YouVersion Logo
Search Icon

ອົບພະຍົບ 32

32
ງົວ​ຄຳ
1ເມື່ອ​ປະຊາຊົນ​ເຫັນ​ວ່າ​ໂມເຊ​ນານ​ລົງ​ມາ​ຈາກ​ພູເຂົາ, ພວກເຂົາ​ຈຶ່ງ​ພາ​ກັນ​ໄປ​ຫາ​ອາໂຣນ ແລະ ເວົ້າ​ວ່າ, “ຈົ່ງ​ມາ, ສ້າງ​ພະ​ຂຶ້ນ​ມາ​ໃຫ້​ພວກເຮົາ ຜູ້​ຈະ​ນຳໜ້າ​ພວກເຮົາ​ໄປ. ສ່ວນ​ໂມເຊ​ຜູ້​ທີ່​ໄດ້​ນໍາເອົາ​ພວກເຮົາ​ອອກ​ມາ​ຈາກ​ເອຢິບ​ນັ້ນ, ພວກເຮົາ​ບໍ່​ຮູ້​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ເພິ່ນ”.
2ອາໂຣນ​ໄດ້​ຕອບ​ພວກເຂົາ​ວ່າ, “ຈົ່ງ​ຖອດ​ຕຸ້ມຫູ​ຄຳ​ທີ່​ບັນດາ​ເມຍ, ລູກຊາຍ ແລະ ລູກສາວ​ຂອງ​ພວກເຈົ້າ​ໃສ່​ຢູ່​ນັ້ນ​ອອກ, ແລ້ວ​ນຳເອົາ​ຕຸ້ມຫູ​ເຫລົ່ານັ້ນ​ມາ​ໃຫ້​ຂ້ອຍ”. 3ດັ່ງນັ້ນ ປະຊາຊົນ​ທັງໝົດ​ຈຶ່ງ​ໄດ້​ປົດ​ຕຸ້ມຫູ​ຂອງ​ພວກເຂົາ​ອອກ ແລະ ເອົາ​ຕຸ້ມຫູ​ເຫລົ່ານັ້ນ​ມາ​ມອບ​ໃຫ້​ອາໂຣນ. 4ເພິ່ນ​ຈຶ່ງ​ໄດ້​ເອົາ​ສິ່ງ​ທີ່​ພວກເຂົາ​ໄດ້​ມອບ​ໃຫ້​ຕົນ​ມາ ແລ້ວ​ເອົາ​ຕຸ້ມຫູ​ເຫລົ່ານັ້ນ​ມາ​ຫລໍ່​ເປັນ​ຮູບເຄົາລົບ​ງົວ​ໂຕ​ໜຶ່ງ​ຂຶ້ນ​ມາ, ໂດຍ​ຕົບແຕ່ງ​ງົວ​ນັ້ນ​ດ້ວຍ​ເຄື່ອງມື. ຫລັງຈາກນັ້ນ ພວກເຂົາ​ໄດ້​ເວົ້າ​ວ່າ, “ຊາວ​ອິດສະຣາເອນ​ເອີຍ, ສິ່ງ​ເຫລົ່ານີ້​ຄື​ພະ#32:4 ຫລື ນີ້​ຄື​ພະ​ຂອງ​ພວກເຈົ້າ; ເໝືອນກັນ​ໃນ ຂໍ້ 8​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ນຳເອົາ​ພວກເຈົ້າ​ອອກ​ມາ​ຈາກ​ເອຢິບ”.
