ອົບພະຍົບ 31
31
ເບຊາເລນ ແລະ ໂອໂຮຣີອາບ
(ອພຍ 35:30-35)
1ແລ້ວພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, 2“ເບິ່ງແມ, ເຮົາໄດ້ເລືອກເບຊາເລນລູກຊາຍຂອງອູຣິ ເຊິ່ງເປັນລູກຊາຍຂອງຮູເຣ ຈາກເຜົ່າຢູດາ, 3ແລະ ເຮົາໃຫ້ລາວເຕັມລົ້ນດ້ວຍພຣະວິນຍານຂອງພຣະເຈົ້າ, ດ້ວຍປັນຍາ, ດ້ວຍຄວາມເຂົ້າໃຈ, ດ້ວຍຄວາມຮູ້ ແລະ ດ້ວຍຄວາມຊຳນານໃນທຸກວິຊາການ 4ເພື່ອອອກແບບເຄື່ອງຄຳ, ເຄື່ອງເງິນ ແລະ ເຄື່ອງທອງສຳລິດຢ່າງປານີດ, 5ເພື່ອເຈຍລະໄນເພັດພອຍຕ່າງໆ, ເພື່ອແກະສະຫລັກໄມ້ ແລະ ງານສີມືທຸກຮູບແບບ. 6ຫລາຍກວ່ານັ້ນ, ເຮົາໄດ້ແຕ່ງຕັ້ງໂອໂຮລິອາບ ລູກຊາຍຂອງອາຮີຊາມັກຈາກເຜົ່າດານ ໃຫ້ເປັນຜູ້ຊ່ວຍຂອງລາວ.
“ເຮົາຍັງໄດ້ໃຫ້ຄວາມສາມາດແກ່ຊ່າງທີ່ຊຳນານທຸກຄົນ ເພື່ອເຮັດທຸກສິ່ງທີ່ເຮົາໄດ້ສັ່ງເຈົ້າໄວ້ຄື:
7“ເຕັນນັດພົບ,
ຫີບພັນທະສັນຍາ ເຊິ່ງມີຝາຫີບທີ່ເປັນບ່ອນລົບລ້າງບາບຢູ່ດ້ານເທິງຂອງຫິບນັ້ນ
ແລະ ເຄື່ອງໃຊ້ອື່ນໆທັງໝົດຂອງເຕັນ.
8ໂຕະ ແລະ ເຄື່ອງໃຊ້ຕ່າງໆ,
ຫລັກຕະກຽງຄຳບໍລິສຸດພ້ອມອຸປະກອນຕ່າງໆທັງໝົດ,
ແທ່ນເຜົາເຄື່ອງຫອມ,
9ແທ່ນເຜົາເຄື່ອງບູຊາ ແລະ ເຄື່ອງໃຊ້ທັງໝົດປະຈໍາແທ່ນ,
ອ່າງ ແລະ ຕີນຮອງອ່າງ,
10ແລະ ລວມທັງເຄື່ອງແຕ່ງກາຍ
ທີ່ປັກແສ່ວສຳລັບອາໂຣນຜູ້ເປັນປະໂລຫິດ
ແລະ ເຄື່ອງແຕ່ງກາຍສຳລັບບັນດາລູກຊາຍຂອງລາວເມື່ອພວກເຂົາປະຕິບັດໜ້າທີ່ປະໂລຫິດ.
11ແລະ ນ້ຳມັນເຈີມ ແລະ ເຄື່ອງຫອມສຳລັບສະຖານທີ່ບໍລິສຸດ.
“ໃຫ້ພວກເຂົາເຮັດສິ່ງເຫລົ່ານີ້ຕາມທີ່ເຮົາໄດ້ສັ່ງເຈົ້າໄວ້”.
ວັນຊະບາໂຕ
12ແລ້ວພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, 13“ຈົ່ງບອກຊາວອິດສະຣາເອນວ່າ, ‘ພວກເຈົ້າຕ້ອງຖືຮັກສາວັນຊະບາໂຕຂອງເຮົາ. ນີ້ຈະເປັນໝາຍສຳຄັນລະຫວ່າງເຮົາ ແລະ ເຈົ້າຕະຫລອດໄປທຸກຊົ່ວອາຍຸ, ເພື່ອເຈົ້າຈະຮູ້ວ່າເຮົາຄືພຣະເຈົ້າຢາເວ, ຜູ້ທີ່ເຮັດໃຫ້ເຈົ້າບໍລິສຸດ.
14“ ‘ຈົ່ງຖືຮັກສາວັນຊະບາໂຕ ເພາະວັນຊະບາໂຕເປັນວັນບໍລິສຸດສຳລັບເຈົ້າ. ຜູ້ໃດລົບຫລູ່ວັນຊະບາໂຕຈະຕ້ອງມີໂທດເຖິງຕາຍ; ບັນດາຜູ້ທີ່ເຮັດວຽກໃນວັນນັ້ນຕ້ອງຖືກຕັດອອກຈາກປະຊາກອນຂອງພວກເຂົາ. 15ຈົ່ງເຮັດວຽກພຽງຫົກວັນ, ສ່ວນວັນທີເຈັດຈະເປັນວັນຊະບາໂຕເພື່ອການຢຸດພັກ, ເປັນວັນທີ່ແຍກໄວ້ເພື່ອພຣະເຈົ້າຢາເວ. ຜູ້ໃດກໍຕາມທີ່ເຮັດວຽກໃນວັນຊະບາໂຕຈະຕ້ອງມີໂທດເຖິງຕາຍ. 16ຊາວອິດສະຣາເອນຈະຕ້ອງຖືຮັກສາວັນຊະບາໂຕ ແລະ ສະເຫລີມສະຫລອງວັນນັ້ນຕະຫລອດໄປທຸກຊົ່ວອາຍຸ ເປັນພັນທະສັນຍາຕະຫລອດໄປ. 17ວັນນີ້ຈະເປັນໝາຍສຳຄັນລະຫວ່າງເຮົາກັບຊາວອິດສະຣາເອນຕະຫລອດໄປ, ເພາະໃນຫົກວັນພຣະເຈົ້າຢາເວໄດ້ສ້າງຟ້າສະຫວັນ ແລະ ໂລກ, ແລ້ວໃນວັນທີເຈັດພຣະອົງໄດ້ຢຸດພັກ ແລະ ໄດ້ຮັບຄວາມສົດຊື່ນ’ ”.
18ເມື່ອພຣະເຈົ້າຢາເວເວົ້າກັບໂມເຊຢູ່ເທິງພູເຂົາຊີນາຍຈົບແລ້ວ, ພຣະອົງໄດ້ມອບຫີນສອງແຜ່ນທີ່ຈາລຶກພັນທະສັນຍາໃຫ້ແກ່ໂມເຊ, ແຜ່ນຫີນນັ້ນຈາລຶກໂດຍນິ້ວມືຂອງພຣະເຈົ້າ.
Currently Selected:
ອົບພະຍົບ 31: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: