YouVersion Logo
Search Icon

ອົບພະຍົບ 6

6
1ແລ້ວ​ພຣະເຈົ້າຢາເວ​ຈຶ່ງ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ, “ບັດນີ້ ເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ເຮົາ​ຈະ​ເຮັດ​ແກ່​ຟາໂຣ​ຄື: ລາວ​ຈະ​ປ່ອຍ​ພວກເຂົາ​ໄປ​ເພາະ​ມື​ອັນ​ມີ​ລິດອຳນາດຍິ່ງໃຫຍ່​ຂອງ​ເຮົາ; ລາວ​ຈະ​ຂັບໄລ່​ພວກເຂົາ​ອອກ​ໄປ​ຈາກ​ປະເທດ​ຂອງ​ລາວ​ເພາະ​ມື​ອັນ​ມີ​ລິດອຳນາດ​ຍິ່ງໃຫຍ່​ຂອງ​ເຮົາ”.
2ພຣະເຈົ້າ​ຍັງ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ, “ເຮົາ​ແມ່ນ​ພຣະເຈົ້າຢາເວ. 3ເຮົາ​ໄດ້​ປາກົດ​ແກ່​ອັບຣາຮາມ, ແກ່​ອີຊາກ ແລະ ແກ່​ຢາໂຄບ​ໃນ​ຖານະ​ພຣະເຈົ້າ​ຜູ້​ມີ​ລິດອຳນາດຍິ່ງໃຫຍ່,#6:3 ພາສາ​ເຮັບເຣີ​ວ່າ ແອວຊາດາຍ ແຕ່​ເຮົາ​ບໍ່​ໄດ້​ສະແດງ​ຕົວ​ເຮົາ​ເອງ​ໃຫ້​ພວກເຂົາ​ຮູ້ຈັກ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ,#6:3 ເບິ່ງ ອພຍ 3:15 (ເປັນ​ຄຳ​ອະທິບາຍ) 4ເຮົາ​ຍັງ​ໄດ້​ຕັ້ງ​ພັນທະສັນຍາ​ຂອງ​ເຮົາ​ກັບ​ພວກເຂົາ​ວ່າ​ຈະ​ມອບ​ດິນແດນ​ການາອານ​ບ່ອນ​ທີ່​ພວກເຂົາ​ເຄີຍ​ອາໄສຢູ່​ໃນ​ຖານະ​ຄົນຕ່າງດ້າວ​ນັ້ນ​ໃຫ້​ແກ່​ພວກເຂົາ. 5ຫລາຍ​ກວ່າ​ນັ້ນ​ອີກ ເຮົາ​ໄດ້​ຍິນ​ສຽງ​ຄວນຄາງ​ຂອງ​ຊາວ​ອິດສະຣາເອນ ເຊິ່ງ​ກຳລັງ​ຕົກ​ເປັນທາດ​ຂອງ​ຊາວ​ເອຢິບ ແລະ ເຮົາ​ໄດ້​ລະນຶກ​ເຖິງ​ພັນທະສັນຍາ​ຂອງ​ເຮົາ.
6“ເຫດສະນັ້ນ ຈົ່ງ​ບອກ​ຊາວ​ອິດສະຣາເອນ​ວ່າ: ‘ເຮົາ​ຄື​ພຣະເຈົ້າຢາເວ ແລະ ເຮົາ​ຈະ​ນຳເອົາ​ພວກເຈົ້າ​ອອກ​ຈາກ​ການ​ຢູ່​ໃຕ້​ແອກ​ຂອງ​ຊາວ​ເອຢິບ. ເຮົາ​ຈະ​ໃຫ້​ປົດປ່ອຍ​ພວກເຈົ້າ​ຈາກ​ການ​ເປັນ​ຂ້າທາດ​ຂອງ​ພວກເຂົາ ແລະ ເຮົາ​ຈະ​ໄຖ່​ພວກເຈົ້າ​ດ້ວຍ​ແຂນ​ທີ່​ໄດ້​ຢຽດ​ອອກ ແລະ ດ້ວຍ​ການ​ພິພາກສາ​ລົງໂທດ​ຢ່າງ​ໜັກ. 7ເຮົາ​ຈະ​ຮັບ​ເອົາ​ພວກເຈົ້າ​ເປັນ​ປະຊາຊົນ​ຂອງ​ເຮົາ​ເອງ ແລະ ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ. ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້​ວ່າ ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ນຳເອົາ​ພວກເຈົ້າ​ອອກ​ຈາກ​ການ​ຢູ່​ໃຕ້​ແອກ​ຂອງ​ຊາວ​ເອຢິບ. 8ເຮົາ​ຈະ​ນຳເອົາ​ພວກເຈົ້າ​ໄປ​ຍັງ​ດິນແດນ​ທີ່​ເຮົາ​ໄດ້​ຍົກ​ມື​ສາບານ​ໄວ້​ວ່າ​ຈະ​ມອບ​ໃຫ້​ແກ່​ອັບຣາຮາມ, ອີຊາກ ແລະ ຢາໂຄບ. ເຮົາ​ຈະ​ມອບ​ດິນແດນ​ນັ້ນ​ໃຫ້​ເປັນ​ກຳມະສິດ​ຂອງ​ພວກເຈົ້າ. ເຮົາ​ຄື​ພຣະເຈົ້າຢາເວ’ ”.
9ໂມເຊ​ໄດ້​ລາຍງານ​ເລື່ອງ​ນີ້​ແກ່​ຊາວ​ອິດສະຣາເອນ, ແຕ່​ພວກເຂົາ​ບໍ່​ໄດ້​ຟັງ​ເພິ່ນ ເພາະ​ພວກເຂົາ​ໝົດ​ກຳລັງໃຈ ແລະ ຖືກ​ໃຊ້​ແຮງງານ​ໜັກ.
10ແລ້ວ​ພຣະເຈົ້າຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ, 11“ຈົ່ງ​ໄປ, ຈົ່ງ​ບອກ​ຟາໂຣ​ກະສັດ​ແຫ່ງ​ເອຢິບ​ໃຫ້​ປ່ອຍ​ຊາວ​ອິດສະຣາເອນ​ອອກ​ຈາກ​ປະເທດ​ຂອງ​ລາວ”.
12ແຕ່​ໂມເຊ​ໄດ້​ຕອບ​ພຣະເຈົ້າຢາເວ​ວ່າ, “ຖ້າ​ຊາວ​ອິດສະຣາເອນ​ຈະ​ບໍ່​ຍອມ​ຟັງ​ຂ້ານ້ອຍ, ແລ້ວ​ເປັນຫຍັງ​ຟາໂຣ​ຈຶ່ງ​ຈະ​ຍອມ​ຟັງ​ຂ້ານ້ອຍ, ເນື່ອງ​ຈາກ​ວ່າ​ຂ້ານ້ອຍ​ເວົ້າ​ບໍ່​ເກັ່ງ#6:12 ພາສາ​ເຮັບເຣີ​ວ່າ ຮີມສົບ​ຂອງ​ຂ້ານ້ອຍ​ບໍ່​ໄດ້​ຮັບພິທີຕັດ; ເໝືອນກັນ​ກັບ​ຂໍ້ 30?”
ການ​ບັນທຶກ​ກ່ຽວກັບ​ຄອບຄົວ​ຂອງ​ໂມເຊ ແລະ ອາໂຣນ
13ບັດນີ້ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ ແລະ ອາໂຣນ​ກ່ຽວກັບ​ຊາວ​ອິດສະຣາເອນ ແລະ ຟາໂຣ​ກະສັດ​ແຫ່ງ​ເອຢິບ, ແລ້ວ​ພຣະອົງ​ກໍ​ໄດ້​ສັ່ງ​ພວກເພິ່ນ​ໃຫ້​ນຳເອົາ​ຊາວ​ອິດສະຣາເອນ​ອອກ​ຈາກ​ເອຢິບ.
