YouVersion Logo
Search Icon

ອາໂມດ 8

8
ກະຕ່າ​ໝາກໄມ້​ສຸກ
1ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ໄດ້​ສະແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ໝາກໄມ້​ສຸກ​ໜຶ່ງ​ກະຕ່າ. 2ພຣະອົງ​ຖາມ​ວ່າ, “ອາໂມດ ເຈົ້າ​ເຫັນ​ສິ່ງໃດ?”
ຂ້າພະເຈົ້າ​ໄດ້​ຕອບ​ວ່າ, “ໝາກໄມ້​ສຸກ​ໜຶ່ງ​ກະຕ່າ”.
ແລ້ວ​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ວັນ​ເວລາ​ກໍ​ສຸກ​ແລ້ວ​ສຳລັບ​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ; ເຮົາ​ຈະ​ບໍ່​ລະເວັ້ນ​ພວກເຂົາ​ອີກ​ຕໍ່ໄປ”.
3ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ວ່າ, “ໃນ​ວັນ​ນັ້ນ​ບົດເພງ​ຕ່າງໆ​ໃນ​ວິຫານ​ຈະ​ປ່ຽນ​ເປັນ​ສຽງ​ຮ້ອງໄຫ້.#8:3 ຫລື ນັກຮ້ອງ​ໃນ​ວິຫານ​ຈະ ຮ້ອງ ໄຫ້ ຊາກ​ສົບ​ທັງຫລາຍ​ຈະ​ຢາຍ​ເຕັມ​ຢູ່​ທຸກ​ບ່ອນ! ແລະ ມີ​ແຕ່​ຄວາມ​ງຽບ​ສະຫງັດ!”
4ຈົ່ງ​ຟັງ ພວກເຈົ້າ​ຜູ້​ຢຽບຢ່ຳ​ຄົນ​ຂັດສົນ
ແລະ ກຳຈັດ​ຄົນ​ທຸກຍາກ​ໃນ​ດິນແດນ,
5ພວກເຈົ້າ​ເວົ້າ​ວ່າ,
“ເມື່ອ​ໃດ​ນໍ​ຈະ​ໝົດ​ວັນ​ຂຶ້ນ​ໃໝ່​ໜຶ່ງ​ຄ່ຳ
ພວກເຮົາ​ຈະ​ໄດ້​ຂາຍ​ພືດຜົນ​ເປັນເມັດ,
ເມື່ອ​ໃດ​ນໍ​ຈະ​ໝົດ​ວັນຊະບາໂຕ
ພວກເຮົາ​ຈະ​ໄດ້​ຂາຍ​ເຂົ້າຫວີດ?”
ພວກເຈົ້າ​ໂກງ​ດ້ວຍ​ການ​ເຮັດ​ໃຫ້​ຕາ​ຊິງ​ອ່ອນ,
ໂກງ​ລາຄາ
ແລະ ໂກງ​ຕາ​ຊິງ
6ພວກເຈົ້າ​ຊື້​ຄົນທຸກຈົນ​ດ້ວຍ​ເງິນ
ແລະ ແລກປ່ຽນ​ຄົນ​ຂັດສົນ​ດ້ວຍ​ເກີບ​ຄູ່​ດຽວ,
ແລະ ຂາຍ​ເຂົ້າຫວີດ​ປົນ​ເຂົ້າ​ບໍ່​ດີ.
7ພຣະເຈົ້າ​ຢາເວ​ໄດ້​ປະຕິຍານ​ໂດຍ​ອ້າງ​ພຣະອົງ​ເອງ​ຜູ້​ທີ່​ຢາໂຄບ​ຢຳເກງ​ວ່າ: “ເຮົາ​ຈະ​ບໍ່​ມີ​ວັນ​ລືມ​ສິ່ງ​ທີ່​ພວກເຂົາ​ເຮັດ​ແມ່ນ​ແຕ່​ສິ່ງ​ດຽວ.
8“ດ້ວຍ​ເຫດ​ນີ້​ແຜ່ນດິນ​ຈະ​ບໍ່​ສັ່ນສະທ້ານ
ແລະ ທຸກຄົນ​ທີ່​ອາໄສ​ຢູ່​ໃນ​ນັ້ນ​ຈະ​ບໍ່​ໄວ້​ທຸກ​ບໍ?
ທົ່ວ​ທັງ​ແຜ່ນດິນ​ຈະ​ນອງ​ຂຶ້ນ​ເໝືອນ​ແມ່ນ້ຳ​ນິນ
ຖືກ​ກວນ​ໃຫ້​ເກີດ​ຄວາມ​ປັ່ນປ່ວນ
