ອົບພະຍົບ 5
5
ເຮັດດິນຈີ່ໂດຍບໍ່ມີເຟືອງ
1ຫລັງຈາກນັ້ນ ໂມເຊກັບອາໂຣນກໍໄດ້ໄປພົບຟາໂຣ ແລະ ໄດ້ເວົ້າວ່າ, “ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວ, ພຣະເຈົ້າຂອງອິດສະຣາເອນໄດ້ກ່າວຄື: ‘ຈົ່ງປ່ອຍປະຊາຊົນຂອງເຮົາໄປ, ເພື່ອວ່າພວກເຂົາຈະໄດ້ຈັດງານສະຫລອງໃຫ້ເຮົາໃນຖິ່ນແຫ້ງແລ້ງກັນດານ’ ”.
2ຟາໂຣໄດ້ເວົ້າວ່າ, “ພຣະເຈົ້າຢາເວເປັນຜູ້ໃດທີ່ເຮົາຈະຕ້ອງເຊື່ອຟັງເພິ່ນ ແລະ ປ່ອຍປະຊາຊົນອິດສະຣາເອນໄປ? ເຮົາບໍ່ຮູ້ຈັກພຣະເຈົ້າຢາເວ ແລະ ເຮົາຈະບໍ່ປ່ອຍປະຊາຊົນອິດສະຣາເອນໄປ”.
3ແລ້ວພວກເພິ່ນຈຶ່ງໄດ້ຕອບວ່າ, “ພຣະເຈົ້າຂອງຊາວເຮັບເຣີໄດ້ປາກົດແກ່ພວກຂ້ານ້ອຍ. ບັດນີ້ ຂໍອະນຸຍາດໃຫ້ພວກຂ້ານ້ອຍເດີນທາງເປັນເວລາສາມວັນເຂົ້າໄປໃນຖິ່ນແຫ້ງແລ້ງກັນດານເພື່ອຖວາຍເຄື່ອງບູຊາແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ, ບໍ່ດັ່ງນັ້ນພຣະອົງຈະຕີພວກຂ້ານ້ອຍດ້ວຍໂລກລະບາດ ຫລື ດ້ວຍດາບ”.
4ແຕ່ກະສັດແຫ່ງເອຢິບໄດ້ເວົ້າວ່າ, “ໂມເຊ ແລະ ອາໂຣນ, ເປັນຫຍັງພວກເຈົ້າຈຶ່ງຈະເອົາຄົນໄປຈາກການງານຂອງພວກເຂົາ? ຈົ່ງກັບໄປເຮັດວຽກຂອງພວກເຈົ້າ!” 5ແລ້ວຟາໂຣຈຶ່ງໄດ້ເວົ້າວ່າ, “ເບິ່ງແມ, ປະຊາຊົນໃນດິນແດນນີ້ດຽວນີ້ກໍມີຈຳນວນຫລວງຫລາຍ ແລະ ພວກເຈົ້າກໍກຳລັງຢຸດພວກເຂົາບໍ່ໃຫ້ເຮັດວຽກ”.
6ໃນວັນດຽວກັນນັ້ນ ຟາໂຣໄດ້ອອກຄຳສັ່ງນີ້ແກ່ບັນດາຜູ້ຄຸມຂ້າທາດ ແລະ ຜູ້ຄຸມຄົນງານທີ່ຮັບຜິດຊອບປະຊາຊົນວ່າ: 7“ພວກເຈົ້າຢ່າໄດ້ຈັດຫາເຟືອງສຳລັບເຮັດດິນຈີ່ໃຫ້ປະຊາຊົນອີກ; ປ່ອຍໃຫ້ພວກເຂົາໄປຫາເກັບເອົາເຟືອງເອງ. 8ແຕ່ກຳນົດໃຫ້ພວກເຂົາເຮັດດິນຈີ່ໃຫ້ໄດ້ຈຳນວນເທົ່າເດີມ; ບໍ່ໃຫ້ຫລຸດຈຳນວນທີ່ກຳນົດໄວ້. ພວກເຂົາຂີ້ຄ້ານ; ດ້ວຍເຫດນີ້ພວກເຂົາຈຶ່ງຮ້ອງຂໍວ່າ, ‘ຂໍອະນຸຍາດໃຫ້ພວກເຮົາໄປ ແລະ ຖວາຍເຄື່ອງບູຊາແກ່ພຣະເຈົ້າຂອງພວກເຮົາ’. 9ຈົ່ງໃຫ້ປະຊາຊົນເຮັດວຽກໜັກຫລາຍຂຶ້ນ ເພື່ອວ່າພວກເຂົາຈະໄດ້ເຮັດວຽກຕໍ່ໄປ ແລະ ບໍ່ສົນໃຈຕໍ່ຄຳຕົວະຕ່າງໆ”.
10ຫລັງຈາກນັ້ນ ຜູ້ຄຸມຂ້າທາດ ແລະ ຜູ້ຄຸມຄົນງານຈຶ່ງໄດ້ອອກໄປບອກປະຊາຊົນວ່າ, “ນີ້ແມ່ນສິ່ງທີ່ຟາໂຣກ່າວຄື: ‘ເຮົາຈະບໍ່ເອົາເຟືອງໃຫ້ແກ່ພວກເຈົ້າອີກ. 11ຈົ່ງໄປເກັບເອົາເຟືອງເອງຢູ່ບ່ອນໃດກໍໄດ້ຕາມທີ່ພວກເຈົ້າສາມາດຊອກຫາເຟືອງນັ້ນໄດ້, ແຕ່ວຽກງານຂອງພວກເຈົ້າຈະຕ້ອງບໍ່ຫລຸດລົງ’ ”. 12ດັ່ງນັ້ນ ປະຊາຊົນຈຶ່ງກະຈາຍກັນໄປທົ່ວເອຢິບເພື່ອຮວບຮວມເອົາຕໍເຟືອງມາໃຊ້ເປັນເຟືອງ. 13ຜູ້ຄຸມຂ້າທາດກໍສືບຕໍ່ກົດດັນພວກເຂົາ ໂດຍເວົ້າວ່າ, “ໃນແຕ່ລະວັນພວກເຈົ້າຕ້ອງເຮັດດິນຈີ່ໃຫ້ໄດ້ຄົບຕາມຈຳນວນເໝືອນກັນກັບຕອນທີ່ພວກເຈົ້າໄດ້ຮັບເຟືອງ”. 14ແລະ ບັນດາຜູ້ຄຸມທາດຂອງຟາໂຣກໍຂ້ຽນຕີບັນດາຜູ້ຄຸມຄົນງານຊາວອິດສະຣາເອນທີ່ພວກເຂົາໄດ້ແຕ່ງຕັ້ງມາ ໂດຍຖາມວ່າ, “ເປັນຫຍັງມື້ນີ້ ແລະ ມື້ວານນີ້ພວກເຈົ້າຈຶ່ງເຮັດດິນຈີ່ບໍ່ໄດ້ຄົບຕາມຈຳນວນຄືແຕ່ກ່ອນ?”
15ແລ້ວບັນດາຜູ້ຄຸມຄົນງານຊາວອິດສະຣາເອນຈຶ່ງໄດ້ໄປພົບຟາໂຣ ແລະ ຮ້ອງທຸກວ່າ: “ເປັນຫຍັງທ່ານຈຶ່ງປະຕິບັດຕໍ່ຜູ້ຮັບໃຊ້ຂອງທ່ານຢ່າງນີ້? 16ບັນດາຜູ້ຮັບໃຊ້ຂອງທ່ານບໍ່ໄດ້ຮັບເຟືອງ, ແຕ່ພວກເຮົາໄດ້ຮັບຄຳສັ່ງວ່າ, ‘ຈົ່ງເຮັດດິນຈີ່!’ ບັນດາຜູ້ຮັບໃຊ້ຂອງທ່ານຖືກຂ້ຽນຕີ, ແຕ່ຄວາມຜິດນັ້ນແມ່ນຢູ່ກັບຄົນຂອງທ່ານເອງ”.
