ກິດຈະການ 11
11
ເປໂຕອະທິບາຍການກະທຳຂອງຕົນ
1ບັນດາອັກຄະສາວົກ ແລະ ພວກພີ່ນ້ອງທີ່ເຊື່ອທົ່ວແຂວງຢູດາຍ ໄດ້ຍິນວ່າຄົນຕ່າງຊາດກໍໄດ້ຮັບພຣະຄຳຂອງພຣະເຈົ້າເໝືອນກັນ. 2ດັ່ງນັ້ນ ເມື່ອເປໂຕກັບຄືນມາທີ່ເຢຣູຊາເລັມ ພວກຜູ້ທີ່ເຊື່ອທີ່ໄດ້ຮັບພິທີຕັດແລ້ວກໍວິພາກວິຈານເພິ່ນ 3ແລະ ເວົ້າວ່າ, “ທ່ານໄດ້ເຂົ້າໄປໃນເຮືອນຂອງຄົນທີ່ບໍ່ໄດ້ຮັບພິທີຕັດ ແລະ ຮັບປະທານອາຫານກັບພວກເຂົາ”.
4ເປໂຕຈຶ່ງເລີ່ມອະທິບາຍເລື່ອງທັງໝົດຈາກຈຸດເລີ່ມຕົ້ນແກ່ພວກເຂົາຟັງວ່າ: 5“ຂ້າພະເຈົ້າຢູ່ທີ່ເມືອງຢົບປາກຳລັງອະທິຖານຢູ່ ແລະ ກໍລືມຄີງໄປ ຂ້າພະເຈົ້າກໍໄດ້ເຫັນນິມິດ. ຂ້າພະເຈົ້າເຫັນສິ່ງໜຶ່ງເໝືອນຜ້າຜືນໃຫຍ່ທັງສີ່ມູມຢ່ອນຈາກສະຫວັນລົງມາບ່ອນທີ່ຂ້າພະເຈົ້າຢູ່. 6ຂ້າພະເຈົ້າເບິ່ງເຂົ້າໄປທາງໃນກໍເຫັນສັດບົກສີ່ຕີນ, ສັດປ່າ, ສັດເລືອຄານ ແລະ ນົກຕ່າງໆ. 7ແລ້ວຂ້າພະເຈົ້າໄດ້ຍິນສຽງໜຶ່ງບອກຂ້າພະເຈົ້າວ່າ, ‘ເປໂຕ, ຈົ່ງລຸກຂຶ້ນ. ຈົ່ງຂ້າ ແລະ ກິນສາ’.
8“ຂ້າພະເຈົ້າຕອບວ່າ, ‘ບໍ່ໄດ້ ອົງພຣະຜູ້ເປັນເຈົ້າ! ບໍ່ເຄີຍມີສິ່ງທີ່ເປັນມົນທິນ ຫລື ສິ່ງທີ່ບໍ່ສະອາດເຂົ້າໄປໃນປາກຂອງຂ້ານ້ອຍຈັກເທື່ອ’.
9“ສຽງນັ້ນກ່າວຈາກສະຫວັນເປັນເທື່ອທີສອງວ່າ, ‘ຢ່າເອີ້ນສິ່ງທີ່ພຣະເຈົ້າໄດ້ຊຳລະໃຫ້ສະອາດແລ້ວວ່າເປັນມົນທິນ’. 10ເຫດການເຊັ່ນນີ້ໄດ້ເກີດຂຶ້ນເຖິງສາມເທື່ອ, ແລ້ວສິ່ງທັງໝົດນັ້ນກໍຖືກຮັບຄືນສູ່ສະຫວັນອີກ.