5ເມື່ອ​ອາໂຣນ​ໄດ້​ເຫັນ​ເຊັ່ນ​ນີ້, ເພິ່ນ​ຈຶ່ງ​ໄດ້​ສ້າງ​ແທ່ນບູຊາ​ຂຶ້ນ​ຕໍ່ໜ້າ​ຮູບ​ງົວ​ຄຳ ແລະ ໄດ້​ປະກາດ​ວ່າ, “ມື້​ອື່ນ​ຈະ​ມີ​ງານ​ສະຫລອງ​ໃຫ້​ແກ່​ພຣະເຈົ້າຢາເວ”. 6ດັ່ງນັ້ນ ໃນ​ມື້​ຕໍ່ມາ ປະຊາຊົນ​ຈຶ່ງ​ຕື່ນ​ຕັ້ງແຕ່​ເຊົ້າ ແລະ ຖວາຍ​ເຄື່ອງເຜົາບູຊາ​ກັບ​ຖວາຍ​ເຄື່ອງບູຊາ​ເພື່ອ​ຄວາມ​ສາມັກຄີທຳ. ຫລັງຈາກນັ້ນ ພວກເຂົາ​ຈຶ່ງ​ໄດ້​ນັ່ງ​ລົງ​ກິນ ແລະ ດື່ມ ແລ້ວ​ລຸກ​ຂຶ້ນ​ມ່ວນຊື່ນ​ໃນ​ງານລ້ຽງ.
7ແລ້ວ​ພຣະເຈົ້າຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ, “ຈົ່ງ​ລົງ​ໄປ, ເພາະ​ປະຊາຊົນ​ຂອງ​ເຈົ້າ ຜູ້​ທີ່​ເຈົ້າ​ໄດ້​ພາ​ອອກ​ມາ​ຈາກ​ເອຢິບ​ໄດ້​ກາຍເປັນ​ຄົນ​ເສື່ອມຊາມ​ແລ້ວ. 8ພວກເຂົາ​ໄດ້​ຫັນໜີ​ຈາກ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຂົາ​ໄວ້​ຢ່າງ​ໄວວາ ແລະ ໄດ້​ເຮັດ​ຮູບເຄົາລົບ​ງົວ​ໂຕ​ໜຶ່ງ​ຂຶ້ນ​ມາ​ໃຫ້​ຕົນ​ເອງ. ພວກເຂົາ​ໄດ້​ກົ້ມຂາບ​ຮູບເຄົາລົບ ແລະ ບູຊາ​ຮູບ​ນັ້ນ​ແລ້ວ​ເວົ້າ​ວ່າ, ‘ຊາວ​ອິດສະຣາເອນ, ນີ້​ແມ່ນ​ພະ​ຂອງ​ພວກເຈົ້າ, ຜູ້​ທີ່​ໄດ້​ນຳເອົາ​ພວກເຈົ້າ​ອອກ​ມາ​ຈາກ​ເອຢິບ’ ”.
9ພຣະເຈົ້າຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ, “ເຮົາ​ໄດ້​ເຫັນ​ປະຊາຊົນ​ເຫລົ່ານີ້​ແລ້ວ ແລະ ພວກເຂົາ​ກໍ​ເປັນ​ປະຊາຊົນ​ທີ່​ດື້ດ້ານ​ແທ້. 10ບັດນີ້ ຈົ່ງ​ປ່ອຍ​ໃຫ້​ເຮົາ​ເຮັດ ເພື່ອ​ວ່າ​ຄວາມ​ໂກດຮ້າຍ​ຂອງ​ເຮົາ​ຈະ​ເຜົາໄໝ້​ພວກເຂົາ ແລະ ເຮົາ​ຈະ​ທຳລາຍ​ພວກເຂົາ. ຫລັງ​ຈາກ​ນັ້ນ​ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ຊົນຊາດ​ໃຫຍ່”.
11ແຕ່​ໂມເຊ​ໄດ້​ຂໍ​ຄວາມ​ກະລຸນາ​ຈາກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ. ເພິ່ນ​ເວົ້າ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ, ດ້ວຍ​ເຫດ​ໃດ​ພຣະອົງ​ຈຶ່ງ​ໃຈຮ້າຍ​ໃຫ້​ປະຊາຊົນ​ຂອງ​ພຣະອົງ, ຜູ້​ທີ່​ພຣະອົງ​ໄດ້​ພາ​ອອກ​ມາ​ຈາກ​ເອຢິບ​ດ້ວຍ​ລິດອຳນາດ​ອັນ​ຍິ່ງໃຫຍ່ ແລະ ດ້ວຍ​ມື​ທີ່​ມີ​ລິດອຳນາດ​ຍິ່ງໃຫຍ່? 12ດ້ວຍ​ເຫດ​ໃດ ຊາວ​ເອຢິບ​ຈຶ່ງ​ເວົ້າ​ວ່າ, ‘ພຣະອົງ​ໄດ້​ນໍາເອົາ​ພວກເຂົາ​ອອກ​ມາ​ດ້ວຍ​ເຈດຕະນາ​ຊົ່ວ, ເພື່ອ​ຂ້າ​ພວກເຂົາ​ຢູ່​ໃນ​ພູ​ຕ່າງໆ ແລະ ເພື່ອ​ກວາດລ້າງ​ພວກເຂົາ​ໃຫ້​ໝົດ​ໄປ​ຈາກ​ໜ້າ​ແຜ່ນດິນໂລກ’? ຂໍ​ລະງັບ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ; ອົດກັ້ນ ແລະ ຂໍ​ຢ່າ​ໄດ້​ນໍາ​ເອົາ​ໄພພິບັດ​ມາ​ໃສ່​ປະຊາຊົນ​ຂອງ​ພຣະອົງ. 13ຂໍ​ລະນຶກ​ເຖິງ​ອັບຣາຮາມ, ອີຊາກ ແລະ ອິດສະຣາເອນ​ຜູ້ຮັບໃຊ້​ຂອງ​ພຣະອົງ, ຜູ້​ທີ່​ພຣະອົງ​ໄດ້​ປະຕິຍານ​ໄວ້​ກັບ​ພວກເພິ່ນ​ເຫລົ່ານັ້ນ​ໂດຍ​ອ້າງ​ພຣະອົງ​ເອງ​ວ່າ: ‘ເຮົາ​ຈະ​ເຮັດ​ໃຫ້​ເຊື້ອສາຍ​ຂອງ​ພວກເຈົ້າ​ມີ​ຈໍານວນ​ຫລວງຫລາຍ​ເໝືອນດັ່ງ​ດວງດາວ​ໃນ​ທ້ອງຟ້າ ແລະ ເຮົາ​ຈະ​ມອບ​ດິນແດນ​ທັງໝົດ​ນີ້​ໃຫ້​ແກ່​ເຊື້ອສາຍ​ຂອງ​ພວກເຈົ້າ ເຊິ່ງ​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ພວກເຂົາ​ແລ້ວ ແລະ ດິນແດນ​ນີ້​ຈະ​ເປັນ​ມໍລະດົກ​ຂອງ​ພວກເຂົາ​ຕະຫລອດໄປ’ ”. 14ແລ້ວ​ພຣະເຈົ້າຢາເວ​ຈຶ່ງ​ໄດ້​ຜ່ອນ​ລົງ ແລະ ບໍ່​ໄດ້​ນຳເອົາ​ໄພພິບັດ​ມາ​ໃສ່​ປະຊາຊົນ​ຂອງ​ພຣະອົງ​ດັ່ງ​ທີ່​ພຣະອົງ​ໄດ້​ຂົ່ມຂູ່​ໄວ້.
15ໂມເຊ​ຈຶ່ງ​ໄດ້​ກັບ​ລົງ​ມາ​ຈາກ​ພູເຂົາ​ພ້ອມ​ກັບ​ຫີນ​ສອງ​ແຜ່ນ​ທີ່​ໄດ້​ຈາລຶກ​ພັນທະສັນຍາ​ໄວ້​ຢູ່​ໃນ​ມື. ຫີນ​ທັງ​ສອງ​ແຜ່ນ​ຖືກ​ຈາລຶກ​ໄວ້​ທັງ​ສອງ​ດ້ານ​ຄື, ດ້ານໜ້າ ແລະ ດ້ານຫລັງ. 16ຫີນ​ທັງ​ສອງ​ແຜ່ນ​ນັ້ນ​ເປັນ​ງານ​ຂອງ​ພຣະເຈົ້າ; ລາຍມື​ກໍ​ເປັນ​ລາຍມື​ຂອງ​ພຣະເຈົ້າ, ເຊິ່ງ​ໄດ້​ສະຫລັກ​ໄວ້​ໃສ່​ແຜ່ນຫີນ​ນັ້ນ.
