ອົບພະຍົບ 3:7-8
ອົບພະຍົບ 3:7-8 LCV
ພຣະເຈົ້າຢາເວໄດ້ກ່າວວ່າ, “ເຮົາໄດ້ເຫັນຄວາມທຸກຍາກຂອງປະຊາຊົນຂອງເຮົາຢູ່ໃນປະເທດເອຢິບແລ້ວ. ເຮົາໄດ້ຍິນພວກເຂົາຮ້ອງຫາເພາະບັນດານາຍຄຸມຂ້າທາດຂອງພວກເຂົາ ແລະ ເຮົາຫ່ວງໃຍໃນຄວາມທຸກທໍລະມານຂອງພວກເຂົາ. ດັ່ງນັ້ນ ເຮົາຈຶ່ງໄດ້ລົງມາເພື່ອຊ່ວຍກູ້ເອົາພວກເຂົາອອກຈາກເງື່ອມມືຂອງຊາວເອຢິບ ແລະ ເພື່ອນຳເອົາພວກເຂົາອອກຈາກດິນແດນນັ້ນໄປຍັງດິນແດນທີ່ດີ ແລະ ກວ້າງໃຫຍ່, ດິນແດນທີ່ອຸດົມໄປດ້ວຍນ້ຳນົມ ແລະ ນ້ຳເຜິ້ງ ເຊິ່ງເປັນບ່ອນອາໄສຂອງຊາວການາອານ, ຊາວຮິດຕີ, ຊາວອາໂມ, ຊາວເປຣີຊີ, ຊາວຮີວີ ແລະ ຊາວເຢບຸດ.