11“ໃນທັນໃດນັ້ນ ກໍມີຊາຍສາມຄົນທີ່ຖືກສົ່ງຈາກເມືອງກາຍຊາເຣຍມາຫາຂ້າພະເຈົ້າ ພວກເຂົາໄດ້ມາຢຸດຢູ່ທີ່ເຮືອນບ່ອນທີ່ຂ້າພະເຈົ້າອາໄສຢູ່. 12ພຣະວິນຍານບໍລິສຸດເຈົ້າໄດ້ສັ່ງໃຫ້ຂ້າພະເຈົ້າໄປກັບພວກເຂົາໂດຍບໍ່ໃຫ້ລັງເລໃຈ. ພີ່ນ້ອງຫົກຄົນເຫລົ່ານີ້ກໍໄດ້ໄປກັບຂ້າພະເຈົ້າເໝືອນກັນ ແລະ ພວກເຮົາໄດ້ເຂົ້າໄປໃນເຮືອນຂອງຊາຍຜູ້ນັ້ນ. 13ເພິ່ນໄດ້ເລົ່າເຫດການໃຫ້ພວກຂ້າພະເຈົ້າຟັງວ່າ ເພິ່ນໄດ້ເຫັນເທວະດາຕົນໜຶ່ງມາປາກົດໃນເຮືອນຂອງເພິ່ນ ແລະ ກ່າວວ່າ, ‘ຈົ່ງສົ່ງຄົນໄປເມືອງຢົບປາ ເພື່ອເຊີນເອົາຊີໂມນທີ່ມີອີກຊື່ໜຶ່ງວ່າເປໂຕ. 14ລາວຈະກ່າວຖ້ອຍຄຳໃຫ້ເຈົ້າຟັງ ຜ່ານທາງຖ້ອຍຄຳນັ້ນ ເຈົ້າ ແລະ ທຸກຄົນໃນຄອບຄົວຂອງເຈົ້າຈະໄດ້ຮັບຄວາມພົ້ນ’.
15“ເມື່ອຂ້າພະເຈົ້າເລີ່ມຕົ້ນກ່າວ, ພຣະວິນຍານບໍລິສຸດເຈົ້າກໍລົງມາເທິງພວກເຂົາເໝືອນທີ່ໄດ້ລົງມາເທິງພວກເຮົາໃນຕອນຕົ້ນນັ້ນ. 16ແລ້ວຂ້າພະເຈົ້າຈຶ່ງໄດ້ລະນຶກເຖິງຖ້ອຍຄຳທີ່ອົງພຣະຜູ້ເປັນເຈົ້າໄດ້ກ່າວໄວ້ວ່າ: ‘ໂຢຮັນໄດ້ໃຫ້ບັບຕິສະມາດ້ວຍ#11:16 ຫລື ໃນນ້ຳ, ແຕ່ຝ່າຍພວກເຈົ້າທັງຫລາຍຈະໄດ້ບັບຕິສະມາດ້ວຍ#11:16 ຫລື ໃນພຣະວິນຍານບໍລິສຸດເຈົ້າ’. 17ດັ່ງນັ້ນ ຖ້າພຣະເຈົ້າໃຫ້ພວກເຂົາໄດ້ຮັບຂອງປະທານຢ່າງດຽວກັນກັບໃຫ້ພວກເຮົາຜູ້ທີ່ເຊື່ອໃນພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າແລ້ວ, ຂ້າພະເຈົ້າເປັນຜູ້ໃດທີ່ຄິດຈະຂັດຂວາງພຣະເຈົ້າໄດ້?”
18ເມື່ອພວກເຂົາໄດ້ຍິນຢ່າງນີ້ແລ້ວ, ພວກເຂົາກໍບໍ່ມີຂໍ້ຄັດຄ້ານອັນໃດອີກ ແລະ ພາກັນສັນລະເສີນພຣະເຈົ້າວ່າ, ໂດຍກ່າວວ່າ, “ຖ້າເປັນດັ່ງນັ້ນແລ້ວ, ແມ່ນແຕ່ຄົນຕ່າງຊາດພຣະເຈົ້າກໍຍັງອະນຸຍາດໃຫ້ກັບໃຈໃໝ່ເຂົ້າສູ່ຊີວິດດ້ວຍ”.
ຄຣິສຕະຈັກໃນອັນຕີໂອເຂຍ
19ບັດນີ້ ບັນດາຜູ້ທີ່ໄດ້ແຕກກະຈັດກະຈາຍໄປເພາະການຂົ່ມເຫັງທີ່ເກີດຂຶ້ນເມື່ອຊະເຕຟາໂນຖືກຂ້ານັ້ນ ຕ່າງກໍພາກັນເດີນທາງໄປໄກຈົນເຖິງເມືອງໂຟນີເຊຍ, ເກາະໄຊປຣັດ ແລະ ເມືອງອັນຕີໂອເຂຍ ແລະ ໄດ້ປະກາດພຣະທຳໃຫ້ພຽງແຕ່ຊາວຢິວເທົ່ານັ້ນ. 20ແຕ່ກໍມີບາງຄົນໃນພວກເຂົາທີ່ມາຈາກເກາະໄຊປຣັດ ແລະ ຈາກເມືອງກີເຣເນໄດ້ໄປທີ່ເມືອງອັນຕີໂອເຂຍ ແລະ ໄດ້ເລີ່ມຕົ້ນປະກາດຂ່າວປະເສີດເລື່ອງອົງພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າແກ່ຊາວກຣີກອີກດ້ວຍ. 21ມືຂອງອົງພຣະຜູ້ເປັນເຈົ້າໄດ້ຢູ່ນຳພວກເຂົາ ແລະ ມີຄົນເປັນຈຳນວນຫລວງຫລາຍໄດ້ເຊື່ອ ແລະ ກັບໃຈມາຫາອົງພຣະຜູ້ເປັນເຈົ້າ.