17ເມື່ອ​ໂຢຊວຍ​ໄດ້​ຍິນ​ສຽງ​ປະຊາຊົນ​ໂຫ່ຮ້ອງ, ເພິ່ນ​ຈຶ່ງ​ເວົ້າ​ຕໍ່​ໂມເຊ​ວ່າ, “ມີ​ສຽງ​ສູ້ຮົບ​ກັນ​ຢູ່​ໃນ​ຄ້າຍພັກ”.
18ແຕ່​ໂມເຊ​ໄດ້​ຕອບ​ວ່າ:
“ມັນ​ບໍ່​ແມ່ນ​ສຽງ​ແຫ່ງ​ໄຊຊະນະ,
ມັນ​ບໍ່​ແມ່ນ​ສຽງ​ແຫ່ງ​ການ​ພ່າຍແພ້;
ທີ່​ເຮົາ​ໄດ້​ຍິນ​ນັ້ນ​ເປັນ​ສຽງ​ຂອງ​ການ​ຮ້ອງເພງ”.
19ເມື່ອ​ໂມເຊ​ໄດ້​ເຂົ້າ​ມາ​ໃກ້​ຄ້າຍພັກ​ແລ້ວ​ກໍ​ໄດ້​ເຫັນ​ຮູບ​ງົວ ແລະ ຄົນ​ກຳລັງ​ຟ້ອນລໍາ​ຢູ່, ຄວາມ​ໃຈຮ້າຍ​ຂອງ​ເພິ່ນ​ກໍ​ລຸກຂຶ້ນ ແລ້ວ​ເພິ່ນ​ຈຶ່ງ​ໂຍນ​ແຜ່ນຫີນ​ອອກ​ຈາກ​ມື ຈົນ​ແຜ່ນຫີນ​ແຕກ​ເປັນ​ປ່ຽງໆ​ຢູ່​ທີ່​ຕີນ​ພູເຂົາ​ນັ້ນ. 20ແລະ ເພິ່ນ​ໄດ້​ເອົາ​ຮູບ​ງົວ​ທີ່​ຄົນ​ຫລໍ່​ຂຶ້ນ​ນັ້ນ​ມາ​ເຜົາ​ໃສ່​ໄຟ, ຫລັງຈາກນັ້ນ ເພິ່ນ​ກໍ​ບົດ​ໃຫ້​ເປັນ​ຝຸ່ນ, ແລ້ວ​ໂຮຍ​ຝຸ່ນ​ນັ້ນ​ໃສ່​ນ້ຳ ແລະ ເອົາ​ໃຫ້​ຊາວ​ອິດສະຣາເອນ​ດື່ມ​ນໍ້າ​ນັ້ນ.
21ໂມເຊ​ຖາມ​ອາໂຣນ​ວ່າ, “ຄົນ​ເຫລົ່ານີ້​ເຮັດ​ຫຍັງ​ໃຫ້​ແກ່​ເຈົ້າ, ເຈົ້າ​ຈຶ່ງ​ໄດ້​ນຳພາ​ພວກເຂົາ​ເຂົ້າ​ສູ່​ບາບ​ທີ່​ໃຫຍ່ຫລວງ​ເຊັ່ນ​ນີ້?”
