YouVersion Logo
Search Icon

ອົບພະຍົບ 25

25
ເຄື່ອງຖວາຍ​ສຳລັບ​ຫໍເຕັນ
(ອພຍ 35:4-9)
1ພຣະເຈົ້າຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ, 2“ຈົ່ງ​ບອກ​ຊາວ​ອິດສະຣາເອນ​ໃຫ້​ນຳເອົາ​ເຄື່ອງຖວາຍ​ມາ​ໃຫ້​ເຮົາ. ເຈົ້າ​ຈົ່ງ​ຮັບ​ເອົາ​ເຄື່ອງຖວາຍ​ມາ​ໃຫ້​ເຮົາ​ຈາກ​ທຸກຄົນ​ທີ່​ມີ​ຄວາມ​ສະໝັກ​ໃຈ​ທີ່​ຈະ​ຖວາຍ.
3“ຕໍ່ໄປ​ນີ້​ແມ່ນ​ຂອງຖວາຍ​ທີ່​ເຈົ້າ​ຈະ​ຮັບ​ຈາກ​ພວກເຂົາ​ມີ​ຄື:
“ຄຳ, ເງິນ, ແລະ ທອງສຳລິດ;
4ດ້າຍ​ສີຟ້າ, ສີມ່ວງ, ສີແດງ ແລະ ຜ້າຝ້າຍລິນິນ​ເນື້ອລະອຽດ,
ຂົນແບ້,
5ໜັງແກະ​ເຖິກ​ຍ້ອມ​ສີແດງ, ປະເພດ​ໜັງສັດ​ທີ່​ທົນທານ,
ໄມ້ກະຖິນ,
6ນ້ຳມັນ​ໝາກກອກ​ສຳລັບ​ແສງສະຫວ່າງ,
ເຄື່ອງເທດ​ສຳລັບ​ປຸງ​ນ້ຳມັນ​ເຈີມ ແລະ ສຳລັບ​ເຄື່ອງຫອມ,
7ແລະ ຫີນ​ໂກເມນ​ກັບ​ອັນຍະມະນີ​ອື່ນໆ​ສຳລັບ​ຕົບແຕ່ງ​ເສື້ອເອໂຟດ ແລະ ແຜ່ນປົກເອິກ.
8“ແລ້ວ​ໃຫ້​ຊາວ​ອິດສະຣາເອນ​ສ້າງ​ສະຖານ​ນະມັດສະການ​ສຳລັບ​ເຮົາ ແລະ ເຮົາ​ຈະ​ຢູ່​ທ່າມກາງ​ພວກເຂົາ. 9ຈົ່ງ​ສ້າງ​ຫໍເຕັນ​ນີ້ ແລະ ເຮັດ​ອຸປະກອນ​ຕົບແຕ່ງ​ທັງໝົດ​ຕາມ​ຮູບແບບ​ທີ່​ເຮົາ​ຈະ​ສະແດງ​ແກ່​ພວກເຈົ້າ”.
ຫີບ​ພັນທະສັນຍາ
(ອພຍ 37:1-9)
10“ຈົ່ງ​ໃຫ້​ພວກເຂົາ​ເຮັດ​ຫີບ​ດ້ວຍ​ໄມ້ກະຖິນ​ຍາວ​ສອງ​ສອກ, ກວ້າງ​ໜຶ່ງ​ສອກ​ເຄິ່ງ ແລະ ສູງ​ໜຶ່ງ​ສອກ​ເຄິ່ງ.#25:10 ຫລື ຍາວ​ປະມານ 110 ເຊັນ, ກວ້າງ ແລະ ສູງ​ຄືກັນ​ປະມານ 68 ເຊັນ; ຄ້າຍຄື​ກັນ​ກັບ​ຂໍ້ 17 11ຫຸ້ມ​ດ້ວຍ​ຄຳ​ບໍລິສຸດ ທັງ​ຂ້າງໃນ ແລະ ຂ້າງນອກ, ໃຊ້​ຄຳ​ເຮັດ​ຂອບ​ອ້ອມ​ຫີບ​ນັ້ນ. 12ຈົ່ງ​ຫລໍ່​ບ້ວງ​ຄຳ​ສີ່​ບ້ວງ​ສຳລັບ​ຫີບ ແລ້ວ​ມັດ​ຕິດ​ບ້ວງ​ເຫລົ່ານັ້ນ​ໄວ້​ທີ່​ຕີນ​ທັງ​ສີ່​ຂອງ​ຫີບ ໂດຍ​ສອງ​ບ້ວງ​ຢູ່​ຂ້າງ​ໜຶ່ງ ແລະ ສອງ​ບ້ວງ​ຢູ່​ອີກ​ຂ້າງ​ໜຶ່ງ. 13ຫລັງຈາກນັ້ນ ຈົ່ງ​ເຮັດ​ຄານຫາມ​ສອງ​ອັນ​ດ້ວຍ​ໄມ້ກະຖິນ​ແລ້ວ​ໂອບ​ດ້ວຍ​ຄຳ. 14ຈົ່ງ​ສອດ​ຄານຫາມ​ໃສ່​ບ້ວງ​ທັງ​ສອງ​ຂ້າງ​ຂອງ​ຫີບ​ໄວ້​ສຳລັບ​ຫາມ. 15ໃຫ້​ສອດ​ຄານຫາມ​ຄາ​ໄວ້​ໃນ​ບ້ວງ​ຂອງ​ຫີບ​ນີ້​ຕະຫລອດ; ຢ່າ​ໄດ້​ຍ້າຍ​ຄານຫາມ​ອອກ​ໄປ. 16ແລ້ວ​ເອົາ​ແຜ່ນຫີນ​ທີ່​ຈາລຶກ​ພັນທະສັນຍາ ເຊິ່ງ​ເຮົາ​ຈະ​ໃຫ້​ແກ່​ພວກເຈົ້າ​ໃສ່​ໄວ້​ໃນ​ຫີບ​ນັ້ນ.
17“ຈົ່ງ​ເຮັດ​ຝາຫີບ​ພັນທະສັນຍາ​ດ້ວຍ​ຄຳ​ບໍລິສຸດ​ຍາວ​ສອງ​ສອກ​ເຄິ່ງ, ກວ້າງ​ໜຶ່ງ​ສອກ​ເຄິ່ງ.#25:17 ຄື ຍາວ​ປະມານ 110 ເຊັນ, ກວ້າງ​ປະມານ 68 ເຊັນ 18ແລະ ຈົ່ງ​ຕີ​ຄຳ​ເປັນ​ຮູບ​ເຄຣຸບ​ສອງ​ໂຕ​ທີ່​ປາຍ​ທັງ​ສອງ​ສົ້ນ​ຂອງ​ຝາຫີບ. 19ຈົ່ງ​ເຮັດ​ເຄຣຸບ​ໂຕ​ທີ​ໜຶ່ງ​ໃສ່​ສົ້ນ​ໜຶ່ງ ແລະ ເຮັດ​ເຄຣຸບ​ໂຕ​ທີ​ສອງ​ໃສ່​ອີກ​ສົ້ນ​ໜຶ່ງ; ຈົ່ງ​ເຮັດ​ເຄຣຸບ​ທັງ​ສອງ​ນີ້​ຕິດ​ໃສ່​ປາຍ​ທັງ​ສອງ​ສົ້ນ​ໃຫ້​ເຂົ້າ​ເປັນ​ເນື້ອ​ດຽວ​ກັນ​ກັບ​ຝາຫີບ. 20ເຄຣຸບ​ຈະ​ຕ້ອງ​ກາງ​ປີກ​ຂອງ​ຕົນ​ຂຶ້ນ​ເໜືອ​ຝາຫີບ. ເຄຣຸບ​ຕ້ອງ​ປິ່ນ​ໜ້າ​ເຂົ້າ​ຫາ​ກັນ, ເບິ່ງ​ໄປ​ທີ່​ຝາຫີບ. 21ຈົ່ງ​ວາງ​ຝາຫີບ​ນີ້​ໃສ່​ເທິງ​ຫີບ ແລະ ເອົາ​ແຜ່ນຫີນ​ທີ່​ຈາລຶກ​ພັນທະສັນຍາ​ທີ່​ເຮົາ​ຈະ​ມອບ​ໃຫ້​ພວກເຈົ້າ​ໃສ່​ໄວ້​ໃນ​ຫີບ​ນັ້ນ. 22ຢູ່​ທີ່​ນັ້ນ, ຢູ່​ເໜືອ​ຝາຫີບ​ລະຫວ່າງ​ເຄຣຸບ​ທັງ​ສອງ​ທີ່​ຢູ່​ເໜືອ​ຫີບ​ພັນທະສັນຍາ​ນັ້ນ, ເຮົາ​ຈະ​ມາ​ພົບ​ເຈົ້າ ແລະ ຈະ​ມອບ​ຄຳສັ່ງ​ທັງໝົດ​ຂອງ​ເຮົາ​ສຳລັບ​ຊາວ​ອິດສະຣາເອນ​ໃຫ້​ແກ່​ເຈົ້າ.