22ຂ່າວກ່ຽວກັບເລື່ອງນີ້ໄດ້ໄປເຖິງຄຣິສຕະຈັກໃນເຢຣູຊາເລັມ ແລະ ພວກເຂົາຈຶ່ງສົ່ງບາຣະນາບາໄປທີ່ເມືອງອັນຕີໂອເຂຍ. 23ເມື່ອບາຣະນາບາໄດ້ມາຮອດ ແລະ ໄດ້ເຫັນສິ່ງທີ່ເກີດຂຶ້ນໂດຍພຣະຄຸນຂອງພຣະເຈົ້າ, ເພິ່ນກໍດີໃຈ ແລະ ໜູນໃຈພວກເຂົາທຸກຄົນໃຫ້ສືບຕໍ່ສັດຊື່ຕໍ່ອົງພຣະຜູ້ເປັນເຈົ້າດ້ວຍສຸດໃຈຂອງພວກເຂົາ. 24ບາຣະນາບາເປັນຄົນດີ, ເຕັມດ້ວຍພຣະວິນຍານບໍລິສຸດເຈົ້າ ແລະ ຄວາມເຊື່ອ, ແລ້ວຈຶ່ງມີຄົນຈຳນວນຫລວງຫລາຍໄດ້ມາເຊື່ອໃນອົງພຣະຜູ້ເປັນເຈົ້າ.
25ຫລັງຈາກນັ້ນ ບາຣະນາບາໄດ້ໄປທີ່ເມືອງຕາໂຊເພື່ອຊອກຫາໂຊໂລ, 26ແລະ ເມື່ອພົບເພິ່ນແລ້ວ, ເພິ່ນກໍນຳໂຊໂລໄປທີ່ເມືອງອັນຕີໂອເຂຍ. ດັ່ງນັ້ນ ບາຣະນາບາ ແລະ ໂຊໂລໄດ້ພົບປະກັບຄຣິສຕະຈັກທີ່ນັ້ນຕະຫລອດໜຶ່ງປີເຕັມ ແລະ ໄດ້ສັ່ງສອນຄົນເປັນຈຳນວນຫລວງຫລາຍ. ພວກສາວົກໄດ້ຊື່ວ່າຄຣິສຕຽນເປັນເທື່ອທຳອິດທີ່ເມືອງອັນຕີໂອເຂຍນັ້ນເອງ.
27ໃນເວລານັ້ນ ມີຜູ້ທຳນວາຍບາງຄົນລົງຈາກເຢຣູຊາເລັມມາທີ່ເມືອງອັນຕີໂອເຂຍ. 28ຄົນໜຶ່ງໃນພວກເຂົາທີ່ຊື່ອາຄະໂບ, ໄດ້ຢືນຂຶ້ນ ແລະ ໄດ້ທຳນວາຍຜ່ານທາງພຣະວິນຍານວ່າຈະເກີດມີການອຶດຢາກອາຫານຢ່າງຮ້າຍແຮງຂຶ້ນທົ່ວຈັກກະພົບໂຣມ. (ເຫດການຄັ້ງນີ້ເກີດຂຶ້ນໃນສະໄໝຂອງກະລາວດີໂອ.) 29ພວກສາວົກຈຶ່ງຕັດສິນໃຈວ່າຈະຮ່ວມກັນຊ່ວຍເຫລືອບັນດາພີ່ນ້ອງທີ່ອາໄສຢູ່ໃນແຂວງຢູດາຍຕາມຄວາມສາມາດຂອງແຕ່ລະຄົນ. 30ພວກເພິ່ນໄດ້ເຮັດຕາມນັ້ນໂດຍຝາກສິ່ງຂອງໃຫ້ບາຣະນາບາກັບໂຊໂລນຳໄປຊ່ວຍບັນດາຜູ້ອາວຸໂສໃນຄຣິສຕະຈັກ.
Currently Selected:
ກິດຈະການ 11: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.