22ອາໂຣນ​ໄດ້​ຕອບ​ວ່າ, “ນາຍ​ເອີຍ, ຢ່າ​ໃຈຮ້າຍ​ເລີຍ. ເຈົ້າ​ກໍ​ຮູ້​ຈັກ​ຄົນ​ເຫລົ່ານີ້​ດີ​ວ່າ​ພວກເຂົາ​ມີ​ທ່າອ່ຽງ​ໄປ​ທາງ​ຊົ່ວ​ຫລາຍ​ເທົ່າ​ໃດ. 23ພວກເຂົາ​ເວົ້າ​ກັບ​ຂ້ອຍ​ວ່າ, ‘ຈົ່ງ​ສ້າງ​ພະ​ຂຶ້ນ​ສຳລັບ​ພວກເຮົາ ເຊິ່ງ​ຈະ​ນຳພາ​ພວກເຮົາ​ໄປ. ເນື່ອງຈາກ​ວ່າ​ໂມເຊ​ຜູ້​ທີ່​ນຳ​ພວກເຮົາ​ອອກ​ມາ​ຈາກ​ເອຢິບ​ນັ້ນ, ພວກເຮົາ​ບໍ່​ຮູ້​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ເພິ່ນ’. 24ດັ່ງນັ້ນ ຂ້ອຍ​ຈຶ່ງ​ບອກ​ພວກເຂົາ​ວ່າ, ‘ຜູ້ໃດ​ມີ​ເຄື່ອງປະດັບ​ທີ່​ເປັນ​ຄຳ, ຈົ່ງ​ຖອດ​ອອກ​ມາ’. ແລ້ວ​ພວກເຂົາ​ຈຶ່ງ​ໄດ້​ເອົາ​ຄຳ​ມາ​ໃຫ້​ຂ້ອຍ ແລະ ຂ້ອຍ​ກໍ​ຖິ້ມ​ຄຳ​ນັ້ນ​ລົງ​ໃສ່​ໄຟ, ແລ້ວ​ກໍ​ອອກ​ມາ​ເປັນ​ຮູບ​ງົວ​ຄຳ​ນີ້​ແຫລະ!”
25ເມື່ອ​ໂມເຊ​ເຫັນ​ວ່າ​ປະຊາຊົນ​ໄດ້​ຕະເຫລີດ​ໄປ ແລະ ອາໂຣນ​ກໍ​ໄດ້​ປ່ອຍ​ໃຫ້​ພວກເຂົາ​ຂາດ​ການ​ຄວບຄຸມ ແລະ ຈຶ່ງ​ເປັນ​ທີ່​ຫົວ​ສຳລັບ​ສັດຕູ​ຂອງ​ພວກເຂົາ. 26ດັ່ງນັ້ນ ເພິ່ນ​ຈຶ່ງ​ໄປ​ຢືນ​ຢູ່​ທີ່​ທາງເຂົ້າ​ຄ້າຍພັກ ແລະ ເວົ້າ​ວ່າ, “ຜູ້ໃດ​ກໍ​ຕາມ​ທີ່​ຢູ່​ເພື່ອ​ພຣະເຈົ້າຢາເວ ຈົ່ງ​ມາ​ຫາ​ເຮົາ”. ແລະ ຊາວ​ເລວີ​ທັງໝົດ​ກໍ​ໄດ້​ມາ​ໂຮມ​ກັນ​ກັບ​ເພິ່ນ.
27ແລ້ວ​ເພິ່ນ​ຈຶ່ງ​ໄດ້​ເວົ້າ​ຕໍ່​ພວກເຂົາ​ວ່າ, “ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ອິດສະຣາເອນ​ກ່າວ​ຄື: ‘ໃຫ້​ຜູ້ຊາຍ​ແຕ່ລະຄົນ​ຂັດ​ດາບ​ໃສ່​ຂ້າງ​ຂອງ​ຕົນ​ໄວ້. ຈົ່ງ​ຍ່າງ​ກັບ​ໄປ​ກັບ​ມາ​ທົ່ວ​ຄ້າຍພັກ​ຈາກ​ສົ້ນ​ເບື້ອງ​ໜຶ່ງ​ໄປ​ຫາ​ອີກ​ສົ້ນ​ເບື້ອງ​ໜຶ່ງ, ໃຫ້​ແຕ່ລະຄົນ​ຂ້າ​ອ້າຍ, ໝູ່ເພື່ອນ ແລະ ເພື່ອນບ້ານ​ຂອງ​ຕົນ’ ”. 28ຊາວ​ເລວີ​ໄດ້​ປະຕິບັດ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ ແລະ ໃນ​ມື້​ນັ້ນ​ມີ​ປະຊາຊົນ​ປະມານ​ສາມພັນ​ຄົນ​ໄດ້​ຕາຍ​ໄປ. 29ແລ້ວ​ໂມເຊ​ໄດ້​ເວົ້າ​ວ່າ, “ໃນ​ວັນ​ນີ້​ພວກເຈົ້າ​ໄດ້​ຖືກ​ແຍກ​ໄວ້​ສຳລັບ​ພຣະເຈົ້າຢາເວ, ເພາະ​ພວກເຈົ້າ​ໄດ້​ຕໍ່ສູ້​ກັບ​ບັນດາ​ລູກຊາຍ ແລະ ບັນດາ​ອ້າຍ​ຂອງ​ພວກເຈົ້າ​ເອງ, ແລ້ວ​ພຣະອົງ​ກໍ​ໄດ້​ອວຍພອນ​ພວກເຈົ້າ​ໃນ​ວັນ​ນີ້”.
