ອົບພະຍົບ 12:12-13
ອົບພະຍົບ 12:12-13 LCV
“ໃນຄືນດຽວກັນນັ້ນ ເຮົາຈະຜ່ານໄປທົ່ວເອຢິບ ແລະ ຂ້າທຸກລູກກົກ ທັງລູກກົກຂອງຄົນ ແລະ ສັດຕ່າງໆ, ແລ້ວເຮົາຈະນໍາເອົາການລົງໂທດມາເຖິງບັນດາພະທັງໝົດຂອງຊາວເອຢິບ. ເຮົາຄືພຣະເຈົ້າຢາເວ. ເລືອດຢູ່ປະຕູເຮືອນທີ່ພວກເຈົ້າຢູ່ນັ້ນຈະເປັນເຄື່ອງໝາຍສຳລັບພວກເຈົ້າ ແລະ ເມື່ອເຮົາເຫັນເລືອດນັ້ນເຮົາຈະຜ່ານພວກເຈົ້າໄປ. ຈະບໍ່ມີໄພພິບັດໃດມາທຳລາຍພວກເຈົ້າເມື່ອເຮົາໂຈມຕີເອຢິບ.





