ອົບພະຍົບ 13:21-22
ອົບພະຍົບ 13:21-22 LCV
ໃນກາງເວັນພຣະເຈົ້າຢາເວນຳໜ້າພວກເຂົາໄປໃນເສົາເມກເພື່ອນຳພາພວກເຂົາໄປຕາມທາງຂອງພວກເຂົາ ແລະ ເວລາກາງຄືນພຣະອົງນຳພາພວກເຂົາໄປໃນເສົາໄຟເພື່ອໃຫ້ແສງສະຫວ່າງແກ່ພວກເຂົາ, ເພື່ອວ່າພວກເຂົາຈະສາມາດເດີນທາງໄດ້ທັງກາງເວັນ ແລະ ກາງຄືນ. ທັງເສົາເມກໃນເວລາກາງເວັນ ຫລື ເສົາໄຟໃນເວລາກາງຄືນບໍ່ເຄີຍຂາດຈາກເບື້ອງໜ້າຂອງປະຊາຊົນເລີຍ.