30ໃນ​ມື້​ຕໍ່ມາ ໂມເຊ​ກໍ​ໄດ້​ເວົ້າ​ກັບ​ປະຊາຊົນ​ວ່າ, “ພວກເຈົ້າ​ໄດ້​ເຮັດ​ບາບ​ອັນ​ໃຫຍ່​ແລ້ວ. ແຕ່​ບັດນີ້​ເຮົາ​ຈະ​ຂຶ້ນ​ໄປ​ພົບ​ພຣະເຈົ້າຢາເວ; ບາງທີ​ເຮົາ​ສາມາດ​ເຮັດ​ການ​ໄຖ່​ບາບ​ໃຫ້​ພວກເຈົ້າ​ໄດ້”.
31ດັ່ງນັ້ນ​ໂມເຊ​ຈຶ່ງ​ກັບ​ຄືນ​ໄປ​ຫາ​ພຣະເຈົ້າຢາເວ ແລະ ເວົ້າ​ວ່າ, “ໂອ, ປະຊາຊົນ​ເຫລົ່ານີ້​ໄດ້​ເຮັດ​ບາບ​ອັນ​ໃຫຍ່​ແທ້! ຄື​ພວກເຂົາ​ໄດ້​ສ້າງ​ພະ​ຄຳ​ສຳລັບ​ພວກເຂົາ​ເອງ. 32ແຕ່​ບັດນີ້ ຂໍ​ໃຫ້​ອະໄພ​ບາບ​ຂອງ​ພວກເຂົາ​ດ້ວຍ ແຕ່​ຖ້າ​ບໍ່​ດັ່ງນັ້ນ​ແລ້ວ ກໍ​ຂໍ​ໃຫ້​ລຶບ​ຂ້ານ້ອຍ​ອອກ​ຈາກ​ໜັງສື​ທີ່​ພຣະອົງ​ໄດ້​ຂຽນ​ໄວ້​ນັ້ນ”.
33ພຣະເຈົ້າຢາເວ​ໄດ້​ຕອບ​ໂມເຊ​ວ່າ, “ຜູ້ໃດ​ກໍ​ຕາມ​ທີ່​ໄດ້​ເຮັດ​ບາບ​ຕໍ່​ເຮົາ ເຮົາ​ຈະ​ລຶບ​ອອກ​ຈາກ​ໜັງສື​ຂອງ​ເຮົາ. 34ບັດນີ້ ຈົ່ງ​ໄປ, ນຳພາ​ປະຊາຊົນ​ໄປ​ຍັງ​ສະຖານທີ່ ເຊິ່ງ​ເຮົາ​ໄດ້​ບອກ​ໄວ້​ນັ້ນ, ແລ້ວ​ເທວະດາ​ຂອງ​ເຮົາ​ຈະ​ນຳໜ້າ​ເຈົ້າ​ໄປ. ເຖິງ​ຢ່າງໃດ​ກໍ​ຕາມ, ເມື່ອ​ເຖິງ​ເວລາ​ຂອງ​ເຮົາ​ທີ່​ຈະ​ລົງໂທດ, ເຮົາ​ຈະ​ລົງໂທດ​ພວກເຂົາ​ສຳລັບ​ຄວາມບາບ​ຂອງ​ພວກເຂົາ”.
35ແລະ ພຣະເຈົ້າຢາເວ​ໄດ້​ຕີ​ປະຊາຊົນ​ດ້ວຍ​ໄພພິບັດ ເພາະ​ສິ່ງ​ທີ່​ພວກເຂົາ​ໄດ້​ກະທຳ​ກັບ​ງົວ​ຄຳ​ທີ່​ອາໂຣນ​ສ້າງ​ຂຶ້ນ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in