິພາກສາ​ຂອງ​ພຣະເຈົ້າ
1ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ ໄດ້​ມາ​ເຖິງ​ຂ້າພະເຈົ້າ​ຄວາມ​ວ່າ: 2“ບຸດ​ມະນຸດ ຈົ່ງ​ຫັນ​ໜ້າ​ຂອງ​ເຈົ້າ​ໄປ​ຍັງ​ເຢຣູຊາເລັມ ແລະ ກ່າວ​ຕຳໜິ​ສະຖານ​ນະມັດສະການ. ຈົ່ງ​ທຳນວາຍ​ແກ່​ດິນແດນ​ອິດສະຣາເອນ 3ແລະ ກ່າວ​ແກ່​ດິນແດນ​ນັ້ນ​ວ່າ, ‘ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ: ເຮົາ​ເປັນ​ສັດຕູ​ກັບ​ພວກເຈົ້າ. ເຮົາ​ຈະ​ຊັກ​ດາບ​ຂອງ​ເຮົາ​ອອກ​ຈາກ​ຝັກ ແລະ ເອົາ​ຊີວິດ​ທັງ​ຄົນ​ຊອບທຳ ແລະ ຄົນອະທຳ​ໄປ​ຈາກ​ພວກເຈົ້າ 4ເພາະ​ເຮົາ​ຈະ​ບໍ່​ໄວ້​ຊີວິດ​ທັງ​ຄົນ​ຊອບທຳ ແລະ ຄົນອະທຳ ເຮົາ​ຈະ​ຊັກ​ດາບ​ອອກ​ຈາກ​ຝັກ​ຟັນ​ທຸກຄົນ​ຈາກ​ທິດ​ໃຕ້​ຮອດ​ທິດ​ເໜືອ. 5ແລ້ວ​ທຸກຄົນ​ກໍ​ຈະ​ຮູ້​ວ່າ​ເຮົາ​ຜູ້​ເປັນ​ພຣະເຈົ້າ​ຢາເວ ໄດ້​ຊັກ​ດາບ​ຂອງ​ເຮົາ​ອອກຈາກ​ຝັກ ແລະ ຈະ​ບໍ່​ເກັບ​ມັນ​ເຂົ້າ​ຝັກ​ອີກ’.
6“ເຫດສະນັ້ນ ບຸດ​ມະນຸດ! ຈົ່ງ​ຄ່ຳຄວນ​ຕໍ່ໜ້າ​ພວກເຂົາ​ດ້ວຍ​ຫົວ​ໃຈ​ທີ່​ແຕກ​ສະຫລາຍ ແລະ ດ້ວຍ​ຄວາມ​ຂົມຂື່ນ. 7ແລະ ເມື່ອ​ພວກເຂົາ​ຖາມ​ເຈົ້າ​ວ່າ ‘ດ້ວຍ​ເຫດ​ໃດ​ເຈົ້າ​ຈຶ່ງ​ຄ່ຳຄວນ?’ ເຈົ້າ​ຈົ່ງ​ເວົ້າ​ວ່າ, ‘ເພາະ​ຂ່າວ​ທີ່​ມາ​ເຖິງ​ນັ້ນ​ເຮັດ​ໃຫ້​ຫົວ​ໃຈ​ຂອງ​ທຸກ​ຄົນ​ອ່ອນ​ລົງ​ດ້ວຍ​ຄວາມ​ຢ້ານ ແລະ ທຸກ​ມື​ກໍ​ອ່ອນ​ເພຍ​ລົງ; ວິນຍານ​ທຸກ​ດວງ​ກໍ​ໝົດ​ແຮງ ແລະ ທຸກ​ຂາ​ກໍ​ຈະ​ປຽກ​ດ້ວຍ​ນ້ຳຍ່ຽວ’. ສິ່ງ​ຫລົ່ານັ້ນ​ກຳລັງ​ຈະ​ມາ​ເຖິງ​ແລ້ວ! ສິ່ງ​ເຫລົ່ານັ້ນ​ຈະ​ເກີດ​ຂຶ້ນ​ຢ່າງ​ແນ່ນອນ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ”.
8ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ: 9“ບຸດ​ມະນຸດ ຈົ່ງ​ທຳນວາຍ ແລະ ກ່າວ​ວ່າ, ‘ອົງພຣະຜູ້ເປັນເຈົ້າ​ກ່າວ​ດັ່ງນີ້​ວ່າ:
“ ‘ດາບ​ດວງ​ໜຶ່ງ, ດາບ​ດວງ​ໜຶ່ງ,
ຖືກ​ຝົນ​ໄວ້​ຄົມ ແລະ ຖືກ​ຂັດ​ເງົາ
10ຖືກ​ຝົນ​ໄວ້​ຄົມ​ເພື່ອ​ສັງຫານ,
ຖືກ​ຂັດ​ເງົາ​ເຫລື້ອມ​ດັ່ງ​ສາຍ​ຟ້າ​ແມບ!
“ ‘ຍັງ​ຈະ​ໃຫ້​ພວກເຮົາ​ຊື່ນຊົມຍິນດີ​ໃນ​ໄມ້​ຄາທາ​ແຫ່ງ​ຢູດາ​ລູກ​ຂອງ​ເຮົາ​ບໍ? ດາບ​ນັ້ນ​ຊັງ​ໄມ້​ແບບ​ນັ້ນ​ທຸກ​ອັນ.
11“ ‘ດາບ​ແມ່ນ​ຖືກ​ກຳນົດ​ໄວ້​ໃຫ້​ຂັດ​ເງົາ,
ໃຫ້​ຈັບ​ໄວ້​ດ້ວຍ​ມື;
ດາບ​ແມ່ນ​ຖືກ​ຝົນ​ຄົມ ແລະ ຂັດ​ເງົາ​ໄວ້​ແລ້ວ,
ຕຽມ​ພ້ອມ​ສຳລັບ​ມື​ຂອງ​ຜູ້ຂ້າ.
12ບຸດ​ມະນຸດ ຈົ່ງ​ຮ້ອງໄຫ້ ແລະ ຄ່ຳຄວນ,
ເພາະ​ດາບ​ນັ້ນ​ຟັນ​ປະຊາຊົນ​ຂອງ​ເຮົາ;
ມັນ​ໄດ້​ຟັນ​ເຈົ້ານາຍ​ທັງໝົດ​ຂອງ​ອິດສະຣາເອນ.
ພວກເຂົາ​ຕົກ​ເປັນ​ເຫຍື່ອ​ຂອງ​ຄົມ​ດາບ
ພ້ອມ​ກັບ​ປະຊາຊົນ​ຂອງ​ເຮົາ.
ເຫດສະນັ້ນ ຈົ່ງ​ຕີ​ເອິກ​ຂອງ​ຕົນ​ເອງ.
13“ ‘ການ​ທົດສອບ​ຈະ​ມາ​ເຖິງ​ຢ່າງ​ແນ່ນອນ ແລະ ຈະ​ວ່າ​ຢ່າງໃດ​ຖ້າ​ແມ່ນ​ແຕ່​ໄມ້​ຄາທາ​ແຫ່ງ​ຢູດາ​ທີ່​ດາບ​ນັ້ນ​ຊັງ​ກໍ​ຈະ​ບໍ່​ຄົງ​ຢູ່​ຕໍ່ໄປ? ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ’.
14“ສະນັ້ນ​ບຸດ​ມະນຸດ ຈົ່ງ​ທຳນວາຍ
ຈົ່ງ​ຕົບມື​ຂອງ​ເຈົ້າ.
ໃຫ້​ດາບ​ນັ້ນ​ຟາດ​ສອງ​ຄັ້ງ
ຫລື ສາມ​ຄັ້ງ.
ມັນ​ເປັນ​ດາບ​ເພື່ອ​ການ​ຂ້າ,
ຄື​ເປັນ​ດາບ​ສຳລັບ​ການ​ຂ້າ​ຄັ້ງ​ໃຫຍ່,
ຟາດ​ພວກເຂົາ​ຈາກ​ທຸກ​ທິດ.