ໂຕະ
(ອພຍ 37:10-16)
23“ຈົ່ງ​ເຮັດ​ໂຕະ​ໜ່ວຍ​ໜຶ່ງ​ດ້ວຍ​ໄມ້ກະຖິນ​ຍາວ​ສອງ​ສອກ, ກວ້າງ​ໜຶ່ງ​ສອກ ແລະ ສູງ​ໜຶ່ງ​ສອກ​ເຄິ່ງ.#25:23 ຫລື ຍາວ​ປະມານ 90 ເຊັນ ກວ້າງ​ປະມານ 45 ເຊັນ ແລະ ສູງ​ປະມານ 68 ເຊັນ 24ຈົ່ງ​ໂອບ​ໂຕະ​ນັ້ນ​ດ້ວຍ​ຄຳ​ບໍລິສຸດ ແລະ ຈົ່ງ​ໃຊ້​ຄຳ​ເຮັດ​ຮູບ​ແກະສະຫລັກ​ແນບ​ອ້ອມ​ໂຕະ. 25ຈົ່ງ​ເຮັດ​ຂອບ​ອ້ອມ​ໂຕະ​ນັ້ນ​ກວ້າງ​ໜຶ່ງ​ຝາມື#25:25 ຄື ກວ້າງ​ປະມານ 7,5 ເຊັນ ແລະ ເອົາ​ຄຳ​ທີ່​ແກະສະຫລັກ​ມາ​ໂອບ​ຂອບໂຕະ​ເໝືອນ​ກັນ. 26ຈົ່ງ​ເຮັດ​ບ້ວງ​ຄຳ​ສີ່​ບ້ວງ​ສຳລັບ​ໂຕະ ແລະ ຕິດ​ບ້ວງ​ຄຳ​ນັ້ນ​ໃສ່​ມູມ​ທັງ​ສີ່​ທີ່​ຂາ​ໂຕະ​ທັງ​ສີ່​ຢູ່. 27ບ້ວງ​ເຫລົ່ານັ້ນ​ຈະ​ຕ້ອງ​ຢູ່​ໃກ້​ກັບ​ຂອບ​ໂຕະ​ສຳລັບ​ສອດ​ຄານຫາມ​ໃສ່​ເພື່ອ​ໃຊ້​ຫາມ​ໂຕະ. 28ຈົ່ງ​ເຮັດ​ຄານຫາມ​ດ້ວຍ​ໄມ້ກະຖິນ, ໂອບ​ຄານຫາມ​ດ້ວຍ​ຄຳ ແລ້ວ​ຫາມ​ໂຕະ​ດ້ວຍ​ຄານຫາມ​ເຫລົ່ານັ້ນ. 29ແລະ ຈົ່ງ​ເຮັດ​ຈານ ແລະ ຖ້ວຍ​ດ້ວຍ​ຄຳ​ບໍລິສຸດ, ເຊັ່ນ​ດຽວ​ກັນ​ກັບ​ໂຖ ແລະ ຊາມ​ສຳລັບ​ໃຊ້​ຖອກ​ເຄື່ອງດື່ມ​ບູຊາ. 30ຈົ່ງ​ວາງ​ເຂົ້າຈີ່​ແຫ່ງ​ການ​ມາປາກົດ​ໃສ່​ເທິງ​ໂຕະ​ນີ້​ຕໍ່ໜ້າ​ເຮົາ​ຕະຫລອດ​ເວລາ.
