ໂຣມ 10:8-9
ໂຣມ 10:8-9 ພຄພ
ແຕ່ຄວາມຊອບທຳນັ້ນໄດ້ກ່າວໄວ້ຢ່າງໃດ ໄດ້ກ່າວວ່າ, “ຖ້ອຍຄຳຂອງພຣະເຈົ້າຢູ່ໃກ້ເຈົ້າ ຢູ່ທີ່ສົບປາກ ແລະຢູ່ໃນໃຈຂອງເຈົ້າ” (ໝາຍເຖິງຖ້ອຍຄຳແຫ່ງຄວາມເຊື່ອ ທີ່ພວກເຮົາປະກາດຢູ່ນັ້ນ). ຖ້າເຈົ້າຮັບດ້ວຍປາກວ່າ, “ພຣະເຢຊູເຈົ້າຊົງເປັນອົງພຣະຜູ້ເປັນເຈົ້າ” ແລະເຊື່ອໃນໃຈວ່າ, “ພຣະເຈົ້າໄດ້ຊົງບັນດານໃຫ້ພຣະອົງເປັນຄືນມາຈາກຕາຍແລ້ວ” ເຈົ້າກໍຈະໄດ້ພົ້ນ.