15ຫົວ​ໃຈ​ຂອງ​ພວກເຂົາ​ຈຶ່ງ​ອ່ອນ​ລົງ​ດ້ວຍ​ຄວາມ​ຢ້ານ
ແລະ ຄົນ​ກໍ​ລົ້ມ​ຕາຍ​ຈຳນວນ​ຫລາຍ,
ເຮົາ​ໄດ້​ຕັ້ງ​ດາບ​ສຳລັບ​ການ​ຂ້າ#21:15 ໃນ​ພາສາ​ເຮັບເຣີ​ຄຳ​ນີ້​ມີ​ຄວາມຫມາຍ​ບໍ່​ຊັດເຈນ
ໄວ້​ທີ່​ປະຕູ​ທັງໝົດ​ຂອງ​ພວກເຂົາ.
ເບິ່ງ​ແມ! ດາບ​ນັ້ນ​ຖືກ​ຫລອມ​ມາ​ເພື່ອ​ຟາດ​ດັ່ງ​ສາຍ​ຟ້າ​ແມບ,
ມັນ​ຖືກ​ກຳ​ໄວ້​ເພື່ອ​ການ​ຂ້າ.
16ດາບ​ເອີຍ, ຈົ່ງ​ຟັນ​ໄປ​ທາງ​ຂວາ
ແລ້ວ​ຟັນ​ໄປ​ທາງ​ຊ້າຍ,
ຢູ່​ໃສ​ກໍ​ໄດ້​ຕາມ​ແຕ່​ຄົມ​ຂອງ​ເຈົ້າ​ຈະ​ປິ່ນ​ໄປ.
17ເຮົາ​ກໍ​ຈະ​ຕົບມື​ຂອງ​ເຮົາ​ເໝືອນ​ກັນ,
ແລະ ຄວາມ​ໂກດຮ້າຍ​ຂອງ​ເຮົາ​ກໍ​ຈະ​ເບົາ​ບາງ​ລົງ.
ເຮົາ​ຜູ້​ເປັນ​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ໄວ້”.
18ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ: 19“ບຸດ​ມະນຸດ, ຈົ່ງ​ເຮັດ​ເຄື່ອງ​ໝາຍ​ບອກ​ທາງ​ສອງ​ສາຍ​ໄວ້​ເທິງ​ແຜນ​ທີ່ ເພື່ອ​ໃຫ້​ດາບ​ຂອງ​ກະສັດ​ຂອງ​ບາບີໂລນ​ຕິດ​ຕາມ​ໄປ, ທັງ​ສອງ​ສາຍ​ນັ້ນ​ໃຫ້​ເລີ່ມ​ຕົ້ນ​ຈາກ​ປະເທດ​ດຽວ​ກັນ. ເຮັດ​ປ້າຍ​ບອກ​ທາງ​ໄວ້​ທີ່​ທາງ​ແຍກ​ເຂົ້າ​ໄປ​ຫາ​ນະຄອນ. 20ຈົ່ງ​ຂີດ​ບອກ​ທາງ​ສາຍ​ໜຶ່ງ​ໄວ້​ໃຫ້​ດາບ​ມາ​ຟາດ​ເມືອງ​ຣັບບາ​ຂອງ​ຊາວ​ອຳໂມນ ແລະ ອີກ​ສາຍ​ໜຶ່ງ​ໄປ​ຟາດ​ຢູດາ ແລະ ເຢຣູຊາເລັມ​ທີ່​ມີ​ປ້ອມ​ປ້ອງກັນ. 21ເພາະ​ກະສັດ​ຂອງ​ບາບີໂລນ​ຈະ​ຢຸດ​ຢູ່​ທີ່​ທາງ​ແຍກ​ລະຫວ່າງ​ຖະໜົນ​ທັງ​ສອງ​ສາຍ, ເພື່ອ​ທວາຍ​ເບິ່ງ ເພິ່ນ​ຈະ​ຈັບ​ສະຫລາກ​ດ້ວຍ​ລູກ​ທະນູ, ເພິ່ນ​ຈະ​ຂໍ​ຄຳຕອບ​ຈາກ​ຮູບເຄົາລົບ​ຂອງ​ເພິ່ນ, ເພິ່ນ​ຈະ​ກວດ​ເບິ່ງ​ຕັບ​ຂອງ​ສັດ​ເພື່ອ​ທວາຍ​ເບິ່ງ. 22ສະຫລາກ​ຂອງ​ເຢຣູຊາເລັມ​ກໍ​ຢູ່​ໃນ​ມື​ຂວາ​ຂອງ​ເພິ່ນ ບ່ອນ​ທີ່​ເພິ່ນ​ຈະ​ຕັ້ງ​ເຄື່ອງ​ທະລຸ​ກຳແພງ, ອອກ​ຄຳສັ່ງ​ໃຫ້​ຂ້າ, ໂຫ່​ຮ້ອງ​ອອກ​ເສິກ, ໃຊ້​ເຄື່ອງ​ທະລຸ​ກຳແພງ​ພັງ​ປະຕູ​ທັງຫລາຍ, ກໍ່​ຄັນຄູ​ຂຶ້ນ ແລະ ສ້າງ​ປ້ອມ​ອ້ອມ​ເມືອງ. 23ສຳລັບ​ບັນດາ​ຜູ້​ທີ່​ໄດ້​ສາບານ​ວ່າ​ຈະ​ເປັນ​ພັນທະມິດ​ກັບ​ເພິ່ນ​ຈະ​ຮູ້ສຶກ​ວ່າ​ມັນ​ເປັນ​ການ​ທວາຍ​ປອມ, ແຕ່​ເພິ່ນ​ກໍ​ຈະ​ເຮັດ​ໃຫ້​ຄົນ​ເຫລົ່ານັ້ນ​ລະນຶກ​ເຖິງ​ຄວາມ​ຜິດ​ຂອງ​ຕົນ ແລ້ວ​ກໍ​ຈັບ​ຄົນ​ເຫລົ່ານັ້ນ​ໄປ​ເປັນ​ຊະເລີຍ.
24“ເຫດສະນັ້ນ ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ຈຶ່ງ​ກ່າວ​ວ່າ: ‘ເນື່ອງ​ຈາກ​ພວກເຈົ້າ​ໄດ້​ເຮັດ​ໃຫ້​ລະນຶກ​ເຖິງ​ຄວາມ​ຜິດ​ຂອງ​ພວກເຈົ້າ ທີ່​ພວກເຈົ້າ​ໄດ້​ເຮັດ​ການ​ທໍລະຍົດ​ຢ່າງ​ໂຈ່ງ​ແຈ້ງ, ເປີດເຜີຍ​ບາບ​ຂອງ​ຕົນ​ອອກ​ມາ​ໃນ​ການ​ເຮັດ​ທຸກ​ຢ່າງ ເພາະ​ພວກເຈົ້າ​ໄດ້​ເຮັດ​ເຊັ່ນ​ນີ້ ພວກເຈົ້າ​ຈຶ່ງ​ຈະ​ຕົກ​ເປັນ​ຊະເລີຍ.
25“ ‘ເຈົ້ານາຍ​ແຫ່ງ​ອິດສະຣາເອນ​ຜູ້​ດູຖູກ ແລະ ຊົ່ວຮ້າຍ, ກຳນົດ​ເວລາ​ມາ​ເຖິງ​ເຈົ້າ​ແລ້ວ, ວາລະ​ແຫ່ງ​ການ​ລົງໂທດ​ຂອງ​ເຈົ້າ​ມາ​ເຖິງ​ທີ່ສຸດ​ແລ້ວ, 26ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ຈົ່ງ​ປົດ​ຜ້າ​ພັນ​ຫົວ, ຈົ່ງ​ຖອດ​ມົງກຸດ​ອອກ. ມັນ​ຈະ​ບໍ່​ເໝືອນ​ເດີມ​ແລ້ວ​ຄື: ຜູ້​ຕ່ຳຕ້ອຍ​ຈະ​ໄດ້​ຮັບ​ກຽດ ແລະ ຜູ້​ມີ​ກຽດ​ຈະ​ຖືກ​ຕົກ​ຕ່ຳ​ລົງ. 27ຈິບຫາຍ! ຈິບຫາຍ! ເຮົາ​ຈະ​ເຮັດ​ໃຫ້​ມັນ​ຈິບຫາຍ! ມົງກຸດ​ນັ້ນ​ຈະ​ບໍ່​ໄດ້​ກັບ​ສູ່​ສະພາບ​ດີ​ຈົນ​ກວ່າ​ຜູ້​ທີ່​ມີ​ສິດ​ໂດຍ​ຊອບທຳ​ນັ້ນ​ຈະ​ມາ ເຊິ່ງ​ເຮົາ​ຈະ​ມອບ​ສິດ​ໃຫ້​ແກ່​ຜູ້​ນັ້ນ’.
28“ແລະ ເຈົ້າ​ເອງ ບຸດ​ມະນຸດ, ຈົ່ງ​ທຳນວາຍ ແລະ ກ່າວ​ວ່າ ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ກ່ຽວກັບ​ຊາວ​ອຳໂມນ ແລະ ຄຳ​ດູຖູກ​ຂອງ​ພວກເຂົາ​ໄວ້​ວ່າ:
“ ‘ດາບ​ດວງ​ໜຶ່ງ, ດາບ​ດວງ​ໜຶ່ງ
ຖືກ​ຊັດ​ອອກ​ມາ​ເພື່ອ​ການ​ຂ້າ,
ຖືກ​ຝົນ​ໄວ້​ໃຫ້​ຄົມ​ເພື່ອ​ຂ້າ​ຊີວິດ
ແລະ ເປັ່ງປະກາຍ​ດັ່ງ​ສາຍ​ຟ້າ​ແມບ!
29ເຖິງ​ວ່າ​ຈະ​ມີ​ນິມິດ​ຈອມ​ປອມ​ກ່ຽວກັບ​ພວກເຈົ້າ
ແລະ ຄຳ​ທຳນວາຍ​ປອມ​ເລື່ອງ​ພວກເຈົ້າ,
ດາບ​ນັ້ນ​ກໍ​ຈະ​ຈໍ່​ຢູ່​ທີ່​ຄໍ​ຂອງ​ຄົນ​ຊົ່ວ
ຜູ້​ທີ່​ກຳລັງ​ຈະ​ຖືກ​ຂ້າ,
ວັນ​ຂອງ​ພວກເຂົາ​ມາ​ເຖິງ​ແລ້ວ,
ເວລາ​ແຫ່ງ​ການ​ລົງໂທດ​ຂອງ​ພວກເຂົາ​ມາ​ເຖິງ​ທີ່ສຸດ​ແລ້ວ.
30“ ‘ຈົ່ງ​ເກັບ​ດາບ​ເຂົ້າ​ຝັກ​ຄືນ.
ເຮົາ​ຈະ​ພິພາກສາ​ພວກເຈົ້າ
ໃນ​ບ່ອນ​ທີ່​ເຈົ້າ​ຖືກ​ສ້າງ​ຂຶ້ນ,
ໃນ​ດິນແດນ​ຂອງ​ບັນພະບຸລຸດ​ຂອງ​ພວກເຈົ້າ.
31ເຮົາ​ຈະ​ຖອກ​ຄວາມ​ໂກດຮ້າຍ​ຂອງ​ເຮົາ​ລົງ​ເໜືອ​ພວກເຈົ້າ
ແລະ ເຮົາ​ຈະ​ລະບາຍ​ຄວາມ​ໃຈຮ້າຍ​ອັນ​ຮ້ອນ​ແຮງ​ໃສ່​ພວກເຈົ້າ;
ເຮົາ​ຈະ​ມອບ​ພວກເຈົ້າ​ໄວ້​ໃນ​ມື​ຂອງ​ຄົນ​ທີ່​ໂຫດຮ້າຍ,
ຄົນ​ທີ່​ຊຳນານ​ໃນ​ການ​ທຳລາຍ.
32ພວກເຈົ້າ​ຈະ​ເປັນ​ເຊື້ອ​ຟືນ​ສຳລັບ​ໄຟ,
ເລືອດ​ຂອງ​ພວກເຈົ້າ​ຈະ​ຫລັ່ງ​ຫົດສົງໃນ​ດິນແດນ​ຂອງ​ພວກເຈົ້າ
ຈະ​ບໍ່​ມີ​ຜູ້ໃດ​ຈົດຈຳ​ພວກເຈົ້າ​ອີກ;
ເພາະ​ເຮົາ​ຜູ້​ເປັນ​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ໄວ້’ ”.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in