ແລ້ວ​ກໍ​ຈົມ​ລົງ​ເໝືອນ​ແມ່ນ້ຳ​ເອຢິບ”.
9ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນີ້​ວ່າ,
“ໃນ​ວັນ​ນັ້ນ, ເຮົາ​ຈະ​ເຮັດ​ໃຫ້​ຕາເວັນ​ຕົກ​ຕອນ​ທ່ຽງ
ແລະ ໃຫ້​ໂລກ​ມືດ​ມິດ​ທັງ​ທີ່​ຍັງ​ກາງເວັນ​ຢູ່.
10ເຮົາ​ຈະ​ປ່ຽນ​ເທດສະການ​ທາງ​ສາສະໜາ​ຂອງ​ພວກເຈົ້າ​ໃຫ້​ເປັນ​ການ​ໄວ້​ທຸກ
ແລະ ການ​ຮ້ອງເພງ​ທັງໝົດ​ຂອງ​ພວກເຈົ້າ​ໃຫ້​ເປັນ​ການ​ຮ້ອງໄຫ້.
ເຮົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ທຸກຄົນ​ສວມ​ເສື້ອ​ຜ້າກະສອບ
ແລະ ແຖ​ຫົວ​ຕົນ​ເອງ.
ເຮົາ​ຈະ​ເຮັດ​ໃຫ້​ຊ່ວງ​ເວລາ​ນັ້ນ​ເປັນ​ເໝືອນ​ຊ່ວງ​ໄວ້​ທຸກ​ໃຫ້​ລູກຊາຍ​ດຽວ
ແລະ ໃຫ້​ວາລະ​ສຸດທ້າຍ​ເປັນ​ດັ່ງ​ວັນ​ອັນ​ຂົມຂື່ນ”.
11ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ວ່າ, “ວັນ​ເວລາ​ນັ້ນ​ຈະ​ມາ​ເຖິງ,
ເມື່ອ​ເຮົາ​ຈະ​ໃຫ້​ເກີດ​ການ​ອຶດຢາກ​ອາຫານ​ທົ່ວ​ແຜ່ນດິນ
ບໍ່​ແມ່ນ​ອຶດຢາກ​ອາຫານ ຫລື ກະຫາຍ​ຫາ​ນ້ຳ,
ແຕ່​ຫິວ​ກະຫາຍ​ຢາກ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ.
12ຄົນ​ທັງຫລາຍ​ຈະ​ໂຊເຊ​ຈາກ​ທະເລ​ນີ້​ໄປ​ຫາ​ທະເລ​ນັ້ນ
ແລະ ພະເນຈອນ​ຈາກ​ເໜືອ​ໄປ​ຫາ​ທິດ​ຕາເວັນ​ອອກ,
ສະແຫວງຫາ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ,
ແຕ່​ພວກເຂົາ​ຈະ​ບໍ່​ຫາ​ພົບ.
13“ໃນ​ວັນ​ນັ້ນ
“ຍິງ​ສາວ​ທີ່​ໜ້າ​ຮັກ ແລະ ຊາຍ​ໜຸ່ມ​ທີ່​ແຂງແຮງ
ຈະ​ເປັນ​ລົມ​ເພາະ​ຄວາມ​ກະຫາຍ.
14ຜູ້​ທີ່​ສາບານ​ໂດຍ​ອ້າງ​ບາບ​ຂອງ​ຊາມາເຣຍ
ຫລື ເວົ້າ​ວ່າ ‘ດານ, ພະ​ຂອງ​ເຈົ້າ​ມີ​ຊີວິດ​ຢູ່​ສັນໃດ’
ຫລື ‘ພະ#8:14 ພາສາ ເຮັບເຣີ​ວ່າ ທາງນັ້ນ​ແຫ່ງ​ເບເອນເຊບາ​ມີ​ຊີວິດ​ຢູ່​ສັນໃດ’
ພວກເຂົາ​ກໍ​ຈະ​ລົ້ມ​ລົງ ແລະ ບໍ່​ໄດ້​ລຸກ​ຂຶ້ນ​ມາ​ອີກ​ເລີຍ”.

Currently Selected:

ອາໂມດ 8: LCV

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in