2 ເທສະໂລນິກ 2
2
ຄົນນອກກົດໝາຍ
1ກ່ຽວກັບການມາຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ ແລະ ການທີ່ຈະຮວບຮວມເອົາພວກເຮົາທັງຫລາຍໄປຢູ່ກັບພຣະອົງນັ້ນ, ພີ່ນ້ອງທັງຫລາຍເອີຍ, ພວກເຮົາຂໍໃຫ້ພວກເຈົ້າ 2ຢ່າຫວັ່ນໄຫວງ່າຍ ຫລື ຕື່ນຕົກໃຈກັບຄຳສັ່ງສອນທີ່ອ້າງວ່າມາຈາກພວກເຮົາ ບໍ່ວ່າໂດຍຖ້ອຍຄຳເຜີຍພຣະຄຳ ຫລື ໂດຍຄຳເວົ້າທີ່ອອກຈາກປາກ ຫລື ໂດຍຈົດໝາຍທີ່ອ້າງວ່າມາຈາກພວກເຮົາ ເຊິ່ງລະບຸວ່າວັນຂອງອົງພຣະຜູ້ເປັນເຈົ້າມາເຖິງແລ້ວ. 3ຢ່າໃຫ້ຜູ້ໃດມາຫລອກລວງພວກເຈົ້າໃນທາງໃດທາງໜຶ່ງ ເພາະວັນນັ້ນຍັງຈະບໍ່ມາເຖິງຈົນກວ່າການກະບົດຈະເກີດຂຶ້ນ ແລະ ຄົນລ່ວງລະເມີດ#2:3 ຫລື ຄົນບາບທີ່ຖືກກຳນົດໃຫ້ເຖິງຄວາມຈິບຫາຍນັ້ນມາປາກົດໂຕ. 4ມັນຈະຕໍ່ຕ້ານ ແລະ ຍົກຕົນເອງຂຶ້ນຢູ່ເໜືອທຸກສິ່ງທີ່ເອີ້ນຊື່ວ່າພຣະເຈົ້າ ຫລື ເປັນທີ່ເຄົາລົບບູຊາ ເພື່ອວ່າມັນຈະຕັ້ງຕົນເອງຂຶ້ນໃນວິຫານຂອງພຣະເຈົ້າ ແລະ ປະກາດຕົນເອງວ່າເປັນພຣະເຈົ້າ.
5ພວກເຈົ້າບໍ່ຈື່ບໍວ່າເມື່ອເຮົາຢູ່ກັບພວກເຈົ້ານັ້ນ ເຮົາເຄີຍບອກເລື່ອງນີ້ແກ່ພວກເຈົ້າແລ້ວ? 6ແລະ ບັດນີ້ພວກເຈົ້າຮູ້ວ່າສິ່ງໃດທີ່ດຶງມັນໄວ້ເພື່ອໃຫ້ມັນມາປາກົດໂຕໃນເວລາທີ່ເໝາະສົມ. 7ເພາະອຳນາດລັບຂອງຄົນລ່ວງລະເມີດນີ້ກຳລັງທຳງານຢູ່ ແຕ່ຜູ້ທີ່ດຶງມັນໄວ້ໃນຂະນະນີ້ຈະດຶງມັນໄວ້ຕໍ່ໄປຈົນກວ່າມັນຈະຖືກຮັບໄປໃຫ້ພົ້ນທາງ. 8ເມື່ອນັ້ນຄົນນອກກົດໝາຍນີ້ຈະປາກົດໂຕ ຜູ້ທີ່ພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າຈະໂຄ່ນລົ້ມມັນດ້ວຍລົມຈາກປາກຂອງພຣະອົງ ແລະ ທຳລາຍມັນດ້ວຍລັດສະໝີແຫ່ງການມາຂອງພຣະອົງ. 9ການມາຂອງຄົນນອກກົດໝາຍນີ້ຈະມາໂດຍອຳນາດ#2:9 ຫລື ກິດຈະການຂອງຊາຕານ. ມັນຈະໃຊ້ການສະແດງອຳນາດທຸກຮູບແບບຜ່ານທາງໝາຍສຳຄັນ ແລະ ການອັດສະຈັນ ເຊິ່ງລ້ວນແຕ່ຮັບໃຊ້ຄວາມຕົວະ 10ແລະ ໃຊ້ຄວາມຊົ່ວຮ້າຍທຸກຢ່າງຫລອກລວງບັນດາຜູ້ທີ່ກຳລັງຈະຈິບຫາຍ. ພວກເຂົາຈິບຫາຍເພາະພວກເຂົາປະຕິເສດທີ່ຈະຮັກຄວາມຈິງທີ່ນຳໄປສູ່ຄວາມພົ້ນ. 11ດ້ວຍເຫດນີ້ ພຣະເຈົ້າຈຶ່ງໄດ້ສົ່ງການຫລອກລວງມາຄອບງຳພວກເຂົາເພື່ອວ່າພວກເຂົາຈະເຊື່ອຄວາມຕົວະ 12ແລະ ເພື່ອວ່າທຸກຄົນທີ່ບໍ່ຍອມເຊື່ອຄວາມຈິງແຕ່ກັບຊົມຊື່ນຄວາມຊົ່ວຮ້າຍຈະຖືກຕັດສິນລົງໂທດ.
ຕັ້ງໝັ້ນຄົງ
13ແຕ່ພວກເຮົາຄວນຂອບພຣະຄຸນພຣະເຈົ້າສຳລັບພວກເຈົ້າຢູ່ສະເໝີ, ພີ່ນ້ອງທັງຫລາຍຜູ້ທີ່ພຣະເຈົ້າຮັກເອີຍ, ເພາະພຣະເຈົ້າເລືອກພວກເຈົ້າໃນຖານະຜົນທຳອິດ#2:13 ສຳເນົາເກົ່າບາງສະບັບວ່າ: ພຣະເຈົ້າໄດ້ເລືອກພວກເຈົ້າຕັ້ງແຕ່ຕົ້ນຂອງພຣະອົງເພື່ອຮັບຄວາມພົ້ນ ໂດຍການຊຳລະໃຫ້ບໍລິສຸດຈາກພຣະວິນຍານ ແລະ ໂດຍການເຊື່ອໃນຄວາມຈິງ. 14ພຣະອົງໄດ້ເອີ້ນພວກເຈົ້າມາສູ່ສິ່ງນີ້ຜ່ານທາງຂ່າວປະເສີດທີ່ພວກເຮົາປະກາດ ເພື່ອພວກເຈົ້າຈະໄດ້ຮ່ວມໃນສະຫງ່າລາສີຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ.
15ດັ່ງນັ້ນ ພີ່ນ້ອງທັງຫລາຍເອີຍ, ຈົ່ງຕັ້ງໝັ້ນຄົງ ແລະ ຢຶດໝັ້ນໃນຄຳສັ່ງສອນ#2:15 ຫລື ທຳນຽມປະເພນີຕ່າງໆ ທີ່ພວກເຮົາໄດ້ຖ່າຍທອດໃຫ້ແກ່ພວກເຈົ້າ ບໍ່ວ່າໂດຍທາງຄຳເວົ້າຈາກປາກຂອງພວກເຮົາ ຫລື ໂດຍທາງຈົດໝາຍ.
16ຂໍໃຫ້ພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າ ແລະ ພຣະເຈົ້າພຣະບິດາຂອງພວກເຮົາ ຜູ້ຮັກພວກເຮົາ ແລະ ໄດ້ໃຫ້ການໜູນໃຈນິລັນດອນ ແລະ ຄວາມຫວັງອັນດີແກ່ພວກເຮົາໂດຍພຣະຄຸນຂອງພຣະອົງ, 17ຈະໃຫ້ກຳລັງໃຈພວກເຈົ້າ ແລະ ເຮັດໃຫ້ພວກເຈົ້າເຂັ້ມແຂງຂຶ້ນເພື່ອຈະເຮັດ ແລະ ເວົ້າໃນສິ່ງທີ່ດີທຸກຢ່າງ.
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.