17ຟາໂຣຈຶ່ງກ່າວວ່າ, “ຂີ້ຄ້ານ, ພວກເຈົ້າປັນຄົນຂີ້ຄ້ານແທ້ໆ! ດ້ວຍເຫດນີ້ພວກເຈົ້າຈຶ່ງມັກເວົ້າວ່າ, ‘ຂໍອະນຸຍາດໃຫ້ພວກເຮົາໄປຖວາຍເຄື່ອງບູຊາແກ່ພຣະເຈົ້າຢາເວ’. 18ຈົ່ງໄປເຮັດວຽກດຽວນີ້. ພວກເຈົ້າຈະບໍ່ໄດ້ຮັບເຟືອງໃດໆ, ແຕ່ພວກເຈົ້າຕ້ອງເຮັດດິນຈີ່ໃຫ້ໄດ້ຄົບຈຳນວນທີ່ກຳນົດໄວ້”.
19ບັນດາຜູ້ຄຸມຄົນງານຊາວອິດສະຣາເອນສຳນຶກໄດ້ວ່າພວກເຂົາກຳລັງຕົກຢູ່ໃນຄວາມລຳບາກເມື່ອພວກເຂົາໄດ້ຮັບຄຳສັ່ງວ່າ, “ພວກເຈົ້າຕ້ອງເຮັດດິນຈີ່ບໍ່ໃຫ້ຫລຸດຈຳນວນທີ່ໄດ້ກຳນົດໄວ້ໃນແຕ່ລະວັນ”. 20ເມື່ອພວກເຂົາໄດ້ໄປຈາກຟາໂຣແລ້ວ, ພວກເຂົາກໍໄດ້ພົບໂມເຊ ແລະ ອາໂຣນທີ່ກຳລັງລໍຖ້າພົບພວກເຂົາຢູ່, 21ແລ້ວພວກເພິ່ນຈຶ່ງໄດ້ເວົ້າວ່າ, “ຂໍໃຫ້ພຣະເຈົ້າຢາເວເຝົ້າເບິ່ງພວກເຈົ້າ ແລະ ຕັດສິນພວກເຈົ້າ! ພວກເຈົ້າໄດ້ເຮັດໃຫ້ຟາໂຣ ແລະ ບັນດາຂ້າລາຊະການຂອງເພິ່ນກຽດຊັງພວກເຮົາ ແລະ ເອົາດາບໃສ່ມືພວກເຂົາເພື່ອຂ້າພວກເຮົາ”.
ພຣະເຈົ້າສັນຍາເຖິງການປົດປ່ອຍ
22ໂມເຊໄດ້ກັບຄືນໄປຫາພຣະເຈົ້າຢາເວ ແລະ ໄດ້ເວົ້າວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ, ເປັນຫຍັງພຣະອົງຈຶ່ງນຳເອົາຄວາມເດືອດຮ້ອນມາໃສ່ປະຊາຊົນເຫລົ່ານີ້? ຍ້ອນເຫດນີ້ພຣະອົງຈຶ່ງໄດ້ສົ່ງຂ້ານ້ອຍມາບໍ? 23ຕັ້ງແຕ່ຂ້ານ້ອຍໄດ້ໄປຫາຟາໂຣເພື່ອກ່າວໃນນາມຂອງພຣະອົງແລ້ວ, ຟາໂຣໄດ້ນຳເອົາຄວາມເດືອດຮ້ອນມາສູ່ປະຊາຊົນເຫລົ່ານີ້ ແລະ ພຣະອົງບໍ່ໄດ້ກອບກູ້ເອົາປະຊາຊົນຂອງພຣະອົງເລີຍ”.
Currently Selected:
ອົບພະຍົບ 5: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: