ອົບພະຍົບ 12:26-27
ອົບພະຍົບ 12:26-27 LCV
ແລະ ເມື່ອລູກຫລານຂອງພວກເຈົ້າຖາມວ່າ, ‘ພິທີນີ້ມີຄວາມໝາຍຢ່າງໃດສຳລັບພວກເຈົ້າ?’ ຈົ່ງບອກພວກເຂົາວ່າ, ‘ເປັນການສະຫລອງປັດສະຄາບູຊາຂອງພຣະເຈົ້າຢາເວ, ຜູ້ໄດ້ຜ່ານເຮືອນຂອງຊາວອິດສະຣາເອນຢູ່ໃນເອຢິບໄປ ແລະ ໄດ້ສະຫງວນເຮືອນຂອງພວກເຮົາໄວ້ ເມື່ອພຣະອົງຂ້າຊາວເອຢິບ’ ”. ແລ້ວປະຊາຊົນຕ່າງກໍກາບລົງນະມັດສະການ.





