ອົບພະຍົບ 15:23-25
ອົບພະຍົບ 15:23-25 LCV
ເມື່ອພວກເຂົາມາເຖິງມາຣາ, ພວກເຂົາບໍ່ສາມາດດື່ມນ້ຳນັ້ນໄດ້ເພາະນ້ຳນັ້ນຂົມ. (ດ້ວຍເຫດນີ້ ບ່ອນນີ້ຈຶ່ງມີຊື່ວ່າມາຣາ). ດັ່ງນັ້ນ ປະຊາຊົນຈຶ່ງຈົ່ມຕໍ່ໂມເຊ ໂດຍເວົ້າວ່າ: “ຈະໃຫ້ພວກເຮົາດື່ມຫຍັງ?” ແລ້ວໂມເຊຈຶ່ງຮ້ອງຫາພຣະເຈົ້າຢາເວ ແລ້ວພຣະເຈົ້າຢາເວຈຶ່ງໄດ້ສະແດງໃຫ້ເພິ່ນເຫັນໄມ້ທ່ອນໜຶ່ງ. ເພິ່ນໄດ້ຖິ້ມໄມ້ນັ້ນລົງໄປໃນນ້ຳ, ແລ້ວນ້ຳນັ້ນກໍພໍຈະດື່ມໄດ້. ພຣະເຈົ້າຢາເວໄດ້ອອກກົດລະບຽບ ແລະ ຄຳແນະນໍາໃຫ້ແກ່ພວກເຂົາ ແລະ ທົດສອບພວກເຂົາ.