14ຕໍ່ໄປ​ນີ້​ເປັນ​ລາຍຊື່​ຫົວໜ້າ​ຄອບຄົວ#6:14 ຄຳ​ພາສາ​ເຮັບເຣີ​ມີ​ຄວາມໝາຍ​ວ່າ ຄອບຄົວ ໃນ​ທີ່​ນີ້ ແລະ ໃນ​ຂໍ້ 25 ໝາຍເຖິງ ຫົວໜ່ວຍ​ທີ່​ໃຫຍ່​ກວ່າ​ຕະກຸນ​ຕ່າງໆ​ຂອງ​ພວກເຂົາ​ມີ​ຄື:
ຣູເບັນ​ຜູ້​ທີ່​ເປັນ​ລູກຊາຍ​ກົກ​ຂອງ​ອິດສະຣາເອນ​ມີ​ລູກຊາຍ​ຊື່​ວ່າ:
ຮານົກ ແລະ ປານລູ, ເຮຊະໂຣນ ແລະ ການໝີ.
ຄົນ​ເຫລົ່ານີ້​ຢູ່​ໃນ​ຕະກຸນ​ຣູເບັນ.
15ຊີເມໂອນ​ມີ​ລູກຊາຍ​ຊື່​ວ່າ:
ເຢມູເອນ, ຢາມິນ, ໂອຮາດ, ຢາກິນ, ໂຊຮາ ແລະ ຊາອູນ ຜູ້​ເປັນ​ລູກຊາຍ​ຂອງ​ຍິງ​ຊາວ​ການາອານ.
ຄົນ​ເຫລົ່ານີ້​ຢູ່​ໃນ​ຕະກຸນ​ຊີເມໂອນ.
16ຕໍ່ໄປ​ນີ້​ແມ່ນ​ລາຍຊື່​ລູກຊາຍ​ຂອງ​ເລວີ​ຕາມ​ລຳດັບ​ການ​ບັນທຶກ​ຂອງ​ພວກເຂົາ​ມີ​ຄື:
ເກໂຊນ, ໂກຮາດ ແລະ ເມຣາຣິ.
(ເລວີ​ມີ​ຊີວິດ​ຢູ່​ໄດ້ 137 ປີ).
17ລູກຊາຍ​ຂອງ​ເກໂຊນ​ຕາມ​ຕະກຸນ​ມີ​ຄື:
ລິບນີ ແລະ ຊີເມອີ.
18ລູກຊາຍ​ຂອງ​ໂກຮາດ​ມີ​ຄື:
ອຳຣາມ, ອີຊະຮາດ, ເຮັບໂຣນ ແລະ ອຸດຊີເອນ.
(ໂກຮາດ​ມີຊີວິດ​ຢູ່​ໄດ້ 133 ປີ.)
19ບັນດາ​ລູກຊາຍ​ຂອງ​ເມຣາຣິ​ມີ​ຄື:
ມາຮະລີ ແລະ ມູຊີ.
ຄົນ​ເຫລົ່ານີ້​ລ້ວນ​ແຕ່​ເປັນ​ຕະກຸນ​ຂອງ​ເລວີ​ຕາມ​ການ​ບັນທຶກ​ຂອງ​ພວກເຂົາ.
20ອຳຣາມ​ໄດ້​ແຕ່ງງານ​ກັບ​ໂຢເກເບັດ​ນ້ອງສາວ​ພໍ່​ຂອງ​ຕົນ, ຜູ້​ທີ່​ເກີດ​ອາໂຣນ ແລະ ໂມເຊ.
(ອຳຣາມ​ມີຊີວິດ​ຢູ່​ໄດ້ 137 ປີ.)
21ລູກຊາຍ​ຂອງ​ອີຊະຮາດ​ມີ​ຄື:
ໂກຣາ, ເນເຟັກ ແລະ ຊີກະຣີ.