ຫລັກຕະກຽງ
(ອພຍ 37:17-24)
31“ຈົ່ງ​ເຮັດ​ຫລັກຕະກຽງ​ອັນ​ໜຶ່ງ​ດ້ວຍ​ຄຳ​ບໍລິສຸດ. ຕີ​ຖານ ແລະ ກ້ານ​ຂອງ​ຫລັກຕະກຽງ, ແລ້ວ​ເຮັດ​ຖ້ວຍ​ຮອງ​ຕະກຽງ​ລັກສະນະ​ຄື​ກັບ​ດອກໄມ້, ທັງ​ດອກຈູມ ແລະ ດອກບານ​ໃຫ້​ເປັນ​ເນື້ອ​ດຽວ​ກັນ​ກັບ​ຖານ ແລະ ກ້ານ​ຂອງ​ຫລັກຕະກຽງ. 32ມີ​ຫົກ​ງ່າ​ທີ່​ແຍກ​ອອກ​ຂ້າງ​ຂອງ​ຫລັກຕະກຽງ ມີ​ສາມ​ງ່າ​ຢູ່​ຂ້າງ​ໜຶ່ງ ແລະ ອີກ​ສາມ​ງ່າ​ຢູ່​ຂ້າງ​ໜຶ່ງ. 33ສາມ​ຖ້ວຍ​ນັ້ນ​ມີ​ຮູບຮ່າງ​ຄື​ກັບ​ດອກອັນມອນ​ທີ່​ມີ​ທັງ​ດອກຈູມ ແລະ ດອກບານ​ໃນ​ງ່າ​ດຽວ​ກັນ, ແຕ່​ລະ​ງ່າ​ມີ​ສາມ​ດອກ ແລະ ເໝືອນ​ກັນ​ໝົດ​ທັງ​ຫົກ​ງ່າ​ທີ່​ຍື່ນ​ອອກ​ມາ​ຈາກ​ຫລັກຕະກຽງ. 34ແລະ ຢູ່​ເທິງ​ຫລັກຕະກຽງ​ໃຫ້​ເຮັດ​ຮູບ​ຈອກ​ສີ່​ອັນ​ທີ່​ມີ​ຮູບ​ລັກສະນະ​ຄື​ກັບ​ດອກອັນມອນ ມີ​ທັງ​ດອກຈູມ ແລະ ດອກບານ. 35ດອກຈູມ​ດອກ​ທີ​ໜຶ່ງ​ຢູ່​ລຸ່ມ​ຂອງ​ງ່າ​ຄູ່​ທຳອິດ​ທີ່​ຍື່ນ​ອອກ​ມາ​ຈາກ​ຫລັກຕະກຽງ, ດອກຈູມ​ດອກ​ທີ​ສອງ​ຢູ່​ລຸ່ມ​ຂອງ​ງ່າ​ຄູ່​ທີ​ສອງ ແລະ ດອກຈູມ​ດອກ​ທີ​ສາມ​ຢູ່​ລຸ່ມ​ຂອງ​ງ່າ​ຄູ່​ທີ​ສາມ ທັງ​ຫົກ​ງ່າ​ນີ້​ແມ່ນ​ຢູ່​ໃນ​ຫລັກຕະກຽງ. 36ດອກຈູມ ແລະ ງ່າ​ທັງ​ໝົດ​ເປັນ​ເນື້ອ​ດຽວ​ກັນ​ກັບ​ຫລັກຕະກຽງ ເຊິ່ງ​ຕີ​ດ້ວຍ​ຄຳ​ບໍລິສຸດ.
37“ແລ້ວ​ຈົ່ງ​ເຮັດ​ຕະກຽງ​ເຈັດ​ໜ່ວຍ ແລະ ວາງ​ໄວ້​ເທິງ​ຫລັກຕະກຽງ​ເພື່ອ​ວ່າ​ຕະກຽງ​ເຫລົ່ານັ້ນ​ຈະ​ສະຫວ່າງ​ຢູ່​ຕໍ່ໜ້າ​ຫລັກຕະກຽງ. 38ຈົ່ງ​ເຮັດ​ມີດຕັດ​ຕັດ​ໄສ້ຕະກຽງ ແລະ ຖາດ​ຮອງ​ດ້ວຍ​ຄຳ​ບໍລິສຸດ. 39ຈົ່ງ​ເຮັດ​ຫລັກຕະກຽງ ແລະ ເຄື່ອງ​ປະກອບ​ທັງໝົດ​ດ້ວຍ​ຄຳ​ບໍລິສຸດ 1 ຕາລັນຕົນ.#25:39 ຫລື ປະມານ 34 ກິໂລກຣາມ 40ເຈົ້າ​ຈົ່ງ​ເຮັດ​ສິ່ງ​ເຫລົ່ານີ້​ຕາມ​ແບບ​ທີ່​ເຮົາ​ໄດ້​ສະແດງ​ແກ່​ເຈົ້າ​ຢູ່​ເທິງ​ພູເຂົາ​ນັ້ນ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in