22ລູກຊາຍ​ຂອງ​ອຸດຊີເອນ​ມີ​ຄື:
ມີຊາເອນ, ເອັນສາຟັນ ແລະ ສິດທະຣີ.
23ອາໂຣນ​ໄດ້​ແຕ່ງງານ​ກັບ​ເອລີເຊບາ​ລູກສາວ​ຂອງ​ອຳມີນາດາບ ແລະ ເປັນ​ນ້ອງສາວ​ຂອງ​ນາໂຊນ, ແລ້ວ​ນາງ​ໄດ້​ເກີດ​ລູກ​ໃຫ້​ເພິ່ນ​ຄື: ນາດາບ, ອາບີຮູ, ເອເລອາຊາ ແລະ ອີທາມາ.
24ລູກຊາຍ​ຂອງ​ໂກຣາ​ມີ​ຄື:
ອັດຊີເຣ, ເອນການາ ແລະ ອາບີອາສັບ.
ຄົນ​ເຫລົ່ານີ້​ແມ່ນ​ຢູ່​ໃນ​ຕະກຸນ​ໂກຣາ.
25ເອເລອາຊາ​ລູກຊາຍ​ຂອງ​ອາໂຣນ​ໄດ້​ແຕ່ງງານ​ກັບ​ລູກສາວ​ຄົນ​ໜຶ່ງ​ຂອງ​ປູຕີເອນ ແລະ ນາງ​ໄດ້​ເກີດ​ລູກຊາຍ​ຄົນ​ໜຶ່ງ​ໃຫ້​ເພິ່ນ​ຊື່​ວ່າ​ຟີເນຮາ.
ຄົນ​ເຫລົ່ານີ້​ເປັນ​ຫົວໜ້າ​ຄອບຄົວ​ເລວີ​ຕາມ​ຕະກຸນ.
26ແມ່ນ​ອາໂຣນ ແລະ ໂມເຊ​ນີ້​ແຫລະ ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ວ່າ, “ຈົ່ງ​ນຳເອົາ​ຊາວ​ອິດສະຣາເອນ​ອອກ​ຈາກ​ເອຢິບ​ຕາມ​ກຸ່ມ​ຂອງ​ພວກເຂົາ”. 27ໂມເຊ ແລະ ອາໂຣນ​ເປັນ​ຜູ້​ທີ່​ເວົ້າ​ກັບ​ຟາໂຣ​ກະສັດ​ແຫ່ງ​ເອຢິບ​ກ່ຽວກັບ​ການ​ນຳເອົາ​ຊາວ​ອິດສະຣາເອນ​ອອກ​ຈາກ​ເອຢິບ.
ອາໂຣນ​ກ່າວ​ແທນ​ໂມເຊ
28ເມື່ອ​ພຣະເຈົ້າຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ຢູ່​ໃນ​ເອຢິບ, 29ພຣະອົງ​ໄດ້​ເວົ້າ​ກັບ​ເພິ່ນ​ວ່າ, “ເຮົາ​ຄື​ພຣະເຈົ້າຢາເວ. ຈົ່ງ​ບອກ​ຟາໂຣ​ກະສັດ​ແຫ່ງ​ເອຢິບ​ທຸກສິ່ງ​ຕາມ​ທີ່​ເຮົາ​ໄດ້​ບອກ​ເຈົ້າ​ແລ້ວ”.
30ແຕ່​ໂມເຊ​ໄດ້​ຕອບ​ພຣະເຈົ້າຢາເວ​ວ່າ, “ເນື່ອງ​ຈາກ​ວ່າ​ຂ້ານ້ອຍ​ເວົ້າ​ບໍ່​ເກັ່ງ, ແລ້ວ​ເປັນຫຍັງ​ຟາໂຣ​ຈຶ່ງ​ຈະ​ຟັງ​ຂ້ານ້ອຍ?”

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in